ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເວນຄືນທີ່ດິນ ໃຫ້ໂຄງການສຳປະທານ ທີ່ລົງທຶນໂດຍ ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ ໄດ້ເຮັດໃຫ້ປະຊາຊົນ ລາວ ມີຊີວິດການເປັນຢູ່ ທີ່ລຳບາກ


ເຈົ້າໜ້າທີ່ລາວ ສຳຫຼວດທີ່ດິນສຳປະທານໃຫ້ບໍລິສັດຕ່າງຊາດ.
ເຈົ້າໜ້າທີ່ລາວ ສຳຫຼວດທີ່ດິນສຳປະທານໃຫ້ບໍລິສັດຕ່າງຊາດ.

ການເວນຄືນທີ່ດິນໃຫ້ກັບໂຄງການສຳປະທານຕ່າງໆທີ່ລົງທຶນໂດຍບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດໄດ້ເຮັດໃຫ້ປະຊາຊົນ ລາວ ມີສະພາບຊີວິດ ແລະ ການເປັນຢູ່ທີ່ລຳບາກຫຼາຍຂຶ້ນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າການອະນຸຍາດສຳປະທານໂຄງການລົງທຶນຂະໜາດໃຫຍ່ໂດຍບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ເຮັດໃຫ້ຕ້ອງມີການເວນຄືນທີ່ດິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ບັນດາບໍລິສັດຜູ້ລົງທຶນນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລາວ ຢ່າງກວ້າງຂວາງໃນປັດຈຸບັນນີ້ ເພາະການເວນຄືນທີ່ດິນຂອງປະຊາຊົນ ລາວ ດັ່ງກ່າວໄດ້ມີການຈັດຕັ້ງປະຕິບັດທີ່ບໍ່ໂປ່ງໃສ ໂດຍສະເພາະແມ່ນການທີ່ພະນັກງານລັດໄດ້ໃຊ້ອຳນາດເພື່ອບີບບັງຄັບເອົາທີ່ດິນຂອງປະຊາຊົນ ແລະ ຈ່າຍຄ່າຊົດເຊີຍທີ່ຕໍ່າກວ່າຄວາມເປັນຈິງນັ້ນ ຍັງເຮັດໃຫ້ປະຊາຊົນ ລາວ ມີສະພາບຊີວິດການເປັນຢູ່ທີ່ຍາກລຳບາກຫຼາຍຂຶ້ນກວ່າເກົ່າອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ

"ພາກເອກະຊົນລົງທຶນເຊົ່າ ແລະ ສຳປະທານດິນລັດເປັນເວລາຫຼາຍປີ ຫ້າສິບປີບໍ່ ຫົກສິບປີບໍ່ ພື້ນທີ່ໂຄງການພັດໄປກວມລວມເອົາເຂດຕອນດິນທີ່ປະຊາຊົນໄດ້ສິດນຳໃຊ້ແລ້ວແຕ່ວ່າກໍໄປຂັດແຍ້ງກັນຢູ່ບ່ອນວ່າ ການຊົດເຊີຍມັນຖືກ ມັນເປັນສິ່ງທີ່ພວກເຮົາຕ້ອງມີຄວາມຮັບຮູ້ ແລ້ວກະຕ້ອງຍອມຮັບວ່າ ພາກລັດເຮົານີ້ກະຕ້ອງໄດ້ເອົາໃຈໃສ່ ເປັນວຽກທີ່ກະທົບໂດຍກົງເຖິງນະໂຍບາຍແກ້ໄຂຄວາມທຸກຍາກ ເພາະຜ່ານມານີ້ ສິ່ງທີ່ລັດຄຳນຶງເຖິງນີ້ ແມ່ນການລົງທຶນຢູ່ປະເທດເຮົາ ຈະເປັນການລົງທຶນຮູບແບບໃດກະແລ້ວແຕ່ ຕ້ອງຮັບປະກັນບໍ່ໃຫ້ປະຊາຊົນນີ້ທຸກຍາກກວ່າເກົ່າ."

ທາງດ້ານເຄືອຂ່າຍການພັດທະນາແບບເປີດ (Open Development Network) ອົງການທີ່ບໍ່ຂຶ້ນກັບລັດຖະບານ ລາຍງານວ່າລັດຖະບານ ລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ບັນດານັກລົງທຶນລາວ ແລະ ຕ່າງຊາດໃນ 1,758 ໂຄງການ ມີພື້ນທີ່ສຳປະທານລວມເຖິງ 11,754,417 ເຮັກຕາ ແຕ່ຈາກການສຳຫຼວດພາກສະໜາມໃນໄລຍະທີ່ຜ່ານມາ ພົບວ່າບັນດານັກລົງທຶນໄດ້ມີການນຳໃຊ້ທີ່ດິນຕົວຈິງໃນພື້ນທີ່ລວມ 549,248 ເຮັກຕາ ຄິດເປັນ 4,67 ເປີເຊັນເທົ່ານັ້ນຂອງພື້ນທີ່ສຳປະທານທັງໝົດ ໂດຍໃນນີ້ກໍເປັນການອະນຸຍາດສຳປະທານໂດຍທ້ອງຖິ່ນ 1,331 ໂຄງການ ຈຶ່ງເຮັດໃຫ້ລັດຖະບານ ລາວ ບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງ ເຮັດໃຫ້ຄະນະສະເພາະກິດຂອງລັດຖະບານ ສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍກັບຄືນມາໄດ້ໃນເນື້ອທີ່ພຽງ 20,000 ກວ່າເຮັກຕາເທົ່ານັ້ນ.

ສ່ວນທ່ານ ບຸນທອງ ຈິດປະນີ ຮອງນາຍົກລັດຖະມົນຕີຍອມຮັບວ່າ ລັດຖະບານ ລາວ ເປັນຝ່າຍທີ່ເສຍປຽບໃນໂຄງການສຳປະທານທີ່ດິນໄລຍະຍາວທີ່ໃຫ້ແກ່ເອກະຊົນລາວ ແລະ ຕ່າງຊາດໄປແລ້ວ ໂດຍການກວດກາໃນໄລຍະຜ່ານມາ ພົບວ່າໂຄງການສຳປະທານທີ່ດິນຂະໜາດໃຫຍ່ ຍັງບໍ່ໄດ້ປະຕິບັດຕາມສັນຍາ ໂດຍສະເພາະແມ່ນການບໍ່ໄດ້ນຳເງິນລົງທຶນເຂົ້າມາດຳເນີນໂຄງການຢ່າງແທ້ຈິງ ຈຶ່ງເຮັດໃຫ້ເກີດການຊັກຊ້າໃນໂຄງການສ່ວນໃຫຍ່ ໃນຂະນະທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກໍບໍ່ໄດ້ກວດສອບໂຄງການແຕ່ຢ່າງໃດດັ່ງທີ່ທ່ານ ບຸນທອງ ຢືນຢັນວ່າ

"ທຸກມື້ນີ້ໄທເຮົາກະເສຍປຽບເດ້ ໃນເມື່ອອະນຸຍາດສຳປະທານແລ້ວ ລະແມ່ນໃຜຄຸ້ມຄອງ ຈັກແມ່ນກະຊວງຊັບພະຍາກອນ, ຈັກແມ່ນກະຊວງລົງທຶນຍົກຕົວຢ່າງ ສຳປະທານບາງຕອນທີ່ຢູ່ໃນນະຄອນຫຼວງວຽງຈັນ 99 ປີມາດຽວນີ້ບໍ່ແມ່ນຮອດສິບປາຍປີແລ້ວຫວາ, ຍັງບໍ່ໄດ້ພັດທະນາອີຫຍັງ ມີິແຕ່ເຮັດໃຫ້ຄົນໄປຍ່າງຕີກອຟຫັ້ນ ການພັດທະນາອັນອື່ນໆກໍບໍ່ທັນມີອີຫຍັງ ຄັ່ນກໍລະນີໃນແບບນີ້ມັນກໍບໍ່ມີປະສິດທິຜົນບໍ່ ຫຼືວ່າແນວໃດອັນນີ້ເຮົາກະຕ້ອງໄດ້ເບິ່ງວ່າ ເຮົາຊິແກ້ແບບໃດ ອັນນີ້ກະຄືຊິແມ່ນລະດັບກະຊວງຈະຕ້ອງໄດ້ກະຕຸກຊຸກຍູ້."

ສ່ວນທ່ານ ຄຳມະນີ ອິນທິລາດ ວ່າການລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຖະແຫຼງຢືນຢັນວ່າ ການສຳຫຼວດແຫຼ່ງແຮ່ທາດຕ່າງໆໃນ ລາວ ໄດ້ສຳຫຼວດພົບແຮ່ທາດແລ້ວກວ່າ 570 ແຫຼ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດໃນ ລາວ ແລະ ໃນນີ້ທາງການ ລາວ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຮັບອະນຸຍາດໃຫ້ສຳປະທານແກ່ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ລົງທຶນໃນ ລາວ ໄປແລ້ວເຖິງ 649 ບໍລິສັດໃນ 942 ກິດຈະການສຳຫຼວດ ແລະ ໃນນີ້ໄດ້ດຳເນີນການຂຸດຄົ້ນແຮ່ທາດແລ້ວ 176 ກິດຈະການໃນທົ່ວປະເທດ ລາວ.

XS
SM
MD
LG