ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກໍລະນີຄົນຕິດພະຍາດໂຄວິດ -19 ຢູ່ໄທສູງຂຶ້ນ ສົ່ງຜົນໃຫ້ພວກແຮງງານລາວ ຢູ່ໃນໄທ ພາກັນຫລັ່ງໄຫຼ ກັບຄືນມາລາວ


Video Related from Lao Border to Vientiane Capital
please wait

No media source currently available

0:00 0:04:15 0:00
ລິງໂດຍກົງ

ທ້າມກາງການເພີ້ມຂຶ້ນສູງຢ່າງຕໍ່ເນື່ອງຂອງກໍລະນີຄົນຕິດພະຍາດໂຄວິດ -19 ຢູ່ປະເທດໄທມາໄດ້ເດືອນກວ່າແລ້ວ ແຮງງານລາວຢູ່ປະເທດດັ່ງກ່າວ ກໍມີຊາຕາກໍາອັນລໍາບາກຫລາຍ. ຂະນະທີ່ຫລາຍພັນຄົນກໍພາກັນຫລັ່ງໄຫຼກັບບ້ານ ແຕ່ບາງຄົນກໍລໍຄອຍຖ້າໃຫ້ມີການເປີດເມືອງ ດ້ວຍຄວາມຫວັງຈະໄດ້ສືບຕໍ່ເຮັດວຽກຢູ່ທີ່ນັ້ນ. ສະພາບການນີ້ ກໍເຮັດໃຫ້ເຂົາເຈົ້າມີຄວາມສ່ຽງສູງ ຕໍ່ການຕິດພະຍາດໂຄວິດ ແລະໃນນັ້ນ ຈໍານວນນຶ່ງກໍໄດ້ເສຍຊີວິດໄປຍ້ອນບໍ່ສາມາດເຂົ້າຮັບການປິ່ນປົວໄດ້ ເມື່ອມີການຕິດພະຍາດນີ້. ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນ ໄຊຈະເລີນສຸກ ມີລາຍງານຈາກນັກຂ່າວຂອງພວກເຮົາກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອມໍ່ໆມານີ້ ຫລາຍທ່ານກໍຄົງຮູ້ດີເຖິງສະພາບການຫລັ່ງໄຫຼຂອງແຮງງານລາວ ກັບຄືນປະເທດເປັນຈໍານວນຫລວງຫຼາຍ ກໍຄືປະມານພັນຄົນໃນແຕ່ລະວັນ, ອີງ ຕາມການລາຍງານສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງ COVID-19 ທີ່ກວດຫາໄວຣັສໂຄໂຣນາໃນກຸ່ມດັ່ງກ່າວ. ໃນນັ້ນ ກໍມີຜູ້ຕິດພະຍາດໂຄວິດຢ່າງຫລວງຫລາຍອີກດ້ວຍ. ໃນໄລຍະ 3 ອາທິດຜ່ານມານີ້ ໄດ້ພົບເຫັນຜູ້ຕິດເຊື້ອໄວຣັສດັ່ງກ່າວ ມື້ລະ 100 ຫາ 200 ຄົນ ໃນກຸ່ມ ແຮງງານລາວກັບມາຈາກໄທ ແລະ 80 ເປີເຊັນ ຂອງການຕິດເຊື້ອໄວຣັສ ໃນຄົນກຸ່ມນີ້ ກໍແມ່ນສາຍພັນແດລຕາ ທີ່ເປັນສາຍພັນ ແຜ່ເຊື້ອໄດ້ງ່າຍ ແລະ ເສຍຊີວິດໄວກວ່າສາຍພັນອື່ນ. ການເປັນແຮງງານຕ່າງດ້າວຢູ່ໃນໄທ ເຮັດໃຫ້ ພວກກ່ຽວກໍບໍ່ສາມາດເຂົ້າຮັບການປິ່ນປົວຢູ່ໂຮງໝໍໄດ້ ຫລືບໍ່ ກໍບໍ່ສາມາດໄດ້ ຮັບການປິ່ນປົວຢ່າງທ່ວງທັນ ຍ້ອນຫລາຍເຫດຜົນ ດັ່ງທີ່ແຮງງານລາວ ຜູ້ບໍ່ ປະສົງອອກນາມຄົນນຶ່ງ ຢູ່ທີ່ຄຸ້ມສີລົມໃນບາງກອກ ເລົ່າເຖິງເລື້ອງນີ້ສູ່ຟັງວ່າ:

“ກະມາທຽບວ່າຄົນຂອງເຂົາກະຫລາຍແລ້ວ ເຂົາກະເອົາແຕ່ຄົນຂອງເຂົາ ເຫລືອຄົນຂອງເຂົາແລ້ວຈຶ່ງມາແບ່ງປັນໃຫ້ຄົນຕ່າງດ້າວ ຄືການຮັກສານີ້ກະຄືວ່າໃຜຖ້າໃຜປ່ວຍຕ້ອງນອນລໍຖ້າຢູ່ຕຽງຫລືວ່າ ລໍຖ້າໃຫ້ລົດເຂົາມາຮັບ. ຖ້າບໍ່ເຫລືອຈາກຄົນໄທ ເຂົາຈະບອກຮັກສາຕົວຢູ່ຫ້ອງ. ບາງຄົນເຂົານອນຕາຍຄາຫ້ອງ ຜ່ານມາມັນກະເປັນຈັ່ງຊັ້ນ. ຊ່ວງນອນລໍຖ້າ ເຂົາກະບໍ່ໄຫວແລ້ວ ບໍ່ເຂົ້າຮັກສາເຂົາ ແຕ່ເຂົາຮັກສາແຕ່ສິດຂອງເຮົາ ເຂົາກະຈະຂົ່ມຂູ່ດູຖູກ ພວກເຮົາປະມານນັ້ນ”

ສະນັ້ນ ແຮງງານລາວບາງຄົນ ກໍເສຍຊີວິດໄປໂດຍບໍ່ທັນໄດ້ມີໂອກາດກັບມາບ້ານຂອງຕົນເລີຍກໍມີ ດັ່ງທີ່ແຮງງານຍິງທີ່ກ່າວມາຂ້າງເທິງນີ້. ຫລັງຈາກໄປສົ່ງສະການຂອງເພື່ອນ ຢູ່ວັດແຫ່ງນຶ່ງ ໃນຄຸ້ມສີລົມນັ້ນ ນາງເລົ່າເຖິງສະພາບ ອັນໜ້າເປັນຫວ່ງນີ້ ສູ່ຟັງອີກວ່າ:

“ຂ່າວເປັນຕາຢ້ານອີ່ຫລີລະອ້າຍ. ວານນີ້ພວກນ້ອງໄປພັງພຣະສວດມົນຢູ່ວັດ ອັນທີ່ວ່າງານສົບຫັ້ນລະ ລົດພະຍາບານເອົາສົບມາສົ່ງສອງສາມສົບ. ຕອນທີແລກກະບໍ່ຮູ້ ກະບໍ່ຢາກສັກບໍ່ຢາກສີດ. ແຕ່ວ່າຕອນນັ້ນໄດ້ຍິນແຕ່ໝູ່ບອກວ່າຕ່າງດ້າວຄົນລາວຄົນຫຍັງນີ້ ຖ້າມີປັດສະປອດຫຍັງກະໃຫ້ໄປລົງທະບຽນ. ນ້ອງກະບໍ່ໄດ້ໄປລົງນໍາເຂົາ. ເພາະວ່າເຫັນສີດມາກະຕາຍຫັ້ນນະ ກະເລີຍວ່າໂອ້ຍ ເພາະວ່າໂຮງພະຍາບານທີ່ວ່າໄປຢ້ຽມລູກສາວນະກະເຫັນປູສາດປູເສື່ອທັງທີ່ໂຮງພະຍາບານບ້ານເຂົາກະໃຫຍ່ເນາະ ເພາະກະເຫັນຄົນມັນຫລາຍເກີນໄປໜຶ່ງໝື່ນກວ່າຄົນ ແຕ່ວ່າຕອນນີ້ຄ້າຂາຍເປັນການເປັນງານໃຜກະບໍ່ໄດ້ເຮັດຕິ”

ໃນໄລຍະເດືອນກວ່າມານີ້ ຢູ່ໄທມີກໍລະນີຄົນຕິດພະຍາດໂຄວິດ-19 ປະຈໍາວັນ ເພີ້ມຂຶ້ນຢ່າງວ່ອງໄວຢ່າງຕໍ່ເນື່ອງ ຊຶ່ງກໍຄືຈາກ 2,550 ຄົນຕໍ່ວັນ ໃນວັນທີ 11 ມິຖຸນາ ມາເປັນເກືອບຮອດ 11,560 ຄົນຕໍ່ວັນໃນວັນທີ 22 ກໍລະກົດຜ່ານມາ ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອສະສົມທັງໝົດເປັນ 453,000 ກວ່າຄົນ ມາຮອດວັນທີ 22 ກໍລະກົດຜ່ານມານີ້, ແລະອັດຕາການຕາຍຍ້ອນພະຍາດນີ້ ກໍເພີ້ມຂຶ້ນຢ່າງ ວ່ອງໄວເຊັ່ນກັນ, ອີງຕາມຂໍ້ມູນໃນເວັບໄຊທ໌ Our World in Data ຂອງມະ ຫາວິທະຍາໄລແຄມບຣີສຈ໌ (Cambridge) ໃນອັງກິດ.

ສະພາບການນີ້ ກໍເຮັດໃຫ້ແຮງງານລາວຢູ່ໄທນັ້ນຕິດພະຍາດນີ້ຫລາຍເຊັ່ນກັນ ຊຶ່ງຈະເຫັນໄດ້ວ່າ ພວກທີ່ກັບຄືນມາລາວນັ້ນ ໄດ້ກາຍເປັນກຸ່ມຕົ້ນຕໍທີ່ເຮັດໃຫ້ ຈໍານວນຜູ້ຕິດເຊື້ອເພີ້ມຂຶ້ນຢ່າງໄວວາ ໃນໄລຍະນຶ່ງເດືອນມານີ້. ພວກເຂົາເຈົ້າ ກວາມເອົາເກືອບຮອດ 100 ເປີເຊັນ ຂອງຈໍານວນຜູ້ຕິດເຊື້ອໃໝ່ໃນລາວທີ່ສູງ ກວ່າ 200 ຄົນຢ່າງຕໍ່ເນື່ອງມາໄດ້ 3​ ວັນແລ້ວ.ໃນວັນເສົາທີ 24 ກໍລະກົດ ຜ່ານມານີ້ ກໍມີຜູ້ຕິດເຊື້ອໄວຣັສໂຄໂຣນາເພີ້ມຂຶ້ນ 278 ຄົນ ແລະສ່ວນໃຫຍ່ກໍ ເປັນກໍລະນີນໍາເຂົ້າ ໂດຍກຸ່ມດັ່ງກ່າວ. ສະພາບການນີ້ໄດ້ເຮັດໃຫ້ລາວ ມີຜູ້ຕິດເຊື້ອທັງໝົດເປັນ 4,620 ຄົນແລ້ວ ມາຮອດວັນເສົາແລ້ວນີ້ ຊຶ່ງເພີ້ມຂຶ້ນ 2 ພັນກວ່າຄົນເມື່ອທຽບໃສ່ 3 ອາທິດກ່ອນ. ພ້ອມກັນນັ້ນ ເມື່ອມໍ່ໆມານີ້ ກໍຍັງມີ ແຮງງານຊາຍຜູ້ນຶ່ງອາຍຸ 47 ປີ ຢູ່ແຂວງສະຫວັນນະເຂດໄດ້ເສຍຊີວິດໄປຍ້ອນ ຕິດພະຍາດນີ້ຢູ່ໄທ ແຕ່ບໍ່ຮັບການປິ່ນປົວ ຈຶ່ງເດີນທາງກັບມາລາວ ແລະເຂົ້າ ປິ່ນປົວຢູ່ໂຮງໝໍໄດ້ 3 ວັນ ກໍເສຍຊີວິດໄປ.

ການສັກຢາວັກຊີນປ້ອງກັນ ໂຄວ້ດ-19 ໃນ ສປປ ລາວ
ການສັກຢາວັກຊີນປ້ອງກັນ ໂຄວ້ດ-19 ໃນ ສປປ ລາວ

ເມື່ອເວົ້າເຖິງການສັກຢາວັກຊີນກັນໂຄວິດ-19 ນັ້ນ, ດັ່ງທີ່ວີໂອເອໄດ້ລາຍງານ ໄປໃນອາທິດແລ້ວນີ້ ແມ່ນແຕ່ປະຊາຊົນໄທ ກໍເຂົ້າຮັບການສັກຢານີ້ ໄດ້ຍາກ. ຍິ່ງເປັນຄົນຕ່າງດ້າວ ໂດຍສະເພາະ ແມ່ນພວກທີ່ເຂົ້າປະເທດແບບບໍ່ຖືກກົດ ໝາຍແລ້ວ ກໍຍິ່ງບໍ່ສາມາດເຂົ້າເຖິງມັນໄດ້. ອີງຕາມຂໍ້ມູນໃນເວັບໄຊທ໌ Our World in Data ຂອງມະຫາວິທະຍາໄລແຄມບຣີສຈ໌ແລ້ວ ມາຮອດວັນທີ 23 ກໍລະກົດຜ່ານມາ ມີແຕ່ 5.13 ເປີເຊັນຂອງພົນລະເມືອງ ໃນປະເທດເທົ່ານັ້ນ ທີ່ໄດ້ຮັບຮັບການສັກຢາວັກຊີນນີ້ຄົບຖ້ວນ ຊຶ່ງເປັນອັດຕາສ່ວນຕໍ່າກວ່າຢູ່ລາວ ອີກ. ມາຮອດວັນທີ 13 ກໍລະກົດ ຜ່ານມາ ມີຜູ້ທີ່ໄດ້ຮັບການສັກຢາວັກຊີນນີ້ ຄົບຊຸດ ກວາມເອົາຫລາຍເຖິງ 8.83 ເປີເຊັນ ແລະຄາດວ່າອັດຕາຂອງຜູ້ໄດ້ ຮັບວັກຊີນຄົບຊຸດນີ້ຈະເພີ້ມຂຶ້ນອີກປະມານ 14 ເປີເຊັນໃນບໍ່ເທົ່າໃດອາທິດຂ້າງໜ້ານີ້ ເມື່ອທາງການລາວນໍາເອົາວັກຊີນຈອນສັນ ແລະຈອນສັນທີ່ໄດ້ຮັບຈາກສະຫະລັດ 1 ລ້ານ 8 ພັນໂດສ ຜ່ານໂຄງການໂຄແວັກສ໌ນັ້ນ ກໍຈະໄດ້ສັກໃຫ້ປະຊາຊົນ 1 ລ້ານ ກວ່າຄົນ ໃນທົ່ວປະເທດ ຊຶ່ງກວາມເອົາ 14 ເປີເຊັນກວ່າ ຂອງພົນລະເມືອງລາວ.

ປັດໄຈທັງໝົດນີ້ລ້ວນແລ້ວແຕ່ເຮັດໃຫ້ແຮງງານລາວຢູ່ໄທ ມີສະພາບຊີວິດການເປັນຢູ່ທີ່ລໍາບາກຫລາຍ ແລະກໍມີຊາຕາກໍາອັນບໍ່ແນ່ນອນເມື່ືອເຂົາເຈົ້າ ມີຄວາມສ່ຽງສູງຕໍ່ການເຈັບເປັນ ແລະເສຍຊີວິດຍ້ອນການລະບາດຂອງພະຍາດໂຄວິດ-19 ທີ່ສືບຕໍ່ສູງຂຶ້ນນັບມື້ນັ້ນ.

XS
SM
MD
LG