ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ແຮງງານລາວ ທີ່ກັບມາຈາກໄທ ຢາກກັບໄປເຮັດວຽກ ຢູ່ປະເທດໄທ ຄືນອີກ


ກະຊວງແຮງງານ ແລະສະຫວັດດີການສັງຄົມ
ກະຊວງແຮງງານ ແລະສະຫວັດດີການສັງຄົມ

ແຮງງານລາວ ທີ່ເດີນທາງກັບມາຈາກປະເທດໄທ ຫຼາຍກວ່າ 3 ແສນຄົນ ນັບແຕ່ເດືອນມີນາ 2020 ເປັນຕົ້ນມານັ້ນ ມີຫລາຍຄົນຢາກຈະກັບໄປເຮັດ ວຽກ ຢູ່ໄທອີກ ຍ້ອນວ່າຢູ່ທີ່ນັ້ນ ໄດ້ຄ່າແຮງງານດີ ແລະຊີວິດການເປັນຢູ່ຂ້ອນຂ້າງໝັ້ນຄົງກວ່າ ຢູ່ບ້ານຕົນເອງ. ແຕ່ເນື່ອງຈາກວ່າ ລາວມີຄໍາສັ່ງຂອງນາຍົກ ລັດຖະມົນຕີ ໃຫ້ປິດປະເທດຄືນອີກເປັນເວລາ 1 ເດືອນນັບແຕ່ວັນທີ 1 ກໍລະ ກົດເປັນຕົ້ນມາ ແລະທາງການໄທ ກໍຍັງ ບໍ່ທັນເປີດປະເທດ ຢ່າງເຕັມສ່ວນ ຄືເມື່ອກ່ອນ ກໍເຮັດໃຫ້ມີບັນຫາ ໃນການຂ້າມຊາຍແດນ. ລາຍລະອຽດ ກ່ຽວກັບເລື້ອງນີ້ ເປັນແນວໃດນັ້ນ ນັກຂ່າວຂອງພວກເຮົາ ມີລາຍງານ ຊຶ່ງໄພສານຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:03:21 0:00
ລິງໂດຍກົງ


ດ່ານກວດຄົນເຂົາເມືອງໃນ ສປປ ລາວ
ດ່ານກວດຄົນເຂົາເມືອງໃນ ສປປ ລາວ

ແຮງງານລາວທີ່ກັບມາຈາກໄທຫຼາຍກວ່າ 3 ແສນຄົນຍ້ອນການປິດປະເທດເມື່ອ ມີການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ປາກົດໃຫ້ເຫັນ ຢ່າງແຜ່ຫຼາຍ ແລ້ວນັ້ນ ມີຫຼາຍຄົນກໍຢາກກັບໄປເຮັດວຽກຢູ່ໄທອີກ ຍ້ອນວ່າຢູ່ທີ່ນັ້ນ ມີຄ່າແຮງງານດີ ແລະມີຊີວິດການເປັນຢູ່ ຂ້ອນຂ້າງໝັ້ນຄົງກວ່າຢູ່ບ້ານຂອງຕົນ ດັ່ງທີ່ຜູ້ອອກແຮງງານລາວຄົນນຶ່ງ ຢູ່ໃນແຂວງຈໍາປາສັກທີ່ເຮັດວຽກຢູ່ໄທໄດ້ສອງປີແລ້ວກ່ອນກັບບ້ານນັ້ນ ເລົ່າເຖິງການໄປເຮັດວຽກງານຢູ່ໄທ ສູ່ວີໂອເອຟັງວ່າ:

“ເຂົາບໍ່ແມ່ນບໍລິສັດໃດ, ເປັນຮ້ານອາຫານ, ເອົ້າແຕ່ກີ້ກະໄປນໍານ້ອງເມຍ ນ້ອງເມຍມັນເອົາໄປແຕ່ບໍ່ທັນໄດ້ປະກັນກັບເມຍຫັ້ນນະ, ເອີປະກັນແລ້ວຂ້ອຍກະຍັງຢູ່ຫັ້ນເລີຍ,ເຂົາກະໃຈດີຫັ້ນລະ ໂອ້ຍເງິນເດືອນກະເດືອນກະເດືອນໜຶ່ງ 8-9ພັນບາດນີ້ລະ ກະບໍ່ໄດ້ເສຍຄ່ານໍ້າ ຄ່າໄຟຟ້າເດ, ໜັງສືຮຽບຮ້ອຍໝົດ ໜັງສືຜ່ານແດນລະ ໜັງສືແຮງງານ ກົມແຮງງານເຮັດຖືກໝົດ.”

ຖະໜົນແຄມຂອງ
ຖະໜົນແຄມຂອງ

ທ່ານເລົ່າກ່ຽວກັບບ່ອນຢູ່ອາໄສຂອງຕົນຢູ່ບ່ອນເຮັດວຽກຢູ່ໄທນັ້ນສູ່ຟັງວ່າ:

“ມັນເປັນເຮືອນສອງຊັ້ນ ໜ້າຮ້ານລາວຕໍ່ເຕີມ ອອກມາເປັນຮ້ານອາຫານ, ດີ ໂດຍໂດຍມັນບໍ່ກ່ຽວກັນນະ ເຂົາກະບໍ່ໄດ້ວົນ ຂອງມັນມີຄົບໝົດ, ເຂົາມາກະມານັ່ງກິນເຂົ້າຫັ້ນລະມາກະດາຍ ໂດຍໂດຍມັນຖືກຕ້ອງແລ້ວຄິດວ່າເປັນບ້ານເຮົາເອງ ອັນນີ້ລາວກະເປັນກັນເອງ, ເຈ້ ກັບເຮ່ຍກະດາຍ ກະລາວເອງເຮັດໃຫ້.”

ແຕ່ຢ່າງໃດກໍຕາມ ເນື່ອງຈາກມີການປະກາດ ຄໍາສັ່ງປິດປະເທດ ອີກຄັ້ງທີສອງ ຂອງນາຍົກລັດຖະມົນຕີລາວເປັນເວລາ 1 ເດືອນນັບແຕ່ວັນທີ 1 ກໍລະກົດເປັນ ຕົ້ນມາ ກໍເຮັດໃຫ້ເປັນການຍາກ ທີ່ຈະຂ້າມຊາຍແດນ ກັບໄປເຮັດວຽກຢູ່ຝັ່ງນໍ້າຂອງກໍ້າໄທນັ້ນໄດ້ ເຖິງວ່າຈະມີບັດອະນຸຍາດເຮັດວຽກຢູ່ໄທກໍຕາມແລະເມື່ອມໍ່ໆ ມານີ້ ກໍມີຄົນທີ່ລັກຂ້າມ ໄປຮອດຝັ່ງໄທຖືກຈັບ ຊຶ່ງຜູ້ກ່ຽວເປີດເຜີຍສູ່ຟັງດັ່ງນີ້:

“ເວົ້າເລື້ອງກັບເຂົາບໍ່ໃຫ້ກັບແລ້ວດຽວນີ້ ເຂົາມີບັດອີ່ຫຍັງ ເຂົາກະບໍ່ໃຫ້ກັບແລ້ວດຽວນີ້, ເອີກະອຸກໃຈນໍາບັດຂ້ອຍນີ້ລະກະຄືວ່າ ບັດຂ້ອຍກະບໍ່ໄດ້ຕໍ່ ເຂົາກະບໍ່ໄດ້ເຊັນອອກໃຫ້, ເອີແມ່ນໆ ເມືອງຊະນະສົມບູນ 21 ຄົນ ຫັ້ນບໍ? ແມ່ນ ກະແມ່ນຫາກບໍ່ຮູ້ວ່າບ້ານໃດ ເຂົາກັກຕົວ ເຂົາກັກໄວ້ ພວກລັກເຂົ້າເມືອງ, ເອີລັກຂ້າມຂອງ ເຂົາບໍ່ໃຫ້ຂ້າມ ຕໍ່ໜ້າອັນນັ້ນເດ ມີບັດຫຍັງເຂົາກະບໍ່ໃຫ້ຂ້າມ.”

ກະຊວງແຮງງານ ທີ່ນະຄອນຫຼວງວຽງຈັນ
please wait

No media source currently available

0:00 0:01:07 0:00

ສ່ວນລັດຖະບານລາວນັ້ນ ກໍຄືດັ່ງວີໂອເອ ໄດ້ສະເໜີໄປໃນເດືອນແລ້ວນີ້ ແມ່ນກໍາລັງເລັ່ງເຈລະຈາກັບໜ່ວຍທຸລະກິດເອກະຊົນໃນປະເທດ ເພື່ອຂໍໃຫ້ສ້າງວຽກເຮັດງານທຳ ສຳລັບຮອງຮັບການຈ້າງແຮງງານ ລາວ ທີ່ເດີນທາງກັບມາຈາກຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນແຮງງານລາວ ທີ່ເດີນທາງກັບຈາກປະເທດໄທ ຍ້ອນການລະບາດຂອງເຊື້ອໄວຣັສ COVID-19 ນັ້ນ ທີ່ເປັນກຸ່ມແຮງງານ ທີ່ເດີນທາງກັບຄືນມາລາວຫຼາຍທີ່ສຸດນັ້ນ.

ສະຫລຸບແລ້ວ ແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍລວມແລ້ວ ແມ່ນ ຍັງບໍ່ມີວຽກເຮັດງານທໍາ ເຖິງແມ່ນວ່າ ລັດຖະບານຈະຫາທາງເຈລະຈາກັບພາກ ເອກະຊົນ ໃຫ້ສ້າງວຽກເຮັດງານທໍາ ໃຫ້ແກ່ຄົນກຸ່ມນີ້ຢູ່ກໍຕາມ. ສະນັ້ນ ພວກທີ່ມີຄວາມກັງວົນໃຈໃນເລື້ອງຂາດວຽກເຮັດງານທໍານີ້ ບາງຄົນກໍໄດ້ ລັກຂ້າມໄປປະ ເທດໄທ ໃນຂະນະທີ່ລາວປິດປະເທດ ແລະໄທ ກໍຍັງບໍ່ທັນໄດ້ເປີດປະເທດຢ່າງເຕັມສ່ວນຢູ່ນັ້ນ.

XS
SM
MD
LG