ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍັງມີແຮງງານລາວ ລັກລອບເຂົ້າໄປຫາວຽກເຮັດ ຢູ່ໄທ ເຖິງຈະມີການເວນຍາມເຄັ່ງຄັດຂຶ້ນ ຍ້ອນໂຄວິດ ກໍຕາມ


ການຕັ້ງປ້ອມຍາມກວດກາ ຫ້າມຄົນເຂົ້າໄປໃນບ້ານແຫ່ງນຶ່ງ ທີ່ຕັ້ງຢູ່ໃນນະຄອນຫລວງວຽງຈັນ ຖ້າບໍ່ຈໍາເປັນ.
ການຕັ້ງປ້ອມຍາມກວດກາ ຫ້າມຄົນເຂົ້າໄປໃນບ້ານແຫ່ງນຶ່ງ ທີ່ຕັ້ງຢູ່ໃນນະຄອນຫລວງວຽງຈັນ ຖ້າບໍ່ຈໍາເປັນ.

ໄດ້ມີການກວດກາເວນຍາມແບບເຂັ້ມງວດຂຶ້ນ ຢູ່ລຽບຕາມສອງຝັ່ງແມ່ນໍ້າຂອງ ຫລັງ ຈາກມີກໍລະນີຜູ້ຕິດເຊື້ອພຸ້ງສູງຂຶ້ນຢູ່ໃນລາວນັບແຕ່ຫລັງບຸນສົງການເປັນຕົ້ນມາ ແຕ່ວ່າການລັກລອບຂ້າມແມ່ນໍ້າຂອງຈາກເຂດຊົນນະບົດຂອງລາວໄປຫາເຂດຊົນນະບົດຢູ່ຝັ່ງໄທກໍຍັງສືບຕໍ່ມີມາຢູ່ເປັນບາງຄັ້ງຄາວ ອີງຕາມຊາວບ້ານຄົນ ນຶ່ງໃນບ້ານໝາກກ່ອງ, ຈັງຫວັດໜອງຄາຍ ທີ່ຕັ້ງຢູ່ແຄມແມ່ນໍ້າຂອງ ເຊິ່ງກົງ ກັນຂ້າມກັບເຂດບ້ານໂດນ ເມືອງປາກງື່ມ, ທາງໃຕ້ຂອງນະຄອນຫຼວງວຽງຈັນ. ນາງ ມອນ ຜູ້ທີ່ຮູ້ກ່ຽວກັບເຫດການນີ້ເລົ່າສູ່ຟັງວ່າ:

ນາງມອນ ແມ່ຍິງໄທເຊື້ອສາຍລາວຄົນນີ້ ໃຫ້ຂໍ້ສັນນິດຖານວ່າ ສາຍເຫດກໍຄົງ ເປັນຍ້ອນການຂາດວຽກເຮັດງານທໍາໃນລາວ ຊຶ່ງເຖິງຈະມີຄວາມສ່ຽງສູງຕໍ່ການ ຖືກຈັບບາງຄົນກໍຕ້ອງຍອມດັ່ງທີ່ນາງເວົ້າສູ່ຟັງວ່າ:

ສະພາບການຂາດວຽກເຮັດງານທໍາສໍາລັບແຮງງານທີ່ບໍ່ມີຝີມືສູງ ຊຶ່ງໂດຍລວມແລ້ວ ຖືວ່າເປັນບັນຫາໜັກຫລາຍຢູ່ໃນລາວ ຍິ່ງມີການລະບາດຂອງພະຍາດໂຄວິດ-19 ແລ້ວ ບັນຫານີ້ຍິ່ງຮ້າຍແຮງຂຶ້ນ.

ດັ່ງວີໂອເອສະເໜີໄປໃນຕົ້ນອາທິດນີ້ ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານແລະ ສະຫວັດດີການສັງຄົມຢືນຢັນວ່າ ໃນຊ່ວງປີ 2016-2020 ລັດຖະບານລາວ ສາມາດສ້າງວຽກເຮັດງານທຳໃຫ້ແຮງງານລາວໄດ້ທັງໝົດ 523,559 ຄົນ ຄິດເປັນ 73 ເປີເຊັນເທົ່ານັ້ນ ຂອງແຜນການ 5 ປີ ດັ່ງກ່າວ. ເຖິງແມ່ນວ່າ ລັດຖະ ບານ ຈະມີແຜນຈະສົ່ງຄົນໄປອອກແຮງງານຢູ່ໄທ, ເກົາຫຼີໃຕ້ ແລະຍີ່ປຸ່ນພາຍໃຕ້ສັນຍາການຈ້າງແຮງງານ ທີ່ເຊັນກັບລັດຖະບານຂອງທັງ 3 ປະເທດ ທີ່ຕ້ອງການຈ້າງແຮງງານລາວລວມກັນເຖິງ 473,150 ຄົນແລ້ວກໍຕາມ ແຕ່ຍ້ອນການ ລະ ບາດຂອງພະຍາດໂຄວິດ-19 ມາເຖິງປັດຈຸບັນນີ້ ກໍສາມາດສົ່ງແຮງງານໄປໄດ້ພຽງແຕ່ 40 ເປີເຊັນກວ່າ ຂອງຈໍານວນທັງໝົດເພາະມີການຈໍາກັດ ໃນການເດີນທາງເຂົ້າທັງ 3 ປະເທດເຫລົ່ານັ້ນ.

ລາວແມ່ນມີຈໍານວນຄົນຕິດເຊື້ອລາຍໃໝ່ເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ເພີ້ມຂຶ້ນເກືອບຮອດ 700 ກໍລະນີແລ້ວ ນັບແຕ່ຫລັງປີໃໝ່ລາວ ກໍຄືນັບແຕ່ວັນທີ 18 ເມສາເປັນຕົ້ນມາ. ໃນມື້ວັນສຸກມື້ນີ້ແມ່ນເພີ້ມຂຶ້ນ 85 ຄົນ ຊຶ່ງເຮັດໃຫ້ຈໍານວນຜູ້ຕິດເຊື້ອ ທັງໝົດໃນປະເທດເປັນ 757 ຄົນແລ້ວ.

XS
SM
MD
LG