ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວ ທີ່ຍັງຢູ່ໄທ ແລະ ພວກທີ່ກັບມາບ້ານ ພົບບັນຫາຫຍຸ້ງຍາກ  


ຮູບພາບທຳມະຊາດແຄມນໍ້າຂອງ ນະຄອນຫຼວງວຈັນ
ຮູບພາບທຳມະຊາດແຄມນໍ້າຂອງ ນະຄອນຫຼວງວຈັນ

ການລະບາດຂອງພະຍາດໂຄວິດ-19 ຮອບສອງເຮັດໃຫ້ແຮງງານລາວ ທີ່ຍັງຢູ່ໄທ ແລະ
ພວກທີ່ກັບມາລາວແລ້ວພົບບັນຫາຫຍຸ້ງຍາກຍິ່ງຂຶ້ນ ເມື່ອທັງປະເທດລາວ ແລະໄທເພີ້ມ
ຄວາມເຂັ້ມງວດໃນການປະຕິບັດມາດຕະການສະກັດກັ້ນ ບໍ່ໃຫ້ມີການລະບາດຂອງພະ
ຍາດດັ່ງກ່າວແຜ່ລາມອອກໄປ ຊຶ່ງໄດ້ເພີ້ມປ້ອງກັນ ເວນຍາມຕາມຝັ່ງແມ່ນໍ້າຂອງ ບໍ່ໃຫ້
ຄົນທີ່ຢູ່ສອງຟາກຂ້າມໄປມາຫາກັນແບບສະ ດວກຄືເມື່ອກ່ອນ, ອີງຕາມການສໍາພາດກັບ
ປະຊາຊົນໃນທ້ອງຖິ່ນຕ່າງໆ ທີ່ເຫັນເຫດການຊຶ່ງ ກິ່ງສະຫວັນ ຈະນຳລາຍລະອຽດຂອງ
ເລື່ອງນີ້ ຈາກນັກຂ່າວວີໂອເອ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເຊີນຊົມຮູບພາບຈາກ ສປປ ລາວ
please wait

No media source currently available

0:00 0:00:59 0:00
ລິງໂດຍກົງ

ການລະບາດຮອບໃໝ່ຂອງໂຄວິດ-19 ຢູ່ໃນໄທ ທີ່ເລີ້ມຂຶ້ນແຕ່ກາງເດືອນທັນວາ 2020
ເປັນຕົ້ນມານັ້ນ ໄດ້ເຮັດໃຫ້ມີການເຝົ້າລະວັງເພີ້ມຂຶ້ນໃນການຮັັກສາມາດ ຕະການປິດ
ປະເທດ ຊຶ່ງທາງການລາວ ກໍໄດ້ເພີ້ມຄວາມເຂັ້ມງວດ ໃນການປ້ອງກັນ ບໍ່ໃຫ້ຄົນຢູ່ສອງ
ຟາກຝັ່ງແມ່ນໍ້າຂອງຂ້າມໄປມາຫາສູ່ກັນຢ່າງສະດວກເໝືອນເມື່ອກ່ອນ, ອີງຕາມການສັງ
ເກດການ ຂອງປະຊາຊົນຜູ້ນຶ່ງ ຢູ່ໃນເຂດຊາຍແດນລະຫວ່າງລາວກັບໄທ ໃນແຂວງສະ
ຫວັນນະເຂດທີ່ບອກວ່າ:

ສຽງສໍາພາດ 1- (ປະຊາຊົນແຂວງສະຫວັນນະເຂດ) ທີ່ສັງເກດເຫັນຄວາມເຂັ້ມງວດ ໃນ
ການຍາມຕາມຝັ່ງແມ່ນໍ້າຂອງ)

“ຕາມຊາຍແດນ………

”ທ່ານກ່າວວ່າ : ຄັນບ້ານທີ່ມີຊາຍແດນແມ່ນໍ້າຂອງເພີ່ນກະເຂັ້ມງວດໝົດຊາຍແດນລະ
ຫວ່າງລາວໄທ ທັງທະຫານຕໍາຫລວດ ກອງຫລອນ ທັງບ້ານເພີ່ນກະເຂັ້ມງວດໝົດສະກັດ
ກັ້ນຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ເຂັ້ມງວດຮ່ວມກັບຊາວບ້ານ ເຈົ້າໜ້າທີ່ ບໍ່ຄືແຕ່
ກ່ອນ ຂໍອະນຸຍາດເພີ່ນກະບໍ່ໃຫ້ໄປ ເຂັ້ມງວດຫລາຍສູ່ມື້ນີ້ .

ດັ່ງທີ່ວີໂອເອໄດ້ສະເໜີໄປເມື່ອມໍ່ໆມານີ້ວ່າ ເມື່ອມີການລະບາດຮອບໃໝ່ຂອງໂຄວິດ-19
ຢູ່ໃນໄທເລີ້ມຂຶ້ນແຕ່ກາງເດືອນທັນວາ, 2020 ເປັນຕົ້ນມາກໍາມະກອນລາວ ທີ່ຍັງຢູ່ໃນໄທ
ຫຼາຍຄົນ ກໍມີລາຍໄດ້ຫລຸດລົງ ເມື່ອນາຍຈ້າງບໍ່ສາມາດຈ້າງເຂົາເຈົ້າເຕັມເວລາເໝືອນແຕ່
ກ່ອນຍ້ອນມາດຕະການປິດເມືອງຫຼື ການປະກາດ ພາວະສຸກເສີນ ໃນຫລາຍແຫ່ງ. ສະ
ພາບການນີ້ ເຮັດໃຫ້ເປັນບັນຫາຫຍຸ້ງຍາກ ສໍາລັບແຮງງານລາວ ທັງຜູ້ຢູ່ໃນໄທ ທີ່ປະສົບ
ບັນຫາເລື້ອງຂາດລາຍຮັບທີ່ ຈະ ພຽງພໍໃນການໃຊ້ຈ່າຍຄ່າຢູ່ກິນໃນໄທແລ້ວຢາກກັບບ້ານ.
ພ້ອມກັນນັ້ນມັນ ຍັງ ເປັນການຫຍຸ້ງຍາກ ສໍາລັບພວກທີ່ໄດ້ກັບໄປຢູ່ລາວແລ້ວ ແຕ່ຂາດ
ວຽກເຮັດ ງານທໍາ ແລ້ວຄິດຢາກກັບຄືນໄປເຮັດວຽກຢູ່ໃນໄທອີກ ດັ່ງການສັງເກດການຂອງ
ຄົນຍາມລົດ ຢູ່ໃນເຂດແຄມແມ່ນໍ້າຂອງທີ່ບ້ານປາກປາສັກ, ນະຄອນຫຼວງ ວຽງຈັນບອກ
ໃນວັນພະຫັດວັນທີ 14 ມັງກອນຜ່ານມາ ທາງທະຫານຍາມຕາມຝັ່ງແມ່ນໍ້າຂອງໄດ້ຈັບ
ແຮງງານລາວທີ່ພະຍາຍາມຂ້າມໄປໄທຈໍານວນນຶ່ງ ເພາະ ວ່າ ຢູ່ໄທຫັ້ນເຂົາເຈົ້າຈະໄດ້
ຮັບເງິນເດືອນຫລາຍກວ່າຢູ່ລາວ ຊຶ່ງຜູ້ກ່ຽວ ເວົ້າສູ່ຟັງວ່າ:

ສຽງສໍາພາດ 2- (ຄົນຍາມລົດຢູ່ເຂດປາກປາສັກ, ແຄມຂອງນະຄອນຫລວງວຽງຈັນ).

“ອືກະໄດ້ຍິນຢູ່ ກະປະມານ 2 ຄົນນີ້ລະຂ້າມໄປ ຄືໄດ້ຍິນວ່າເງິນເດືອນຢູ່ລາວມັນນ້ອຍ
ວ່າຊັ້ນເດ ກະເລີຍຢາກຂ້າມໄປເຮັດວຽກຢູ່ພຸ້ນ ຄືວ່າໄດ້ຫລາຍປະມານ ສາມລ້ານສີ່
ລ້ານ ສາມລ້ານປາຍປະມານນີ້ແຫລະ…”

ເຊັ່ນດຽວກັນສໍາລັບຢູ່ໃນແຂວງອື່ນທີ່ມີຊາຍແດນຕິດກັບໄທ ດັ່ງແຂວງສະຫວັນນະເຂດ
ນັ້ນ ກໍມີການຈັບກຸມແຮງງານລາວທີ່ພະຍາຍາລັກລອບກັບໄປເຮັດວຽກ ຢູ່ໃນໄທ ດັ່ງທີ່
ປະຊາຊົນທ່ານນຶ່ງໃນແຂວງສະຫວັນນະເຂດທີ່ກ່າວມາຂ້າງເທິງ ນັ້ນບອກວ່າ

ສຽງສໍາພາດ 3-(ປະຊາຊົນແຂວງສະຫວັນນະເຂດ) ທີ່ສັງເກດເຫັນຄວາມເຂັ້ມງວດໃນ
ການຍາມຕາມຝັ່ງແມ່ນໍ້າຂອງ)

“ມີຄົນຈໍານວນນຶ່ງໄປຂ້າມກາຖືກທາງບ້ານ ທາງຫຍັງກັກໂຕໄວ້ກາມີຄືກັນ ເພິ່ນກໍບໍ່
ໃຫ້ຂ້າມ.”

ສ່ວນພວກກໍາມະກອນຢູໄທທີ່ຢາກກັບຄືນບ້ານນັ້ນຖ້າເຂົາເຈົ້າໄປແບບຖືກກົດໝາຍ
ກໍຈະບໍ່ມີບັນຫາຫລາຍປານໃດ ອີງຕາມເຈົ້າໜ້າທີ່ທ່ານນຶ່ງໃນກໍາມະບານ ລາວ ທີ່ເປັນ
ອົງການມະຫາຊົນ ແຕ່ຂຶ້ນກັບລັດຖະບານນັ້ນ ແຕ່ວ່າສໍາລັບຜູ້ທີ່ ລັກລອບໄປເຮັດວຽກ
ຢູ່ໄທນັ້ນ ມັນກໍເປັນການຍາກທີ່ຈະແກ້ໄຂໄດ້ ດັ່ງທີ່ທ່ານ ອະທິບາຍໃຫ້ຟັງວ່າ:

ສຽງສໍາພາດ 4-(ເຈົ້າໜ້າທີ່ກໍາມະບານລາວ)

“ຄັນໄປຖືກຈະມີຄົນບໍລິສັດຈະພາມາເລີຍ ຄັນວ່າຢາກມາເພາະວ່າເຂົາມີເງິນຄໍ້າປະກັນ
ນະ ເຈົ້າຕ້ອງໄປສະຖານທູດປະສານກັບເຂົານະແຈ້ງເຈດຈໍານົງກັບເຂົາ ຖ້າໄປບໍ່ຖືກມັນ
ຢາກຍາກນ້ອຍນຶ່ງຫັ້ນລະຊ່ວງນີ້ມັນແຫ່ງອັນນີ້ແຫລະ.”

ສ່ວນຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂພະຍາດ​ COVID-19 ລາຍ
ງານໃນວັນທີ 14 ມັງກອນຜ່ານມານີ້ວ່າ ທ້າມກາງການກວດກາແລະ ເຝົ້າລະວັງຢ່າງ
ເຂັ້ມງາດໄດ້ມີອະນຸຍາດໃຫ້ແຮງງານລາວ ກໍຄືຊາວ ລາວ ແລະ ຕ່າງດ້າວ ທີ່ມີຄວາມຈໍາ
ເປັນນັ້ນເຂົ້າປະເທດໄດ້ ຊຶ່ງໃນວັນທີ 13 ມັງກອນນັ້ນ ທົ່ວປະເທດມີຜູ້ເດີນທາງເຂົ້າລາວທັງໝົດ 2,725 ຄົນ. ໃນນັ້ນຜູ້ເດີນທາງຜ່ານດ່ານລາວ-ໄທ ທັງໝົດ 1,551 ຄົນ ຊຶ່ງລວມ
ມີແຮງງານລາວກັບມາແຕ່ໄທ 54 ຄົນ. ສ່ວນຜູ້ເດີນທາງຜ່ານດ່ານລາວ-ຈີນ ທັງໝົດ 33
ຄົນ ແລະຜູ້ເດີນທາງຜ່ານດ່ານລາວ - ຫວຽດນາມ ທັງໝົດ 991 ຄົນ. ທຸກຄົນແມ່ນໄດ້
ແທກອຸນຫະ ພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະໄດ້ເກັບຕົວຢ່າງທຸກໆຄົນ
ໄປກວດ, ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ແລ້ວຈຶ່ງນຳສົ່ງໄປຫາສະຖານ ທີ່
ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສະຫລຸບແລ້ວມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຫລັງມີ
ການລະບາດຮອບສອງຢູ່ໃນໄທນັ້ນ ເຮັດໃຫ້ຜູ້ອອກແຮງງານລາວ ທີ່ປະ ສົບບັນຫາຂາດ
ແຄນລາຍໄດ້ ຍ້ອນນາຍຈ້າງຫລຸດເງິນເດືອນລົງເມື່ອທຸລະກິດບໍ່ ສາມາດເດີນໄດ້ຕາມປົກກະຕິ ແລະພວກທີ່ກັບມາລາວແລ້ວ ແຕ່ຂາດວຽກເຮັດງານທໍາຢາກກັບໄປເຮັດວຽກຢູ່
ໃນໄທທີ່ປະສົບຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງຫຍຸ້ງ ຍາກຂຶ້ນ ຍ້ອນກັບໄປຫາເຮັດວຽກຢູ່
ໄທບໍ່ໄດ້.

XS
SM
MD
LG