ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຮງງານລາວຢູ່ໄທ ດີ້ນຮົນຢາກກັບບ້ານ ຂະນະທີ່ການລະບາດ ຢ່າງຮ້າຍແຮງ ຂອງໂຄວິດ-19 ຍັງສືບຕໍ່ເພີ້ມຂຶ້ນ


ກະຊວງແຮງງານ ແລະສະຫວັດີການສັງຄົມ
ກະຊວງແຮງງານ ແລະສະຫວັດີການສັງຄົມ

ຂະນະທີ່ຄື້ນການລະບາດຂອງພະຍາດໂຄວິດ-19 ຢ່າງແຮງຢູ່ທີ່ໄທຍັງສືບຕໍ່ທະວີຂຶ້ນ ນັບ
ແຕ່ເດືອນມີນາຜ່ານມາ ແຮງງານລາວຢູ່ໄທກໍພາກັນດີ້ນ ຮົນຢາກກັບບ້ານ ເມື່ອກິດຈະການ
ແລະໂຮງງານຕ່າງໆຖືກປິດ. ຫລາຍຄົນໃນ ນັ້ນກໍພາກັນກັບມາຢ່າງຖືກຕ້ອງຕາມກົດໝາຍ
ແລະກໍມາເປັນກຸ່ມແຕ່ບາງຄົນ ກໍໄດ້ລັກລອບຂ້າມຊາຍແດນ ຊຶ່ງເຮັດໃຫ້ເກີດຄວາມສ່ຽງ
ໃນການແຜ່ລະບາດຂອງພະຍາດອັນຕະລາຍນີ້ ສືບຕໍ່ເພີ້ມຂຶ້ນ. ນັກຂ່າວຂອງພວກເຮົາໄດ້
ໂອ້ລົມ ກັບເຈົ້າໜ້າທີ່ລາວແລະແຮງງານລາວບາງຄົນຢູ່ໃນໄທ ຊຶ່ງກິ່ງສະຫວັນຈະນຳລາຍ
ລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:03 0:00
ລິງໂດຍກົງ


ພາຍຫຼັງທີ່ໂຮງຈັກໂຮງງານ ແລະທຸລະກິດຢູ່ໄທຈໍານວນຫລວງຫລາຍໄດ້ຖືກປິດ ຊົ່ວຄາວ
ຫລືບໍ່ກໍຖືກປິດ ໂດຍບໍ່ມີກໍານົດ ຍ້ອນວິກິດການ ໃນການລະບາດຂອງພະຍາດໂຄວິດ-19
ທີ່ໄດ້ເລີ້ມຂຶ້ນແຕ່ເດືອນມີນາ ບັນດາແຮງງານລາວຫຼາຍພັນຄົນ ກໍ່ໄດ້ຫລັ່ງໄຫລກັບຄືນບ້ານ
ເກືອບທຸກວັນ ນັບແຕ່ນັ້ນມາ. ຫລາຍຄົນກໍກັບມາແບບຖືກກົດໝາຍ ໂດຍຜ່ານດ່ານກວດ
ຄົນເຂົ້າເມືອງຂອງໄທ ແລະລາວ ທີ່ ເປີດໃຫ້ຄົນຂ້າມຢູ່ຕາມແຂວງ ແລະເມືອງຕ່າງໆ ຂອງ
ປະເທດນັ້ນ. ສໍາລັບຜູ້ທີ່ເຂົ້າມາແບບຖືກຕາມກົດໝາຍນັ້ນ ແມ່ນຕ້ອງໄດ້ໄປຢູ່ສູນກັກກັນ
ເປັນເວລາ 14 ວັນໂດຍທີ່ພວກກ່ຽວບໍ່ຕ້ອງໄດ້ເສຍຄ່າອາຫານ ແລະກວດພະຍາດແຕ່
ຢ່າງໃດ, ດັ່ງທີ່ເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າເມືອງຢູ່ດ່ານສາກົນທີ່ຂົວມິດຕະພາບໃນ
ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:

“ມາເກືອບທຸກມື້ ແຕ່ວ່າພວກເຂົາຂ້າມຖືກຕ້ອງໄດ໋ ເອີພວກນີ້ເຂົາໄປລົງທະບຽນແລ້ວສົ່ງ
ມາຖືກຕ້ອງພວກເຮົາຈຶ່ງຮັບເອົາ ແລ້ວຈຶ່ງເອົາໄປສູນໄດ໋. ສູນເອີໄປກະບໍ່ເປັນຫຍັງ ສູນຮັບ
ຜິດຊອບໝົດ ການຢູ່ກິນໃຊ້ຈ່າຍຕ່າງໆ ແລ້ວເຂົາກະເຮັດຢັ້ງຢືນໃຫ້ອອກມາ ແຕ່ເຂົາກະ
ເອົາໄປໄວ້ຊື່ໆຢ້ານມັນມີບັນຫາ ມີບັນຫາມາກັບມາມັນຊິຍາກ”

ນອກຈາກນັ້ນ ຢູ່ໃນແຂວງອື່ນໆ ຕະຫລອດເໜືອເຖິງໃຕ້ ກໍມີແຮງງານລາວ ທີ່ ຄ້າງຢູ່ໄທ
ທີ່ຫລັ່ງໄຫລກັບບ້ານ ຍ້ອນຖືກເລີກຈ້າງງານຫລັງຈາກມີຄື້ນຟອງລະ ບາດຢ່າງໜັກຮອບ
ໃໝ່ ຂອງພະຍາດໂຄວິດ-19 ຢູ່ໄທ ມາໄດ້ສອງເດືອນແລ້ວນັ້ນ. ໃນນັ້ນກໍມີແຂວງໄຊຍະ
ບູລີ ຢູ່ພາກເໜືອຂອງລາວ ຊຶ່ງມີຊາຍແດນທີ່ເປັນດິນ ຕິດຈອດກັນກັບຈັງຫວັດເລີຍຂອງ
ໄທ ຊຶ່ງນາຍທະຫານກວດກາຊາຍແດນລາວ-ໄທ ໃນແຂວງດັ່ງກ່າວ ເລົ່າສູ່ຟັງວ່າ:

”ມາເລື້ອຍໆ ແຕ່ເຂົາເຈົ້າກັກໝົດ ມາບໍ່ລອດດອກ ມາເຂົາກະກັກໂຕໄປຂັງໝົດ 14-15
ມື້ ຈິ່ງສົ່ງໄປຢ້າວໄປເຮືອນເຂົາເຈົ້າ, ຜ່ານມາກະມີ ເຈົ້າໜ້າທີ່ກະໄດ້ແຈ້ງບອກແລ້ວເດວ່າ
ໄດ້ກັກຂັງຕາມຊາຍແດນຕາມດ່ານສາກົນ ດ່ານປະເພນີ ແຕ່ກະບໍ່ໄດ້ເອົາໂທດເອົາໂພຍ
ຫຍັງ ພາຍຫລັງຖືກກັກໂຕ 14 ມື້ດອກ, ແຕ່ກະມີຈໍານວນໜຶ່ງກະຍັງມີການລັກລອບເຂົ້າ
ມາຢູ່ ມັນກະສ່ຽງຫລາຍໃດເນາະໂຄວິດນີ້ ກະບໍ່ເຂົ້າໃຈນະ ກະບໍ່ຮູ້ວ່າພີ່ນ້ອງເຂົາ ບໍ່ບອກ
ກັນບໍ? ສ່ວນການມາບໍ່ແມ່ນທາງການ ບໍ່ຖືກຕ້ອງ ເພິ່ນກະບໍ່ເອົາໂທດເອົາໂພຍອີ່
ຫຍັງດອກ”

ສາເຫດທີ່ພາໃຫ້ແຮງງານລາວບາງຄົນ ຍັງລັກລອບເຂົ້າປະເທດນັ້ນ ກໍແມ່ນມີ ຫລາຍ
ຢ່າງເຊັ່ນວ່າ ບໍ່ມີໃບໜັງສືຜ່ານແດນ ຫລືປັສປອດ ຫລື ຖ້າມີປັສປອດກໍແມ່ນວີຊາໝົດກໍ
ານົດ ຫລືບໍ່ ກໍບໍ່ຮູ້ຈັກທາງຊິໄປ ເຖິງແມ່ນວ່າທາງການລາວ ແລະ ໄທໄດ້ເປີດໂອກາດ
ໃຫ້ເຂົາເຈົ້າອອກຈາກປະເທດໄທ ແລະເຂົ້າລາວໄດ້ ຕາມດ່ານສາກົນ ແລະດ່ານປະເພນີ
ຕ່າງໆ ໂດຍບໍ່ມີການລົງໂທດຫລືປັບໃໝ ໃດໆກໍຕາມ. ດັ່ງທີ່ ນາຍທະຫານທ່ານນີ້ ຢູ່
ແຂວງໄຊຍະບູລີ ກ່າວຢູ່ຂ້າງເທິງ ນັ້ນວ່າ ຍ້ອນຄວາມຮູ້ເທົ້າບໍ່ເຖິງການ ແຮງງານລາວ
ຫລາຍຄົນກໍຍັງສືບຕໍ່ລັກ ລອບເຂົ້າປະເທດ ແບບຜິດກົດໝາຍຢູ່ເລື້ອຍມາ ຊຶ່ງເປັນການ
ສ່ຽງຕໍ່ການຖືກ ຈັບໄດ້ ແລະປັບໃໝ. ສິ່ງທີ່ສໍາຄັນໄປກວ່ານັ້ນ ກໍຄືການລັກລອບເຂົ້າມາ
ໂດຍ ທີ່ບໍ່ໄດ້ມີການກວດຫາໄວຣັສໂຄໂຣນາ ແລະ ກັກກັນຕົວເປັນເວລາ 14 ວັນຕາມ
ລະບຽບການ ພວກກ່ຽວກໍກາຍເປັນປັດໄຈອັນໃຫຍ່ຫລວງ ທີ່ນໍາເອົາຄວາມສ່ຽງໃນການ
ຕິດພະຍາດໂຄວິດ-19 ເຂົ້າມາສູ່ຄົນໃນຄອບຄົວ ແລະ ແຜ່ຜາຍຢູ່ໃນປະເທດ ດັ່ງທີ່ໄດ້
ເຫັນໃນກໍລະນີຂອງຄົນໄທສອງຄົນ ແລະຍິງສາວລາວຄົນນຶ່ງ ທີ່ມີເຊື້ອພະຍາດນີ້ ລັກ
ຂ້າມນໍ້າຂອງເຂົ້າມາລາວ ແລ້ວໄດ້ນໍາເອົາເຊື້ອພະ ຍາດນີ້ ໄປຕິດໃສ່ ນາງມອນມະນີ
ສຸດທິດາ ຫລື ຕິນ່າ, ຜູ້ນໍາທ່ຽວໃນເຂດນະ ຄອນຫຼວງວຽງຈັນ ໃນຊ່ວງວັນທີ 7 ຫາ 15
ເມສາ ທີ່ຜ່ານມາແລະຮູ້ກັນດີອີກຊື່ນຶ່ງວ່າ ເປັນກໍລະນີ 59. ສັງຄົມ ແລະທາງການເຊື່ອ
ກັນວ່າ ການກະທໍາຂອງ ພວກກ່ຽວ ມີສ່ວນຕົ້ນຕໍທີ່ພາໃຫ້ເກີດຄື້ນລະບາດ ຂອງໂຄວິດ-
19 ຄັ້ງໃຫຍ່ຢ່າງ ເປັນປະຫວັດໃນລາວ ນັບແຕ່ກາງເດືອນເມສາຜ່ານມາ ຈົນເທົ່າທຸກວັນນີ້.

ເມື່ອມໍ່ໆ ມານີ້ກໍມີແຮງງານລາວ ທີ່ລັກຂ້າມນໍ້າຂອງຈາກອໍາເພີສັງຄົມທາງພາກ ເໜືອ ຂອງຈັງຫວັດໜອງຄາຍ ຢູ່ຝັ່ງໄທ ເຂົ້າມາເຂດບ້ານໂຄກເພີງ ແລະບ້ານ ອື່ນໆ ໃນເມືອງສັງທອງທາງພາກຕາເວັນຕົກສຽງເໜືອຂອງນະຄອນຫລວງວຽງ ຈັນ ດັ່ງທີ່ພະນັກງານຂັ້ນສູງຂອງລາວທ່ານນຶ່ງ ທີ່ຮູ້ເຫັນເຫດການເຈົ້າໜ້າທີ່ທະ ຫານຈັບແຮງງານຄົນລາວ ທີ່ລັກຂ້າມຊາຍແດນມາ ແບບຜິດກົດໝາຍ ໃນເຂດເມືອງດັ່ງກ່າວເວົ້າສູ່ຟັງວ່າ:

“ພວກທະຫານເຂົາຈັບ ເຂົາກະເອົາໄປສູນກັກກັ້ນຫັ້ນລະ ໄວ້ສູນຢູ່ເມືອງສັງທອງແຫລະ ເຂົາໄປກັກກັນກ່ອນ 14 ມື້ ລະເຂົາຄ່ອຍປ່ອຍ ແລ້ວເຂົາຄ່ອຍມາດໍາເນີນຄະດີ ເວົ້າເລື້ອງລັກຂ້າມມາ ດໍາເນີນຄະດີຕໍ່ ຕອນນີ້ເຂົາໄປກັກກັ້ນຢູ່ສູນຫັ້ນລະ ສູນເມືອງສັງທອງຫັ້ນລະ, ຢູ່ລາວເຮົາ ຄົນລາວເຮົາລັກຂ້າມມາ.”

ສໍາລັບແຮງງານລາວ ທີ່ຍັງຄ້າງຢູ່ໄທ ຫລືຍັງມີວຽກງານເຮັດຢູ່ ໂດຍສະເພາະ ພວກທີ່ເຮັດວຽກ ຢູ່ໃນຄອບຄົວຂອງສ່ວນບຸກຄົນຢູ່ໃນໄທນັ້ນ ກໍແມ່ນຢາກກັບ ບ້ານຫລາຍ ຂະນະທີ່ໄດ້ກັກຕົວແຕ່ຢູ່ໃນເຮືອນແຕ່ກໍບໍ່ສາມາດກັບໄປຢາມບ້ານ ໄດ້ ຍ້ອນການລະບາດຢ່າງໜັກ ຂອງພະຍາດອັນຕະລາຍ ລະດັບໂລກອັນນີ້ ດັ່ງທີ່ແຮງງານຍິງ ທີ່ເຮັດວຽກເປັນແມ່ບ້ານ ຢູ່ໃນເຮືອນຂອງຄົນໄທຄອບຄົວນຶ່ງ ໃນຈັງຫວັດນົນທະບູລີ ເປີດເຜີຍເຖິງຄວາມຢ້ານກົວ ແລະຄວາມຄິດຮອດບ້ານ ເກີດເມືອງນອນ ສູ່ວີໂອເອຟັງວ່າ:

“ໂອ້ຍມາເປັນແມ່ບ້ານນໍາເຂົາເຈົ້ານະ ນົນນົນ ນົນທະບູລີ ກະພໍໄດ້ຢູ່ ສອງປີປາຍຍັງບໍ່ໄດ້ເມືອບ້ານປານນີ້ ຢາກເມືອບ້ານກະຍັງບໍ່ໄດ້ເມືອກະຍ້ອນໂຄວິດນີ້ລະ ບ້ານກະຍັງບໍ່ໄດ້ເມືອ ຢູ່ນໍາບ້ານເຂົາເຈົ້າເລີຍ ຢູ່ເຮືອນຢູ່ບ້ານນໍາເຈົ້າຂອງເລີຍ ບໍ່ໄດ້ອອກໄປໃສເລີຍ ໂອ້ຍກະຢ້ານລະເນາະ ກະຢ້ານຢູ່ແຕ່ບ້ານ ບໍ່ໄດ້ອອກໄປທາງໃດ ໂອ້ຍກະຢາກເມືອໃຈຊິຂາດ”

ສະຫລຸບແລ້ວ ວິກິດການທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ໃນໄທທີ່ເຮັດໃຫ້ແຮງງານລາວຈໍານວນຫລວງຫລາຍດີ້ນຮົນກັບບ້ານ ທັງແບບຖືກກົດໝາຍແລະບໍ່ຖືກກົດໝາຍ. ຕາມປະກົດການຕົວຈິງຜ່ານມາ, ການລັກລອບເຂົ້າປະເທດຢ່າງຜິດກົດໝາຍໂດຍບໍ່ໄດ້ມີການກັກຕົວເປັນເວລາ 14 ວັນແລະກວດພະຍາດເພື່ອຕິດຕາມເບິ່ງວ່າມີໃຜມີເຊື້ອໄວຣັສໂຄໂຣນາ ຫລືບໍ່ນັ້ນ ແມ່ນເຮັດໃຫ້ຄວາມສ່ຽງຂອງຄື້ນການລະບາດຂອງພະຍາດໂຄວິດ-19 ສືບຕໍ່ເພີ້ມຂຶ້

XS
SM
MD
LG