ລາວຍັງປະເຊີນໜ້າກັບການຂາດດຸນການຄ້າຢ່າງຕໍ່ເນື່ອງ ເຖິງແມ່ນວ່າລາວຈະໄດ້ຮັບ
ສິດທິພິເສດ ທາງການຄ້າຈາກ 38 ປະເທດກໍຕາມ ແລະປະເທດທີ່ລາວຂາດດຸນການ
ຄ້າຫຼາຍທີ່ສຸດ ຍັງເປັນປະເທດໄທ.
ເຈົ້າໜ້າທີ່ທະນາຄານພັດທະນາເອເຊຍ ຫຼື ABD ປະຈຳລາວເປີດເຜີຍວ່າສະພາວະ
ການຄ້າຕ່າງປະເທດຂອງລາວຍັງມີທ່າອຽງ ຕ້ອງປະເຊີນກັບການຂາດດຸນການຄ້າ
ຕ່າງປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນຊ່ວງ 3 ເດືອນທຳອິດຂອງປີ 2019
ນີ້ກໍປາກົດວ່າ ລາວໄດ້ຕົກເປັນຝ່າຍຂາດດຸນການຄ້າຕ່າງປະເທດ ຄຶດເປັນມູນຄ່າລວມ
143 ລ້ານໂດລາ ຊຶ່ງເພີ້ມຂຶ້ນຈາກໄລຍະດຽວກັນ ໃນປີ 2018 ເກີນກວ່າ 30 ເປີເຊັນ
ແລະຖ້າຫາກສະພາບການດັ່ງກ່າວນີ້ຍັງສືບຕໍ່ຈົນເຖິງທ້າຍປີ 2019 ກໍເຮັດໃຫ້ຄາດໝາຍ
ໄດ້ວ່າ ລາວຈະຂາດດຸນການຄ້າຕ່າງປະເທດ ຄຶດເປັນມູນຄ່າລວມບໍ່ໜ້ອຍກວ່າ 575
ລ້ານໂດລາ ຢ່າງແນ່ນອນ.
ໃນປີ 2018 ທີ່ຜ່ານມາການຄ້າຕ່າງໆປະເທດຂອງລາວ ມີມູນຄ່າລວມ 11,258 ລ້ານ
ໂດລາ ໃນນີ້ເປັນການສົ່ງອອກ 5,410 ລ້ານໂດລາ ແລະນຳເຂົ້າ 5,848 ລ້ານໂດລາ ຊຶ່ງ
ເປັນອັດຕາການເພີ້ມຂຶ້ນເຖິງ 10,9 ເປີເຊັນ ແລະ 21 ເປີເຊັນ ຕາມລຳດັບ ເມື່ອທຽບໃສ່
ປີ 2017 ສ່ວນໃນຊ່ວງ 3 ເດືອນທຳອິດຂອງປີ 2019 ການຄ້າຕ່າງປະເທດຂອງລາວມີ
ມູນຄ່າລວມ 2,315 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງອອກ 1,086 ລ້ານໂດລາ ແລະ
ນຳເຂົ້າ 1,229 ລ້ານໂດລາ ໂດຍ 53.63 ເປີເຊັນ ເປັນການນຳເຂົ້າສິນຄ້າຈາກໄທ ໃນ
ຂະນະທີ່ລາວສົ່ງອອກໄປໄທພຽງ 22.7 ເປີເຊັນ ສ່ວນນອກນັ້ນເປັນການສົ່ງສິນຄ້າອອກ
ໄປ 38 ປະເທດ ທີ່ໃຫ້ສິດທິພິເສດທາງການຄ້າແກ່ລາວ.
ສ່ວນທ່ານອະດຸນ ໂຊດນິສາກອນ ອະທິບໍດີກົມການຄ້າຕ່າງປະເທດ ກະຊວງການຄ້າ
ຂອງໄທ ຖະແຫຼງວ່າການຄ້າລະຫວ່າງໄທກັບລາວສ່ວນໃຫຍ່ເປັນການຄ້າຊາຍແດນຊຶ່ງ
ໃນປີ 2018 ມີມູນຄ່າລວມ 213,618 ລ້ານບາດ ຫຼື 6,775 ລ້ານໂດລາ ໃນນີ້ໄທນຳເຂົ້າ
ສິນຄ້າຈາກລາວ 84,752 ລ້ານບາດ ແລະສົ່ງສິນຄ້າໄປລາວ 128,866 ລ້ານບາດ ຊຶ່ງ
ເຮັດໃຫ້ໄທໄດ້ປຽບດຸນການຄ້າຕໍ່ລາວ ຄຶດເປັນມຸນຄ່າຫຼາຍກວ່າ 44,114 ລ້ານບາດ ຫຼື
1,400 ລ້ານໃນປີ 2018 ທີ່ຜ່ານມາ.
ທັງນີ້ໂດຍສາເຫດທີ່ສຳຄັນທີ່ເຮັດໃຫ້ລາວຕົກເປັນຝ່າຍຂາດດຸນການຄ້າຕ່າງປະເທດກໍ
ຄືການຜະລິດສິນຄ້າສ່ວນຫຼາຍໃນລາວຍັງມີຄຸນນະພາບບໍ່ໄດ້ມາດຕະຖານສາກົນເຊັ່ນ
ມາດຕະຖານການປະຕິບັດໃນດ້ານກະສິກຳທີ່ດີ (GAP) ແລະມາດຕະຖານການຜະລິດ
ສິນຄ້າ (GMP) ລວມເຖິງຄຸນນະພາບຝີມືແຮງງານລາວຍັງຕ່ຳ ແລະການບໍລິຫານງານ
ໃນພາກລັດ ທີ່ບໍ່ມີປະສິດທິພາບ ຊຶ່ງຕ້ອງໄດ້ຮັບການປັບປຸງແກ້ໄຂຢ່າງຮີບດ່ວນທີ່ສຸດ
ດັ່ງທີ່ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ
ການຄ້າ ໄດ້ຖະແຫຼງຢືນຢັນວ່າ:
“ການຜະລິດກະສິກຳ ປຸງແຕ່ງເປັນສິນຄ້ານີ້ ຕ້ອງໄດ້ສອດຄ່ອງກັບມາດຕະຖານ
ຄວາມຕ້ອງການຂອງຕະຫຼາດ ທັງພາຍໃນ ແລະຕ່າງປະເທດຕາມມາດຕະຖານ
(GAP) ແລະເທັກນິກການຜະລິດໂດຍຫັນໄປສູ່ທັນສະໄໝ ຍົກລະດັບ ແລະປັບ
ປຸງການປຸງແຕ່ງໃຫ້ຫຼາກຫຼາຍ ແລະໄດ້ມາດຕະຖານ GMP ນີ້ກໍແມ່ນຍົກລະດັບ
ຝີມືແຮງງານຂອງພວກເຮົາການອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດບໍ່
ໃຫ້ມີຫຼາຍຂັ້ນຫຼາຍຂອດລວມໄປເຖິງຄ່າທຳນຽມຕ່າງໆໃຫ້ເໝາະສົມເພື່ອບໍ່ໃຫ້
ຕົ້ນທຶນການຜະລິດສູງ.”
ແຕ່ຢ່າງໃດກໍຕາມ ການຄ້າຊາຍແດນລະຫວ່າງລາວ-ໄທ ໃນປີ 2018 ໄດ້ປັບໂຕເພີ້ມ
ຂຶ້ນພຽງແຕ່ 3.17 ເປີເຊັນເທົ່ານັ້ນ ທຽບໃສ່ປີ 2017 ຊຶ່ງຖືເປັນອັດຕາການເພີ້ມໃນລະ
ດັບຕ່ຳກວ່າການຄ້າລະຫວ່າງໄທ ກັບແຂວງຢູນານຂອງຈີນ ທີ່ປັບໂຕເພີ້ມຂຶ້ນເຖິງ
18.74 ເປີເຊັນ ໃນຊ່ວງປີດຽວກັນ ທີ່ມີມູນຄ່າການຄ້າລວມ 103,451 ລ້ານບາດ ໂດຍ
ເຖິງແມ່ນວ່າ ຈະນ້ອຍກວ່າມູນຄ່າການຄ້າຊາຍແດນ ລະຫວ່າງລາວ-ໄທກໍຕາມ ຫາກ
ແຕ່ດ້ວຍການປັບໂຕເພີ້ມຂຶ້ນໃນອັດຕາທີ່ສູງດັ່ງ ກ່າວ ກໍເຮັດໃຫ້ຄາດໝາຍໄດ້ວ່າ ການ
ຄ້າຊາຍແດນລະຫວ່າງໄທ-ຈີນ ຈະແຊງໜ້າການຄ້າຊາຍແດນ ລະຫວ່າງລາວ-ໄທ
ພາຍໃນ 5 ປີຕໍ່ໜ້າ.