ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຄ້ານ້ຳມັນຢືນຢັນວ່າ ລາວບໍ່ໄດ້ປະເຊີນກັບວິກິດການຂາດແຄນນ້ຳມັນ ຫາກແຕ່ເປັນບັນຫາດ້ານຈິດຕະສາດ


ລາວ ປະເຊີນກັບການຂາດແຄນນ້ຳມັນ ໃນທົ່ວປະເທດ ຊຶ່ງບັນຫາທີ່ເກີດຂຶ້ນໃນປັດຈຸບັນນີ້ ຖືເປັນບັນຫາດ້ານຈິດຕະສາດ ອີງຕາມທ່ານຈັນທອນ ສິດທິໄຊ.
ລາວ ປະເຊີນກັບການຂາດແຄນນ້ຳມັນ ໃນທົ່ວປະເທດ ຊຶ່ງບັນຫາທີ່ເກີດຂຶ້ນໃນປັດຈຸບັນນີ້ ຖືເປັນບັນຫາດ້ານຈິດຕະສາດ ອີງຕາມທ່ານຈັນທອນ ສິດທິໄຊ.

ຜູ້ຄ້ານ້ຳມັນຢືນຢັນວ່າ ລາວບໍ່ໄດ້ປະເຊີນກັບວິກິດການຂາດແຄນນ້ຳມັນ ຫາກແຕ່ບັນຫາທີ່ເກີດຂຶ້ນໃນປັດຈຸບັນຖືເປັນບັນຫາດ້ານຈິດຕະສາດ ທີ່ເຮັດໃຫ້ປະຊາຊົນແຕກຕື່ນເກີນສະພາບການຕົວຈິງ ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ທ່ານຈັນທອນ ສິດທິໄຊ ປະທານບໍລິສັດ Petroleum Trading Lao (ມະຫາຊົນ) ຈຳກັດ ຢືນຢັນວ່າ ລາວບໍ່ໄດ້ປະເຊີນກັບວິກິດການຂາດແຄນນ້ຳມັນແຕ່ຢ່າງໃດ ແຕ່ບັນຫາທີ່ເກີດຂຶ້ນໃນປັດຈຸບັນນີ້ ຖືເປັນບັນຫາດ້ານຈິດຕະສາດທີ່ເຮັດໃຫ້ປະຊາຊົນແຕກຕື່ນເກີນສະພາບການຕົວຈິງອັນໄດ້ສົ່ງຜົນຕໍ່ເນື່ອງໄປເຖິງການກັກຕຸນສິນຄ້າ ແລະການຖືຄອງເງິນຕາຕ່າງປະເທດໄວ້ກັບຕົນເອງເປັນດ້ານຫຼັກ ໂດຍບໍ່ນຳອອກມາແລກປ່ຽນຕາມປົກກະຕິ ແລະຜົນກະທົບທີ່ຕິດຕາມມາ ກໍຄືການຂາດແຄນເງິນຕາຕ່າງປະເທດທີ່ຈະນຳໃຊ້ເພຶ່ອຊຳລະລາຄາສິນຄ້າທີ່ລາວ ຈຳເປັນຕ້ອງນຳເຂົ້າຈາກຕ່າງປະເທດ ຊຶ່ງໃນນີ້ ກໍລວມເຖິງນ້ຳມັນເຊື້ອໄຟດ້ວຍນັ້ນເອງ ດັ່ງທີ່ ທ່ານຈັນທອນ ໄດ້ໃຫ້ການຢືນຢັນວ່າ:

“ຕົ້ນຕໍຂອງບັນຫາຂອງພວກເຮົາປັດຈຸບັນນີ້ ກໍແມ່ນວ່າ ເລື້ອງການຂາດແຄນເງິນຕາເປັນຜົນທາງຈິດຕະສາດ ເພາະມັນເກີດຈາກຄວາມແຕກຕື່ນຂອງປະຊາຊົນ ແລ້ວພາກັນກັກຕຸນເລື້ອງເງິນຕາ ບໍ່ແມ່ນວ່າ ປະເທດລາວຂອງພວກເຮົານີ້ ຂາດດຸນການຄ້າຄືດັ່ງທ່ານເຫັນໃນ 3 ເດືອນຕົ້ນປີນີ້ ພວກເຮົາເກີນດຸນການຄ້າຫຼາຍກວ່າ 500 ລ້ານໂດລາ ສະກຸນເງິນຕາທີ່ມີໃນສັງຄົມມັນພຽງພໍໃນການຮັບໃຊ້ສັງຄົມ ແຕ່ມັນເກີດເລື້ອງຈິດຕະສາດເຮັດໃຫ້ມັນເກີດການແຕກຕື່ນ ເຮັດໃຫ້ການຕັກຕຸນສິນຄ້າ ກັກຕຸນເງິນຕາ ແລ້ວເຮັດໃຫ້ການສັນຈອນຂອງເງິນຕາຢູ່ໃນລະບົບມີບັນຫາ ຈັ່ງເຮັດໃຫ້ຜູນຳເຂົ້ານ້ຳມັນແລກບໍ່ໄດ້ ແລະເຮັດໃຫ້ເງິນກີບອ່ອນຄ່າໄປໜ້າເລື້ອຍໆ.”

ໂດຍບັນຫາການຂາດແຄນນ້ຳມັນໃນລາວ ໄດ້ເກີດຂຶ້ນນັບແຕ່ຕົ້ນເດືອນພຶດສະພາ ແລະຍັງສືບຕໍ່ມາເຖິງປັດຈຸບັນນີ້ ໂດຍສະເພາະແມ່ນຢູ່ໃນເຂດຕ່າງແຂວງນັ້ນ ຂາດແຄນເຖິງລະດັບທີ່ບໍ່ມີນ້ຳມັນຈຳໜ່າຍໃຫ້ກັບປະຊາຊົນ ຈົນມີການຮ້ອງຮຽນວ່າ ຜູ້ຄ້ານ້ຳມັນໄດ້ກັກຕຸນເພື່ອຈະປັບຂຶ້ນລາຄານ້ຳມັນເກີດຂຶ້ນຢ່າງກວ້າງຂວາງ ຫາກແຕ່ພາຍຫລັງທີ່ທາງການລາວ ໄດ້ທຳກວດກາຕາມການຮ້ອງຮຽນດັ່ງກ່າວ ກໍພົບວ່າ ປ້ຳບໍລິການສ່ວນໃຫຍ່ບໍ່ມີນ້ຳມັນຈິງ ເພາະບໍ່ໄດ້ຮັບການສົ່ງມອບຈາກບໍລິສັດຜູ້ນຳເຂົ້ານ້ຳມັນ ດັ່ງທີ່ທ່ານໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳແລະການຄ້າ ແຂວງບໍລິຄຳໄຊ ໄດ້ຢືນຢັນວ່າ:
“ຜ່ານການລົງກວດກາຕົວຈິງເຫັນວ່າ ປໍ້າທີ່ປິດ ນໍ້າມັນຫັ້ນໝົດແທ້ ເພາະວ່າ ໄດ້ລົງກວດກາວັດແທກຖັງນ້ຳມັນຢູ່ແຕ່ລະປ້ຳຫັ້ນເຫັນວ່າ ໝົດແທ້ ປັດຈຸບັນນີ້ ນ້ຳມັນຢູ່ແຂວງບໍລິຄຳໄຊທີ່ຜ່ານການກວດ ແຕ່ລະສາງນ້ຳມັນ ແລະປ້ຳນ້ຳມັນເອງຫັ້ນ ນ້ຳມັນຍັງເຫຼືອພຽງແຕ່ 15,000 ລິດ ຢູ່ສາງ PTT ສ່ວນສາງອື່ນໆນີ້ ແມ່ນເຫັນວ່າ ບໍ່ມີນ້ຳມັນ ສາເຫດຫລັກໆ ຫລະແມ່ນທາງບໍລິສັດແມ່ບໍ່ສາມາດສະໜອງນ້ຳມັນໃຫ້ແກ່ບັນດາປ້ຳທີ່ເປັນຕົວແທນຂອງຕົນ ຢູ່ບັນດາແຂວງ ເອີ້ນວ່າ ບໍລິສັດແມ່ ກະບໍ່ມີນ້ຳມັນ.”

ໂດຍສາເຫດທີ່ເຮັດໃຫ້ລາວ ຂາດແຄນນ້ຳມັນໃນໄລຍະນີ້ ກໍເພາະວ່າ ລາວຍັງປະເຊີນກັບການຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດເກີນກວ່າ 10 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫຼຸດລົງຈາກ 1,263 ລ້ານໂດລາ ໃນທ້າຍປີ 2021 ເຫຼືອພຽງ 1,068 ລ້ານໂດລາ ຊຶ່ງເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດ ໄດ້ພຽງແຕ່ 1 ເດືອນເຄິ່ງເທົ່ານັ້ນ ໂດຍມີສາເຫດສຳຄັນມາຈາກການປະເຊີນກັບການຂາດດນການຄ້າຕ່າງປະເທດທີ່ເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດເພື່ອນຳມາດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນຈະເຮັດໃຫ້ລັດຖະບານລາວ ມີໜີ້​ສິນເພີ້ມຈາກ 15,500 ລ້ານໂດລາ ຫຼື 70 ເປີເຊັນຂອງ GDP ປີ 2021 ເປັນສູງກວ່າ 75 ເປີເຊັນ ຂອງ GDP ປີ 2022 ນີ້.

ໂດຍໃນປີ 2021 ລາວສົ່ງສິນຄ້າອອກໃນມູນຄ່າ 5,458 ລ້ານໂດລາ (ບໍ່ລວມການສົ່ງອອກກະແສໄຟຟ້າ) ແລະນຳເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າລວມ 5,806 ລ້ານໂດລາ ຈຶ່ງເຮັດໃຫ້ລາວ ຂາດດຸນການຄ້າຕ່າງປະເທດ ໃນມູນຄ່າລວມ 348 ລ້ານໂດລາ ແຕ່ຖ້າຫາກລວມການສົ່ງອອກກະແສໄຟຟ້າດ້ວຍ ຈະເຮັດໃຫ້ລາວ ໄດ້ປຽບດຸນການຄ້າເຖິງ 1,740 ລ້ານໂດລາ ໃນປີ 2021 ແຕ່ລາຍໄດ້ສ່ວນນີ້ ຕ້ອງໃຊ້ຊຳລະໜີ້ຕ່າງປະເທດ ຈຶ່ງບໍ່ໄດ້ໂອນເງິນເຂົ້າມາລາວ ສ່ວນໃນ 4 ເດືອນຕົ້ນປີ 2022 ລາວຂາດດຸນການຄ້າແລ້ວກວ່າ 589 ລ້ານໂດລາ ທັງຍັງຄາດວ່າ ຈະຕ້ອງນຳເຂົ້ານໍ້າມັນຫຼາຍກວ່າ 1,045 ລ້ານລິດໃນຕະຫຼອດປີ 2022 ນີ້ອີກດ້ວຍ.

XS
SM
MD
LG