ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມນັກລົງທຶນລາວຍັງບໍ່ສາມາດຫາແຫຼ່ງເງິນທຶນກູ້ຢືມ ສໍາລັບນໍາໃຊ້ໃນການກໍ່ສ້າງທາງດ່ວນເຊື່ອມຕໍ່ ນະຄອນຫຼວງວຽງຈັນ-ບໍລິຄໍາໄຊ-ຊຽງຂວາງ-ຫົວພັນ


ປ້າຍຕ້ອນຮັບຢູ່ໃນຖະໜົນຂອງແຂວງຫົວພັນ, ສປປ ລາວ.
ປ້າຍຕ້ອນຮັບຢູ່ໃນຖະໜົນຂອງແຂວງຫົວພັນ, ສປປ ລາວ.

ກຸ່ມນັກລົງທຶນລາວຍັງບໍ່ສາມາດຫາແຫຼ່ງເງິນທຶນກູ້ຢືມສໍາລັບນໍາໃຊ້ໃນການກໍ່ສ້າງທາງດ່ວນເຊື່ອມຕໍ່ ນະຄອນຫຼວງວຽງຈັນ-ບໍລິຄໍາໄຊ-ຊຽງຂວາງ-ຫົວພັນ ໄດ້ຈົນເຖິງປັດຈຸບັນ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດລາວເປີດເຜີຍວ່າ ບໍລິສັດເອກະຊົນລາວ 2 ແຫ່ງ ທີ່ໄດ້ຮັບອະນຸ ມັດສໍາປະທານໃນໂຄງການກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນໄປ ບໍລິຄໍາໄຊ-ໄຊສົມບູນ-ຊຽງຂວາງ ແລະ ຫົວພັນ ເພື່ອເຊື່ອມຕໍ່ກັບແຂວງເຫງ່ອານຂອງຫວຽດນາມນັ້ນ ໄດ້ດໍາເນີນການ ສຶກສາ-ສໍາຫຼວດ ແລະອອກແບບກໍ່ສ້າງສໍາເລັດແລ້ວນັບແຕ່ກາງປີ 2023 ເປັນຕົ້ນມາ ຫາກແຕ່ກໍຍັງບໍ່ມີທີທ່າທີ່ແນ່ນອນວ່າຈະເລີ້ມລົງມືກໍ່ສ້າງຕົວຈິງເມື່ອໃດແທ້ ໂດຍເຊື່ອວ່າເປັນຍ້ອນບໍລິສັດເອກະຊົນລາວທັງສອງບໍລິສັດດັ່ງກ່າວ ກໍຄືບໍລິສັດ Nana Shin Sole Proprietorship ແລະບໍລິສັດ Big Brother 456 ຈໍາກັດນັ້ນ ຍັງບໍ່ສາມາດຫາແຫຼ່ງທຶນກູ້ຢືມໄດ້ຈົນເຖິງປັດຈຸບັນ ເຊິ່ງກໍ່ເຊັ່ນດຽວກັນກັບໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ບໍ່ເຕັນ ທີ່ສ້າງສໍາເລັດສະເພາະໄລຍະທີ 1 (ວຽງຈັນ-ວັງວຽງ) ນັ້ນ ສ່ວນອີກ 3 ໄລຍະຄື ວັງວຽງ-ຫຼວງພະບາງ ຫຼວງພະບາງ-ເມືອງໄຊ ແລະ ເມືອງໄຊ-ບໍ່ເຕັນ ກໍຍັງຄົງບໍ່ມີຄວາມຄືບໜ້າແຕ່ຢ່າງໃດຍ້ອນບັນຫາເງິນທຶນ, ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ:

“ທາງດ່ວນ ບໍລິຄໍາໄຊ-ຊຽງຂວາງ-ຫົວພັນ ເນາະ ກະຊວງແຜນການໄດ້ເຊັນ MOU ກັບທາງຜູ້ພັດທະນາ ແລະຜູ້ພັດທະນານີກະຖືວ່າ ບໍ່ໄປບໍ່ມາຫັ້ນແຫຼະ ກະຄືຊິແມ່ນເຊັນແລ້ວກະຊິຊອກຫາຄູ່ຫັ້ນແຫຼະ, ປັດຈຸບັນນີ້ ກະຖືວ່າຍັງງຽບຢູ່ເນາະ ເພາະສະນັ້ນແລ້ວ ການຊອກຫາຜູ້ຮ່ວມພັດທະນາຫັ່ນ ຈະເປັນສິ່ງສໍາຄັນເນາະ ໃນການຊອກຫາຜູ້ພັດທະນາທາງດ່ວນນີ້ເນາະ ກໍຕ້ອງມີເຫື່ອແຮງອີຫຼີ ໂດຍສະເພາະທາງດ່ວນວຽງຈັນ-ບໍ່ເຕັນ ດຽວນີ້ ເຮົາເຮັດກັບບໍລິສັດຈີນເນາະ ແຕ່ໃນປະຕິບັດໂຕຈິງເຮົາໄດ້ແບ່ງເປັນ 4 ຊ່ວງ ເອົາຮອດວຽງຈັນຫັ່ນກ່ອນ ລໍຖ້າຊ່ວງ 2, ຊ່ວງ 3, ຊ່ວງ 4 ກະຍັງ, ອັນນີ້ ກະມັນຂຶ້ນຢູ່ກັບທ່າ ແຮງຜູ້ລົງທຶນ ກະແມ່ນຈາກນອກຫັ່ນ.”

ໂດຍກະຊວງໂຍທາທິການ ແລະຂົນສົ່ງ ຍັງໄດ້ຄັດເລືອກບໍລິສັດ China Yunnan Sunny Road ແລະບໍລິສັດ China Road and Bridge ຈາກຈີນ ພ້ອມດ້ວຍ 2 ບໍລິສັດຂອງລາວກໍຄື ບໍລິສັດດວງຈະເລີນພັດທະນາຈໍາກັດ ແລະບໍລິສັດພູສີກໍ່ສ້າງ ແລະພັດທະນາ (ມະຫາຊົນ) ຈໍາກັດ ໃຫ້ເປັນຜູ້ລົງທຶນກໍ່ສ້າງທາງດ່ວນ ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ໄປຫາເມືອງປາກເຊແຂວງຈໍາປາສັກ ແລະໄດ້ກໍານົດໃຫ້ດໍາເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການໃຫ້ສໍາເລັດພາຍໃນປີ 2025 ແລະຖ້າຫາກການສຶກສາພົບວ່າໂຄງການມີຄວາມຄຸ້ມຄ່າ ທາງການລາວ ກໍຈະອະນຸຍາດໃຫ້ເປັນການລົງ ທຶນແບບ BOT ມີໄລຍະເວລາສໍາປະທານ 50 ປີ ໂດຍທາງດ່ວນນະຄອນ ຫຼວງວຽງຈັນ-ປາກເຊນີ້ ຈະມີຄວາມກວ້າງ 23 ແມັດ ມີ 4 ຊ່ອງຈະລາຈອນ ແຕ່ລະຊ່ອງຈະລາຈອນກວ້າງ 3.5 ແມັດ ສ່ວນ 2 ຂ້າງທາງກ້ວາງ 4.5 ແມັດ ໄລຍະທາງລວມ 580 ກິໂລແມັດ ໂດຍຈະກໍ່ສ້າງສໍາເລັດໃນ 5 ປີ ຫາກແຕ່ຍັງບໍ່ມີຄວາມຄືບໜ້າເຊັ່ນດຽວກັນ ໃນຂະນະທີ່ຖະໜົນສ່ວນໃຫຍ່ຂອງລາວໃນປັດຈຸບັນນີ້ ກໍຍັງຕົກຢູ່ໃນສະພາບຊຸດໂຊມຢ່າງໜັກອີກດ້ວຍ ຍ້ອນການບັນທຸກນໍ້າໜັກເກີນ ໂດຍສະເພາະແມ່ນລົດບັນທຸກແຮ່ທາດທີ່ຢູ່ຊາຍແດນລາວ ກັບປະເທດເພື່ອນບ້ານນັ້ນ, ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ການຂົນສົ່ງນີ້ ບັນທຸກນໍ້າໜັກເກີນຈາກບັນດາໂຄງການຂະໜາດໃຫຍ່ ໂດຍສະເພາະໂຄງການຂຸດຄົ້ນບໍ່ແຮ່ ໃນໄລຍະທີ່ຜ່ານມາ ກະຖືເປັນບັນຫາຜົນກະ ທົບຢ່າງໃຫຍ່ຫຼວງ ໂດຍສເພາະບັນດາແຂວງທີ່ມີຊາຍແດນ ຕິດຈອດກັບປະເທດເພື່ອນບ້ານເຮົານີ້ ກະຖືເປັນສາເຫດເຮັດໃຫ້ຕາໜ່າງເສັ້ນທາງຫຼວງພວກເຮົາໃນຂອບເຂດທົ່ວປະເທດ ກະຖືວ່າມີການເປ່ເພ ເຊິ່ງໂດຍລວມແລ້ວໃນໄລຍະ 2-3 ປີທີ່ຜ່ານມານີ້ກະຖືວ່າກວມເອົາຫຼາຍພັນກິໂລແມັດ ຈໍານວນຂົວຫັກກະຖືວ່າມີຫຼາຍອີກເນາະ ປະມານ 80 ແຫ່ງໃນຂອບເຂດທົ່ວປະເທດ.”

ນອກຈາກບໍລິສັດ Yunnan Sunny ກໍ່ສ້າງ ຂົວ-ທາງ ຈໍາກັດ ຍັງໄດ້ດໍາເນີນການສຶກສາຄວາມເປັນໄປໄດ້ໃນການລົງທຶນກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບດ່ານບໍ່ເຕັນໃນແຂວງຫຼວງນໍ້າທາອີກດ້ວຍ ເຊິ່ງຈະຕ້ອງໃຊ້ເງິນລົງທຶນກໍ່ສ້າງຄິດເປັນມູນຄ່າ 3,800 ລ້ານໂດລາ, ໂດຍທາງດ່ວນຈະມີ 4 ຊ່ອງຈະລາຈອນ ກວ້າງ 21 ແມັດ ມີໄລຍະທາງລວມ 176.3 ກິໂລແມັດ ເຊິ່ງຈະຫຼຸດເວລາໃນການເດີນທາງລົງຈາກເດີມຫຼາຍກວ່າ 5 ຊົ່ວໂມງ ເຫຼືອພຽງ 1 ຊົ່ວໂມງເຄິ່ງເທົ່ານັ້ນ ແຕ່ວ່າກໍຍັງບໍ່ມີຄວາມຄືບໜ້າເຊັ່ນດຽວກັນ ເພາະວ່າຖືກກະທົບຈາກການລະບາດໂຄວິດ-19 ນັ້ນເອງ.

XS
SM
MD
LG