ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍ້ລາດບັງຫຼວງ ໃນໂຄງການຂອງລັດ ເຮັດໃຫ້ງົບປະມານຖະບານລາວ ເສຍຫາຍ ຫຼາຍກວ່າ 5,689 ຕື້ ກີບ


ກຳ​ມະ​ກອນ​ລາວກຳ​ລັງ​ສ້ອມ​ແປງ​ຖະ​ໜົນສາຍນຶ່ງທີ່ລົງທຶນໂດຍລັດຖະບານຢູ່ໃນເຂດນຶ່ງຂອງແຂວງຫຼວງ​ພະ​ບາງ.
ກຳ​ມະ​ກອນ​ລາວກຳ​ລັງ​ສ້ອມ​ແປງ​ຖະ​ໜົນສາຍນຶ່ງທີ່ລົງທຶນໂດຍລັດຖະບານຢູ່ໃນເຂດນຶ່ງຂອງແຂວງຫຼວງ​ພະ​ບາງ.

ປະທານອົງການກວດກາແຫ່ງລັດຢືນຢັນວ່າ ການສໍ້ລາດບັງຫຼວງໃນໂຄງການລົງທຶນຂອງລັດຖະບານລາວໄດ້ເຮັດໃຫ້ເກີດການເສຍຫາຍດ້ານງົບປະມານຄິດເປັນມູນຄ່າ ຫຼາຍກວ່າ 5,689 ຕື້ກີບໃນໄລຍະ 5 ປີທີ່ຜ່ານມາ.

ທ່ານຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດຖະແຫລງວ່າການສໍ້ລາດບັງຫລວງທີ່ເກີ້ດຂຶ້ນໃນວົງການພັກ - ລັດຖະບານລາວຍັງຄົງເປັນບັນຫາສຳຄັນທີ່ຈະຕ້ອງດໍາເນີນມາດຕະການປ້ອງກັນ ແລະປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນການທຸດຈະລິດໃນບັນດາໂຄງການພັດທະນາທີ່ລົງທຶນໂດຍລັດຖະບານນັ້ນ ຖືເປັນພາກສ່ວນທີ່ເກີດການເສຍຫາຍຫລາຍທີ່ສຸດ ໃນໄລຍະ 2016-2020 ຜ່ານມາ ຊຶ່ງຈາກກາກວດກາ 4,129 ໂຄງການ ພົບວ່າການທຸດຈະະລິດໄດ້ເຮັດໃຫ້ລັດຖະບານລາວສູນເສຍງົບປະມານຫຼາຍກວ່າ 5,689 ຕື້ກີບ, ສະນັ້ນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຂຶ້ນອີກໃນຊ່ວງປີ 2021-2025 ຈຶ່ງຈະຕ້ອງມີການກວດກາທຸກໂຄງການຂອງລັດຖະບານລາວຢ່າງໃກ້ຊິດທັງໃນຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ ຊຶ່ງລວມເຖິງການກວດກາການຈັດຕັ້ງປະຕິບັດ ຂອງພະນັກງານລັດໃນບັນດາໂຄງການພັດທະນາຕ່າງໆ ໃຫ້ເປັນໄປຕາມມະຕິຕົກລົງຂອງສະພາແຫ່ງຊາດລາວ ແລະສະພາປະຊາຊົນຂັ້ນແຂວງໃນທົ່ວປະເທດຢ່າງແທ້ຈິງແລ້ວ, ດັ່ງທີ່ທ່ານ ຄໍາພັນຢືນຢັນວ່າ:
“ຕິດຕາມກວດກາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ລາຍຮັບ-ລາຍຈ່າຍ ງົບປະມານ, ການລົງທືນໃນການກໍ່ສ້າງພື້ນຖານໂຄງລ່າງ. ການປະຕິບັດວິໄນແຜນການການເງິນ, ການຄຸ້ມຄອງ ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ເຊັ່ນ: ທີ່ດິນ, ແຮ່ທາດ, ປ່າໄມ້, ໄມ້ ແລະອື່ນໆ. ຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ, ການປະຢັດ, ຕ້ານການຟຸມເຟືອຍ ແລະປະກົດການຫຍໍ້ອື່ນໆ ທັງກວດກາ ຕິດຕາມຜົນຂອງການກວດສອບ ທີ່ກອງປະຊຸມສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງໄດ້ຮັບຮອງ.”

ທາງດ້ານລັດຖະບານລາວ ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ ໂດຍມີເປົ້າໝາຍເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ມີຄວາມສະດວກວ່ອງໄວ ແລະ ໃຫ້ມີການກວດກາບັນດາໂຄງການລົງທຶນທັງໝົດ ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານຈາກບັນດາໂຄງການທີ່ຍັງຄົງຄ້າງຊໍາລະພາສີອາກອນ ແລະ ຄ່າທຳນຽມຕ່າງໆໃຫ້ລັດຖະບານຢ່າງຄົບຖ້ວນ ແລະ ພ້ອມກັນນີ້ ຄະນະສະເພາະກິດກໍຍັງເປັນພາກສ່ວນຮັບຜິດຊອບດຳເນີນການສົ່ງເສີມບໍລິສັດເອກະ ຊົນ ລາວ ແລະ ຕ່າງຊາດໃຫ້ເຂົ້າມາຮ່ວມລົງທຶນໃນໂຄງການພັດທະນາຕ່າງໆຂອງລັດຖະບານ ລາວ ໃຫ້ເພີ່ມຂຶ້ນນັບມື້ອີກດ້ວຍ ໂດຍສຳລັບໃນປີ 2021 ນີ້ກໍມີເຖິງ 184 ໂຄງການທີ່ລັດຖະບານຕ້ອງການໃຫ້ບໍລິສັດເອກະຊົນລາວ ແລະ ຕ່າງຊາດເຂົ້າມາຮ່ວມລົງທຶນອີກດ້ວຍ ດັ່ງທີ່ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຖະແຫຼງຢືນຢັນວ່າ:

ແນ່ນອນແຫຼະຢູ່ໃນ 184 ໂຄງການບູລິມະສິດນີ້ ຈະບໍ່ແມ່ນນຳໃຊ້ງົບປະມານຂອງລັດພຽງຢ່າງດຽວ ພວກເຮົາຈະສຸມໃສ່ເບິ່ງວ່າ ໂຄງການໃດມີເງື່ອນໄຂດ້ານປຸລະກົມຂົນຂວາຍພາກເອກະຊົນໃຫ້ເຂົ້າຮ່ວມໃນຮູບແບບສຳປະທານ ຮູບແບບການຮ່ວມມືລັດ-ເອກະຊົນ ຫຼືວ່າໃນລັດວິສາຫະກິດມະຫາຊົນ ໂຕ້ນີ້ມີຄວາມສຳຄັນຫຼາຍ ຍົກຕົວຢ່າງຄືການກໍ່ສ້າງເຂື່ອນໄຟຟ້າໃດນຶ່ງເນາະ ອາດຈະຫາຜູ້ລົງທຶນຫຼັກໃດນຶ່ງ ນອກຈາກນັ້ນກໍລະດົມທຶນຈາກປະຊາຊົນ-ພັກນັກງານເພື່ອເຂົ້າຊື້ຫຸ້ນດັ່ງກ່າວນີ້.

ແຕ່ຢ່າງໃດກໍຕາມບໍລິສັດຕ່າງຊາດໄດ້ເຂັ້າມາລົງທຶນໃນລາວພຽງ​ 23​ ໂຄງການທີ່ມີມູນຄ່າລົງທຶນລວມ 2,064 ລ້ານໂດລາໃນປີ 2020 ທີ່ຜ່ານມາ ຊຶ່ງຫຼຸດລົງເກີນກວ່າ 80 ເປີເຊັນທຽບກັບປີ 2019 ໂດຍມີສາເຫດສຳຄັນມາຈາກການລະບາດຂອງໄວຣັສ Covid-19 ໃນທົ່ວໂລກ ໂດຍພາຍໃຕ້ສະ ພາບການດັ່ງກ່າວນີ້ກໍຍັງເຮັດໃຫ້ມີການນຳເງິນລົງທຶນຕົວຈິງເຂົ້າມາລາວພຽງ 17 ເປີເຊັນ ເທົ່ານັ້ນຂອງມູນຄ່າລົງທຶນທັງໝົດທີ່ສ່ວນໃຫຍ່ເປັນການລົງທຶນຂອງ ຈີນ ຊຶ່ງໄດ້ມີການນຳເອົາວັດສະດຸ ແລະ ອຸປະກອນຕ່າງໆຈາກຈີນເຂົ້າມາລາວໂດຍກົງ ທັງກໍຍັງໄດ້ນຳເຂົ້າບຸກຄະລາກອນຈາກຈີນ ເປັນຫຼັກອີກດ້ວຍ ຈຶ່ງເຮັດໃຫ້ບໍ່ຈຳເປັນທີ່ຈະຕ້ອງນຳເງິນລົງທຶນເຂົ້າມາໃນ ລາວ ແຕ່ຢ່າງໃດ.ໃນປັດຈຸບັນນີ້ ບັນດາບໍລິສັດເອກະຊົນຈີນມີມູນຄ່າການລົງທຶນໃນລາວຫລາຍກວ່າ 12,000 ລ້ານໂດລາ ໃນ 785 ໂຄງການ ຊຶ່ງຖືເປັນຜູ້ລົງທຶນອັນດັບທີ 1 ໃນ ລາວ ຕິດຕາມດ້ວຍໄທ ແລະ ຫວຽດນາມ ມີມູນຄ່າການລົງທຶນ 4,495 ລ້ານໂດລາ ແລະ 4,100 ລ້ານໂດລາ ຕາມລໍາດັບ.

XS
SM
MD
LG