ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການກວດກາ ແຫ່ງຊາດລາວ ກວດພົບ ການທຸດຈະລິດ ໃນ 121 ໂຄງການ ທີ່ບໍ່ມີຈິງ


ກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະ ອົງການກວດສອບແຫ່ງລັດ ຄັ້ງທີ 1 ວັນທີ 6 ຕຸລາ 2016
ກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະ ອົງການກວດສອບແຫ່ງລັດ ຄັ້ງທີ 1 ວັນທີ 6 ຕຸລາ 2016

ອົງການກວດກາແຫ່ງຊາດລາວ ກວດພົບການທຸດຈະລິດ ໃນ 121 ໂຄງການ ທີ່ບໍ່ມີຈິງ
ທີ່ແຂວງອຸດົມໄຊ ເຮັດໃຫ້ລັດຖະບານ ສູນເສຍງົບປະມານໄປແລ້ວ 625 ກວ່າຕື້ກີບ
ແຕ່ຍັງບໍ່ມີການລົງໂທດຜູ້ກະທຳຜິດ.

ທ່ານບຸນທຽມ ວິໄລວົງ ຫົວໜ້າໄອຍະການປະຊາຊົນ ແຂວງອຸດົມໄຊ ຖະແຫລງຢືນ
ຢັນວ່າ ອົງການກວດກາແຫ່ງຊາດ ໄດ້ມອບສຳນວນຄະດີກ່ຽວກັບການທຸດຈະລິດ
ຂອງບັນດາພະນັກງານລັດ ຢູ່ໃນແຂວງອຸດົມໄຊ ໃຫ້ກັບອົງການໄອຍະການປະຊາຊົນ
ແຂວງອຸດົມໄຊ ຈຳນວນ 121 ຄະດີ ເມື່ອບໍ່ນານມານີ້ ໂດຍທັງ 121 ສຳນວນຄະດີ
ດັ່ງກ່າວ ລ້ວນແຕ່ເປັນການກະທຳ ຂອງພະນັກງານລັດ ທີ່ທຸດຈະລິດຕໍ່ໜ້າທີ່ ດ້ວຍການ
ຍັກຍອກເອົາງົບປະມານຂອງລັດຖະບານ ໄປຫຼາຍກວ່າ 625 ຕື້ກີບ ໃນ 121 ໂຄງການ
ພັດທະນາທີ່ບໍ່ມີຈິງ ຫາກແຕ່ເປັນໂຄງການ ທີ່ສ້າງຂຶ້ນມາດ້ວຍເອກກະສານເທັດທັງໝົດ
ແລະໄດ້ມີການສົມຄົບກັນຢ່າງເປັນຂະບວນການ ອີກດ້ວຍ ດັ່ງທີ່ທ່ານບຸນທຽມ ໄດ້ໃຫ້
ການຢືນຢັນວ່າ:

“ໂຄງການດັ່ງກ່າວນີ້ ແມ່ນບໍ່ໄດ້ມີການສຳຫຼວດອອກແບບ ບໍ່ໄດ້ມີການຄິດໄລ່
ມູນຄ່າລາຄາ ມີແຕ່ວ່າຄາດຄະເນມູນຄ່າ ແລ້ວກະບໍ່ໄດ້ຜ່ານສະພາແຫ່ງຊາດ
ເປັນຜູ້ຮັບຮອງ ໂຄງການນີ້ບໍ່ໄດ້ລົງເຮັດໂຕຈິງ ແຕ່ວ່າພ້ອມກັນລົງລາຍເຊັນ
ຢັ້ງຢືນວ່າ ໂຄງການດັ່ງກ່າວນີ້ ກໍ່ສ້າງສຳເລັດແລ້ວກະເຊັນໃສ່ ວັນທີ ເດືອນປີ
ຢ້ອນຫລັງ ແລ້ວກະໄປພົວພັນເອົາບໍລິສັດ ມາເປັນຜູ້ຮັບເໝົາກໍ່ສ້າງ ຈາກນັ້ນ
ກະເຊັນມາຖອນເງິນ ຈາກກະຊວງການເງິນ.”

ທາງດ້ານ ທ່ານບຸນທອງ ຈິດມະນີ ປະທານອົງການກວດກາແຫ່ງຊາດ ຖະແຫລງຢືນຢັນ
ວ່າ ການກວດກາບັນດາໂຄງການລົງທຶນຂອງລັດຖະບານລາວ ໃນປີ 2017 ພົບວ່າ ມີ
209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນນີ້ 103 ໂຄງການ
ບໍ່ໄດ້ຈັດການປະມູນ ແລະ 106 ໂຄງການ ຈັດການປະມູນບໍ່ຖືກຕ້ອງຕາມລະບຽບກົດ
ໝາຍ ເຮັດໃຫ້ລັດຖະບານເສຍຫາຍໄປຫຼາຍກວ່າ 5,331 ຕື້ກີບ.

ບັນດາໄອຍະການທີ່ເຂົ້າຮ່ວມໃນ ກອງປະຊຸມວຽກງານໄອຍະການປະຊາຊົນ ທົ່ວປະເທດ ປະຈຳສົກປີ 2014-2015 ຈຳນວນນຶ່ງ ໄດ້ຮັບໃບຍ້ອງຍໍສັນລະເສີນ.
ບັນດາໄອຍະການທີ່ເຂົ້າຮ່ວມໃນ ກອງປະຊຸມວຽກງານໄອຍະການປະຊາຊົນ ທົ່ວປະເທດ ປະຈຳສົກປີ 2014-2015 ຈຳນວນນຶ່ງ ໄດ້ຮັບໃບຍ້ອງຍໍສັນລະເສີນ.

ທ່ານບຸນທອງ ຢືນຢັນດ້ວຍວ່າ ໄດ້ກວດພົບການຈັດຕັ້ງປະຕິບັດ ທີ່ຜິດລະບຽບກົດໝາຍ
ກ່ຽວກັບການຍົກເວັ້ນພາສີອາກອນນຳເຂົ້ານ້ຳມັນເຊື້ອໄຟ ຂອງບັນດາບໍລິສັດຕ່າງຊາດ
ທີ່ລົງທຶນຢູ່ໃນລາວ ໂດຍມີບັນດາເຈົ້າໜ້າທີ່ຂັ້ນສູງໃນວົງການລັດຖະບານ ໃຫ້ການຮ່ວມ
ມືເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍລາຍຮັບໄປຫຼາຍກວ່າ 2,407 ຕື້ກີບ ໃນປີ 2017
ທີ່ຜ່ານມາ.

ພ້ອມກັນນີ້ ຍັງກວດພົບໂຄງການນອກແຜນການຂອງລັດຖະບານອີກເຖິງ 285 ໂຄງ
ການຢູ່ທີ່ແຂວງຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ຫົວພັນ ຊຽງຂວາງ ບໍລິຄຳໄຊ
ສະຫວັນນະເຂດ ອັດຕະປື ຈຳປາສັກ ແລະແຂວງວຽງຈັນ ທີ່ມີມູນຄ່າລວມຫລາຍກວ່າ
4,483 ຕື້ກີບ ທີ່ການຈັດຕັ້ງປະຕິບັດ ບໍ່ເປັນໄປຕາມລະບຽບກົດໝາຍ ດ້ານງົບປະມານ
ລາຍຮັບ-ລາຍຈ່າຍຂອງລັດຖະບານ ແລະບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ
ລາວ ແຕ່ຢ່າງໃດ.

ກ່ອນໜ້ານີ້ ຄະນະກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ ອົງການຈັດຕັ້ງມະຫາຊົນຂອງພັກ ໜ່ວຍງານຂອງລັດ ແລະອຳນາດ
ການປົກຄອງແຂວງໃນທົ່ວປະເທດລາວ ໃຫ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຕິດຕາມ
ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະພະນັກງານໃນ
ສັງກັດຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະ
ຄຸນນະພາບ ໃນການປະຕິບັດໜ້າທີ່ ຂອງສະມາຊິກພັກ ແລະພະນັກງານລັດໃນທົ່ວ
ປະເທດ ໂດຍໃຫ້ກົມຈັດຕັ້ງ ແລະກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ
ເນື່ອງຈາກໄດ້ມີບັນຫາປາກົດການຫຍໍ້ທໍ້ເກີດຂຶ້ນ ຢ່າງກວ້າງຂວາງທັງໃນພັກ ແລະ
ລັດຖະບານລາວ ນັ້ນເອງ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ປະເມີນວ່າ ການທຸດຈະລິດ ໃນຊ່ວງປີ
2013-2017 ເຮັດໃຫ້ລັດຖະບານລາວ ສູນເສຍງົບປະມານ ໄປຫຼາຍກວ່າ 695 ລ້ານ
ໂດລາ ໂດຍເປັນການເສຍຫາຍທີ່ເກີດຈາກການທຸຈະລິດ ຂອງພະນັກງານລັດ ໃນ 734
ໂຄງການ ຫາກແຕ່ກໍມີພະນັກງານລັດທີ່ຖືກລົງໂທດພຽງ 203 ຄົນ ເທົ່ານັ້ນ ໃນຕະຫຼອດ
ໄລຍະ 5 ປີ ຜ່ານມາດັ່ງກ່າວ.

XS
SM
MD
LG