ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານອົງການກວດກາແຫ່ງຊາດ ສະເໜີ ໃຫ້ລັດຖະບານ ລົງໂທດພະນັກງານ ທີ່ ທຸດຈະລິດ


ທ່ານບຸນທອງ ຈິດມະນີ ປະທານອົງການກວດກາແຫ່ງຊາດ ສະເໜີແນະໃຫ້ ລັດຖະບານລາວ ດຳເນີນມາດຕະການ ລົງໂທດຢ່າງເດັດຂາດ ຕໍ່ພະນັກງານທຸກຄົນ ທີ່ປະຕິບັດໜ້າທີ່ໂດຍທຸດຈະລິດ
ທ່ານບຸນທອງ ຈິດມະນີ ປະທານອົງການກວດກາແຫ່ງຊາດ ສະເໜີແນະໃຫ້ ລັດຖະບານລາວ ດຳເນີນມາດຕະການ ລົງໂທດຢ່າງເດັດຂາດ ຕໍ່ພະນັກງານທຸກຄົນ ທີ່ປະຕິບັດໜ້າທີ່ໂດຍທຸດຈະລິດ

ປະທານອົງການກວດກາແຫ່ງຊາດ ສະເໜີແນະໃຫ້ ລັດຖະບານລາວ ດຳເນີນ
ມາດຕະການ ລົງໂທດຢ່າງເດັດຂາດ ຕໍ່ພະນັກງານທຸກຄົນທີ່ປະຕິບັດໜ້າທີ່ໂດຍ
ທຸດຈະລິດ ເຮັດໃຫ້ລັດຖະບານສູນເສຍງົບປະມານ.

ທ່ານບຸນທອງ ຈິດມະນີ ປະທານອົງການກວດກາແຫ່ງຊາດ ຖະແຫລງຢືນຢັນວ່າ
ການກວດກາບັນດາໂຄງການທີ່ລົງທຶນໂດຍລັດຖະບານລາວ ໃນແຜນພັດທະນາ
ເສດຖະກິດ ແລະສັງຄົມແຫ່ງຊາດປະຈຳປີ 2017 ພົບວ່າ ມີເຖິງ 209 ໂຄງການ
ທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍວ່າ ການຈັດຊື້ ແລະຈັດຈ້າງ ໃນນີ້
ແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນ ແລະ 106 ໂຄງການ ທີ່ຈັດການ
ປະມູນ ຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຶ່ງເຮັດໃຫ້ລັດຖະບານຕ້ອງເສຍຫາຍ
ດ້ານງົບປະມານ ຄິດໄລ່ເປັນມູນຄ່າລວມຫຼາຍກວ່າ 5,331 ຕື້ກີບ ໂດຍຍັງບໍ່ລວມເຖິງ
ໂຄງການສຸກເສີນ ເພື່ອຕ້ານໄພພິບັດແຕ່ຢ່າງໃດ.

ພາຍໃຕ້ສະພາບການດັ່ງກ່າວ ເຮັດໃຫ້ມີຄວາມຈຳເປັນຢ່າງຮີບດ່ວນທີ່ສຸດ ທີ່ລັດ
ຖະບານລາວ ຈະຕ້ອງດຳເນີນມາດຕະການລົງໂທດຢ່າງເດັດຂາດ ຕໍ່ພະນັກງານລັດ
ທຸກຄົນ ທີ່ກະທຳຄວາມຜິດດັ່ງກ່າວ ທັງນີ້ ເພື່ອປ້ອງກັນບໍ່ໃຫ້ມີການທຸດຈະລິດເກີດ
ຂຶ້ນອີກ ດັ່ງທີ່ ທ່ານບຸນທອງ ໄດ້ໃຫ້ການສະເໜີແນະວ່າ:

“ສຳລັບບຸກຄະລາກອນ ແລະການຈັດຕັ້ງທີ່ມີການລະເມີດ ເຊັ່ນວ່າ ອະນຸຍາດ
ໂຄງການນອກແຜນ ການຈ່າຍເກີນແຜນ ໂຄງການທີ່ບໍ່ເຮັດໄປຕາມການອອກແບບ
ໂຄງການມູນຄ່າສູງ ໂຄງການທີ່ບໍ່ມີຄຸນນະພາບ ສະເໜີໃຫ້ລັດຖະບານໃຫ້ແກ້ໄຂ
ຕາມລະບຽບກົດໝາຍ ຕໍ່ກັບຜູ້ທີ່ກະທຳດັ່ງກ່າວ ໂດຍວິທີການສຶກສາອົບຮົມເບາະ
ວິທີການສຳຫຼວດກ່າວເຕືອນເບາະ ຫຼືວິທີໃນການແກ້ໄຂອຳນາດບໍລິຫານປົດໜ້າທີ່
ຕຳແໜ່ງເບາະ ຍົກຍ້າຍ ອັນນັ້ນອັນນີ້ເບາະ ຫຼືວ່າໜັກກວ່ານັ້ນ ກະມາດຕະການທາງ
ກົດໝາຍ.”

ພະນັກງານລັດ ຈຳນວນນຶ່ງ ທີ່ປະຕິບັດໜ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະໄປມີສ່ວນ ກ່ຽວຂ້ອງກັບ ການສໍ້ລາດບັງຫຼວງ ໄດ້ຖືກທາງການຈັບໄດ້ ແລະ ສານອາຍາ ກໍໄດ້ຕັດສິນລົງໂທດ ໄປແລ້ວ.
ພະນັກງານລັດ ຈຳນວນນຶ່ງ ທີ່ປະຕິບັດໜ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະໄປມີສ່ວນ ກ່ຽວຂ້ອງກັບ ການສໍ້ລາດບັງຫຼວງ ໄດ້ຖືກທາງການຈັບໄດ້ ແລະ ສານອາຍາ ກໍໄດ້ຕັດສິນລົງໂທດ ໄປແລ້ວ.

ທ່ານບຸນທອງ ຢືນຢັນດ້ວຍວ່າ ໄດ້ກວດພົບການຈັດຕັ້ງປະຕິບັດທີ່ຜິດລະບຽບກົດໝາຍ
ກ່ຽວກັບການຍົກເວັ້ນພາສີອາກອນ ການນຳເຂົ້ານ້ຳມັນເຊື້ອໄຟຂອງບັນດາບໍລິສັດ
ຕ່າງຊາດທີ່ລົງທຶນຢູ່ໃນລາວ ໂດຍມີບັນດາເຈົ້າໜ້າທີ່ຂັ້ນສູງ ໃນວົງການລັດຖະບານ
ໃຫ້ການຮ່ວມມືເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍລາຍຮັບໄປຫຼາຍກວ່າ 2,407
ຕື້ກີບ ໃນຮອບ 12 ເດືອນທີ່ຜ່ານມາ.

ພ້ອມກັນນີ້ ຍັງກວດພົບໂຄງການນອກແຜນການ ຂອງລັດຖະບານອີກ ເຖິງ 285
ໂຄງການ ຢູ່ທີ່ແຂວງຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ຫົວພັນ ຊຽງຂວາງ
ບໍລິຄຳໄຊ ສະຫວັນນະເຂດ ອັດຕະປື ຈຳປາສັກ ແລະແຂວງວຽງຈັນ ທີ່ມີມູນຄ່າລວມ
ຫຼາຍກວ່າ 4,483 ຕື້ກີບ ທີ່ການຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍ
ດ້ານງົບປະມານລາຍຮັບ-ລາຍຈ່າຍຂອງລັດຖະບານ ແລະບໍ່ຜ່ານການຮັບຮອງຂອງ
ສະພາແຫ່ງຊາດລາວ ແຕ່ຢ່າງໃດ.

ກ່ອນໜ້ານີ້ ຄະນະກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ ອົງການຈັດຕັ້ງມະຫາຊົນຂອງພັກ ໜ່ວຍງານຂອງລັດ ແລະອຳນາດ
ການປົກຄອງແຂວງໃນທົ່ວປະເທດລາວ ໃຫ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອຕິດຕາມ
ກວດກາ ການຈັດຕັ້ງປະຕິບັດໜ້າທີ່ ຂອງບັນດາສະມາຊິກພັກ ແລະພະນັກງານ ໃນ
ສັງກັດຂອງພວກຕົນ ຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະຄຸນນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະພະນັກງານລັດ ໃນທົ່ວປະເທດ ໂດຍໃຫ້ກົມຈັດຕັ້ງ ແລະກົມກວດກາ ເປັນພາກສ່ວນທີ່ຮັບຜິດຊອມ
ຮ່ວມກັນ ເນື່ອງຈາກໄດ້ມີບັນຫາປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງກວ້າງຂວາງ ທັງໃນ
ພັກ ແລະລັດຖະບານລາວ ນັ້ນເອງ.

ໂດຍອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດລາວ ລາຍງານວ່າ ໃນໄລຍະ 5 ປີ
ຜ່ານມາ ໄດ້ກວດພົບວ່າ ການທຸດຈະລິດທີ່ເຮັດໃຫ້ ພັກ-ລັດເສຍຫາຍຄິດໄລ່ເປັນມູນ
ຄ່າຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ
ກັບອີກ 40 ລ້ານບາດ ຈາກການດຳເນີນການກວດກາ ແລະກວດສອບ 734 ເປົ້າໝາຍ
ທີ່ເປັນໜ່ວຍງານຂອງພັກ ແລະລັດຖະບານ ທັງຍັງສາມາດຍຶດທີ່ດິນລັດ ທີ່ຖືກລັກລອບ
ຂາຍກັບຄືນມາໄດ້ກວ່າ 10,000 ເຮັກຕາ ແລະພະນັກງານລັດ 203 ຄົນຖືກລົງໂທດ.

XS
SM
MD
LG