ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນ ລາວ ໃນ ອອສເຕຣເລຍ ຍັງລໍຖ້າສັກຢາ COVID-19


ພະຍາບານຄົນນຶ່ງຈັບແກ້ວຢາ COVID-19 ຂອງບໍລິສັດ Pfizer-BioNTech ຢູ່ສູນສັກຢາໄວຣັສໂຄໂຣນາ,​ ເມືອງ ນັອງ, ປະເທດ ຝຣັ່ງ. 29 ມັງກອນ, 2021.
ພະຍາບານຄົນນຶ່ງຈັບແກ້ວຢາ COVID-19 ຂອງບໍລິສັດ Pfizer-BioNTech ຢູ່ສູນສັກຢາໄວຣັສໂຄໂຣນາ,​ ເມືອງ ນັອງ, ປະເທດ ຝຣັ່ງ. 29 ມັງກອນ, 2021.

ປັດຈຸບັນນີ້ ປະເທດຕ່າງໆໃນທົ່ວໂລກ ແມ່ນກຳລັງເລັ່ງສັ່ງຊື້ຢາວັກຊີນໄວຣັສໂຄໂຣນາ, ເຊິ່ງແຕ່ລະປະເທດກໍໄດ້ໃຊ້ຢາວັກຊີນຂອງບໍລິສັດແຕກຕ່າງກັນ, ແຕ່ສ່ວນໃຫຍ່ແມ່ນໄດ້ໃຊ້ຢາວັກຊີນຂອງບໍລິສັດ Pfizer & BioNTech.

ປະເທດ ອອສເຕຣເລຍ ແມ່ນກຳລັງກະກຽມສຳລັບການສັກຢາວັກຊີນໄວຣັສໂຄໂຣນາຂອງບໍລິ ສັດ Pfizer & BioNTech ເພື່ອສັກໃນໄລຍະທີ 1 ຂອງເຂົາເຈົ້າ, ເຊິ່ງຄາດວ່າຢາຈະໄປຮອດປະເທດດັ່ງກ່າວໃນບໍ່ເທົ່າໃດທິດຈະມານີ້.

ອອສເຕຣເລຍ ໄດ້ແບ່ງການສັກຢາວັກຊີນ COVID-19 ອອກເປັນ 5 ໄລຍະ. ໄລຍະທີນຶ່ງແມ່ນສຳລັບເຈົ້າໜ້າທີ່ໃນແຖວໜ້າ ແລະ ຜູ້ເຖົ້າທີ່ອາໄສຢູ່ບ້ານພັກຄົນຊະລາ ເຊິ່ງຈະເລີ່ມຂຶ້ນທັນທີເມື່ອໃດທີ່ຢາໄດ້ໄປຮອດປະເທດ.

ວີໂອເອພະແນກພາກສາ ລາວ ຂອງພວກເຮົາໄດ້ຖາມ ທ່ານນາງ ທູນວິນຸດ ຄົນລາວທີ່ອາໄສຢູ່ນະ ຄອນຫຼວງ ແຄນເບີຣາ ກ່ຽວກັບ ການສັກຢາວັນຊີນນັ້ນ, ລາວໄດ້ບອກພວກເຮົາວ່າລາວກໍກຳລັງລໍຖ້າທາງລັດຖະບານອັບເດດຂໍ້ມູນ ກ່ຽວກັບ ການສັກຢານັ້ນຢູ່, ແຕ່ລາວກໍບໍ່ຢ້ານ ກ່ຽວກັບ ການຕິດເຊື້ອໄວຣັສນັ້ນ, ເຊິ່ງທ່ານນາງ ທູນວິນຸດ ກ່າວວ່າ “ສ່ວນໂຕແລ້ວເອື້ອຍບໍ່ຢ້ານ ກ່ຽວກັບ ໂຄວິດ ແຕ່ວ່າມີຄວາມກັງວົນ ລະກະມີຄວາມຮັບຜິດຊອບ ເພາະວ່າເຮົາບໍ່ຮູ້ວ່າເຮົາຕິດແລ້ວ ບາງເທື່ອຈະບໍ່ອອກອາການ ແຕ່ວ່າເຮົາບໍ່ຮູ້ວ່າເຮົາສາມາດເອົາເຊື້ອໂຣກນີ້ໄປຕິດຜູ້ໃດໄດ້ແດ່, ຢ້ານເອົາໄປຕິດຄົນອື່ນຫຼາຍກວ່າເນາະ ແລະ ເຮັດໃຫ້ຜູ້ອື່ນເດືອດຮ້ອນ. ຖ້າສົມມຸດເຮົາຕິດແລ້ວຈະເອົາໄປລາມໃສ່ຜູ້ອື່ນກໍຮູ້ສຶກວ່າມັນບໍ່ຖືກ.”

ທາງການ ອອສເຕຣເລຍ ໄດ້ປະກາດສະຖານທີ່ໆເປັນສູນກາງການສັກຢາສາມແຫ່ງຄືລັດ ວິກຕໍເຣຍ, ນິວ ຊາວ ເວລສ໌ ແລະ ລັດ ຄວີນສແລນ.

ປັດຈຸບັນນີ້ ອອສເຕຣເລຍ ໄດ້ຕົກລົງທີ່ຈະຊື້ຢາວັກຊີນຂອງບໍລິສັດ Pfizer & BioNTech ພຽງ 10 ລ້ານໂດສ, ເຊິ່ງພຽງພໍທີ່ຈະສັກໃຫ້ປະຊາຊົນ 5 ລ້ານຄົນທີ່ຢູ່ໃນລາຍຊື່ໄລຍະທີ 1 ນັ້ນ.

XS
SM
MD
LG