ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ການ​​ບັງ​ຄັບ​ໃຊ້​ກົດ​ໝາຍ ​ກວດ​ຄົນ​ເຂົ້າ​ເມືອງ​ ມີ​ປະ​ສິດ​ທິ​ພາບ​ຕ່ຳ ​ຈຶ່ງ​​ມີ​ການ​ລັກ​ລອບ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ


ທັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ປະ​ເທດ ຢູ່​ສະ​ໜາມ​ບິນ​ສາ​ກົນ ວັດ​ໄຕ.
ທັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ປະ​ເທດ ຢູ່​ສະ​ໜາມ​ບິນ​ສາ​ກົນ ວັດ​ໄຕ.

ລັດ​ຖະ​ມົນ​ຕີ ລາວ ​ຍອມ​ຮັບ​ວ່າ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການກວດ​ຄົນ​ເຂົ້າ​ເມືອງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ຈຶ່ງ​ເຮັດ​ໃຫ້​ມີ​ການ​ລັກ​ລອບ​ເຂົ້າ​ເມືອງ​ໂດຍ​ຜິດ​ກົດ​ໝາຍ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ.


ພົນ​ໂທ ວິ​ໄລ ຫຼ້າ​ຄຳ​ຟອງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຖະ​ແຫຼງຍອມ​ຮັບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການກວດ​ຄົນ​ເຂົ້າ​ເມືອງ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ໄດ້​ເຮັດ​ໃຫ້​ເກີດ​ມີ​ບັນ​ຫາ​ຄົນ​ຕ່າງ​ດ້າວ​ລັກ​ລອບ​ເຂົ້າ​ເມືອງ ລາວ ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ ແລະ ເມື່ອ​ສົມ​ທົບ​ກັບ​ປະ​ຊາ​ຊົນ ລາວ ເອງ​ກໍບໍ່​ໄດ້​ໃຫ້​ການ​ຮ່ວມ​ມື​ກັບ​ລັດ​ດ້ວຍ​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້​ຄົນ​ຕ່າງ​ດ້າວ​ສາ​ມາດ​ລັກ​ລອບ​ເຂົ້າ​ມາເຮັດ​ວຽກ ແລະ ອາ​ໄສ​ຢູ່​ໃນ ລາວ ໄດ້​ຢ່າງ​ງ່າຍ​ດາຍ​ອີກ​ດ້ວຍ ດັ່ງ​ທີ່​ພົນ​ໂທ ວິ​ໄລ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ກົດ​ໝາຍ​ພວກ​ເຮົາ​ນີ້​ກະ​ມີຫຼາຍ​ສະ​ບັບ ແຕ່​ວ່າ​ປະ​ຊາ​ຊົນ, ອຳ​ນາດ​ການ​ປົກ​ຄອງ​ຖື​ວ່າ​ຍັງ​ບໍ່​ທັນ​ຊາບ​ຊຶມ​ສູງ ຈັ່ງ​ຊັ້ນ​ແລ້ວ​ການ​ເຜີຍ​ແຜ່ນີ້​ຍັງ​ບໍ່​ທັນ​ທົ່ວ​ເຖິງ ແລະ ຄວາມ​ຮັບ​ຮູ້​ຄວາມ​ເຂົ້າ​ໃຈ​ຂອງ​ປະ​ຊາ​ຊົນ​ເອງນີ້​ທີ່​ມີ​ສະ​ຕິ​ຕໍ່​ການ​ຈັດ​ຕັ້ງ​ຕໍ່​ເຈົ້າ​ໜ້າ​ທີ່ນີ້ ເຂົາ​ເຈົ້າ​ກະ​ຢາກ​ເມີນ​ເສີຍ​ ການ​ນຳ​ໃຊ້​ມາດ​ຕະ​ການ​ຕໍ່​ຜູ້​ລະ​ເມີດນີ້​ກະ​ຍັງ​ບໍ່​ທັນ​ເດັດ​ຂາດ ການ​ປະ​ສານ​ງານ​ລະ​ຫວ່າງ​ສູນ​ກາງ​ກັ​ບ​ທ້ອງ​ຖິ່ນນີ້​ກໍ​ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ ກົມ​ກຽວ​ກັນ​ເທື່ອ ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົດ​ໝາຍ​ການ​ເຂົ້າ-ອອກ ແລະ ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ​ຢູ່ ລາວ ນີ້​ເປັນ​ນິ​ຕິ​ກຳ​ກຸ່ມ​ກົດ​ໝາຍ​ກະ​ຍັງ​ບໍ່​ທັນ​ສຳ​ເລັດ."

ທາງ​ດ້ານ​ພົນ​ຕີ ກົງ​ທອງ ພົງ​ພິ​ຈິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຖະ​ແຫຼງ​ຢືນ​ຢັນ​ວ່າ ກົມ​ຕຳຫຼວດກວດ​ຄົນ​ເຂົ້າ-ອອກ​ເມືອງ ໄດ້​ສຳ​ເລັດ​ການ​ຕິດ​ຕັ້ງ​ລະ​ບົບ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ການ​ເຂົ້າ​ອອກ​ເມືອງ​ຢູ່​ດ່ານ​ສາ​ກົນ​ທັງ 27 ດ່ານ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ດ້ວຍ​ກັນ​ທັງ​ໝົດ​ແລ້ວ​ໃນ​ປັດ​ຈຸ​ບັນ​ນີ້​ຊຶ່ງ​ເຮັດ​ໃຫ້​ສະ​ດວກ​ຕໍ່​ການກວດ​ກາ​ເຂົ້າ-ອອກ​ເມືອງ ແລະ ການ​ດຳ​ເນີນ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ ເນື່ອງ​ຈາກ​ລະ​ບົບ​ດັ່ງ​ກ່າວນີ້​ເຮັດ​ໃຫ້​ກົມ​ຕຳຫຼວດກວດ​ຄົນ​ເຂົ້າ​-ອອກ​ເມືອງ​ຢູ່​ຂັ້ນ​ສູນ​ກາງ ສາ​ມາດ​ທີ່​ຈະ​ກວດ​ກາ​ການ​ເຂົ້າ-ອອກ​ເມືອງ​ຂອງ​ຄົນ ລາວ ແລະ ຊາວ​ຕ່າງ​ຊາດ​ໄດ້​ຢ່າງ​ທົ່ວ​ເຖິງ ແລະ ຕະຫຼອດ​ເວ​ລາ.

ຂະ​ນະ​ທີ່​ທ່ານ ທອງ​ໄຊ ມັງ​ໜໍ່​ເມກ ຫົວ​ໜ້າ​ຜະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຄຳ​ມ່ວນ ໃຫ້​ການ​ຢືນ​ຢັນ​ວ່າ ການກວດ​ກາ​ສະ​ຖາ​ນະ​ພາບ​ຊາວ​ຕ່າງ​ຊາດ​ທີ່​ເຂົ້າ​ມາ​ທຳ​ງານ ແລະ ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າ​ຢູ່​ໃນ​ເຂດ​ເທດ​ສະ​ບານ​ແຂວງ​ຄຳ​ມ່ວນ 900 ກວ່າ​ຫົວ​ໜ່ວຍ​ພົບ​ວ່າ 84 ຫົວ​ໜ່ວຍ​ເປັນ​ຂອງ​ຊາວ​ຕ່າງ​ຊາດ​ທີ່​ເຂົ້າ​ມາ​ດຳ​ເນີນ​ທຸ​ລະ​ກິດ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ ໃນ​ນີ້​ເປັນ​ກິດ​ຈະ​ການ​ຂອງ​ຄົນ​ ຫວຽດ​ນາມ 58 ຫົວ​ໜ່ວຍ ແລະ 26 ຫົວ​ໜ່ວຍ​ເປັນ​ຂອງ​ຄົນ ຈີນ ທັງ​ຍັງ​ມີ 6 ຫົວ​ໜ່ວຍ​ຂອງ​ຄົນ ຫວຽດ​ນາມ ທີ່​ນຳ​ໃຊ້​ໃນ​ອະ​ນຸ​ຍາດ​ທຸ​ລະ​ກິດ​ຂອງຄົນ ລາວ ໂດຍ​ຜິດ​ກົດ​ໝາຍ ຊຶ່ງ​ທາງ​ການ​ແຂວງ​ຄຳ​ມ່ວນ ໄດ້​ກຳ​ນົດ​ໃຫ້​ເວ​ລາ 1 ເດືອນ​ເພື່ອ​ດຳ​ເນີນ​ການ​ຂໍ​ໃບ​ອະ​ນຸ​ຍາດ​ຢ່າງ​ຖືກ​ຕ້ອງ ທັງ​ຍັງ​ໄດ້​ປັບ​ໄໝ​ຫົວ​ໜ່ວຍ​ລະ 1 ລ້ານ​ກີບ ແລະ ຖ້າ​ຫາກ​ເລີຍ​ກຳ​ນົດ​ດັ່ງ​ກ່າວ​ກໍ​ຂະ​ປັບ​ໄໝ ຫ້າ​ລ້ານ​ຫ້າ​ແສນ​ກີບໃນ​ຄັ້ງ​ທີ 2 ແລະ 10 ລ້ານ​ກີບ​ໃນ​ຄັ້ງ​ທີ 3 ຕໍ່​ໄປ.

ສ່ວນ​ທ່ານ ບຸນ​ຄົງ ຫຼ້າ​ສຸ​ກັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ຢືນ​ຢັນ​ວ່າ ການ​ລັກ​ລອບ​ທຳ​ງານ ແລະ ດຳ​ເນີນ​ກິດ​ຈະ​ການ​ຕ່າງໆ​ຢ່າງບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ​ໃນ ລາວ ໂດຍ​ບັນ​ດາຊາວ​ຕ່າງ​ຊາດ​ມີ​ທ່າ​ອຽງ​ເພີ່ມ​ຂ​ຶ້ນ​ຢ່າງ​ຕໍ່​ເນື່ອງ ທັງ​ນີ້​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ ລາວ ທີ່​ເຫັນ​ແກ່​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ເປັນ​ສຳ​ຄັນ ຈຶ່ງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຊາວ​ຕ່າງ​ຊາດທັງ​ໃນ​ດ້ານ​ທີ່​ຢູ່​ອາ​ໄສ ການ​ໃຫ້​ເຊົ່າ​ທີ່​ດິນ ແລະ ນຳ​ໃຊ້​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ກິດ​ຈະ​ການ​ຕ່າງໆ​ໃນ​ນາມ​ຄົນ ລາວ ດັ່ງ​ກ່າວ.

ທັງ​ນີ້ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພ້ອມ​ດ້ວຍ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ໄດ້​ຮ່ວມ​ກັນ​ຂຶ້ນ​ທະ​ບ​ຽນ​ແຮງ​ງານ​ຕ່າງ​ຊາດ​ໃນ ລາວ ນັບ​ແຕ່​ປີ 2016 ເປັ​ນ​ຕົ້ນ​ມາ​ໂດຍ​ໃນ​ປັດ​ຈຸ​ບັນ​ນີ​້ມີ​ແຮງ​ງານ​ຕ່າງ​ຊາດ 29,825 ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຊຳ​ລະ​ຄ່າ​ທຳ​ນຽມ​ເພື່ອ​ທຳ​ງານ​ໃນ ລາວ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ໃນ​ຂະ​ນະ​ທີ່​ສະ​ຫະ​ພັນ​ກຳ​ມະ​ບານ ລາວ ລາຍ​ງານ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ 34,928 ຄົນ​ທີ່​ຍັງ​ບໍ່​ຊຳ​ລະ​ຄ່າ​ທຳ​ນຽມ​ໃນ​ການ​ອອກ​ບັດ​ອະ​ນຸ​ຍາດ​ທຳ​ງານ​ໃນ ລາວ ຢ່າງ​ຖືກ​ຕ້ອງ ຊຶ່ງ​ມີ​ອັດ​ຕາ​ຄ່າ​ທຳ​ນຽມ​ຄົນ​ລະ ສາມ​ລ້ານ​ຫົກ​ແສນ​ກີບຕໍ່​ປີ ເຮັດ​ໃຫ້​ລັດ​ຖະ​ບານ ລາວ ສູນ​ເສຍ​ລາຍ​ໄດ້ຫຼາຍກວ່າ 125 ຕື້​ກີບ​ຕໍ່​ປີ ແລະ ເຊື່ອ​ວ່າ​ມີ​ຄົນ​ຕ່າງ​ດ້າວກວ່າ 80,000 ຄົນ​ທີ່​ເຂົ້າ​ເມືອງ ລາວ ໂດຍ​ຜິດ​ກົດ​ໝາຍ​ໃນ​ປັດ​ຈຸ​ບັນ.

XS
SM
MD
LG