ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາຍງານປະຈຳປີ 2019 ຂອງກະຊວງ ຕ່າງປະເທດສະຫະລັດ ວ່າດ້ວຍ ການຄ້າ ມະນຸດ ຢູ່ລາວ ພາກ​ທີ 1


ລາຍງານປະຈຳປີ 2019 ຂອງກະຊວງຕ່າງປະເທດສະຫະລັດ ວ່າດ້ວຍການຄ້າມະນຸດຢູ່ລາວ.
ລາຍງານປະຈຳປີ 2019 ຂອງກະຊວງຕ່າງປະເທດສະຫະລັດ ວ່າດ້ວຍການຄ້າມະນຸດຢູ່ລາວ.

ໃນວັນ​ທີ 20 ​ມີ​ຖຸນາ​ຜ່ານ​ມານີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ລາຍ​ງານປະ​ຈໍາປີ 2019 ວ່າ​ດ້ວຍ​ການ​ຄ້າ​ມະນຸດຢູ່​ໃນ​ທົ່ວ​ໂລກ ​ຊຶ່ງພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບ​ລາວນັ້ນ ໄດ້ແບ່ງ​ອອກເປັນ​ 4 ຕອນ. ອັນ​ດັບ​ຕໍ່​ໄປ ​ຂໍ​ເຊີນ​ທ່ານ​ຮັບ​ຟັງ​ລາຍ​ງານ​ການ​ຄ້າ​ມະ​ນຸດ​ໃນ​ລາວ ຕອນ​ທີ 1 ຈາກວັນ​ນະ​ສອນໄດ້​ເລີຍ.

ລາຍ​ງານ​ປະຈຳປີ 2019 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ໄດ້​ຈັດ ສປປ ລາວ​
ເຂົ້າໄວ້​ໃນ​ກຸ່ມທີ 2 ຫລື Tiers 2 ຂອງ​ຈໍານວນທັງ​ໝົດ 3 ກຸ່ມ​ ຊຶ່ງ​ກຸ່ມ​ທີ 2 ນີ້ ​ແມ່ນ​ໝາຍ
​ເຖິງ​ພວກ​ປະ​ເທດທີ່​ຍັງຈະ​ຕ້ອງ​ຖືກຕິດຕາມ​ສິ້ງ​ຊອມ​ເບິ່ງ​ຢູ່.

ພາຍ​ໃນ​ກຸ່ມ​ທີ 2 ນີ້ ລາຍ​ງານຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ເວົ້າວ່າ ສປປ
ລາວ ບໍ່​ໄດ້​ປະ​ຕິ​ບັດຢ່າງ​ຄົບ​ຖ້ວນ​ຕາມ​ມາດ​ຕະ​ຖານ​ຕ່ຳ​ສຸດ ໃນ​ການຄ້າ​ມະ​ນຸດ ແຕ່​ວ່າ
​ກໍ​ໄດ້ດຳ​ເນີນ​ຄວາມ​ພະ​ຍາ​ຍາມຢ່າງ​ຫລວງ​ຫລາຍເພື່ອ​ໃຫ້ເຮັດ​ໄດ້​ເຊັ່ນ​ນັ້ນ. ລັດ​ຖະ​ບານ
ມີ​ຜົນງານ​ອັນ​ສຳ​ຄັນໃນ​ບາງ​ດ້ານ ສະ​ນັ້ນຈຶ່ງ​ໄດ້​ຖືກ​ຍົກ​ອອກ​ຈາກ​ກຸ່ມທີ 3 ໃນ​ປີ​ກາຍນີ້ ​
ຂຶ້ນ​ມາ​ຢູ່​ໃນ​ກຸ່ມ 2. ຜົນ​ງານເຫລົ່າ​ນັ້ນ​ລວມ​ມີການໃຫ້​ຄ່າຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ແກ່​
ພວກ​ໄດ້​ຮັບ​ເຄາະ​ຮ້າຍ ໂດຍ​ຜ່ານ​ຂະ​ບວນ​ການ​ຍຸ​ຕິ​ທຳ​ ຕໍ່​ພວກ​ກະ​ທຳ​ຜິດ​ທາງ​ອາ​ຍາ,
ສະ​ໜອງ​ການ​ບໍ​ລິ​ການ​ໂດຍ​ກົງ​ແກ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ລວມ​ທັງ​ຜູ້ໄດ້​ຮັບ​ເຄາະ​ຮ້າຍ
​ທີ່​ເປັນ​ເພດ​ຊາຍຊຶ່ງ​ເປັນ​ຄັ້ງ​ທຳ​ອິດທີ່​ເຮັດ​ເຊັ່ນ​ນັ້ນ; ອອກ​ດຳ​ລັດໃນ​ເດືອນ​ກໍ​ລະ​ກົດ​
ທີ່​ຜ່ານ​ມາເພື່ອຮຽກ​ຮ້ອງ​ໃຫ້​ມີ​ການ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ດຳ​ເນີນ​ງານ​ຕ້ານ​ການ​ຄ້າ
​ມະ​ນຸດ​ ທີ່​ມີ​ຫລາຍ​ຂະ​ແໜງ​ການ​ຂຶ້ນມາ; ແລະ​ຈັດ​ການ​ຝຶກ​ອົບ​ຮົມ ແລະ​ຍົກ​ສູງ​ຄວາມຮູ້
ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ດຳ​ລັດ​ດັ່ງ​ກ່າວເພີ້ມ​ຂຶ້ນ ​ຢູ່​ໃນ​ຂັ້ນ​ທ້ອງ​ຖິ່ນເພື່ອ​ໃຫ້​ເຂົາ​ເຈົ້າ
​ຊ່ວຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ດຳ​ລັດ​ດັ່ງ​ກ່າວ​ໄດ້.

ເຖິງແມ່ນ​ວ່າ​ ຈະ​ມີ​ຜົນ​ສຳ​ເລັດດັ່ງ​ກ່າວ​ມານັ້ນ​ກໍ​ຕາມລັດ​ຖະ​ບານລາວກໍ​ຍັງສືບ​ຕໍ່​ພົບ
​ຄວາມ​ຫຍຸ້ງ​ຍາກ​ ໃນ​ເລື້ອງລະ​ບຸ​ໂຕ​ຂອງຜູ້ທີ່ຕົກ​ເປັນ​ເຫຍື່ອຂອງການ​ຄ້າ​ມະ​ນຸດ ທີ່​ເປັນ
​ຄົນ​ລາວ ແລະ​ຄົນ​ຕ່າງ​ປະ​ເທດ​ຢູ່​ໃນ​ລາວ, ແລະມີ​ຄວາມ​ເປັນ​ຫ່ວງ​ກັນຫລາຍ​ຂຶ້ນວ່າ
ພວກ​ທີ່​ເຮັດ​ວຽກຢູ່ເຂດເສດຖະກິດພິເສດ, ຢູ່ໂຄງການກໍ່ສ້າງໂຄງລ່າງພື້ນຖານ
ແລະໂຄງ​ການກະສິກໍາຂະໜາດໃຫຍ່ຕ່າງໆ ອາດຈ​ະ​ຕົກເປັນ​ເຫຍື່ອຂອງ​ການ​ຄ້າ
​ມະ​ນຸດ​ໄດ້​ງ່າຍ. ໃນຂະ​ນະ​ທີ່ບໍ່​ມີການ​ປະ​ສານກັນ​ລະ​ຫວ່າງ​ກະຊວງຕ່າງໆ​ດີ​ປານ​ໃດນັ້ນ
ນະ​ໂຍ​ບາຍທີ່​ເຮັດ​ໃຫ້​ການ​ດຳ​ເນີນ​ງານ​ຂອງ​ອົງ​ການສະ​ໜອງ​ການ​ບໍ​ລິ​ການ​ຂອງ
​ອົງ​ການບໍ່​ແມ່ນ​ລັດ​ຖະ​ບານ ທີ່ຖືກ​ຈຳ​ກັດນັ້ນ ​ກໍຍັງສືບ​ຕໍ່ເຮັດ​ໃຫ້​ການ​ປົກ​ປ້ອງ​ໃຫ້​ແກ່
ພວກ​ທີ່​ສ່ຽງ​ຕໍ່​ການ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າມະ​ນຸດ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ
ແຜນງານຕ້ານ​ການ​ຄ້າ​ມະ​ນຸດ​ແຫ່ງ​ຊາດ​ບໍ່​ມີ​ປະ​ສິດ​ທິ​ຜົນ​ຢູ່.

ກ່ຽວກັບຄຳແນະນຳຕໍ່ລັດຖະບານລາວໃນ​ການແກ້​ໄຂບັນ​ຫານີ້ ລາຍງານກະຊວງ ການຕ່າງປະເທດສະຫະລັດໃຫ້​ຄຳ​ເຫັນວ່າ ເພີ້ມ​ຄວາມ​ພະ​ຍາ​ຍາມໃນ​ການ​ເຜີຍ​ແຜ່,
ຈັດ​ຕັ້ງ​ປະ​ຕິ​ບັດ, ແລະ​ຝຶກ​ອົບ​ຮົມຕຳ​ຫລວດ ແລະ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນກ່ຽວ​ກັບ
ຂໍ້​ແນ​ະ​ນຳ​ໃນ​ການ​ປົກ​ປ້ອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ແຫ່ງ​ຊາດ ໂດຍ​ເພັ່ງ​ເລງ​ໃສ່​ກຸ່ມ​ທີ່​ຕົກ
ເປັນ​ເຫຍື່ອ ​ຂອງ​ການ​ຄ້າ​ມະ​ນຸ​ດ​ໄດ້​ງ່າຍ. ນອກນັ້ນ ໃຫ້ກວດກາ ເບິ່ງສິ່ງທີ່ສໍ່ສະແດງ
ໃຫ້ເຫັນວ່າ ເປັນການຄ້າມະນຸດ ຢູ່ໃນກຸ່ມຄົນ​ທີ່​ຕົກເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸ​ດ​
ໄດ້​ງ່າຍ ຊຶ່ງ​ລວມ​ທັງ ​ແຕ່ບໍ່​ຈຳ​ກັດ ​ແຕ່ກໍາມະກອນຕ່າງປະເທດແລະກຸ່ມຜູ້ຊາຍ ແລະ
ເດັກນ້ອຍຜູ້ຊາຍຂອງລາວທີ່ເຮັດວຽກຢູ່ໃນໂຄງການກໍ່ສ້າງ ໂຄງລ່າງພື້ນຖານ, ການຂຸດ
ຄົ້ນບໍ່ແຮ່ ແລະກະສິກໍາຂະໜາດໃຫຍ່, ແລະ ພວກອອກແຮງງານ ທີ່ຖືກສົ່ງກັບ ຍ້ອນ
ການໄປເຮັດວຽກຢູ່ຕ່າງປະເທດຜິດ​ກົດ​ໝາຍ, ແລະພວກຜູ້ຍິງທີ່ເປັນ​ຄົນ​ລາວ ແລະ​ຄົນ
​ຕ່າງ​ປະ​ເທດ ໄດ້ຮັບເຄາະຮ້າຍຈາກການຖືກ​ຂາຍ​ໃຫ້ເປັນໂສເພນີ ຢູ່ໃນລາວ. ໃຫ້ເພີ້ມ
ການດຳເນີນຄວາມພະຍາຍາມໃນ​ການປ້ອງກັນ, ເຮັດໃຫ້ການຂ້າມຊາຍແດນ ທີ່ບໍ່ເປັນ
ທາງການ ໃຫ້ກາຍເປັນທາງການ ແລະຕິດຕາມເບິ່ງການຂ້າມຊາຍແດນແບບນັ້ນຢູ່ໃນ
ເຂດຫ່າງໄກສອກຫລີກ ແລະເຂດພູຜາທີ່ພວກອອກແຮງງານລາວຢູ່ຕ່າງປະເທດມັກໃຊ້
ເພື່ອເດີນທາງກັບ ຄືນບ້ານ, ແລະກວດຫາສິ່ງທີ່ສໍ່ສະແດງໃຫ້ເຫັນວ່າອາດມີຜູ້ທີ່ຕົກເປັນ
ເຫຍື່ອຂອງ ການຄ້າມະນຸດຢູ່ໃນຄົນກຸ່ມນີ້; ໃຫ້​ຝຶກ​ອົບ​ຮົມ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ
ຢູ່​ໃນ​ລະ​ດັ​ບ​ຊາດແລະ​ທ້ອງ​ຖິ່ນ​ກ່ຽວ​ກັບ​ຂໍ້​ປັບ​ປຸງ​ໃໝ່ຂອງກົດລະ​ບຽບການປັບ​ໃໝແລະ
ລົງ​ໂທດຕາມ​ກົດໝາຍ​ອາ​ຍາ ແລະ​ຍົກ​ລະ​ດັ​ບ​ຄວາມ​ສາ​ມາດຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ
ສືບ​ສວນ, ດຳ​ເນີນ​ຄະ​ດີ, ແລະ​ຕັດ​ສິນ​ຄະ​ດີ​ ຕໍ່​ພວກ​ຄ້າມະ​ນຸດຊຶ່ງ​ລວມ​ທັງ​ພວກ​ເຈົ້າ​ໜ້າ​ທີ່
ທີ່ຮູ້​ເຫັນເປັນ​ໃຈນຳ ແລະນັກ​ທ່ອງ​ທ່ຽວ​ທີ່​ມີເພດ​ສຳ​ພັນ​ກັບ​ເດັກ​ນ້ອຍອີກ​ດ້ວຍ.

ໃຫ້ລັດຖະບານລາວຮ່ວມມືກັບກຸ່ມສັງຄົມພົນລະເຮືອນເພື່ອປັບ​ປຸງແລະຍືດໄລ​ຍະ
​ແຜນປະ​ຕິ​ບັດ​ງານ​ຂອງ​ຊາດ​ໃຫ້ກາຍປີ 2020ໄປ​ອີກ ໂດຍ​ໃຫ້ເອົາ​ໃຈ​ໃສ່​ເບິ່ງ​
ທ່າ​ອ່ຽງແລະ​ຄົນ​ທີ່ຕົກ​ເປັນ​ເຫ​ຍື່ອ​ຂອງ​ການ​ຄ້າ​ມະ​ນຸດທີ່​ກຳ​ລັງ​ປ່ຽນ​ແປງໄປ;
ໃຫ້ເພີ້ມງົບປະມານ ຂອງລັດຖະບານໃນການຕ້ານການຄ້າມະນຸດ ເພື່ອໃຊ້ຈ່າຍ
ເຂົ້າໃນການໃຫ້ບໍລິການແລະໃຫ້ໂຄງການຊ່ວຍເຫລືອແກ່ພວກໄດ້ຮັບເຄາະຮ້າຍ, ແລະໃຫ້ຂະຫຍາຍ ການບໍລິການເຫລົ່ານີ້ອອກ ເພື່ອສະໜອງໃຫ້ແກ່ພວກເຄາະຮ້າຍ
ທີ່ເປັນຜູ້ຊາຍນຳ​ດ້ວຍ; ໃຫ້​ຍົກເລີກ​ຂໍ້​ກຳ​ນົດທີ່​ຮຽກ​ຮ້ອງ​ໃຫ້​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ
​ຕ້ອງ​ຍື່ນ​ໃບ​ຄຳ​ຮ້ອງ​ຢ່າງ​ເປັນ​ທາງ​ການ ເພື່ອ​ຂໍການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ​ຈາກ​
ພວກ​ທີ່​ນຳ​ເຂົາ​ເຈົ້າ​ໄປ​ຂາຍ; ໃນການເຮັດວຽກຮ່ວມກັບອົງການທ້ອງຖິ່ນແລະ
ອົງການຈັດຕັ້ງສາ​ກົນນັ້ນ ໃຫ້ເພີ້ມຊັບພະຍາກອນແລະການຝຶກຝົນອາຊີບເພື່ອຊ່ວຍ
ເຫລືອ​ພວກໄດ້​ຮັບເຄາະຮ້າຍ ຮວມທັງພວກຜູ້ຊາຍທີ່ໄດ້​ຮັບເຄາະຮ້າຍ ໃຫ້ເຂົາເຈົ້າ
ກັບຄືນໄປຢູ່ໃນບ້ານຂອງພວກເຂົາເຈົ້າໄດ້ຕາມປົກກະຕິ; ປັບປຸງຄວາມໂປ່ງໃສ
ເພີ້ມຂຶ້ນອີກ ໂດຍການເກັບກຳຂໍ້ມູນ ກ່ຽວກັບກິດຈະກຳຕ້ານການຄ້າມະນຸດຂອງ
ລັດຖະບານຮວມທັງ ລາຍລະອຽດຂອງກໍລະນີຕ່າງໆແລະການອະນຸມັດເງິນແລະ
ແຈ້ງຂໍ້ມູນນີ້ໃຫ້ກະຊວງຕ່າງໆ ແລະບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ
ທີ່ກ່ຽວ​ຂ້ອງຊາບ. ແລະໃຫ້ເພີ້ມການດຳເນີນຄວາມພະຍາຍາມຂອງພວກປະຕິບັດ
ງານ ທາງການທູດຢູ່ຕ່າງປະເທດໃຫ້ຊ່ວຍເຫລືອໃນການລະບຸໂຕ ແລະປົກປ້ອງ
ພວກເຄາະຮ້າຍ.

XS
SM
MD
LG