ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງປະຊຸມ ລາວໂຮມລາວ ທີ່ເມືອງຟອດສມິສ ລັດອາແກນຊໍ


ບັນດາຜູ້ເຂົ້າຮ່ວມກອງປະຊຸມ ລາວໂຮມລາວ
ບັນດາຜູ້ເຂົ້າຮ່ວມກອງປະຊຸມ ລາວໂຮມລາວ

ຂະບວນການປະຊາທິປະໄຕເພື່ອຄົນລາວຍຸກໃໝ່ ແລະສະພາສິດທິມະນຸດຂອງລາວ
ໄດ້ຈັດກອງປະຊຸມໂຮມລາວຂຶ້ນພາຍໃຕ້ການ​ນຳພາຂອງທ່ານ Richard ໄຊ​ສົມມອນ
​ປະ​ທານຂອງຂະ​ບວນການ.

ກອງ​ປະຊຸມຄັ້ງ​ນີ້ ຈັດຂຶ້ນທີ່ເມືອງ Ft. Smith ລັດ Arkansas ໃນວັນທີ 21 ແລະ 22 ຕຸລາຜ່ານມາໂດຍ​ມີ​ຈຸດປະສົງ​ທີ່ຈະເຕົ້າ​ໂຮມ​ຜູ້​ຮັກຫອມ​ປະຊາທິປະໄຕ​ຢູ່​ໃນ​ສະຫະລັດ
ອາ​ເມຣິກາ ​ແລະ​ໃນ​ທົ່​ວໂລກ ​ເພື່ອ​ທ້ອນ​ໂຮມ​ໃຫ້​ເປັນປາກເປັນ​ສຽງ​ດຽວ​ກັນ ​ໃນ​ຄວາມ
​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ປົກ​ຄອງ​ແລະ​ສະພາບ​ການ​ເປັນ​ຢູ່ ​ໃນ ສປປ ລາວ​.

ກອງ​ປະຊຸມເປັນ​ເວລາ​ສອງວັນດັ່ງກ່າວນີ້ ​ມີ​ຜູ້ຕາງໜ້າ​ຈາກຂະ​ບວນການ ຈາກ​ສະມາ
ຄົມ ​ແລະ​ອົງການຈັດ​ຕັ້ງ​ຕ່າງໆທີ່​ເດີນທາງ​ມາ​ຈາກ​ທົ່ວ​ສະຫະລັດ ແລະແຫ່ງອື່ນໆຈຳ
ນວນ 62 ຄົນ ຊຶ່ງ​ທ່ານ Richard ​ກ່າວ​ວ່າ:

"ມີ​ພີ່ນ້ອງ​ຈາກ Seattle ລັດ Washington ມາ​ຈາກ Oregon ມາ​ຈາກ Cali-
fornia ມາ​ຈາກ Wisconsin ມາ​ຈາກລັດ Alabama ມາ​ຈາກ​ລັດ Texas ມາ​ຈາກ​
ລັດ Tennessee ມາ​ຈາກ​ລັດ Virginia ມາ​ຈາກ​ເມືອງ Atlanta ລັດ Georgia,
Kansas, Missouri ມາ​ຈາກ​ຫລາຍໆ​ລັດ​ໂຮມ​ກັນ."

​ໃນ​ວັນ​ອາທິດ​ທີ 21 ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເຕົ້າ​ໂຮມ​ກັນເພື່ອ​ຟັງ​ລາຍ​ງານ​ຂໍ້​ຕົກລົງ​
ຢູ່ສາລາ​ສາ​ມະ​ຄີ ​ວັດ​ລາວ​ສັນ​ຕິ​ທຳ ​ເມືອງ Ft Smith ລັດ Arkansas ຊຶ່ງທ່ານ Richard
​ໄຊ​ສົມ​ມອນ ​ໄດ້​ກ່າວ​ເຖິງ​ຫົວ​ຂໍ້ສຳຄັນ ​ທີ່​ໄດ້​ຕົກລົງ​ກັນຢູ່​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ວ່າ:

ພວກເຮົາຕົກລົງຢູ່ກອງປະຊຸມນີ້ຢູ່ເຈັດຂໍ້ດ້ວຍກັນຄື ຂໍ້ທີ່ຂໍ້ທີ່ນຶ່ງລາວຕ້ອງເປັນລາວ
ດຽວ
ຂໍ້ທີ່ສອງປະເທດລາວຕ້ອງມີປະຊາທິປະໄຕແທ້ຈິງ ແລະຫລາຍພັກການເມືອງ. ຂໍ້ທີ່ສາມປະເທດລາວຈ້ອງມີສິດທີເສລີພາບ ແລະສະໝີພາບເທົ່າທ່ຽມກັນ. ຂໍ້ທີ່ສີ່
ປະເທດລາວຕ້ອງມີເອກກະລາດ ມີປະຊາທິປະໄຕ ແລະຄວາມໝັ້ນຄົງຂອງຊາດ. ຂໍ້ທີ່ຫ້າປະເທດລາວຈະຕ້ອງມີການພັດທະນາກະສິກຳ ອຸດສາຫະກຳ ການຄ້າ ແລະເສດຖະກິດຕ່າງໆ. ຂໍ້ທີ່ຫົກປະເທດລາວຈະຕ້ອງວສົ່ງເສີມການສຶກສາ ແລະ
ເທັກໂນໂລຈີ. ຂໍ້ທີ່ເຈັດປະເທດລສາວຈະຕ້ອງດູແລສະວັດດີການສັງຄົມ ແລະ
ການຢູ່ດີກິນດີຂອງພໍ່ແມ່ພີ່ນ້ອງປະຊາຊົນຄົນລາວ. ອັນນີ້ແມ່ນພວກເຮົາຢາກ

ຫ້ປະເທດລາວມີການປ່ຽນແປງໃໝ່ໄປໃນທາງເຈັດຂໍ້ອັນນີ້. ພິເສດແມ່ນພວກ
ເຮົາຢາກໃຫ້ມີປະຊາທິປະໄຕໂດຍແທ້.

ທ່ານ Richard ກ່າວ​ວ່າ ລາຍ​ງານ​ກອງ​ປະຊຸມ​ຄັ້ງນີ້ຈະ​ນຳ​ໄປສະ​ເໜີ​ຕໍ່​ກະຊວງ​ການ​
ຕ່າງປະ​ເທດ​ສະຫະລັດ ດັ່ງ​ທີ່ເຄີຍ​ປະຕິບັດຜ່ານ​ມາ.

XS
SM
MD
LG