ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກຊາວມົ້ງ ແລະລາວອາເມຣິກັນ ແຂ່ງຂັນເອົາຫຼາຍຕຳແໜ່ງ ໃນການເລືອກຕັ້ງ ຢູ່ໃນສະຫະລັດ


ຜູ້ມີສິດປ່ອນບັດ ລົງຄະແນນສຽງ ທີ່ເມືອງດາລລັສ ໃນລັດຈໍເຈຍ ເມື່ອວັນທີ 5 ພະຈິກ 2019.
ຜູ້ມີສິດປ່ອນບັດ ລົງຄະແນນສຽງ ທີ່ເມືອງດາລລັສ ໃນລັດຈໍເຈຍ ເມື່ອວັນທີ 5 ພະຈິກ 2019.

ມີຜູ້ສະໝັກຊາວມົ້ງ ແລະລາວອາເມຣິກັນເກືອບ 20 ຄົນ ລົງແຂ່ງຂັນເອົາຕຳແໜ່ງຕ່າງໆ ທັງໃນລະດັບຊາດແລະລະດັບທ້ອງຖິ່ນ ໃນການເລືອກຕັ້ງສະຫະລັດ ປີ 2020.ໃນລະດັບຊາດນັ້ນ ມີຜູ້ສະໝັກຊາວມົ້ງ ລົງແຂ່ງຂັນເອົາບ່ອນນັ່ງ ຢູ່ໃນສະພາຕ່ຳ ສະຫະ ລັດ 3 ທ່ານປະກອບມີທ່ານ Bobby Bliatout ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາບ່ອນນັ່ງຢູ່ໃນເຂດເລືອກຕັ້ງທີ 22 ຂອງລັດຄາລີຟໍເນຍ, ທ່ານ Sou Moua ສັງກັດພັກຣີພັບບລີກັນລົງສະໝັກແຂ່ງຂັນເອົາບ່ອນນັ່ງຢູ່ໃນເຂດເລືອກຕັ້ງທີ 47 ຂອງລັດຄາລີຟໍເນຍ ແລະທ່ານ Sia Lo ສັງກັດພັກຣີພັບບລີກັນລົງ ແຂ່ງຂັນເອົາບ່ອນນັ່ງຢູ່ໃນເລືອກຕັ້ງທີ 4 ຂອງລັດມິນເນໂຊຕ້າ.ສຳລັບສະມາຊິກສະພາປະຈຳລັດນັ້ນ ກໍມີ 6 ທ່ານປະກອບດ້ວຍທ່ານ Foung Hawj ທີ່ສັງກັດພັກເດໂມແຄຣັດລົງສະໝັກເອົາຕຳແໜ່ງສະມາຊິກສະພາສູງໃນເຂດເລືອກຕັ້ງ ທີ 67 ຂອງລັດມິນເນໂຊຕ້າ ເປັນສະໄໝທີ 3, ທ່ານໄດ້ຊະນະຕຳແໜ່ງດັ່ງກ່າວ ເທື່ອທຳອິດໃນປີ 2012 ແລະຄັ້ງທີ 2 ໃນປີ 2016. ທ່ານນາງ Kaohly Her ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາຕຳແໜ່ງສະມາ ຊິກສະພາຕ່ຳ ໃນເຂດເລືອກຕັ້ງທີ 64A ຂອງລັດມິນເນໂຊຕ້າ ເປັນສະໄໝທີ 2. ທ່ານນາງ Samantha Vang ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາຕໍາແໜ່ງສະມາຊິກສະພາຕ່ຳ ໃນເຂດເລືອກຕັ້ງທີ 40B ຂອງລັດມິນເນໂຊຕ້າ ເປັນສະໄໝທີ 2. ທ່ານ Jay Xiong ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາບ່ອນນັ່ງໃນສະພາຕ່ຳໃນເຂດເລືອກຕັ້ງທີ 67B ຂອງລັດມິນເນໂຊຕ້າເປັນສະໄໝທີ 2. ທ່ານFue Lee ທີ່ສັງກັດພັກເດໂມແຄຣັດລົງແຂ່ງຂັນເອົາບ່ອນນັ່ງໃນສະພາຕ່ຳເຂດທີ 59A ຂອງລັດມິນເນໂຊຕ້າເປັນສະໄໝທີ 3 ແລະທ່ານ Tou Xiong ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາບ່ອນນັ່ງໃນເຂດເລືອກຕັ້ງທີ​ 53A ຂອງລັດມິນເນໂຊຕາ ເປັນສະໄໝທີສອງ. ສຳລັບໃນລະດັບທ້ອງຖິ່ນ ກໍມີຢ່າງໜ້ອຍ 10 ທ່ານທີ່ລົງແຂ່ງຂັນເອົາຕຳແໜ່ງ ຕ່າງໆ ຮວມທັງທ່ານນາງ Sunny Panyanouvong-Rubeck ທີ່ສັງກັດພັກ ຣີິພັບບລີກັນ ລົງແຂ່ງຂັນເອົາຕຳແໜ່ງຜູ້ພິພາກສາ ເຂດເມືອງແມັກແຄລນເບີກໃນລັດຄາໂຣໄລນາເໜືອ. ທ່ານນາງໃຫ້ຄວາມເຫັນວ່າ ບັນຫາຂອງທ່ານນາງກໍຍ້ອນມີການຂະຫຍາຍເຂດເລືອກຕັ້ງ.


ນອກນັ້ນ ກໍຍັງມີທ່ານ Steve Ly ທີ່ສັງກັດພັກເດໂມແຄຣັດລົງແຂ່ງຂັນເອົາຕຳແໜ່ງເຈົ້າເມືອງໆ Elk Grove ໃນລັດຄາລີຟໍເນຍ, ທ່ານ Shoua Lo ທີ່ສັງກັດພັກຣີພັບບລີກັນ ລົງແຂ່ງຂັນເອົາຕຳແໜ່ງເຈົ້າເມືອງໆ Stockton ໃນລັດຄາລີຟໍເນຍ, ທ່ານ Tzianeng Vang ທີ່ສັງກັດພັກເດໂມແຄຣັດລົງແຂ່ງຂັນເອົາຕຳແໜ່ງສະມາຊິກສະພາບໍລິຫານ ເຂດ 7 ເມືອງ Ramsey ລັດມິນເນໂຊຕ້າ, ທ່ານນາງ Lee Lor ທີ່ສັງກັດພັກເດໂມແຄຣັດລົງແຂ່ງຂັນເອົາຕໍາ ແໜ່ງສະມາຊິກສະພາບໍລິຫານເຂດ 2 ເມືອງ Merced ລັດຄາລີຟໍເນຍ, ທ່ານນາງ Mai Xiong ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາຕໍາແໜ່ງສະມາຊິກສະພາບໍລິຫານເມືອງ Macomb ໃນລັດມິຊິແກນ, ທ່ານນາງ Mai Xiong ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາຕຳແໜ່ງສະມາຊິກສະພາເທດສະບານເມືອງ Eau Clair ໃນລັດວິສຄອນຊິນ, ທ່ານນາງ Mai Vang ລົງແຂ່ງຂັນເອົາຕຳແໜ່ງສະມາຊິກສະພາເທດສະບານເຂດ 8 ຂອງເມືອງ Sacramento ໃນລັດຄາລີຟໍເນຍ ທ່ານ Ali Moua ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາຕຳແໜ່ງສະມາຊິກສະພາເທດສະບານເມືອງ Elk Grove ໃນລັດຄາລີຟໍເນຍ ແລະທ່ານ Xiong Sean Yang ທີ່ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເອົາຕໍາແໜ່ງຫົວໜ້າຜູ້ບໍລິຫານໂຮງຮຽນໃນເມືອງ Elk Grove ລັດຄາລີຟໍເນຍ.

XS
SM
MD
LG