ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຕິດຕາມຜູ້ຖືກກັກຕົວ ກວດໂຣກ ໂຄວິດ-19 ຢ່າງເຄັ່ງຄັດ, ຫຼັງພົບກໍລະນີໃໝ່. 


ແມ່ຍິງຄົນນຶ່ງໃສ່ໜ້າກາກ, ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການແຜ່ລາມຂອງໄວຣັສໂຄໂຣນາສາຍພັນໃໝ່, ຂັບລົດຈັກຜ່ານປ້າຍໂຄສະນາຮູບເງົາ ມູລານ ໃນນະຄອນຫຼວງ ວຽງຈັນ, 11 ມີນາ, 2020. (Photo by Mladen ANTONOV / AFP)
ແມ່ຍິງຄົນນຶ່ງໃສ່ໜ້າກາກ, ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການແຜ່ລາມຂອງໄວຣັສໂຄໂຣນາສາຍພັນໃໝ່, ຂັບລົດຈັກຜ່ານປ້າຍໂຄສະນາຮູບເງົາ ມູລານ ໃນນະຄອນຫຼວງ ວຽງຈັນ, 11 ມີນາ, 2020. (Photo by Mladen ANTONOV / AFP)

ຫຼັງຈາກໄດ້ພົບກໍລະນີຜູ້ຕິດເຊື້ອໄວຮັສ ໂຄວິດ-19 ໃໝ່ເມື່ອອາທິດທີ່ຜ່ານມາ, ເຈົ້າໜ້າທີ່ ລາວ ກໍໄດ້ຮັດກຸມການຕິດຕາມ ແລະ ປະຕິບັດການກັກບໍລິເວນກວດໂຣກຂອງຄົນຜູ້ທີ່ໄດ້ເດີນທາງເຂົ້າປະເທດຢ່າງເຄັ່ງຄັດຂຶ້ນຕື່ມ.

ເມື່ອບໍ່ດົນມານີ້ທາງການ ລາວ ກ່າວວ່າຕົນໄດ້ສະກັດຄົນກຸ່ມນຶ່ງທີ່ໄດ້ອອກຈາກໂຮງແຮມທີ່ເຂົາເຈົ້າຖືກກັກບໍລິເວນກວດໂຣກກ່ອນກຳນົດ ເພື່ອເດີນທາງໄປຍັງພາກເໜືອຂອງ ລາວ ແລະ ກໍໄດ້ນຳເອົາເຂົາເຈົ້າກັບຄືນໄປກັກບໍລິເວນຈົນຄົບກຳນົດ. ເຊິ່ງ ດຣ. ຣັດຕະນະໄຊ ເພັດສະວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວໃນການລາຍງານປະຈຳວັນ ເມື່ອວັນພຸດວານນີ້ວ່າ

“ສຳລັບຂ່າວທີ່ວ່າມີຈຳນວນນຶ່ງທີ່ວ່າໄດ້ອອກຈາກໂຮງແຮມທີ່ໃຊ້ຈຳກັດບໍລິເວນ ເພື່ອເດີນທາງໄປແຂວງຫຼວງນໍ້າທານັ້ນແມ່ນພວກເຮົາກໍໄດ້ສະກັດ. ໝາຍຄວາມວ່າການບິນເພິ່ນກໍບໍ່ໄດ້ອະນຸຍາດຂຶ້ນເດີນທາງໄປ ຫຼວງນໍ້າທາ. ພວກເຮົາກໍໄດ້ຮັບການລາຍງານ ກໍໄດ້ແຈ້ງໃຫ້ຄະນະສະເພາະກິດ ໂດຍສະເພາະຮັບຜິດຊອບບັນດາສູນນັ້ນລົງໄປມີມາດຕະການນຳບັນດາກຸ່ມຄົນດັ່ງກ່າວ.” ທ່ານໄດ້ກ່າວຕື່ມວ່າ “ມາຮອດປັດຈຸບັນນີ້ເຂົາເຈົ້າໄດ້ຖືກນຳຕົວເຂົ້າໄປສືບຕໍ່ກັກກັນຢູ່ໃນໂຮງແຮມນັ້ນໃຫ້ມັນຄົບ 14 ວັນ.”

ກຸ່ມຄົນທີ່ວ່ານັ້ນບໍ່ມີລາຍລະອຽດວ່າເປັນຄົນສັນຊາດໃດ.

ດຣ. ຣັດຕະນະໄຊ ເວົ້າວ່າໂຮງແຮມທີ່ໄດ້ລ່ວງລະເມີດປ່ອຍໃຫ້ຜູ້ຖືກກັກບໍລິເວນອອກກ່ອນກຳນົດນັ້ນ ຈະຖືກມາດຕະການຈາກທາງການລາວ.

ຜູ້ຕິດເຊື້ອຄົນຫຼ້າສຸດໃນ ລາວ ໃນປັດຈຸບັນນີ້ແມ່ນນັກກິລາກອງທັບ ລາວ, ຜູ້ບັນຊາລົດຕັງ, ອາຍຸ 29 ປີທີ່ໄດ້ເດີນທາງໄປແຂ່ງຂັນກິລາກອງທັບໃນປະເທດ ຣັດເຊຍ. ເຊິ່ງຜູ້ກ່ຽວແມ່ນກຳລັງໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ກໍມີສຸຂະພາບແຂງແຮງ, ບໍ່ສະແດງອາການຮ້າຍແຮງໃດໆ.

XS
SM
MD
LG