ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວ ຍັງຂາດດຸນການຄ້າຕໍ່ໄທ ຢ່າງຕໍ່ເນື່ອງ ໂດຍມີມູນຄ່າ ເກີນກວ່າ 135,200 ລ້ານບາດ ໃນປີ 2021 ຜ່ານມາ


ລົດບັນທຸກສິນຄ້າຈາກໄທ ຈອດລຽນແຖວຢູ່ດ່ານຂ້າມຊາຍແດນ ຂົວມິດຕະພາບ ລາວ-ໄທ.
ລົດບັນທຸກສິນຄ້າຈາກໄທ ຈອດລຽນແຖວຢູ່ດ່ານຂ້າມຊາຍແດນ ຂົວມິດຕະພາບ ລາວ-ໄທ.

ລາວຍັງເປັນຝ່າຍຂາດດຸນການຄ້າຕໍ່ໄທ ຢ່າງຕໍ່ເນື່ອງ ໂດຍມີມູນຄ່າເກີນກວ່າ 135,200 ລ້ານບາດ ໃນປີ 2021 ຜ່ານມາ ທັງນີ້ໂດຍພະລັງງານໄຟຟ້າຍັງ ຖືເປັນສິນຄ້າທີ່ໄທນຳເຂົ້າຈາກລາວຫຼາຍທີ່ສຸດ ຊົງຣິດ ໂພນເງິນ ລາຍງານ ຈາກບາງກອກ.

ທ່ານຈຸຣິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຄ້າໄທຖະແຫລງວ່າ ການຄ້າລະຫວ່າງໄທກັບລາວໃນປີ 2021 ຂະຫຍາຍຕົວເພີ້ມຂຶ້ນເຖິງ 36.71 ເປີເຊັນ ທຽບກັບປີ 2020 ໂດຍມີມູນຄ່າການຄ້າລວມເຖິງ 700,195 ລ້ານບາດ ໃນນີ້ ເປັນການນຳເຂົ້າສິນຄ້າຈາກລາວ 282,464 ລ້ານບາດເພີ້ມຂຶ້ນເຖິງ 33.05 ເປີເຊັນ ສ່ວນໃຫຍ່ສົ່ງສິນຄ້າໄປລາວ 417,731 ລ້ານບາດ ເພີ້ມຂຶ້ນເຖິງ 39.31 ເປີເຊັນ ຊຶ່ງເຮັດໃຫ້ໄທ ເປັນຝ່າຍໄດ້ປຽບ ດຸນການຄ້າຕໍ່ລາວເຖິງ 135,267 ລ້ານ ໂດຍກະແສໄຟຟ້າຍັງເປັນສິນຄ້າທີ່ໄທນຳ ເຂົ້າຈາກລາວຫຼາຍທີ່ສຸດ ສ່ວນນ້ຳມັນເຊື້ອໄຟ ກໍຍັງເປັນສິນຄ້າທີ່ລາວ ນຳເຂົ້າຈາກໄທຫຼາຍທີ່ສຸດ ທັງເປັນການຄ້າທີ່ເກີນລະດັບຄາດໝາຍຂອງລັດຖະບານໄທ ດ້ວຍ ດັ່ງທີ່ທ່ານຈຸຣິນ ຢືນຢັນວ່າ:

“ສຳລັບການຄ້າຊາຍແດນ-ການຄ້າຜ່ານແດນ ເຮົາສາມາດເຮັດໄດ້ ເກີນເປົ້າ ເພາະເປົ້າທີ່ເຮົາກຳນົດໄວ້ວ່າຈະບວກ 6 ເປີເຊັນ ແຕ່ວ່າ ເຮົາສາມາດເຮັດໄດ້ ບວກ 34.6 ເປີເຊັນ ອັນນີ້ສຳຄັນ ເພາະວ່າ ມັນເຫັນພາບລວມທັງປີ ສປປ ລາວ ຫັ້ນ ທັງປີ 64 ສະເພາະໂຕເລກສົ່ງອອກ ບວກ 39.31 ເປີເຊັນ ມູນຄ່າ 417,731 ລ້ານບາດ ກໍແປງ່າຍໆວ່າ ສົ່ງອອກຊາຍແດນໄປລາວ ນຳເງິນເຂົ້າປະເທດເຮົາ 4 ແສນກວ່າລ້ານບາດ ທັງປີຫັ້ນເນາະ.”

ທ່ານຈຸຣິນ ຢືນຢັນວ່າ ໄດ້ມີຄຳສັ່ງໃຫ້ເລັ່ງດຳເນີນການເຈລະຈາຕົກລົງເປີດດ່ານການຄ້າຊາຍແດນກັບປະເທດເພື່ອນບ້ານ ໃຫ້ຫຼາຍຂຶ້ນໃນປີ 2022 ນີ້ ເພາະວ່າ ການລະບາດໂຄວິດ-19 ໄດ້ສົ່ງຜົນກະທົບ ເຮັດໃຫ້ຕ້ອງປິດດ່ານຊາຍແດນໄທ ກັບປະເທດເພື່ອນບ້ານ 51 ດ່ານ ຈາກທີ່ມີທັງໝົດ 97 ດ່ານຊາຍແດນ ນັບແຕ່ປີ 2020 ເປັນຕົ້ນມາ ສະນັ້ນ ເພື່ອເຮັດໃຫ້ມູນຄ່າການຄ້າຊາຍແດນໄທກັບປະ ເທດເພື່ອນບ້ານສືບຕໍ່ເພີ້ມຂຶ້ນອີກໃນປີ 2022 ຈຶ່ງຈະຕ້ອງມີການເປີດດ່ານຊາຍແດນເພີ້ມຂຶ້ນນັ້ນເອງ.

ທັງນີ້ ໂດຍລັດຖະບານລາວກັບໄທ ມີດ່ານການຄ້າຊາຍແດນລະຫວ່າງກັນ 49 ດ່ານ ຫາກແຕ່ວ່າ ດ້ວຍການລະບາດໂຄວິດ-19 ຈຶ່ງຕ້ອງປິດດ່ານຊາຍແດນສ່ວນໃຫຍ່ ເພື່ອຈະສະກັດກັ້ນການລະບາດດັ່ງກ່າວ ໂດຍທາງການລາວ-ໄທ ອະນຸຍາດໃຫ້ຂົນສົ່ງສິນຄ້າຜ່ານດ່ານຊາຍແດນລະຫວ່າງກັນໄດ້ພຽງ 14 ດ່ານເທົ່ານັ້ນ ຫາກແຕ່ວ່າ ທາງການໄທ ຈະເຈລະຈາກັບທາງການລາວ ເພື່ອໃຫ້ເປີດດ່ານການຄ້າຊາຍແດນເພີ້ມຂຶ້ນອີກ 6 ດ່ານທ່າເຮືອ ໃນນ້ຳຂອງ ຄືດ່ານ​ທ່າເຮືອຊຽງຄານ-ຊະນະຄາມ ສີຊຽງໃໝ່-ນະຄອນວຽງຈັນ ທ່າສະເດັດ-ທ່າເດື່ອ ນະຄອນພະນົມ-ທ່າແຂກ ມຸກດາຫານ-ສະຫວັນນະເຂດ ແລະນາຕານ-ລະຄອນເພັງ ພາຍໃຕ້ເປົ້າໝາຍທີ່ຈະເຮັດໃຫ້ການຄ້າຊາຍແດນລະຫວ່າງລາວ-ໄທ ກັບຄືນສູ່ສະພາວະປົກກະຕິ ໃຫ້ໄວທີ່ສຸດ.

ໂດຍໃນຊ່ວງເດືອນມັງກອນ-ທັນວາ 2021 ໄທມີມູນຄ່າການຄ້າຊາຍແດນແລະການຄ້າຜ່ານແດນລວມກັນເກີນກວ່າ 1.71 ລ້ານລ້ານບາດ ໃນນີ້ເປັນການສົ່ງສິນຄ້າອອກເກີນກວ່າ 1.03 ລ້ານລ້ານບາດ ແລະນຳເຂົ້າເກີນກວ່າ 684,015 ລ້ານບາດ ໂດຍໄທ ໄດ້ປຽບດຸນການຄ້າກວ່າ 347,315 ລ້ານບາດ ທີ່ລວມເຖິງການໄດ້ປຽບດຸນການຄ້າຕໍ່ລາວ ໃນມູນຄ່າລວມເກີນກວ່າ 135,200 ລ້ານບາດດັ່ງກ່າວດ້ວຍ.

ສ່ວນທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດລາວ ກໍໄດ້ຖະ ແຫລງຍອມຮັບວ່າ ລະດັບທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຍັງມີທ່າອຽງລົດລົງຢ່າງຕໍ່ເນື່ອງ ໂດຍທີ່ມີສາເຫດສຳຄັນມາຈາກການຂາດດຸນການຄ້າຕ່າງປະເທດ ແລະສົມທົບດ້ວຍການອ່ອນຄ່າລົງຂອງເງິນກີບທຽບກັບຄ່າເງິນໂດລາສະຫະລັດ ແລະເງິນບາດໃນຕະຫຼາດແລກປ່ຽນເງິນຕາ ຊຶ່ງລວມເຖິງພາລະໜີ້ສິນຂອງລັດຖະບານລາວ ທີ່ຈະຕ້ອງມີການຊຳລະຄືນ ທັງເງິນຕົ້ນແລະດອກເບ້ຍເພີ້ມຂຶ້ນທຸກປີ ສ່ວນການລະບາດພະບາດໄວຣັດໂຄວິດ-19 ກໍເຮັດໃຫ້ລາຍຮັບຂອງລັດຖະບານ ແລະພາກທຸລະກິດໃນລາວ ລົດລົງອີກດ້ວຍ ຈຶ່ງເຮັດໃຫ້ລາວ ປະເຊີນກັບບັນຫາຂາດເງິນຕາຕ່າງປະເທດເພີ້ມຂຶ້ນນັບມື້ ເພາະເງິນຕາໄດ້ໄຫລອອກໄປຕ່າງປະເທດຫຼາຍກວ່າໄຫລເຂົ້າມາລາວ ອັນເປັນຜົນກະທົບໂດຍກົງຈາກການດຸນການຄ້າຕ່າງປະເທດທີ່ຄິດເປັນມູນຄ່າລວມເກີນກວ່າ 348 ລ້ານໂດລາ ໃນປີ 2021 ຊຶ່ງລາວສົ່ງສິນຄ້າອອກ ໃນມູນຄ່າ 5,458 ລ້ານໂດລາ ທີ່ບໍ່ລວມການສົ່ງອອກພະລັງງານໄຟຟ້າ ແລະນຳເຂົ້າສິນຄ້າຈາກຕ່າງປະ ເທດໃນມູນຄ່າລວມ 5,806 ລ້ານໂດລາ.

XS
SM
MD
LG