ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານປະເທດ ລາວ ກ່າວວ່າ ປະເທດ ມີຄວາມໝັ້ນຄົງ ທີ່ສຸດ ພາຍໃຕ້ ການນຳພາ ຂອງ ພັກການເມືອງດຽວ


ປະທານປະເທດ ສປປ ລາວ ພະນະທ່ານ ຈູມມະລີ ໄຊຍະສອນ ລົງຢ້ຽມຢາມ ປະຊາຊົນ ຢູ່ເຂດຊົນນະບົດ.
ປະທານປະເທດ ສປປ ລາວ ພະນະທ່ານ ຈູມມະລີ ໄຊຍະສອນ ລົງຢ້ຽມຢາມ ປະຊາຊົນ ຢູ່ເຂດຊົນນະບົດ.

ປະທານປະເທດຢືນຢັນວ່າ ສປປ ລາວ ມີຄວາມໝັ້ນຄົງຫຼາຍ
ທີ່ສຸດໃນປະຫວັດສາດ ຊຶ່ງກໍເປັນຍ້ອນການນຳພາໂດຍພັກ
ປະຊາຊົນປະຕິວັດລາວ ພຽງແຕ່ພັກດຽວເທົ່ານັ້ນ.

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ຖະແຫຼງຢືນຢັນວ່າພາຍໃຕ້ ການນຳພາ
ຂອງພັກປະຊາຊົນປະຕິວັດ ລາວ ໃນຕະຫຼອດໄລຍະ 40 ປີມານີ້ ໄດ້ເຮັດໃຫ້ ສປປ ລາວ
ມີສະຖຽນລະພາບທາງການເມືອງ ແລະ ປະເທດຊາດກໍມີຄວາມ ໝັ້ນຄົງຫຼາຍທີ່ສຸດ ໃນ
ປະຫວັດສາດ ລາວ ອີກດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການເນັ້ນ ຢ້ຳວ່າ:

ປະທານປະເທດ ສປປ ລາວ ພະນະທ່ານ ຈູມມະລີ ໄຊຍະສອນ
ປະທານປະເທດ ສປປ ລາວ ພະນະທ່ານ ຈູມມະລີ ໄຊຍະສອນ

“ຕະຫຼອດໄລຍະທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກ
ພວກເຮົາຍາດໄດ້ຜົນ ສຳເລັດອັນໃຫຍ່ຫຼວງ ໃນການປົກ
ປັກຮັກສາ ແລະ ສ້າງສາລະບອບໃໝ່ ເຮັດໃຫ້ໂສມໜ້າ
ຂອງປະເທດເຮົາ ໄດ້ມີການປ່ຽນແປງ ອັນຈະແຈ້ງ ໂດດເດັ່ນ
ປະຊາຊົນບັນດາເຜົ່າ ມີຄວາມເອກອ້າງ ເຊື່ອໝັ້ນ ແລະ
ສະໜັບສະໜູນປະເທດ ເຮົາໄດ້ມີຄວາມສະຫງົບ ມີສະຖຽນ
ລະພາບ ຖ້າທຽບກັບຫຼາຍປະເທດ ໃນອ້ອມແອ້ມ ແລະ ຂົງ
ເຂດ ແມ່ນປະເທດເຮົາ ມີຄວາມສະຫງົບ ດີກວ່າປະເທດອື່ນໆ.”

ແຕ່ຢ່າງໃດກໍຕາມ ທ່ານ ຈູມມະລີ ກໍໄດ້ກ່າວເນັ້ນໜັກໃນໂອກາດກອງປະຊຸມ ໃຫຍ່ຄັ້ງທີ 4
ອົງຄະນະພັກກະຊວງປ້ອງກັນປະເທດ ເມື່ອບໍ່ດົນມານີ້ວ່າພາລະ ບົດບາດທີ່ສຳຄັນທີ່ສຸດ
ຂອງກະຊວງປ້ອງກັນປະເທດກໍຄືການເພີ່ມທະວີການ ສຶກສາອົບຮົມ ການເມືອງ-ແນວຄິດ
ໃຫ້ນາຍ ແລະ ພົນທະຫານ ເພື່ອເຮັດໃຫ້ເຂົາເຈົ້າກຳແໜ້ນແນວທາງນະໂຍບາຍ ຂອງພັກ
ແລະ ກົດໝາຍຂອງລັດ ມີສະຕິລະວັງຕົວ ແລະ ກຽມພ້ອມທຸກໆດ້ານ ເພື່ອຮັກສາສະຖຽນ
ລະພາບ ແລະ ຄວາມໝັ້ນ ຄົງແຫ່ງຊາດໃຫ້ໄດ້ຢ່າງແຂງແຮງ.

ທັງນີ້ດ້ວຍການສ້າງກຳລັງທະຫານໃຫ້ມີຄວາມຮູ້ ມີຄວາມຊຳນານທາງດ້ານ ວິຊາການ
ສະເພາະ ແລະ ມີການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໄສ ໜັກແໜ້ນ ເຂັ້ມແຂງ ມີແບບ
ແຜນ ແລະ ວິທີການນຳພາ ທີ່ເປັນວິິທະຍາສາດ ປະດິດສ້າງ ແລະ ແທດເໝາະກັບສະ
ພາບຕົວຈິງ ຊຶ່ງລວມເຖິງການສືບຕໍ່ໍ່ປັບປຸງກຳລັງ ທະຫານຊາຍແດນເພື່ອປ້ອງກັນ ແລະ
ປາບປາມການລັກລອບເຂົ້າອອກຂອງກຸ່ມ ຄົນບໍ່ດີອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງພາຍໃນພັກປະຊາຊົນປະຕິບັດ ລາວ ໃຫ້ການຢືນຢັນ ວ່າ ສູນ
ກາງພັກມີຄຳສັ່ງ ໃຫ້ທຸກພາກສ່ວນ ເພີ່ມມາດຕະການເຂັ້ມງວດ ເຂົ້າໃນການຮັກສາຄວາມ
ສະຫງົບຮຽບຮ້ອຍພາບໃນປະເທດ ແລະ ໃຫ້ຕິດຕາມທຸກໆ ການເຄື່ອນໄຫວໃນສັງຄົມ
ຢ່າງໃກ້ສິດເພື່ອຮັບປະກັນໃຫ້ໄດ້ທັງ 100 ເປີເຊັນວ່າ ຈະບໍ່ມີບັນຫາຄຸກຄາມຕໍ່ຄວາມໝັ້ນ
ຄົງ ແລະ ສະຖຽນລະພາບທາງການເມືອງ ເກີດຂຶ້ນໃນໂອກາດການສະເຫຼີມສະຫຼອງ ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີໃນຕະຫຼອດປີ 2015 ນີ້.

ໂດຍສະເພາະແມ່ນ ການຕິດຕາມທຸກການເຄື່ອນໄຫວ ໃນທຸກສັງຄົມໃນທົ່ວປະເທດນັ້ນ ຖືເປັນມາດຕະການ ທີ່ທຸກພາກສ່ວນ ຕັ້ງແຕ່ລະດັບຮາກຖານ ເຖິງລະດັບສູນກາງຈະຕ້ອງ
ເພີ່ມຄວາມເຂັ້ມງວດ ໃຫ້ຫຼາຍຂຶ້ນເປັນພິເສດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງພັກໄດ້ໃຫ້ການ
ຢືນຢັນວ່າ:

“ຄາດໝາຍກໍແມ່ນເຮັດໃຫ້ສະພາບມີຄວາມໝັ້ນຄົງທາງການເມືອງຮັບປະກັນ ບໍ່ໃຫ້
ມີບັນຫາໜໍ່ແໜງ ຫຼືວ່າເຫດການທີພົວພັນທາງການເມືອງເຊັ່ນການ ປະທ້ວງ ຮຸກຮື້
ຮຽກຮ້ອງອີຫຍັງຕ່າງໆ ກະແນວໃດກະແມ່ນພະຍາຍາມບໍ່ໃຫ້ ມັນເກີດ.”

ນອກຈາກນີ້ກໍມີລາຍງານວ່າກະຊວງປ້ອງກັນຄວາມສະຫງົບພາຍໃນໄດ້ມີຄຳສັ່ງ ໄປເຖິງ
ພາກສ່ວນ ທີ່ຮັບຜິດຊອບ ການປ້ອງກັນຄວາມສະຫງົບຮຽບຮ້ອຍ ລະດັບ ທ້ອງຖິ່ນທັງຂັ້ນ
ແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານໃນທົ່ວປະເທດ ເພື່ອໃຫ້ເພີ່ມມາດຕະການ ເຂັ້ມງວດເຂົ້າ
ໃນການກວດກາທຸກການເຄື່ອນໄຫວ ໃນສັງຄົມໃຫ້ ຫຼາຍຂຶ້ນເປັນພິເສດໃນໄລຍະນີ້ ແລະ
ໃຫ້ດຳເນີນມາດຕະການດັ່ງກ່າວນີ້ຕໍ່ເນື່ອງ ໄປຈົນເຖິງປີ 2016 ທີ່ນອກຈາກຈະມີກອງປະ
ຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ລາວ ຊຸດທີ 8
ແລ້ວ ລັດຖະບານ ລາວ ກໍຍັງຈະຕ້ອງເປັນປະທານວຽນຊອງກຸ່ມອາຊຽນ ທີ່ຈະຕ້ອງເປັນ
ເຈົ້າພາບຈັດກອງ ປະຊຸມສຸດຍອດຜູ້ນຳລັດຖະບານອາຊຽນເຖິງ 2 ຄັ້ງອີກດ້ວຍ.

ດັ່ງນັ້ນ ເພື່ອເປັນການຮັບປະກັນວ່າຈະສາມາດຮັກສາຄວາມປອດໄພໄດ້ 100 ເປີເຊັນເຕັມ
ໃນໂອກາດດັ່ງກ່າວ ສູນກາງພັກຍັງໄດ້ສັ່ງການໃຫ້ບັນດາກອງຫຼອນ ໃນທຸກໆບ້ານຕ້ອງ
ເພີ່ມມາດຕະການກວດກາໃນທົ່ວສັງຄົມຕະຫຼອດ 24 ຊົ່ວໂມງ ໃນທົ່ວປະເທດອີກດ້ວຍ.

XS
SM
MD
LG