ເກີດເຫດແຜ່ນດິນໄຫວເຖິງ 18 ຄັ້ງໃນລາວ ແທກແຮງສັ່ນສະເທືອນໄດ້ 6.4 ຣິກເຕີ້ ມີສູນກາງຢູ່ເມືອງຫົງສາ ແຂວງໄຊຍະບູລີ ແລະເຮັດໃຫ້ໂຮງໄຟຟ້າຖ່ານຫີນ ຕ້ອງຢຸດຜລິດໄຟຟ້າຊົ່ວຄາວ.
ກົມອຸຕຸນິຍົມແລະອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ອອກແຈ້ງການເລກທີ 1661 ສະບັບທີ 1 ໃນຕອນເຊົ້າຂອງວັນທີ 21 ພະຈິກ 2019 ນີ້ວ່າ ໄດ້ເກີດສະພາບແຜ່ນດິນໄຫວ ໃນວັນທີ 21 ພະຈິກ 2019 ໃນຂອບເຂດ ສປປ ລາວ ຈຳນວນ 18 ຄັ້ງ ໂດຍຄັ້ງທີ 2 ມີຄວາມແຮງ 5.4 ຣິກເຕີ້ ເມື່ອເວລາ 4 ໂມງ 3 ນາທີ ແລະຄັ້ງທີ 17 ມີແຮງສັ່ນສະເທືອນສູງສຸດ ທີ່ລະດັບ 6.4 ຣິກເຕີ້ ເມື່ອເວລາ 6 ໂມງ 50 ນາທີ ໂດຍທີ່ສູນກາງຂອງແຜ່ນດິນໄຫວໃນຄັ້ງນີ້ ໂດຍເຂດສູນກາງຂອງແຜ່ນດິນໄຫວໃນຄັ້ງນີ້ ຢູ່ທີ່ເມືອງຫົງສາ ແຂວງໄຊຍະບູລີ ແລະຢູ່ເລິກຈາກພື້ນດິນປະມານ 3 ກິໂລແມັດ ຊຶ່ງເຮັດໃຫ້ຮູ້ສຶກເຖິງແຮງສັ່ນສະເທືອນໄດ້ ໃນບັນດາແຂວງພາກເໜືອ ລົງມາເຖິງນະຄອນຫຼວງວຽງຈັນ.
ພ້ອມກັນນີ້ ແຈ້ງການຍັງໄດ້ເຕືອນຈໃຫ້ປະຊາຊົນທີ່ຢູ່ໃນແຂວງທີ່ຮັບຮູ້ໄດ້ເຖິງແຮງສັ່ນສະເທືອນນັ້ນ ຈົ່ງມີສະຕິລະວັງຕົວ ຕໍ່ສະພາວະເກີດແຜ່ນດິນໄຫວໃນຄັ້ງນີ້ ແລະໃຫ້ຕິດຕາມຂໍ້ມູນຂ່າວສານຈາກກົມອຸຕຸນິຍົມແລະອຸທົກກະສາດ ເປັນໄລຍະໆ ເພາະວ່າເຫດແຜ່ນດິນໄຫວໃນຄັ້ງນີ້ ມີແຮງສັ່ນສະເທືອນສູງສົມຄວນ ຈຶ່ງຈະຕ້ອງໃຊ້ຄວາມລະມັດລະວັງໄພເປັນພິເສດ ເນື່ອງຈາກວ່າອາດຈະເກີດເຫດແຜ່ນດິນໄຫວຂຶ້ນໄດ້ອີກ ຫຼືທີ່ເອີ້ນວ່າ after shock ນັ້ນ ໂດຍແຈ້ງການສະບັບທີ 2 ຂອງກົມອຸຕຸນິຍົມແລະອຸທົກກະສາດ ລາຍງານວ່າ ໃນຊ່ວງເວລາ 7 ໂມງຫາ 10 ໂມງ 36 ນາທີຂອງມື້ດຽວກັນ ໄດ້ເກີດ after shock ເຖິງ 11 ຄັ້ງ ຢູ່ທີ່ເມືອງຫົງສາ ໂດຍແທກແຮງສັ່ນສະເທືອນສູງສຸດໄດ້ ໃນລະດັບ 4.9 ຣິກເຕີ້ ຊຶ່ງກໍສອດຄ່ອງກັບລາຍງານຂອງກົມອຸຕຸນິຍົມຂອງໄທ ທີ່ໄດ້ລະບຸວ່າ after shock ສາມາດທີ່ຈະເກີດຂຶ້ນໄດ້ຕະຫຼອດເວລາ ໃນລະຍະນຶ່ງເດືອນຕໍ່ໄປນີ້ ດັ່ງທີ່ທ່ານສົມສັກ ຂາວສຸວັນ ອະທິບໍດີກົມອຸຕຸນິຍົມຂອງໄທ ຖະແຫຼງຢືນຢັນວ່າ:
“ທີ່ເກີດຂຶ້ນໃນຂະນະນີ້ ທີ່ເປັນ after shock ກໍຈະເຫັນວ່າ ມັນມີການລົດລະດັບຄວາມຮຸນແຮງໄປເລື້ອຍ ກໍຈະເກີດລັກສະນະນີ້ຕໍ່ໄປສັກລະຍະນຶ່ງ ກໍເດືອນນຶ່ງຫຼືກວ່ານັ້ນ ແຕ່ຈະລົດລະດັບ ຢ່າຕົກນະຄລັບທີ່ຜົມບອກຢ່າງນີ້ ເພາະວ່າ ເມື່ອມັນຊັດເຈນຂຶ້ນນີ້ ເຮົາມີເຄື່ອງຕຣວດວັດເນ່ຍເຮົາຈະດູ ແລະແລ້ວລາຍງານໃຫ້ຊາບ ເພາະມັນມີອັນ shock ປຸບເນ່ຍ ມັນຕ້ອງມີ after shock ແລ້ວມັນກໍຈະລົດລະດັບຄວາມຮຸນແຮງໄປ ເປັນການຄລາຍຕົວຂອງເປືອກໂລກ ທຳໃຫ້ເຂົ້າສະພາວະປົກກະຕິ.”
ແຕ່ແນວໃດກໍຕາມ ຍັງບໍ່ມີລາຍງານການເສຍຫາຍຈາກເຂດແຂວງຕ່າງໆທີ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວໃນຄັ້ງນີ້ ເນື່ອງຈາກຍັງຢູ່ໃນລະຫວ່າງການເກັບກຳຂໍ້ມູນຢ່າງລະອຽດ ແຕ່ກໍມີລາຍງານຈາກບໍລິສັດຫົງສາພາວເວີຈຳກັດ ຜູ້ລົງທຶນໃນໂຄງການໂຮງໄຟຟ້າຖ່ານລິກໄນຕ໌ ທີ່ຕັ້ງຢູ່ໃນເຂດເມືອງຫົງສານັ້ນວ່າ ອາຄານສຳນັກງານໄດ້ເກີດຄວາມເສຍຫາຍເລັກນ້ອຍ ສ່ວນທີ່ເປັນໂຄງສ້າງສຳຄັນຂອງໂຮງໄຟຟ້ານັ້ນ ບໍ່ໄດ້ຮັບຄວາມເສຍຫາຍ ແລະທາງບໍລິສັດຈະຕ້ອງໃຊ້ເວລາ 24 ຊົ່ວໂມງ ເພື່ອສຳຫຼວດຢ່າງລະອຽດ ຈຶ່ງເຮັດໃຫ້ຕ້ອງຢຸດການຜະລິດໄຟຟ້າເປັນການຊົ່ວຄາວ.
ທາງດ້ານບໍລິສັດໄຊຍະບູລີພາວເວີ້ຈຳກັດ ຜູ້ລົງທຶນໃນໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍຸບູລີ ຊຶ່ງຕັ້ງຢູ່ໃນແຂວງໄຊຍະບູລີ ກໍໄດ້ອອກຖະແຫຼງການຢືນຢັນວ່າ ເຂື່ອນໄຊຍະບູລີ ບໍ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວໃນຄັ້ງນີ້ ໂດຍທີ່ສຳຄັນກໍຄື ໂຄງສ້າງຂອງເຂື່ອນໄຊຍະບູລີ ສາມາດທົນຕໍ່ແຮງສັ່ນສະເທືອນແຜ່ນດິນໄຫວໄດ້ ທີ່ລະດັບ 7.5 ຣິກເຕີ້ ຈຶ່ງບໍ່ຕ້ອງກັງວົນວ່າເຂື່ອນຈະແຕກແຕ່ຢ່າງ
ໃດ.
ສ່ວນລາຍງານເບື້ອງຕົ້ນຈາກເມືອງຫົງສາ ກໍລະບຸວ່າ ມີເຮືອນປະຊາຊົນທີ່ສ້າງດ້ວຍຊີມັງໄດ້ຮັບຄວາມເສຍຫາຍພໍສົມຄວນ ເຊັ່ນດຽວກັນກັບວັດແລະສິມເກົ່າຫຼາຍແຫ່ງ ກໍໄດ້ຮັບຄວາມເສຍຫາຍ ແຕ່ຂໍ້ມູນລະອຽດນັ້ນ ຕ້ອງບໍຖ້າການລາຍງານຢ່າງເປັນທາງການຕໍ່ໄປ.