ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວຈະປະມູນຂາຍ ລົດເບັນຊ໌ ຈໍານວນ 105 ຄັນ


Smoke rises from a house deliberately set on fire, days after part of the ground it was resting on collapsed into Lake Whitney, Texas. Building crews set fire to the luxury lake house left dangling about 75 feet (23 meters) on a decaying cliff that has been giving way underneath the structure.
Smoke rises from a house deliberately set on fire, days after part of the ground it was resting on collapsed into Lake Whitney, Texas. Building crews set fire to the luxury lake house left dangling about 75 feet (23 meters) on a decaying cliff that has been giving way underneath the structure.
ລັດຖະບານລາວຈະນໍາລົດຍົນ Mercedes Benz ຈໍານວນ
105 ຄັນ ທີ່ໃຊ້ຮັບຮອງ ບັນດາຜູ້ນໍາລັດຖະບານທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດເອເຊຍ-ຢູໂຣບຄັ້ງທີ 9 ນັ້ນ ອອກປະມູນ ຂາຍໃຫ້ແກ່ພາກເອກກະຊົນ.

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ
ກະຊວງການຕ່າງປະເທດຂອງລາວ ໄດ້ໃຫ້ການຢືນຢັນວ່າ ລັດຖະ
ບານລາວບໍ່ມີນະໂຍບາຍທີ່ຈະນໍາເອົາລົດຍົນ Mercedes Benz
ທັງ 105 ຄັນ ທີ່ນໍາໃຊ້ໃນການຮັບຮອງບັນດາຜູ້ນໍາລັດຖະບານ ແລະຜູ້ນໍາປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດເອເຊຍ-ຢູໂຣບ
ຄັ້ງທີ 9 ທີ່ລັດຖະບານລາວເປັນເຈົ້າພາບຈັດຂຶ້ນໃນຕົ້ນເດືອນພະ
ຈິກທີ່ຜ່ານມານັ້ນ ໄປເປັນລົດຍົນປະຈໍາຕໍາແໜ່ງຂອງການນໍາ ທັງ
ໃນພັກ ແລະລັດຖະບານລາວແຕ່ຢ່າງໃດ.

ຫາກແຕ່ວ່າແຜນການທີ່ລັດຖະບານລາວກໍາລັງຈະດໍາເນີນການປະຕິບັດຈັດຕັ້ງໃນໝໍ່ໆນີ້ ກໍຄືການນໍາເອົາລົດຍົນ Mercedes Benz ທັງ 105 ຄັນດັ່ງກ່າວນີ້ອອກປະມູນຂາຍໃຫ້
ບັນດາເອກກະຊົນລາວ ແລະຕ່າງຊາດທີ່ຢູ່ໃນລາວຢ່າງເປີດເຜີຍ ໂດຍຕໍ່ຈາກນັ້ນ ກໍຈະນໍາ
ເອົາລາຍຮັບທັງໝົດທີ່ໄດ້ຈາກການປະມູນດັ່ງກ່າວ ໄປສົ່ງຄືນໃຫ້ຄັງເງິນແຫ່ງຊາດ ເນື່ອງ
ຈາກວ່າ ລັດຖະບານລາວໄດ້ໃຊ້ຈ່າຍງົບປະມານໄປບໍ່ໜ້ອຍ ສໍາລັບການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດເອເຊຍ-ຢູໂຣບ ຄັ້ງທີ 9 ທີ່ຜ່ານມານັ້ນເອງ.
ລົດເບັນຊ໌ຮັບໃຊ້ໃນກອງປະຊຸມສຸດຍອດເອເຊຍ-ຢູໂຣບຄັ້ງທີ 9
ລົດເບັນຊ໌ຮັບໃຊ້ໃນກອງປະຊຸມສຸດຍອດເອເຊຍ-ຢູໂຣບຄັ້ງທີ 9

ທັງນີ້ ໂດຍອິງຕາມການເປີດເຜີຍຂອງເຈົ້າໜ້າທີ່ຂັ້ນສູງໃນກະຊວງ
ການເງິນຂອງລາວ ກໍເຮັດໃຫ້ຮູ້ວ່າ ການເປັນເຈົ້າພາບຈັດກອງປະ ຊຸມສຸດຍອດຜູຸ້ນໍາເອເຊຍ-ຢູໂຣບ ຄັ້ງທີ 9 ຢູ່ນະຄອນຫຼວງວຽງຈັນ
ໃນວັນທີ 5-6 ພະຈິກ ທີ່ຜ່ານມານັ້ນ ລັດຖະບານລາວໄດ້ໃຊ້ຈ່າຍ ງົບປະມານໄປຫຼາຍກວ່າ 250 ລ້ານໂດລາ.

ເປັນການນໍາໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນ 7
ພາກສ່ວນດ້ວຍກັນ ກໍຄືການກໍ່ສ້າງສູນການປະຊຸມນາໆ ຊາດຕັ້ງ
ຢູ່ຫຼັກ 6 ຖະໜົນໄກສອນ ພົມວິຫານ ທີ່ເປັນການຊ່ວຍເຫຼືອ ແລະກູ້ຢືມຈາກ ລັດຖະບານຈີນໃນມູນຄ່າ 80 ລ້ານໂດລາ.

ໂຄງການທີ 2 ກໍແມ່ນການຂະຫຍາຍບ່ອນຈອດເຮືອບິນຢູ່ສະໜາມບິນວັດໄຕ ເພື່ອໃຫ້ ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ເຖິງ 40 ລໍາ ພ້ອມກັບອຸບປະກອນຮັກສາ ຄວາມປອດໄພແລະສິ່ງອໍານວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ຊຶ່ງເປັນການຊ່ວຍ ເຫຼືອຈາກລັດຖະບານຍີ່ປຸ່ນໃນມູນຄ່າ 1,246 ລ້ານເຢັນ ແລະກູ້ຢືມຈາກລັດຖະບານຈີນ ອີກຫຼາຍກວ່າ 37 ລ້ານໂດລາ.

ສ່ວນອີກ 5 ໂຄງການທີ່ເຫຼືອ ກໍປະກອບດ້ວຍການພັດທະນາປັບປຸງຖະໜົນ 21 ເສັ້ນໃນເຂດ
ນະຄອນວຽງຈັນ ການກໍ່ສ້າງເຮືອນຮັບແຂກຂອງຄະນະຜູ້ແທນ ASEM ຈໍານວນ 52 ຫຼັງ ຢູ່ດອນຈັນ ການກໍ່ສ້າງໂຮງແຮມ 8 ຊັ້ນລະດັບ 5 ດາວ ຢູ່ດອນຈັນ ການກໍ່ສ້າງເຮືອນ ພັກສໍາ
ລັບຄະນະຜູ້ແທນທີ່ເຂົ້າຮ່ວມປະຊຸມອີກ 50 ຫຼັງຢູ່ບ້ານພະຂາວ ເມືອງໄຊທານີ ແລະ ການຊື້ ລົດເບັນຊ໌ 105 ຄັນ ຮວມ ທັງລົດຍົນ Toyota ອີກ 147 ຄັນດ້ວຍ.

ຊຶ່ງທັງໝົດນີ້ ໂດຍບໍ່ຄິດລວມໄປເຖິງການກໍ່ສ້າງໂຮງແຮມ 8 ຊັ້ນລະດັບ 5 ດາວ ຢູ່ດອນ ຈັນທີ່ລົງທຶນ ແລະກໍ່ສ້າງໂດຍບໍລິສັດເອກກະຊົນຈາກຈີນດ້ວຍນັ້ນ ກໍປາກົດວ່າ ເຮັດໃຫ້ ລັດຖະບານລາວມີໜີ້ຕ່າງປະເທດສະສົມເພີ່ມຂຶ້ນເປັນຫຼາຍກວ່າ 3,750 ລ້ານໂດລາແລ້ວ
ໃນປັດຈຸບັນ ແລະກໍໄດ້ສົ່ງຜົນກະທົບເຖິງສະຖານະທາງດ້ານງົບປະມານລາຍຈ່າຍຂອງ ລັດຖະບານລາວ ບໍ່ໜ້ອຍຄືກັນ ອັນເປັນສາເຫດສໍາຄັນທີ່ ເຮັດໃຫ້ລັດຖະບານລາວ ຕ້ອງ ດຸ່ນດ່ຽງງົບປະມານດ້ວຍວິທີການໃໝ່ໆ ທີ່ບໍ່ເຄີຍປະຕິບັດມາກ່ອນ ດັ່ງທີ່ທ່ານພູເພັດ ຄໍາ
ພູນວົງ ລັດຖະມົນຕີວ່າການກະຊວງການເງິນ ໄດ້ຖະແຫຼງຍອມຮັບວ່າ:

ແຫຼ່ງດຸ່ນດ່ຽງຕົ້ນຕໍມີດັ່ງນີ້ ການກູ້ຢືມຈາກຕ່າງປະເທດເປັນໂຄງການມີ 1,742
ຕື້ກີບ ຊຶ່ງຫຼຸດລົງ 3.49%​ ທຽບກັບປີຜ່ານມາ ຂາຍພັນທະບັດຄັງເງິນ 300 ຕື້ ກີບ
ຂາຍພັນທະບັດລະດົມທຶນ 1,800 ຕື້ກີບ ຊຶ່ງເປັນພັນທະບັດທີ່ສາມາດປ່ຽນມືໄດ້ ແລ້ວກະເປັນການເລີ່ມຕົ້ນປະຕິບັດນະໂຍບາຍລະດົມທຶນແບບໃໝ່ຂອງກະຊວງ
ການເງິນ ຊຶ່ງວ່າໃນໄລຍະທີ່ຜ່ານມາບໍ່ທັນໄດ້ປະຕິບັດ ຮູບແບບການລະດົມທຶນ
ແບບນີ້.”


ທາງດ້ານສະພາແຫ່ງຊາດລາວ ກໍໄດ້ກໍານົດໃຫ້ລັດຖະບານລາວຕ້ອງຄວບຄຸມລາຍຈ່າຍ ຢ່າງເຄັ່ງຄັດ ຊຶ່ງເຮັດໃຫ້ລັດຖະບານລາວສາມາດທີ່ຈະກູ້ຢືມເງິນຈາກ ຕ່າງປະເທດໄດ້ໃນ ມູນຄ່າລວມບໍ່ເກີນ 218 ລ້ານໂດລາເທົ່ານັ້ນໃນຕະຫຼອດແຜນການປະຈໍາປີ 2012- 2013 ນີ້.
XS
SM
MD
LG