ລັດຖະບານ ລາວ ວາງແຜນຈະກໍ່ສ້າງສະໜາມບິນສາກົນແຫ່ງໃໝ່ໃນເຂດວຽງຈັນ ລວມທັງຍັງຈະກໍ່ສ້າງສະໜາມບິນໃໝ່ໃນແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກອີກດ້ວຍ.
ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ຖະແຫຼງ ຢືນຢັນວ່າ ລັດຖະບານ ລາວ ໄດ້ວາງແຜນການທີ່ຈະກໍ່ສ້າງສະໜາມບິນນານາຊາດໃໝ່ 4 ແຫ່ງ ເນື່ອງຈາກສະໜາມບິນທີ່ມີຢູ່ໃນປັດຈຸບັນນີ້ ຈະບໍ່ສາມາດຮອງຮັບການຂະຫຍາຍຕົວໃນດ້ານການບິນ ແລະ ການທ່ອງທ່ຽວໃນອີກ 10 ຫາ 15 ປີຕໍ່ໜ້າໄດ້ຢ່າງເທົ່າກັບສະພາບການທີ່ເປັນຈິງ ປະກອບດ້ວຍສະໜາມບິນນານາຊາດ ວັດໄຕ ໃນນະຄອນຫຼວງວຽງຈັນ ສະໜາມບິນຫຼວງພະບາງ, ສະໜາມບິນສະຫວັນນະເຂດ ແລະ ສະໜາມບິນປາກເຊ ໃນແຂງຈຳປາສັກ ຕາມລຳດັບ.
ໂດຍສຳລັບສະໜາມບິນວັດໄຕໃນປັດຈຸບັນນີ້ ເຖິງແມ່ນວ່າຈະສາມາດຮອງຮັບເຮືອບິນ ຂະໜາດ 350 ບ່ອນນັ່ງໄດ້ ແຕ່ກໍມີລານຈອດທີ່ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ພຽງ 48 ລຳເທົ່ານັ້ນ ສ່ວນອາຄານທີ່ພັກຜູ້ໂດຍສານກໍສາມາດຮອງຮັບໄດ້ພຽງແຕ່ 3 ລ້ານຄົນໃນແຕ່ລະປີ ແລະ ບໍ່ມີພື້ນທີ່ພຽງພໍສຳລັບການຂະຫຍາຍອາຄານຜູ້ໂດຍສານໄດ້ອີກແລ້ວ ຈຶຶ່ງຈຳເປັນຈະຕ້ອງກໍ່ສ້າງສະໜາມບິນໃໝ່ຢູ່ເຂດຮອບນອກ ນະຄອນຫຼວງວຽງຈັນ ໃຫ້ແລ້ວສຳເລັດພາຍໃນປີ 2030 ເປັນຢ່າງຊ້າ.
ທ່ານ ບຸນຈັນ ຖະແຫຼງວ່າຖ້າຫາກການດຳເນີນງານເປັນໄປຕາມແຜນການທີ່ວ່າງໄວ້ກໍຈະສາມາດລົງມືກໍ່ສ້າງສະໜາມບິນໃໝ່ໃນເຂດຮອບນອກນະຄອນຫຼວງ ວຽງຈັນໄດ້ພາຍໃນປີ 2025 ໂດຍກົມການບິນພົນລະເຮືອນ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ ສະໜາມບິນນານາຊາດແຫ່ງໃໝ່ດັ່ງກ່າວ ຮ່ວມກັບບໍລິສັດຮ່ວມທຶນ ລາວ - ຈີນ ເມື່ອບໍ່ດົນມານີ້.
ໂດຍພາຍໃຕ້ບັງຄັບຂອງບົດບັນທຶກຄວາມເຂົ້າໃຈດັ່ງກ່າວນີ້ ຈະເຮັດໃຫ້ບໍລິສັດຮ່ວມທຶນ ລາວ-ຈີນ ເປັນຜູ້ຮັບຜິດຊອບໃນການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງສະໜາມບິນນານາຂາດແຫ່ງໃໝ່ຂອງນະຄອນຫຼວງວຽງຈັນ ໃຫ້ແລ້ວສຳເລັດພາຍໃນ 2 ປີ ແລະ ຖ້າຫາກຜົນການສຶກສາພົບວ່່າໂຄງການມີຄວາມຄຸ້ມຄ່າທາງເສດຖະກິດ ລັດຖະບານ ລາວ ກໍຈະສົ່ງເສີມໃຫ້ມີການລົງທຶນໃນໂຄງການທັນທີ.
ກ່ອນໜ້ານີ້ ລັດຖະບານ ລາວ ໄດ້ວາງແຜນການໄວ້ວ່າຈະກໍ່ສ້າງສະໜາມບິນນານາຊາດແຫ່ງໃໝ່ຢູ່ເຂດບ້ານດົງໝາກຄາຍ ເມືອງໄຊທານີ ຫ່າງຈາກເທດສະບານນະຄອນຫຼວງວຽງຈັນ 18 ກິໂລແມັດ ໄປຕາມເສັ້ນທາງເລກ 10 ໂດຍມີເນື້ອທີ່ປະມານ 5000 ເຮັກຕາ ແຕ່ການສຶກສາພົບວ່າມີຄວາມເປັນໄປໄດ້ຍາກເນື່ອງຈາກເຂດທີ່ມີບ້ານເຮືອນຂອງປະຊາຊົນຢູ່ຢ່າງໜາແໜ້ນ ມີຫ້ອງການ ມີຕະຫຼາດ ແລະ ມີສະໜາມກິລາຢູ່ບໍລິເວນໃກ້ຄຽງ ທັງຍັງເປັນພື້ນທີ່ຮອງຮັບການຂະຫຍາຍຕົງເມືອງຂອງເຂດນະຄອນຫຼວງວຽງຈັນອີກດ້ວຍ.
ສຳລັບພື້ນທີ່ໆຈະທຳການສຶກສາຕາມບົດບັນທຶກຄວາມເຂົ້າໃຈສະບັບໃໝ່ນີ້ຢູ່ທີ່ຫຼັກ 35 ຖະໜົນເລກ 13 ໃຕ້ ຊຶ່ງຖ້າຫາກຜົນການສຶກສາພົບວ່າມີຄວາມເໝາະສົມ ແລະ ຄຸ້ມຄ່າທີ່ຈະລົງທຶນ ລັດຖະບານ ລາວ ກໍຈະສົ່ງເສີມການລົງທຶນທັງຈາກພາຍໃນ ແລະ ຕ່າງປະເທດທັນທີ ພາຍໃຕ້ເປົ້າໝາຍທີ່ຈະຊຸກຍູ້ໃຫ້ການກໍ່ສ້າງສະໜາມບິນແຫ່ງໃໝ່ນີ້ໃຫ້ແລ້ວສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການພາຍໃນປີ 2030 ເປັນຢ່າງຊ້າ.
ແຕ່ສຳລັບໃນໄລຍະສະເພາະໜ້ານີ້ ທາງການ ລາວ ກໍໄດ້ແກ້ໄຂບັນຫາແອອັດຢູ່ສະໜາມບິນວັດໄຕດ້ວຍການພັດທະນາ ແລະ ປັບປຸງເພື່ອຍົກລະດັບສະໜາມບິນວັດໄຕໃຫ້ໄດ້ມາດຕະຖານສາກົນຫຼາຍຂຶ້ນ ດັ່ງທີ່ທ່ານ ສົມມາດ ພົນເສນາ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ
“ລັດຖະບານເນະ ພວກເຮົານີ້ກໍໄດ້ເອົາໃຈໃສ່ໃນການພັດທະນາການບິນໃນໄລ ຍະຜ່ານມານີ້ ຖືວ່າໝາຍຄວາມວ່າ ລານຈອດເຮືອບິນບໍ ຫຼືວ່າທາງຂຶ້ນ ແລະ ລົງ ລະບົບບັນຊາການບິນ ດຽວນີ້ບັນຫາທີ່ວ່າ ພວກເຮົາຈະຕ້ອງໄດ້ປັບປຸງກໍຄືຍົກ ລະດັບອາຄານຜູ້ໂດຍສານນີ້.”
ແຕ່ຢ່າງໃດກໍຕາມ ສຳລັບແຜນການກໍ່ສ້າງສະໜາມບິນໃໝ່ອີກ 3 ແຫ່ງທີ່ຫຼວງພະບາງ ປາກເຊ ແລະ ສະຫວັນນະເຂດນັ້ນ ທາງການ ລາວ ກໍຍັງບໍ່ມີການໃຫ້ລາຍລະອຽດຂອງແຜນ ການແຕ່ຢ່າງໃດ ເພາະວ່າເປັນໂຄງການທີ່ຈະຕ້ອງໃຊ້ເງິນລົງທຶນຢ່າງຫຼວງຫຼາຍ ໃນຂະນະທີ່ລັດຖະບານ ລາວ ກໍມີຂໍຈຳກັດດ້ານງົບປະມານດ້ວຍແລ້ວ ຈຶ່ງເຮັດໃຫ້ຕ້ອງເພິ່ງພາການລົງ ທຶນຂອງຕ່າງປະເທດເປັນດ້ານຫຼັກ ຊຶ່ງລວມເຖິງການຂໍຄວາມຊ່ວຍເຫຼືອຈາກຕ່າງ ປະເທດເພື່ອດຳເນີນການສຶກສາຄວາມເປັນໄປໄດ້ຂອງການກໍ່ສ້າງສະໜາມບິນໃໝ່ທັງ 3 ແຫ່ງດັ່ງກ່າວດ້ວຍນັ້ນເອງ.