ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວຈະເພີ້ມການຄ້າຂາຍ ກັບເພື່ອນບ້ານຂຶ້ນ ສອງເທົ່າ ພາຍໃນ 2015


ພິທີເຊັນສັນຍາຮ່ວມມືກັນປະຕິບັດເປົ້າໝາຍການຄ້າ ແລະການລົງທຶນ ໃນປີ 2015 ລະຫວ່າງລາວກັບ
ຫວຽດນາມ ທີ່ຈັດຂຶ້ນ​ໃນນະຄອນວຽງຈັນ ໃນທ້າຍປີ 2011 ທີ່ຜ່ານມາ.
ພິທີເຊັນສັນຍາຮ່ວມມືກັນປະຕິບັດເປົ້າໝາຍການຄ້າ ແລະການລົງທຶນ ໃນປີ 2015 ລະຫວ່າງລາວກັບ ຫວຽດນາມ ທີ່ຈັດຂຶ້ນ​ໃນນະຄອນວຽງຈັນ ໃນທ້າຍປີ 2011 ທີ່ຜ່ານມາ.

ລັດຖະບານລາວວາງແຜນການ ທີ່ຈະເພີ່ມມູນຄ່າການຄ້າກັບໄທ, ຫວຽດນາມ ແລະຈີນ ຂຶ້ນເປັນສອງເທົ່າພາຍໃນປີ 2015 ໂດຍຖ້າຫາກເປັນໄປຕາມແຜນການດັ່ງກ່າວ ກໍຈະ ເຮັດໃຫ້ມີມູນຄ່າ ການຄ້າລວມເຖິງ 8 ຕື້ໂດລາ.

ທ່ານນາມ ວິຍະເກດ ລັດຖະມົນຕີວ່າການກະຊວງ ອຸດສາຫະກໍາ ແລະການຄ້າໄດ້ຖະ
ແຫຼງຢືນຢັນເມື່ອບໍ່ນານມານີ້ວ່າ ເປົ້າໝາຍສໍາຄັນໃນດ້ານການຄ້າຕ່າງປະເທດຂອງລັດ
ຖະບານລາວ ນັບຈາກປັດຈຸບັນນີ້ ໄປເຖິງປີ 2015 ກໍຄືການເພີ່ມມູນຄ່າການສົ່ງອອກ
ສິນຄ້າໄປຕ່າງປະເທດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ລາວບໍ່ຕ້ອງປະເຊີນກັບບັນ
ຫາຂາດດຸນການຄ້າຕ່າງປະເທດອີກຕໍ່ໄປ ພາຍໃນປີ 2015.

ປະເທດຄູ່ຄ້າທີ່ສໍາຄັນຂອງລາວໃນປັດຈຸບັນກໍຄື ໄທ, ຈີນ, ຫວຽດນາມ, ອາຊຽນ,ສະ
ຫະພາບຢຸໂຣບ, ສະຫະລັດ, ຢີ່ປຸ່ນ, ເກົາຫຼີໃຕ້, ແຄນນາດາ, ອົດສະຕຣາລີ ແລະນິວຊີ
ແລນ ຕາມລໍາດັບ ໂດຍສະເພາະແມ່ນ ໄທ, ຈີນ ແລະຫວຽດນາມນັ້ນ ຍັງຖືເປັນ 3 ປະ
ເທດທີ່ມີມູນຄ່າການຄ້າກວາມເອົາຫລາຍກວ່າ 90% ຂອງມູນຄ່າການຄ້າຕ່າງປະເທດ
ທັງໝົດຂອງລາວ ອີກດ້ວຍ.

ພິທີໄຂງານວາງສະແດງສິນຄ້າຮ່ວມກັນລະຫວ່າງລາວ-ໄທ ທີ່ຈັດຂຶ້ນທີ່ນະຄອນວຽງຈັນໃນທ້າຍປີ 2011 ທີ່ຜ່ານມານີ້
ພິທີໄຂງານວາງສະແດງສິນຄ້າຮ່ວມກັນລະຫວ່າງລາວ-ໄທ ທີ່ຈັດຂຶ້ນທີ່ນະຄອນວຽງຈັນໃນທ້າຍປີ 2011 ທີ່ຜ່ານມານີ້

ຊຶ່ງກໍຄືໃນປີ 2011 ທີ່ຜ່ານມາ
ນັ້ນ ລາວກັບໄທມີມູນຄ່າການ
ຄ້າລະຫວ່າງກັນເກີນກວ່າ
3,800 ລ້ານໂດລາ ໂດຍລາວ
ສົ່ງອອກສິນຄ້າໄປໄທ ໃນມູນຄ່າ
1,100 ກວ່າລ້ານໂດລາ ແລະ
ກໍໄດ້ນໍາເຂົ້າສິນຄ້າຈາກໄທ ໃນ
ມູນຄ່າເກີນກວ່າ 2,700 ລ້ານ
ໂດລາ ຈຶ່ງເຮັດໃຫ້ລາວຕົກເປັນ
ຝ່າຍຂາດດຸນການຄ້າຕໍ່ໄທເຖິງ
1,600 ກວ່າລ້ານໂດລາ ສ່ວນ
ການຄ້າລະຫວ່າງລາວກັບຈີນນັ້ນ ກໍມີມູນຄ່າລວມຫຼາຍກວ່າ 1,280 ລ້ານໂດລາ ໂດຍທີ່
ລາວເປັນຝ່າຍໄດ້ປຽບດຸນການຄ້າ ໃນມູນຄ່າ 150 ກວ່າລ້ານໂດລາ.

ສໍາລັບການຄ້າລະຫວ່າງລາວກັບຫວຽດນາມໃນຊ່ວງດຽວກັນນີ້ ກໍມີມູນຄ່າລວມຫຼາຍ
ກວ່າ 700 ລ້ານໂດລາ ໂດຍລາວເປັນຝ່າຍທີ່ໄດ້ປຽບດຸນການຄ້າ 100 ກວ່າລ້ານໂດລາ
ແລະ ເຖິງແມ່ນວ່າ ມູນຄ່າການຄ້າລວມດັ່ງກ່າວນີ້ ຈະບໍ່ເຖິງ 1,000 ລ້ານໂດລາ ຕາມ
ເປົ້າໝາຍທີ່ວາງໄວ້ກໍຕາມ ແຕ່ທາງການລາວກັບຫວຽດນາມ ກໍໄດ້ວາງເປົ້າໝາຍຮ່ວມ
ກັນໄວ້ວ່າ ຈະຊຸກຍູ້ການຄ້າລະຫວ່າງກັນໃຫ້ມີມູນຄ່າລວມເຖິງ 2,000 ລ້ານໂດລາພາຍ
ໃນປີ 2015 ໃຫ້ໄດ້. ໃນຂະນະດຽວກັນ ກໍຍັງຈະເພີ່ມມູນຄ່າການຄ້າກັບຈີນ ແລະໄທ
ໃຫ້ໄດ້ເຖິງ 2,000 ລ້ານໂດລາ ກັບ 8,000 ລ້ານໂດລາ ຕາມລໍາດັບພາຍໃນປີ 2015
ດັ່ງກ່າວອີກດ້ວຍ.

ການທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຕ້ອງປະກອບ
ດ້ວຍ ການສົ່ງເສີມເພື່ອເພີ່ມຜົນຜະລິດສິນຄ້າກະສິກໍາ ແລະສິນຄ້າປຸງແຕ່ງຊະນິດຕ່າງໆ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ລວມທັງຍັງຈະຕ້ອງເສີມຂະ
ຫຍາຍຕະຫຼາດການຄ້າພາຍໃນປະເທດ ໃຫ້ກວ້າງຂວາງຫຼາຍຂຶ້ນອີກດ້ວຍ ດັ່ງທີ່
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ໄດ້ຖະແຫຼງຊີ້ແຈງວ່າ:

ດ້ານການຜະລິດເປັນສິນຄ້າ ສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ສະເລ່ຍ 6
ແສນໂຕນຕໍ່ປີ, ສູ້ຊົນເຮັດໃຫ້ອຸດສາຫະກໍາປຸງແຕ່ງຂະຫຍາຍຕົວໃນອັດຕາ
ສ່ວນ ແຕ່ 12%-13% ຕໍ່ປີ, ຂະຫຍາຍຕະຫຼາດຂາຍຍ່ອຍໃຫ້ກວ
ມເອົາ
80% ຂອງຈໍານວນກຸ່ມບ້ານ.

ລົດຈັກທີ່ນໍາເຂົ້າມາຈາກຈີນເພື່ອຂາຍຢູ່ລາວ
ລົດຈັກທີ່ນໍາເຂົ້າມາຈາກຈີນເພື່ອຂາຍຢູ່ລາວ

ແຕ່ຢ່າງໃດກໍຕາມ ຖ້າຫາກ
ຄິດໄລ່ໃນໄລຍະ 5 ປີທີ່
ຜ່ານມາ ທີ່ລາວໄດ້ສົ່ງ
ອອກສິນຄ້າໄປຕ່າງປະ
ເທດ ຄິດເປັນມູນຄ່າລວມ
ເຖິງ 5,690 ກວ່າລ້ານ
ໂດລາ ແລະໄດ້ນໍາເຂົ້າ
ສິນຄ້າຈາກຕ່າງປະເທດ
ໃນມູນຄ່າລວມຫຼາຍກວ່າ
6,610 ລ້ານໂດລານັ້ນ
ກໍເຮັດໃຫ້ລາວຕ້ອງປະ
ເຊີນກັບສະພາວະຂາດດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າລວມເຖິງ 920 ລ້ານ
ໂດລານັ້ນເອງ.

ທັງນີ້ ໂດຍອີງຕາມລາຍງານຂອງກະຊວງແຜນການ ແລະການລົງທຶນກໍໄດ້ລະບຸວ່າ ສາ
ເຫດທີ່ສໍາຄັນ ທີ່ເຮັດໃຫ້ລາວຕ້ອງປະເຊີນກັບສະພາວະຂາດດຸນການຄ້າຕ່າງປະເທດ
ຫຼາຍທີ່ສຸດນັ້ນກໍຄື ການນໍາເຂົ້າສິນຄ້າອຸປະໂພກ ບໍລິໂພກ ທີ່ກວາມເອົາເຖິງ 72% ຂອງມູນຄ່າການນໍາເຂົ້າທັງໝົດ ໂດຍສະເພາະແມ່ນນໍ້າມັນເຊື້ອໄຟ ນັ້ນຖືເປັນສິນຄ້ານໍາ
ເຂົ້າ ທີ່ເຮັດໃຫ້ລາວຕ້ອງຂາດດຸນການຄ້າຕ່າງປະເທດເພີ່ມຂຶ້ນຫຼາຍທີ່ສຸດ.

XS
SM
MD
LG