ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກະຈາຍໂອກາດ ດ້ານການສຶກສາ ສຳລັບເດັກ ຢູ່ເຂດ ຊົນນະບົດ ບໍ່ບັນລຸ ເປົ້າໝາຍ


ການສຶກສາ ສຳລັບເດັກນ້ອຍທຸກຄົນ ຢູ່ໃນເຂດ ຊົນນະບົດ ບໍ່ໄດ້ບັນລຸເປົ້າໝາຍ.
ການສຶກສາ ສຳລັບເດັກນ້ອຍທຸກຄົນ ຢູ່ໃນເຂດ ຊົນນະບົດ ບໍ່ໄດ້ບັນລຸເປົ້າໝາຍ.
ການຈັດຕັ້ງປະຕິບັດ ແຜນການກະຈາຍໂອກາດ ດ້ານການ
ສຶກສາ ສຳລັບເດັກນ້ອຍທຸກຄົນ ຢູ່ໃນເຂດຊົນນະບົດ ບໍ່ສາ
ມາດບັນລຸເປົ້າໝາຍ ຕາມທີ່ລັດຖະບານລາວ ໄດ້ວາງເອົາໄວ້.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງສຶກສາທິການ ແລະກິລາ ຍອມຮັບ
ວ່າການຈັດຕັ້ງປະຕິບັດແຜນການ ໃນການກະຈາຍໂອກາດ
ດ້ານການສຶກສາ ສຳລັບເດັກນ້ອຍທຸກຄົນ ໃນທົ່ວປະເທດ ໂດຍ
ສະເພາະແມ່ນຢູ່ໃນ ເຂດຊົນນະບົດ ທີ່ໄດ້ເລີ້ມຈັດຕັ້ງ ປະຕິບັດ
ນັບແຕ່ສົກຮຽນປີ 2011-2012 ເປັນຕົ້ນມານັ້ນ ຈະບໍ່ສາມາດ ບັນລຸຜົນເປົ້າໝາຍ ທີ່ລັດຖະ
ບານລາວ ໄດ້ວາງເອົາໄວ້ ໃນສົກຮຽນປີ 2014-2015 ຢ່າງແນ່ນອນ.

ເພາະໃນຂະນະທີ່ ເປົ້າໝາຍຕາມແຜນການນັ້ນ ໄດ້ວາງເອົາໄວ້ວ່າ ຈະຕ້ອງກະຈາຍ
ໂອກາດ ທາງດ້ານການສຶກສາ ສຳລັບ ເດັກນ້ອຍທຸກຄົນ ໃຫ້ໄດ້ເຖິງ 98 ເປີເຊັນ ຂອງເດັກນ້ອຍ ທີ່ມີອາຍຸ ລະຫວ່າງ 5-10 ປີ ໃນທົ່ວປະເທດ ພາຍໃນປີ 2015 ນັ້ນ ຫາກແຕ່ວ່າ ສຳລັບການປະຕິບັດຕົວຈິງ ກັບສາມາດປະຕິບັດໄດ້ພຽງ 95.2 ເປີເຊັນ ໂດຍເພີ້ມຂຶ້ນພຽງ 1.2 ເປີເຊັນ ເທົ່ານັ້ນ ເມື່ອທຽບລະຫວ່າງ ສົກຮຽນປີ 2012-2013 ກັບສົກຮຽນປີ 2013-2014 ນີ້.
ການສຶກສາ ສຳລັບເດັກນ້ອຍທຸກຄົນ ຢູ່ເຂດຊົນນະບົດ ປະສົບກັບບັນຫາ ຫຼາຍດ້ານ.
ການສຶກສາ ສຳລັບເດັກນ້ອຍທຸກຄົນ ຢູ່ເຂດຊົນນະບົດ ປະສົບກັບບັນຫາ ຫຼາຍດ້ານ.

ໂດຍສາເຫດສຳຄັນ ທີ່ເຮັດໃຫ້ການ ຈັດຕັ້ງປະຕິບັດ ໄດ້ຕ່ຳ
ກວ່າເປົ້າໝາຍທີ່ວາງໄວ້ ກໍຍ້ອນວ່າ ລັດຖະບານ ບໍ່ສາມາດ
ຕອບສະໜອງງົບປະມານ ໃຫ້ກັບການຂະຫຍາຍ ໂອກາດ
ດ້ານການສຶກສາໄດ້ຢ່າງພຽງພໍ ແລະ ໃນຂະນະດຽວກັນ ບັນ
ຫາຄວາມຍາກຈົນ ຂອງປະຊາຊົນ ໃນຊົນນະບົດ ກໍຍັງໄດ້ເຮັດ
ໃຫ້ ຈຳນວນເດັກນ້ອຍທີ່ບໍ່ຈົບຊັ້ນປະຖົມ ມີຈຳນວນເພີ້ມຂຶ້ນ
ດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ມັນມີປັດໄຈຫຼາຍດ້ານເນາະ ໜຶ່ງລະແມ່ນຍ້ອນ ສະພາບ
ຄອບຄົວ ມີຄວາມຍຸ້ງຍາກ ສອງມາລະແມ່ນ ບ້ານຢູ່ຫ່າງ
ໄກ ຈາກໂຮງຮຽນ ອັນສາມມາກະແມ່ນຍ້ອນ ບັນຫາເລື້ອງສະພາບ ເສດຖະກິດ
ຂອງຄອບຄົວບໍ່ເອື້ອອຳນວຍ ແລ້ວກະສິມາ ກໍຍ້ອນຕົວຜູ້ກ່ຽວ ທີ່ບໍ່ທັນໄດ້ສຸມໃສ່
ເລື້ອງການຮຽນ.”


ດ້ວຍສະພາບການດັ່ງກ່າວ ຍັງເຮັດໃຫ້ຄາດໝາຍໄດ້ວ່າ ລັດຖະບານລາວ ຈະສາມາດ
ກະຈາຍໂອກາດ ດ້ານການສຶກສາ ສຳລັບເດັກນ້ອຍໄດ້ບໍ່ເຖິງ 96 ເປີເຊັນ ແລະໃນນີ້ ກໍຈະມີພຽງ 74 ເປີເຊັນເທົ່ານັ້ນ ທີ່ຈະມີໂອກາດ ໄດ້ຮຽນຈົນຈົບຊັ້ນປະຖົມ ໃນສົກປີ 2014-2015 ແລະແນ່ນອນວ່າ ໂອກາດໃນດ້ານການສຶກສາ ຊັ້ນສູງກໍຍ່ອມທີ່ຈະມີ ອັດຕາສະເລ່ຍທີ່ຕ່ຳກວ່າ ໃນລະດັບປະຖົມດ້ວຍເຊັ່ນກັນ.

ດັ່ງຈະເຫັນໄດ້ ຈາກສົກຮຽນປີ 2012-2013 ທີ່ມີນັກຮຽນຈົບ ຊັ້ນມັດທະຍົມປາຍ 44,490 ຄົນ ໃນທົ່ວປະເທດ ຫາກແຕ່ວ່າ ໃນຈຳນວນ ດັ່ງກ່າວນີ້ ກໍມີພຽງແຕ່ 9,950 ຄົນ ເທົ່ານັ້ນ
ທີ່ຈະມີໂອກາດ ໄດ້ສຶກສາ ຕໍ່ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງ ຂອງລັດຖະບານ
ລາວ ໃນສົກຮຽນປີ 2013-2014 ທີ່ຜ່ານມາ.
ການສຶກສາ ສຳລັບເດັກນ້ອຍທຸກຄົນ ຢູ່ເຂດຊົນນະບົດ ກຳລັງ ຂາດເຂີນ.
ການສຶກສາ ສຳລັບເດັກນ້ອຍທຸກຄົນ ຢູ່ເຂດຊົນນະບົດ ກຳລັງ ຂາດເຂີນ.

ທັງນີ້ ໂດຍມະຫາວິທະຍາໄລແຫ່ງຊາດ ຢູ່ນະຄອນວຽງຈັນ
ຮັບນັກສຶກສາໃໝ່ ໄດ້ທັງໝົດ 6,694 ຄົນ ໃນຂະນະທີ່ ມະຫາ
ວິທະຍາໄລ ສຸພານຸວົງ ຢູ່ຫຼວງພະບາງນັ້ນ ກໍຮັບນັກສຶກສາໃໝ່
ໄດ້ 1,297 ຄົນ ສ່ວນມະຫາວິທະຍາໄລແຫ່ງຊາດ ທີ່ແຂວງສະ
ຫວັນນະເຂດ ກໍຮັບໄດ້ບໍ່ເກີນ 1,125 ຄົນແລະມະສາວິທະຍາໄລ
ແຫ່ງຊາດ ທີ່ແຂວງຈຳປາສັກ ກໍສາມາດຮັບ ນັກສຶກສາໃໝ່ ໄດ້
ພຽງແຕ່ 834 ຄົນເທົ່ານັ້ນ.

ສ່ວນນັກຮຽນ ທີ່ຈົບຊັ້ນມັດທະຍົມປາຍອີກ 31,800 ກວ່າຄົນ
ທີ່ບໍ່ໄດ້ຮັບ ໂອກາດເຂົ້າສຶກສາຕໍ່ ຢູ່ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງນັ້ນກໍຕ້ອງ
ສຶກສາຕໍ່ໃນສະຖາບັນການສຶກສາ ດ້ານວິຊາຊີບຊັ້ນສູງ ທັງຂອງລັດຖະບານ ແລະພາກ
ເອກະຊົນ.

ແຕ່ກໍມີລາຍງານວ່າ ໃນສົກຮຽນປີ 2013-2014 ນີ້ ມີນັກຮຽນພຽງ 8,000 ກວ່າຄົນ
ເທົ່ານັ້ນ ທີ່ສະມັກເຂົ້າຮຽນຕໍ່ ໃນສະຖາບັນການສຶກສາ ດ້ານວິຊາຊີບຊັ້ນສູງ ໃນຂະນະ
ທີ່ ກະຊວງສຶກສາທິການ ແລະກິລາ ໄດ້ວາງເປົ້າໝາຍ ເອົາໄວ້ຫຼາຍກວ່າ 16,000 ຄົນ.
XS
SM
MD
LG