ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການລາວເບິ່ງແຍງຊາວມົ້ງ ທີ່ກັບຈາກໄທເປັນຢ່າງດີ


ຊາວມົ້ງອົບພະຍົບ ຕອນອາໃສຢູ່ສູນ ອົບພະຍົບຫ້ວຍນນຳ້ຂາວ ປະເທດໄທ
ຊາວມົ້ງອົບພະຍົບ ຕອນອາໃສຢູ່ສູນ ອົບພະຍົບຫ້ວຍນນຳ້ຂາວ ປະເທດໄທ

ທາງການລາວຢືນຢັນວ່າໄດ້ໃຫ້ການເບິ່ງແຍງຄວາມເປັນຢູ່ຂອງບັນດາຊາວມົ້ງທີ່ຖືກສົ່ງກັບຄືນຈາກໄທຢູ່ບ້ານໂພນຄຳເປັນຢ່າງດີ ແລະຍິນດີທີ່ຈະຮັບ ເອົາການຊ່ວຍເຫລືອຈາກຕ່າງປະເທດທີ່ເປັນການຊ່ວຍເຫລືອໂດຍຜ່ານທາງການລາວເທົ່ານັ້ນ.

ທ່ານພົນຈັດຕະວາ ບົວສ່ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວໄດ້ໃຫ້ການຢືນຢັນວ່າການດຳເນີນງານໃຫ້ ການຊ່ວຍເຫລືອແກ່ບັນດາຊາວມົ້ງທີ່ຖືກສົ່ງກັບຄືນ ຈາກປະເທດໄທນັບຕັ້ງແຕ່ທ້າຍປີ 2009 ເປັນຕົ້ນມາໄດ້ດຳເນີນໄປຢ່າງຕັ້ງໜ້າແລະກໍໄດ້ເຮັດໃຫ້ ສະພາບຊີວິດຂອງຊາວມົ້ງດີຂື້ນນັບມື້ເຊັ່ນດຽວກັນ. ຊຶ່ງໃນສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ບໍ່ມີ ຄວາມຈຳເປັນທີ່ບັນດາຊາວມົ້ງເຫລົ່ານີ້ຈະຕ້ອງ ດິ້ນຮົນເພື່ອເດີນທາງໄປຕັ້ງຖິ່ນຖານໃໝ່ຢູ່ໃນຕ່າງ ປະເທດແຕ່ຢ່າງໃດ ແລະໃນຂະນະດຽວກັນກໍບໍ່ມີຄວາມຈຳເປັນທີ່ອົງການສາກົນຈະເຂົ້າມາແຊກ ແຊງການດຳເນີນງານດັ່ງກ່າວຂອງທາງການລາວ ແຕ່ຖ້າຫາກວ່າຢາກຈະໃຫ້ການຊ່ວຍເຫລືອແກ່ ບັນດາຊາວມົ້ງເຫລົ່ານີ້ ທາງການລາວກໍຍອມ ຮັບສະເໝີ ຖ້າຫາກວ່າເປັນການຊ່ວຍເຫລືອໂດຍຜ່ານທາງການລາວເທົ່ານັ້ນ. ດັ່ງທີ່ທ່ານພົນຈັດຕະວາບົວສ່ຽງ ໄດ້ຖະແຫລງເນັ້ນຍ້ຳວ່າ:

ກ່ອນໜ້ານີ້ ທ່ານພົງສະຫວັດ ບຸບຜາ ລັດຖະມົນຕີຊ່ວຍວ່າການຕ່າງປະເທດໄດ້ນຳພາຄະນະທູຕາ ນຸທູດແລະຜູ້ແທນຂອງອົງການລະວ່າງປະເທດ ຢູ່ໃນລາວຈຳນວນ 20 ກວ່າຄົນ ຊຶ່ງຮວມທັງເອກອັກຄະລັດຖະທູດສະຫະລັດອາເມລິກາແລະຜູ້ຕ່າງໜ້າຂອງສຳນັກງານຂ້າຫລວງໃຫຍ່ຜູ້ລີ້ພັຍແຫ່ງສະ ຫະປະຊາຊາດ ຫລື (UNHCR) ດ້ວຍນັ້ນ ໄດ້ຮ່ວມເດີນທາງໄປກວດຢ້ຽມເບິ່ງສະພາບຊີວິດ ຄວາມເປັນຢູ່ຂອງບັນດາຊາວມົ້ງທີ່ຖືກສົ່ງກັບຄືນຈາກ ປະເທດໄທຢູ່ສູນຮອງຮັງບ້ານໂພນຄຳ ເມືອງ ບໍລິຄຳໄຊ ຢ່າງເປັນທາງການ. ໂດຍການເດີນທາງໄປໃນຄັ້ງດັ່ງກ່າວກໍນັບເປັນເທື່ອທຳອິດຫລັງຈາກທີ່ ທາງການລາວໄດ້ໂຍກຍ້າຍຊາວມົ້ງເຂົ້າໄປຢູ່ໃນພື້ນທີ່ບ້ານໂພນຄຳ ທີ່ຖືກພັທະນາຂື້ນມາ ເພື່ອຮອງຮັງຊາວມົ້ງທີ່ຖືກສົ່ງກັບຄືນຈາກໄທນັບແຕ່ທ້າຍ ປີຜ່ານມາເປັນການສະເພາະ ຊຶ່ງກໍປາກົດ ວ່າຄະນະທູຕານຸທູດແລະຜູ້ແທນອົງການນານາຊາດບໍ່ໄດ້ພົບເຫັນການປະຕິບັດທີ່ບໍດີຕໍ່ບັນດາຊາວມົ້ງແຕ່ ຢ່າງໃດ ຫາກແຕ່ວ່າຄະນະທູຕານຸທູດແລະຜູ້ແທນອົງການສາກົນກໍບໍ່ໄດ້ມີໂອກາດພົບປະ ແລະປາກເວົ້າກັບພວກຊາວມົ້ງເປັນການສ່ວນຕົວໃນລະວ່າງ ການກວດຢ້ຽມທີ່ໃຊ້ເວລາກວ່າ 2 ຊົ່ວ ໂມງແຕ່ຢ່າງໃດ ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ຄະນະທູຕານຸທູດແລະຜູ້ແທນອົງການສາກົນ ໄດ້ພາກັນຄາດຫວັງງ່າຍັງຈະໄດ້ຮັບໂອກາດໃນການເດີນທາງໄປຢ້ຽມຢາມຊາວມົ້ງຢູ່ບ້ານໂພນຄຳອີກໃນຄັ້ງຕໍ່ໆໄປ.

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານພົນໂທດວງຈິດ ຮອງນາຍົກລັດຖະມົນຕີວ່າການກະຊວງປ້ອງ ກັນປະເທດລາວກໍໄດ້ຖະແຫລງຢືນຢັນໃນໂອກາດ ເດີນ ທາງໄປກວດຢ້ຽມບັນດາຊາວມົ້ງຢູ່ບ້ານໂພນ ຄຳດັ່ງກ່າວນີ້ວ່າການພັທະນາພື້ນທີ່ຈັດສັນໃໝ່ກຳລັງດຳເນີນໄປຢ່າງຕັ້ງໜ້າໂດຍໃນໄລຍະສະເພາະ ໜ້ານີ້ກໍໄດ້ໃຫ້ຄວາມສຳຄັນກັບການກໍ່ສ້າງທີ່ຢູ່ອາໃສແລະຈັດຫາເຄຶ່ອງໃຊ້ສອຍທີ່ຈຳເປັນໃນຊີວິດ ປະຈຳວັນໃຫ້ກັບຊາວມົ້ງທຸກຄອບຄົວຢ່າງພຽງພໍ. ສ່ວນການບຸກເບີກທີ່ດິນເພື່ອການປູກຝັງດ້ານ ການກະເສດນັ້ນກໍຈະເລັ່ງດຳເນີນການໃຫ້ສຳເລັດທັນລະດູຝົນປີນີ້ ແລະຄຽງຄູ່ກັນໄປນີ້ກໍຈະທຳ ການພັທະນາລະບົບໂຄງສ້າງພື້ນຖານທີ່ຈຳເປັນຕ່າງໆເຊັ່ນຖະນົນຫົນທາງ ຄອງຊົນລະປະທານ ແລະສາຍສົ່ງກະແສໄຟຟ້າໃຫ້ແລ້ວສຳເລັດທັງໝົດ ໃນທ້າຍປີ 2010 ໂດຍໄດ້ປະມານການວ່າຈະ ຕ້ອງໃຊ້ຈ່າຍງົບປະມານເຖິງ 200 ຕື້ກີບ. ໂດຍບ້ານໂພນຄຳດັ່ງກ່າວນີ້ມີເນື້ອທີ່ທັງໝົດກວ້າງ ກວ່າ 2000 ເຮັກຕ້າ ຊຶ່ງໄດ້ມີການຈັດສັນພື້ນທີ່ກວ້າງ 100 ເຮັກຕ້າເປັນເຂດທີ່ຢູ່ອາໃສແລະພື້ນ ທີ່ສ່ວນທີ່ເຫລືອນັ້ນກໍໄດ້ຈັດສັນເປັນທີ່ດິນທຳກິນສຳຫລັບ ຊາວມົ້ງທີ່ສະມັກໃຈຂໍເຂົ້າໄປຢູ່ໃນເຂດດັ່ງ ກ່າວນີ້ແລ້ວຈຳນວນ 599 ຄອບຄົວ ຫລື 3,457 ຄົນ ໂດຍແຕ່ລະຄອບຄົວຈະໄດ້ຮັບຈັດສັນທີ່ດິນ 2 ເຮັກຕ້າ.

XS
SM
MD
LG