ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ​ລາວ ​ຊໍາລະ​ໜີ້​ ໃຫ້​​ບໍລິສັດ ​ເອກ​ກະ​ຊົນ ດ້ວຍ​ການ​ອອກ​ພັນ​ທະ​ບັດ​ລັດຖະບານ


ການເຮັດໂຄງການພັດທະນາຂອງລັດຖະບານ ແຫ່ງນຶ່ງ ທີ່ຢູ່ນອກແຜນ
ການເຮັດໂຄງການພັດທະນາຂອງລັດຖະບານ ແຫ່ງນຶ່ງ ທີ່ຢູ່ນອກແຜນ

ລັດຖະບານ​ລາວຊຳລະ​ໜີ້​ໃຫ້​ກັບ​ບັນດາ​ບໍລິສັດ​ເອກ​ກະ​ຊົນພາຍ​ໃນ​ລາວ ດ້ວຍ​ການ
​ອອກ​ພັນ​ທະ​ບັດ​ລັດຖະບານ ​ເພື່ອ​ອ່ວຍ​ໜີ້​ທີ່​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ມີ​ຢູ່​ກັບ​ບັນດາ​
ທະນາຄານ​ໃນ​ລາວ ໃຫ້​ມາ​ເປັນ​ໜີ້​ຂອງລັດຖະບານ.

ລິງໂດຍກົງ

ທ່ານ​ສົມ​ດີ ດວງ​ດີ ຮອງນາຍົກ​ລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ກະຊວງ​ການ
​ເງິນ ຖະ​ແຫຼ​ງຢືນຢັນ​ວ່າ​ ໃນ​ແຜນການ​ງົບປະມານ​ປະຈຳ​ປີ 2018 ລັດຖະບານ​ລາວ​
ໄດ້ຈັດ​ສັນ​ງົບປະມານ ສຳລັບ​ກາຊຳ​ລະ​ໜີ້​ໃຫ້ບັນດາ​ບໍລິສັດ​ເອກ​ກະ​ຊົນ ທີ່​ລົງ​ທຶນ​ໃຫ້
​ກ່ອນ​ໃນ​ບັນດາໂຄງການ​ພັດທະນາ​ຕ່າງໆ ຂອງ​ລັດ​ຈຳ​ນວນ​ທັງ​ໝົດ 1,831 ​ໂຄ​ງການ
ຊຶ່ງ​ໃນ​ຊ່ວງ 5 ​ເດືອນຕົ້ນ​ປີ 2018 ນີ້ ​ກໍໄດ້​ຊຳ​ລະ​ໜີ້​ໄປ​ແລ້ວ 529 ກວ່າ​ຕື້​ກີບ ​ແລະ​ຍັງ​
ເຫຼືອທີ່​ຈະ​ຕ້ອງຊຳ​ລະຄືນ​ອີກ 6,513 ຕື້​ກີບ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ລັດຖະບານ​ລາວ ມີ​ງົບປະມານ​ຢ່າງຈຳກັດ​ຈຶ່ງ​ຕ້ອງມີ​ການ
​ປັບ​ປ່ຽນ​ວິທີ​ການ​ຊຳ​ລະ​ໜີ້​ດັ່ງກ່າວ​ດ້ວຍ​ການ​ອອກ​ພັນທະບັດ​ລັດຖະບານ ​ເພື່ອ​ອ່ວຍ​ໜີ້​
ທີ່​ບັນດາ​ບໍລິສັດ​ເອກກະ​ຊົນ​ມີ​ຢູ່​ກັບ​ບັນດາ​ທະນາຄານ​ຕ່າງໆ​ໃນ​ລາວ ​ໃຫ້​ມາ​ເປັນ​ໜີ້ຂອງ​ລັດຖະບານແທນ ໃນ​ມູນ​ຄ່າ 3,250 ຕື້​ກີບ ຊຶ່ງ​ຈະ​ຕ້ອງ​ຜ່ານ​ການ​ຮັບຮອງ​ຈາກ​ກອງ​ປະ
ຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດ ທີ່​ດຳ​ເນີນ​ກອງ​ປະຊຸມ​ລະຫວ່າງ​ວັນ​ທີ 5
ຫາ 28 ມິຖຸນາ 2018 ນີ້​ຢ່າງ​ເປັນ​ທາງ​ການ​ເສຍ​ກ່ອນ ຈຶ່ງ​ຈະ​ຈັດ​ຕັ້ງ​ປະຕິບັດ​ໃນ​ພາກ​ໂຕ​
ຈິງ​ໄດ້​ຕໍ່​ໄປ ດັ່ງ​ທີ່​ທ່ານ​ສົມ​ດີ ​ໄດ້ໃຫ້ການ​ຢືນຢັນ​ວ່າ

“​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ການ​ອ່ວຍ​ໜີ້​ດັ່ງກ່າວ​ຫັ້ນ ກະ​ຊວງ​ການ​ເງິນກະ​ໄດ້​ຮັບ​ບັນຊີ​
ໂຄງການ​ຈາກ​ກະຊວງ​ແຜນການ ​ແລະ​ການ​ລົງ​ທຶນ​ໄດ້​ຢັ້ງຢືນ​ມາ ທາງ​ກະຊວງ​ແຜນ
ການ ແລະການ​ລົງທຶນ ​ໄດ້​ສັງ​ລວມ​ເບື້ອງ​ຕົ້ນ​ວ່າ​ ມີ​ບັນດາ​ໂຄງການ​ທີ່ຢູ່​ໃນ​ເງື່ອນ​ໄຂ​
ຢູ່​ໃນ​ທົ່ວ​
ປະ​ເທດມີ​ມູນ​ຄ່າ​ທີ່​ຕິດ​ໜີ້​ ກັບ​ທະນະ​ຄານ​ປະມານ 3,000 ກວ່າຕື້ ສະ​ນັ້ນ​
ພວກ​ເຮົາ​ຈຶ່ງ​ໄດ້​ສະ​ເໜີທາງ​ສະພາແຫ່ງ​ຊາດ ​ໃຫ້​ພິຈາລະນາ​ຮັບຮອງ​ເອົາວ່າ ພວກ
​ເຮົາ​ຊິ​ເອົາ 3,250 ຕື້ ​ເພື່ອມາ​ອ່ວຍ​ໜີ້​ ໃຫ້​ແກ່​ບໍລິ​ສັດ​ທີ່​ຕິດ​ໜີ້ກັບ​ທະນາຄານ.”

ທ່ານ​ສົມ​ດີ​ຢືນຢັນ​ດ້ວຍ​ວ່າ ການ​ອ່ວຍໜີ້​ໃຫ້ກັບບໍລິສັດ​ເອກ​ກະ​ຊົນ​ດັ່ງກ່າວ​ນີ້ ບໍ່​ຮວມ
​ເຖິງ​ໂຄ​ງການ​ນອກ​ແຜນການຂອງ​ລັດຖະບານ​ແຕ່​ຢ່າງ​ໃດ ທັງ​ນີ້​ໂດຍຕາມ​ລາຍ​ງານ​
ຂອງ​ອົງການ​ກວດ​ກາ​ແຫ່ງ​ລັດ ລະບຸ​ວ່າ​ໄດ້​ກວດ​ພົບ​ໂຄງການ​ນ​ອກ​ແຜນ​ຂອງ​ລັດຖະ
​ບານ​ຈຳນວນ 285 ​ໂຄງການ ​ມີ​ມູນ​ຄ່າ 4,483 ກວ່າ​ຕື້​ກີບ​ທີ່​ຈັດ​ຕັ້ງ​ປະຕິບັດ​ບໍ່​ເປັນ
​ໄປ​ຕາມ​ລະບຽບ​ກົດໝາຍ​ດ້ານ​ງົບປະມານ ​ແລະ​ບໍ່​ຜ່ານ​ການ​ຮັບຮອງຂອງ​ສະພາ​ແຫ່ງ
​ຊາດ​ໃນ​ປີ 2017 ທີ່​ຜ່ານ​ມາ​ແຕ່​ຢ່າງ​ໃດ.

ທາງ​ດ້ານ​ຄະນະ​ກວດກາ​ສູນ​ກາງ​ພັກ​ປະຊາຊົນປະຕິວັດ​ລາວ ລາຍ​ງານ​ວ່າການ​ກວດ
ກາ​ພາຍ​ໃນ​ພັກໃນ​ປີ 2017 ກວດ​ພົບ​ການທຸຈະ​ລິດ 146 ກໍລະນີ​ເຮັດ​ໃຫ້​ເກີດ​ການ​ເສຍ
​ຫາຍ 593 ຕື້​ກີບ ​ກັບ 5 ລ້ານ​ກວ່າ​ບາດ 4.67 ລ້ານ​ໂດ​ລາສະຫະລັດ ​ແລະ 20 ລ້ານ
ກວ່າ​ດົງ ມີ​ຜູ້​ຕ້ອງ​ຫາ 994 ຄົນ ​ໃນ​ນີ້​ເປັນ​ພະນັກ ງານ​ລັດ ​908 ຄົນ ນັກທຸລະ​ກິດ 86 ຄົນ
​ໂດຍ​ໄດ້​ລົງ​ໂທດ​ທາງ​ວິໄນ​ແລ້ວ 414 ຄົນ ແລະ 14 ຄົນ​ຖືກ​ສານ​ຕັດສິນ​ໃຫ້​ຂັງ​ຄຸກ.

ທັງນີ້​ໃນ​ຊ່ວງ 10 ປີ​ທີ່​ຜ່ານ​ມາ ສູນ​ກາງ​ພັກ​ ໄດ້​ລົງ​ໂທດ​ຕໍ່​ການຈັດ​ຕັ້ງ ​ແລະ​ສະມາຊິກ​ພັກ​
ທີ່​ມີການລະ​ເມີດກົດ​ລະບຽບ​ຂອງພັກ​ ດ້ວຍການຍຸບ​ການຈັດ​ຕັ້ງ ໃນ 4 ຮາກ​ຖານ ​ແລະ​ມີ​ສະມາຊິກ​ພັກ​ຖືກ​ວິໄນ 2,723 ຄົນ ປົດ​ອອກ​ຈາກ​ພັກ​ 1,440 ຄົນ ​ແລະ​ໃຫ້​ອອກ​ຈາກ​ຕຳ
​ແໜ່​ງ​ໃນ​ວົງ​ການ​ລັດຖະບານ 960 ຄົນ ທີ່​ກະ​ທຳ​ການລະ​ເມີດ​ລະບຽບ​ກົດໝາຍ ​ແລະ​ກໍ່​
ຄວາມ​ເສຍຫາ​ຍ​ໃຫ້​ລັດ​ຫຼາຍກວ່າ 5,113 ຕື້​ກີບ.

ສ່ວນ​ອົງການ​ເພື່ອ​ຄວາມ​ໂປ່​ງ​ໃສ​ສາກົນ ຫຼື (Transparency International) ສະ​ເໜີ​ລາຍງານສະພາບ​ການ​ສໍ້​ລາດ​ບັງຫຼວງໃນ​ປີ 2017 ​ໂດຍ​ຈັດ​ໃຫ້​ລາວ​ຢູ່​ອັນ​ດັບ​ທີ 135
ຈາກ 180 ປະ​ເທດ​ທົ່ວ​ໂລກ ​ໂດຍ​ນັກ​ລົງ​ທຶນຕ່າງ​ຊາດ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ໂປ່​ງ
ໃສ ​ໃນ​ການ​ບໍລິຫານງານ​ຂອງ​ລັດຖະບານ​ລາວ ໃນ​ລະດັບ 29 ຈາກ 100 ຄະ​ແນນ​ຊຶ່ງ​
ລົດ​ລົງຈາກ 30 ຄະ​ແນນ​ໃນ​ປີ 2016 ໝາຍ​ຄວາມ​ວ່າ​ ມາດ​ຕະການ​ປາບປາມ ການ​ສໍ້​
ລາດ​ບັງ​ຫຼວງ​ໃນ​ລາວ ​ມີ​ປະສິດ​ທິພາ​ບຕໍ່າລົງ ທັງນີ້​ທະນາຄານ​ພັດທະນາ​ເອ​ເຊຍ
(ADB) ປະ​ເມີນ​ວ່າ ການ​ທຸຈະ​ລິດ​ໃນ​ລາວ​ເຮັດ​ໃຫ້​ເກີດ​ການ​ເສຍຫາຍ​ໄປ​ຫຼາຍກວ່າ
690 ລ້ານ​ໂດ​ລາ ​ໂດຍ​ເກີດ​ຈາກ​ການ​ທຸດຈະ​ລິດ​ຂອງ​ພະນັກງານ​ລັດ​ໃນ 734 ​ໂຄງ
ການ ໃນ​ຊ່ວງ​ປີ 2013 ຫາ 2017 ທີ່​ຜ່ານ​ມາ.

XS
SM
MD
LG