ອົງການກວດສອບຂອງລັດຖະບານລາວ ມີປະສິດທິພາບຕ່ຳໃນການຈັດຕັ້ງປະຕິບັດ
ທຸກໆດ້ານເຮັດໃຫ້ລັດຕ້ອງເສຍຫາຍກຼາຍກວ່າ 10,000 ຕື້ກີບຈາກການທຸດຈະຣິດຂອງ
ພະນັກງານລັດໃນ 4 ປີ ທີ່ຜ່ານມາ ຊຶ່ງ ຊົງລິດ ໂພນເງິນ ລາຍງານຈາກບາງກອກ.
ທ່ານນາງວຽງທອງ ສີພັນດອນ, ປະທານອົງການການກວດສອບແຫ່ງລັດ ໄດ້ຖະແຫຼງ
ຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດລາວ ທີ່ດຳເນີນ
ກອງປະຊຸມໃນຊ່ວງວັນທີ 7 ພະຈິກ ຫາ 6 ທັນວາ 2019 ນີ້ ວ່າການຈັດຕັ້ງປະຕິບັດ
ໃນອົງການກວດສອບແຫ່ງລັດ ມີປະສິດທິພາບຕ່ຳໃນທຸກດ້ານໂດຍສະເພາະແມ່ນ
ໄດ້ກວດພົບການທຸດຈະຣິດໃນໂຄງການພັດທະນາຕ່າງໆຂອງລັດຖະບານ ທີ່ຮ່ວມ
ມືລະຫວ່າງ ພະນັກງານລັດກັບພາກທຸລະກິດເອກກະຊົນນັ້ນ ຖືເປັນສາເຫດສຳຄັນທີ່
ເຮັດໃຫ້ລັດຖະບານຕ້ອງສູນເສຍລາຍຮັບເພີ້ມຂຶ້ນນັບມື້ ທັງຍັງກວດພົບພະນັກງານທີ່
ກ່ຽວຂ້ອງ ບໍ່ສົ່ງລາຍຮັບຈາກຊ່ວຍສາອາກອນ ແລະຊັບສິນຕ່າງໆຂອງລັດເຂົ້າງົບ
ປະມານຂອງລັດຖະບານອີກດ້ວຍ ດັ່ງທີ່ທ່ານນາງວຽງທອງຖະແຫຼງຢືນຢັນວ່າ:
“ການຈັດຕັ້ງປະຕິບັດຍັງບໍ່ທັນເຮັດໄດ້ຕາມມາດຕະຖານການກວດສອບແຫ່ງລັດ
ໂດຍສະເພາະເຄື່ອງມືກັບອຸບປະກອນ ບວກກັບຄວາມຮູ້ ຄວາມສາມາດຂອງນັກ
ກວດສອບຍັງຈຳກັດ ບໍ່ສາມາດດຳເນີນການປະກອບເອກກະສານ ເພື່ອທຳການ
ຟ້ອງຮ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕາມກົດໝາຍ ການດຳເນີນຂັ້ນຕອນ
ໃນການປະເມີນໂຄງການບໍ່ໄດ້ ດຳເນີນໃຫ້ຄົບຖ້ວນການຄຸ້ມຄອງໂຄງການລົງທຶນ
ຈາກຕ່າງປະເທດບໍ່ສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນຂອງລັດ ການຈັດ
ເກັບລາຍຮັບຂອງຂະແໜງຊ່ວຍສາອາກອນພາສີ ຊັບສິນຂອງລັດເກັບໄດ້ແລ້ວບໍ່
ມອບເຂົ້າງົບປະມານ.”
ໂດຍໃນປີ 2018 ທີ່ຜ່ານມາ ອົງການການກວດສອບແຫ່ງລັດໄດ້ກວດພົບການທຸດ
ຈະຣິດຂອງພະນັກງານລັດ ທີ່ຮ່ວມມືກັບເອກກະຊົນລາວ 1,285 ຄົນ ທີ່ເຮັດໃຫ້ລັດ
ຖະບານເສຍຫາຍໄປຫຼາຍກວ່າ 999 ຕື້ກີບ ແລະກວ່າ 67 ລ້ານໂດລາສະຫະລັດ ຊຶ່ງ
ໃນຈຳນວນຜູ້ກະທຳຜິດດັ່ງກ່າວນີ້ແບ່ງເປັນພະນັກງານລັດ 970 ຄົນ ກັບນັກທຸລະກິດ
315 ຄົນ ທີ່ຮ່ວມມືກັນທຸດຈະຣິດໃນໂຄງການພັດທະນາຕ່າງໆຂອງລັດຖະບານ 105
ໂຄງການ ທີ່ມີທັງການໃຊ້ອຳນາດໜ້າທີ່ ເພື່ອສະແຫວງຫາຜົນປະໂຫຍດສ່ວນໂຕ ການ
ຮັບສິນບົນ ການຍັກຍອກ ສໍ້ໂກງເອົາຊັບສິນລັດ ການປອມແປງເອກກະສານສຳຄັນ
ຂອງລັດ ການປອມແປງມາດຕະຖານກໍ່ສ້າງ ແລະເທກນິກຕ່າງໆ ທີ່ສ່ວນໃຫຍ່ເປັນ
ໂຄງການທີ່ລັດຖະບານກູ້ຢືມ ແລະໄດ້ຮັບການຊ່ວຍເຫຼືອລ້າຈາກຕ່າງປະເທດ ອັນ
ເປັນສາເຫດເຮັດໃຫ້ລັດຖະບານລາວຖືກກົດດັນຈາກນາໆຊາດຢ່າງໜັກ ຈົນຕ້ອງ
ລົງໂທດທາງວິໃນຕໍ່ພະນັກງານລັດ 849 ຄົນ ດຳເນີນຄະດີໃນສານ 113 ຄົນ ແລະ
ສານກໍໄດ້ຕັດສິນໂທດທາງແພ່ງ ແລະອາດຍາແລ້ວ 55 ຄົນ ເຮັດໃຫ້ຫເກັບເງິນຄືນ
ມາໄດ້ແລ້ວ 26.5 ຕື້ກີບ ກັບ 17 ລ້ານໂດລາສະຫະລັດ ທັງຍັງໄດ້ຍົກເລີກສຳປະທານ
ຂອງນັກທຸດລະກິດ 315 ຄົນ ທີມີສ່ວນໃນການທຸດຈະຣິດດັ່ງກ່າວ.
ທາງດ້ານທ່ານບຸນທອງ ຈິດມະນີ ປະທານຄະນະກຳມະການລະດັບຊາດ ເພື່ອຕ້ານ
ການສໍ້ລາດບັງຫຼວງ ຖະແຫຼງຢືນຢັນວ່າການທຸດຈະຣິດຄໍຣັບຊັນ ໂດຍພະນັກງານ
ຂອງພັກ ແລະລັດຖະບານລາວຍັງເກີດຂຶ້ນຢ່າງກວ້າງຂວາງໃນທຸກລະດັບຊັ້ນ ແລະ
ມີລັກຊະນະທີ່ເປັນບັນຫາທີ່ແກ່ຍາວ ແລະຝັງເລິກໃນທຸກພາກສ່ວນ ຈຶ່ງເປັນການ
ຍາກຢ່າງຍິ່ງ ທີ່ຈະລົບລ້າງໃຫ້ໝົດໄປຈາກວົງການພັກລັດໄດ້ຢ່າງແທ້ຈິງ.
ທ່ານບຸນທອງໄດ້ຍົກຕົວຢ່າງກ່ຽວກັບການກວດກາບັນດາໂຄງການລົງທຶນຂອງລັດ
ຖະບານຈຳນວນ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມກົດໝາຍນັ້ນແບ່ງ
ເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນ ແລະ 106 ໂຄງການທີ່ຈັດການປະມູນ
ແຕ່ບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ລັດຖະບານສູນເສຍງົບປະມານໄປ 5,331
ກວ່າຕື້ກີບ ສ່ວນການຍົກເວັ້ນອາກອນນຳເຂົ້ານ້ຳມັນໃຫ້ກັບບັນດາບໍລິສັດຕ່າງຊາດ
ທີ່ລົງທຶນໃນລາວກໍເຮັດໃຫ້ລັດຖະບານສູນເສຍລາຍຮັບເຖິງ 2,407 ຕື້ກີບໃນແຕ່ລະ
ປີ ແລະໂຄງການນອກແຜນການຂອງລັດຖະບານ 285 ໂຄງການ ກໍເຮັດໃຫ້ເສຍ
ຫາຍກວ່າ 4,483 ຕື້ກີບໃນຊ່ວງປີ 2016-2018.
ສ່ວນອົງການເພື່ອຄວາມໂປ່ງໃສສາກົນ (transparency International) ລາຍ
ງານວ່າ ລັດຖະບານລາວມີຄວາມໂປ່ງໃສໃນການບໍລິຫານງານພຽງ 29 ຈາກ 100
ຄະແນນ ໃນປີ 2018 ໝາຍຄວາມວ່າມີນັກທຸລະກິດຕ່າງຊາດ ທີ່ລົງທຶນໃນລາວເຖິງ
71 ໃນ 100 ຄົນ ທີ່ເຫັນວ່າມີການທຸດຈະຣິດໃນວົງການລັດຖະບານລາວ.