ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລາວວາງເປົ້າໝາຍ ທີ່ຈະລົບລ້າງ ໄຂ້ມາເລເຣຍ ໃຫ້ໄດ້ພາຍໃນ ປີ 2020


ທາງການລາວ ໃຊ້ມາດຕະການ ສະເປຢາຂ້າຍຸງ ເພື່ອປ້ອງກັນ ການລະບາດຂອງໄຂ້ມາເລເຣຍ ແລະ ໄຂ້ຍຸງລາຍ
ທາງການລາວ ໃຊ້ມາດຕະການ ສະເປຢາຂ້າຍຸງ ເພື່ອປ້ອງກັນ ການລະບາດຂອງໄຂ້ມາເລເຣຍ ແລະ ໄຂ້ຍຸງລາຍ

ລັດຖະບານລາວ ວາງເປົ້າໝາຍທີ່ຈະຢຸດຢັ້ງ ແລະ ລົບລ້າງໄຂ້ມາເລເຣຍ ໃຫ້ໄດ້ຢ່າງ
ສິ້ນເຊີງ ພາຍໃນປີ 2020 ແຕ່ປະຊາຊົນລາວ ກັບຍັງປະເຊີນກັບ ການແຜ່ລະບາດ
ຂອງໄຂ້ຍຸງລາຍ ຢ່າງກວ້າງຂວາງ.

ທ່ານບົວສີ ຫົງວັນທອງ ຫົວໜ້າສູນໄຂ້ຍຸງ ແມ່ກາຝາກ ແລະແມງໄມ້ ກະຊວງສາທາ
ລະນະສຸກ ຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍ ຢ່າງຄັກແນ່ແລ້ວວ່າ ຈະ
ດຳເນີນມາດຕະການ ໃນທຸກວິທີທາງເພື່ອຢຸດຢັ້ງ ແລະ ລົບລ້າງໄຂ້ມາເລເຣຍ ໃຫ້ໄດ້
ຢ່າງສິ້ນເຊີງ ພາຍໃນປີ 2020 ໂດຍໃນປັດຈຸບັນໄດ້ມີການສ້າງຕັ້ງສູນປ້ອງກັນໄຂ້
ມາເລເຣຍ ທີ່ມີເຄືອຂ່າຍການປະສານງານໄດ້ ໃນທົ່ວປະເທດແລ້ວ ດັ່ງທີ່ ທ່ານບົວສີ
ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາມີຕາໜ່າງ ໃນທົ່ວປະເທດປົກຄຸມຢູ່ໃນ 18 ແຂວງ 100 ກວ່າເມືອງ 700
ກວ່າສຸກສາລາ ແລະ ປະມານ 2,500 ກວ່າບ້ານ ແລະ ປັດຈຸບັນນີ້ ການລາຍງານ
ພວກເຮົາໄດ້ຄືບໜ້າ ຈາກເມື່ອກ່ອນໃຊ້ລາຍງານແບບເຈ້ຍສໍ ປັດຈຸບັນເຮົານຳໃຊ້
ເຄື່ອງ Electronic ເຂົ້າໄປລະດົມເລື່ອງປ້ອງກັນ ເພື່ອໃຫ້ປະຊາຊົນ ໄດ້ຮູ້ຈັກ ສາເຫດຂອງການເປັນພະຍາດ ໄຂ້ມາເລເຣຍ ໝາຍຄວາມວ່າ ເຮົາໄດ້ໃຊ້ເຄືອບ
ຢາ ຍາວນານ 3-5 ປີ ແລະ ແນະນຳວິທີການປ້ອງກັນຕົວເອງ ໂດຍສະເພາະ
ເວລາປະຊາຊົນເຂົ້າໄປໃນປ່າ ຕ້ອງມີເຄື່ອງປ້ອງກັນ ຖືມຸ້ງ ແລະ ກະມີຢາທາ
ກັນຍຸງ.”

ພະແນກສາທາລະນະສຸກ ຂັນພື້ນຖານ ສັກຢາວັກຊີນ ປ້ອງກັນພະຍາດ ໃຫ້ແກ່ ບັນດາແມ່ຍິງ ແລະ ລູກເຕົ້າ ຂອງພວກເຂົາເຈົ້າ
ພະແນກສາທາລະນະສຸກ ຂັນພື້ນຖານ ສັກຢາວັກຊີນ ປ້ອງກັນພະຍາດ ໃຫ້ແກ່ ບັນດາແມ່ຍິງ ແລະ ລູກເຕົ້າ ຂອງພວກເຂົາເຈົ້າ

ໂດຍການຈັດຕັ້ງປະຕິບັດ ເພື່ອໃຫ້ສາມາດບັນລຸເປົາໝາຍດັ່ງກ່າວ ຢ່າງແທ້ຈິງນັ້ນ
ອົງການ USAID ຂອງລັດຖະບານສະຫະລັດອາເມຣິກາ ກໍໄດ້ໃຫ້ການການຊ່ວຍເຫຼືອ
ແກ່ລັດຖະບານລາວ 3 ລ້ານໂດລາ ເພື່ອນຳໃຊ້ໃນການສ້າງຄວາມເຂັ້ມແຂງ ໃຫ້ລະບົບ
ຫ້ອງວິເຄາະທາງການແພດ ແລະ ລະບາດວິທະຍາ ໃນລາວ ດ້ວຍການປະສານງານ
ຢ່າງໃກ້ຊິດ ກັບອົງການອະນາໄມໂລກ (WHO) ໃນຊ່ວງປີ 2017-2020 ແລະ ພ້ອມ
ກັນນີ້ ທາງການສະຫະລັດ ຍັງໄດ້ສົ່ງມອບມຸ້ງກັນຍຸງ ຈຳນວນ 120,000 ດາງ ເພື່ອໃຫ້
ທາງການລາວ ນຳໄປແຈກຍາຍໃຫ້ກັບປະຊາຊົນລາວ ໃນແຂວງບໍລິຄຳໄຊ ຄຳມ່ວນ
ອຸດົມໄຊ ຜົ້ງສາລີ ໄຊຍະບູລີ ສາລະວັນ ແລະ ສະຫວັນນະເຂດ ໂດຍເປັນການດຳເນີນ
ງານ ພາຍໃຕ້ໂຄງການທີ່ເອີ້ນວ່າ President’s Malaria Initiative ທີ່ໃຫ້ການຊ່ວຍ
ເຫຼືອແກ່ລາວ ນັບເປັນເວລາກວ່າ 10 ປີມາແລ້ວ.

ອົງການ USAID ຂອງລັດຖະບານສະຫະລັດອາເມຣິກາ ກໍໄດ້ສົ່ງມອບມຸ້ງກັນຍຸງ ຈຳນວນ 120,000 ດາງ ເພື່ອໃຫ້ ທາງການລາວ ນຳໄປແຈກຍາຍໃຫ້ກັບປະຊາຊົນລາວ ໃນແຂວງບໍລິຄຳໄຊ ຄຳມ່ວນ ອຸດົມໄຊ ຜົ້ງສາລີ ໄຊຍະບູລີ ສາລະວັນ ແລະ ສະຫວັນນະເຂດ.
ອົງການ USAID ຂອງລັດຖະບານສະຫະລັດອາເມຣິກາ ກໍໄດ້ສົ່ງມອບມຸ້ງກັນຍຸງ ຈຳນວນ 120,000 ດາງ ເພື່ອໃຫ້ ທາງການລາວ ນຳໄປແຈກຍາຍໃຫ້ກັບປະຊາຊົນລາວ ໃນແຂວງບໍລິຄຳໄຊ ຄຳມ່ວນ ອຸດົມໄຊ ຜົ້ງສາລີ ໄຊຍະບູລີ ສາລະວັນ ແລະ ສະຫວັນນະເຂດ.

ທາງດ້ານອົງການອະນາໄມໂລກ ສຳນັກງານປະຈຳ ສປປ ລາວ ລາຍງານວ່າ ນອກ
ຈາກບັນຫາ ພະຍາດໄຂ້ມາເລເຣຍແລ້ວ ປະຊາຊົນລາວ ກໍຍັງຕ້ອງປະເຊີນກັບບັນຫາ
ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ໃນລະດັບທີ່ຮຸນແຮງຫຼາຍຂຶ້ນຢ່າງຕໍ່ເນື່ອງ
ອີກດ້ວຍ ຊຶ່ງຈະເຫັນໄດ້ ຈາກຈຳນວນຄົນທີ່ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນຕົວຢ່າງ ກໍຄື
ມີປະຊາຊົນລາວ ເປັນພະຍາດໄຂ້ຍຸງລາຍ 1,950 ກວ່າຄົນ ໃນປີ 2015 ແລ້ວ ກໍເພີ່ມ
ຂຶ້ນເປັນຫຼາຍກວ່າ 5,610 ຄົນ ໃນປີ 2016 ສ່ວນໃນຊ່ວງ 6 ເດືອນທຳອິດ ຂອງປີ
2017 ນີ້ ກໍມີປະຊາຊົນລາວຕິດພະຍາດໄຂ້ຍຸງລາຍແລ້ວ ຫຼາຍກວ່າ 3,000 ຄົນ ຊຶ່ງຖື
ເປັນອັດຕາການເພີ່ມ ໃນລະດັບທີ່ສູງສົມຄວນ ເພາະຈາກສະຖິຕິ ສະເພາະເດືອນ
ມັງກອນ 2016 ມີປະຊາຊົນລາວ ທີ່ຕິດພະຍາດໄຂ້ຍຸງລາຍແລ້ວຫຼາຍກວ່າ 96 ຄົນ
ຫາກແຕ່ກໍເພີ່ມຂຶ້ນເປັນ 235 ຄົນ ໃນເດືອນມັງກອນ 2017 ນີ້.

ໂດຍເຂດທີ່ມີການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ໃນລະດັບຮຸນແຮງ ຄືເຂດ
ນະຄອນວຽງຈັນ ອັດຕະປື ແລະ ຈຳປາສັກ ສ່ວນເຂດທີ່ຍັງບໍ່ທັນພົບການແຜ່ລະບາດ
ຄື ແຂວງບໍ່ແກ້ວ ຫລວງນ້ຳທາ ຜົ້ງສາລີ ຫົວພັນ ໄຊສົມບູນ ແລະ ຊຽງຂວາງ ສ່ວນແຂວງ
ອື່ນໆ ຍັງເປັນການແຜ່ລະບາດ ສະເພາະໃນເຂດຕົວເມືອງ ຫາກແຕ່ວ່າ ບັນຫາທີ່ໜ້າ
ເປັນຫ່ວງຢ່າງຍິ່ງ ກໍຄືເກີນກວ່າ 65 ເປີເຊັນ ຂອງຈຳນວນຜູ້ປ່ວຍທັງໝົດໃນປັດຈຸບັນ
ເປັນເດັກນ້ອຍທີ່ຍັງບໍ່ຮູ້ວິທີການປ້ອງກັນຕົວເອງ ຈາກພະຍາດດັ່ງກ່າວນີ້.

ກ່ອນໜ້ານີ້ ທ່ານຝຸ່ນຄຳ ລັດຕະນະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື
ຂອງກະຊວງສາທາລະນະສຸກ ຍອມຮັບວ່າ ລະບົບໃຫ້ບໍລິການດ້ານສາທາລະນະສຸກ
ຂອງລັດຖະບານລາວ ໃນປັດຈຸບັນ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂັ້ນ
ພື້ນຖານ ຂອງແມ່ ແລະ ເດັກໄດ້ຢ່າງທົ່ວເຖິງ ທັງຍັງມີຂໍ້ຈຳກັດດ້ານບຸຄະລາກອນ
ແລະ ເຄື່ອງມືທາງການແພດອີກດ້ວຍ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ລາວເປັນປະເທດທີ່ມີອັດຕາການເສຍຊີວິດ
ຂອງແມ່ຍິງ ໃນຂະນະເກີດລູກ ແລະ ການເສຍຊີວິດຂອງເດັກເກີດໃໝ່ ຍັງມີອັດຕາ
ສະເລ່ຍສູງທີ່ສຸດ ໃນອາຊ່ຽນ ສ່ວນການທີ່ຈະແກ້ໄຂບັນຫາໄດ້ນັ້ນ ກໍມີພຽງການພັດ
ທະນາ ເພື່ອຍົກລະດັບຄຸນນະພາບການໃຫ້ບໍລິການ ຂອງສຸກສາາລາ 1,000 ກວ່າ
ແຫ່ງ ໃນເຂດຊົນນະບົດໃຫ້ໄດ້ມາດຕະຖານຢ່າງແທ້ຈິງເທົ່ານັ້ນ.

XS
SM
MD
LG