ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018


ລັດຖະບານລາວ ຈະຈັດເກັບລາຍຮັບເຂົ້າງົບປະມານ ຈາກພາສີ
ອາກອນຕ່າງໆ ໃຫ້ໄດ້ ບໍ່ຕ່ຳກວ່າ 25,452 ຕື້ກີບ
ລັດຖະບານລາວ ຈະຈັດເກັບລາຍຮັບເຂົ້າງົບປະມານ ຈາກພາສີ ອາກອນຕ່າງໆ ໃຫ້ໄດ້ ບໍ່ຕ່ຳກວ່າ 25,452 ຕື້ກີບ

ລັດຖະບານລາວ ຈະຈັດເກັບລາຍຮັບໃຫ້ໄດ້ ບໍ່ຕ່ຳກວ່າ 25,452 ຕື້ກີບ ແລະຈະຄວບຄຸມ
ລາຍຈ່າຍໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ດ້ວຍການຈັດຕັ້ງປະຕິບັດ ວິໄນການເງິນ
ໃນພາກລັດຖະບານ ຢ່າງເຂັ້ມງວດ.

ທ່ານອາດສະພັງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ຖະແຫຼງ
ຢືນຢັນວ່າ ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງ
ປະຊຸມ ໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ທີ່ຜ່ານມາ ໄດ້ມີມະຕິຕົກລົງຮັບຮອງ
ເອົາແຜນການງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2018 ຂອງລັດຖະບານ ລາວ
ຢ່າງເປັນທາງການ ທັງຍັງໄດ້ກຳນົດໃຫ້ ລັດຖະບານ ລາວ ຕ້ອງຈັດຕັ້ງປະຕິບັດຕາມ
ແຜນການ ແລະເປົ້າໝາຍທີ່ວາງໄວ້ ຢ່າງເຂັ້ມງວດ ອີກດ້ວຍ.

ທ່ານອາດສະພັງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ຖະແຫຼງຢືນຢັນວ່າ ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການ ງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2018 ຂອງລັດຖະບານ ລາວ ຢ່າງເປັນທາງການ
ທ່ານອາດສະພັງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ຖະແຫຼງຢືນຢັນວ່າ ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການ ງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2018 ຂອງລັດຖະບານ ລາວ ຢ່າງເປັນທາງການ

ທັງນີ້ ໂດຍລັດຖະບານລາວ ຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າບໍ່ຕ່ຳກວ່າ
25,452 ຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ
ຫຼື (GDP) ແລະພ້ອມກັນນີ້ ກໍຍັງຈະຕ້ອງຄວບຄຸມລາຍຈ່າຍ ໃຫ້ຢູ່ໃນມູນຄ່າບໍ່ເກີນ
32,809 ຕື້ກີບ ຄິດເປັນ 21.94 ເປີເຊັນ ຂອງ GDP ຊຶ່ງລັດຖະບານ ລາວ ໂດຍ
ກະຊວງການເງິນ ກໍໄດ້ຈັດຕຽມແຜນການຈັດຕັ້ງປະຕິບັດໄວ້ ຢ່າງເປັນຮູບປະທຳແລ້ວ
ກໍຄືການກຳນົດໃຫ້ທຸກພາກສ່ວນ ຈະຕ້ອງຈັດຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດ
ຮວມທັງ ຍັງຈະນຳໃຊ້ເທັກນິກ ທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບ ຈາກພາສີ
ອາກອນຕ່າງໆ ອີກດ້ວຍ ດັ່ງທີ່ ທ່ານອາດສະພັງທອງ ໄດ້ຢືນຢັນວ່າ:

“ສະເພາະມາດຕະການດ້ານລາຍຮັບໃຫ້ເນັ້ນໜັກໃສ່ການຮີບຮ້ອນປັບປຸງ ແລະ
ການສ້າງ ນິຕິກຳ ໃນຂົງເຂດລາຍຮັບ-ລາຍຈ່າຍໃຫ້ຄົບຖ້ວນ ໂດຍສະເພາະແມ່ນ
ນິຕິກຳ ແລະກົດໝາຍເພື່ອສືບຕໍ່ສຳຫລວດ ຖານຂໍ້ມູນຫົວໜ່ວຍທຸລະກິດ ແລະ
ຖານລາຍຮັບງົບປະມານ ແຫ່ງລັດ ໃຫ້ສຳເລັດ ແລະເລັ່ງລັດການຈັດເກັບລາຍຮັບ ຢ່າງມີຈຸດສຸມ ໂດຍຫັນເປັນທັນສະໄໝ ລວມທັງເອົາໃຈໃສ່ຄຸ້ມຄອງເກັບພາສີ
ອາກອນ ຫຼືຄ່າ ທຳນຽມກ່ຽວກັບການນຳເຂົ້າສິນຄ້າ-ເຄື່ອງຂອງ ຢູ່ທີ່ດ່ານຊາຍແດນ.”

ທ່ານອາດສະພັງທອງ ຢືນຢັນການຈັດຕັ້ງປະຕິບັດຕາມແຜນການດັ່ງກ່າວ ຈະເຮັດໃຫ້
ລັດຖະບານຂາດດຸນງົບປະມານ ໃນມູນຄ່າລວມບໍ່ເກີນ 7,357 ຕື້ກີບ ຄິດເປັນ 4.92
ເປີເຊັນ ຂອງ GDP ໃນຕະຫຼອດປີ 2018 ຊຶ່ງຄາດວ່າ ຈະມີມູນຄ່າລວມ 149,471
ຕື້ກີບ ຫຼື 18,100 ລ້ານໂດລາ ຕາມອັດຕາແລກປ່ຽນໃນປັດຈຸບັນນີ້ ຫາກແຕ່ວ່າ ໃນ
ແຜນການປີ 2017 ທີ່ຜ່ານມາ ກໍປາກົດວ່າ ລັດຖະບານລາວ ຂາດດຸນງົບປະມານ ໃນ
ມູນຄ່າລວມ 8,019 ຕື້ກີບ ຄິດເປັນ 6.18 ເປີເຊັນ ຂອງ GDP ໂດຍມີລາຍຈ່າຍພາກ
ລັດ ໃນມູນຄ່າ 31,508 ຕື້ກີບ ຄິດເປັນ 97.24 ເປີເຊັນ ຂອງແຜນການປີ ຫາກແຕ່ວ່າ
ລາຍຈ່າຍດັ່ງກ່າວຍັງບໍ່ລວມເຖິງໜີ້ສິນ ທີ່ລັດຖະບານລາວ ຕ້ອງຊຳລະຄືນໃນທ້າຍປີ
2017 ແຕ່ຢ່າງໃດ ໝາຍຄວາມວ່າ ລັດຖະບານລາວ ຍັງຈະຕ້ອງສັນຫາງົບປະມານ
ອີກເຖິງ 6,216 ຕື້ກີບເພື່ອຊຳລະເງິນກູ້ ແລະໜີ້ພັນທະບັດທັງພາຍໃນ ແລະຕ່າງປະເທດ
ຊຶ່ງກໍເຮັດໃຫ້ລັດຖະບານລາວ ຂາດດຸນງົບປະມານໃນຄວາມເປັນຈິງ ເກີນກວ່າ 10.97
ເປີເຊັນ ຂອງ GDP ນັ້ນເອງ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ກໍຍອມຮັບວ່າ ລັດຖະບານລາວ ຈັດເກັບລາຍຮັບໄດ້ 95 ເປີເຊັນ ຂອງແຜນ
ການປີ 2017 ແລະປະຕິບັດລາຍຈ່າຍໄດ້ 96.65 ເປີເຊັນ ຂອງແຜນການປີ ໂດຍລາຍ
ຮັບທີ່ລົດລົງຫລາຍທີ່ສຸດ ກໍຄືຄ່າສຳປະທານໃນທຸລະກິດ ໂທລະຄົມມະນາຄົມ ແລະ
ການຂຸດຄົ້ນແຮ່ທາດ ໂດຍສະເພາະບໍ່ແຮ່ຄຳ ຢູ່ພູເບ້ຍ ແລະບ້ານຫ້ວຍຊາຍ ໃນແຂວງ
ໄຊສົມບູນ ນັ້ນ ຍັງຕ້ອງປະເຊີນກັບສະພາວະຂາດທຶນລວມກັນເກີນກວ່າ 200 ຕື້ກີບ
ອີກດ້ວຍ.

ສ່ວນລາຍຮັບຈາກຄ່າສຳປະທານທຸລະກິດ ໂທລະຄົມມະນາຄົມ ທີ່ລົດລົງນັ້ນ ກໍເພາະ
ວ່າ ໄດ້ມີການໃຊ້ບໍລິການໂທລະຄົມມະນາຄົມ ລົດລົງໂດຍປະຊາຊົນລາວ ແລະບັນດາ
ຫົວໜ່ວຍທຸລະກິດຕ່າງໆ ໄດ້ພາກັນຫັນໄປຊົມໃຊ້ລະບົບ Line ແລະ Internet ທີ່ບໍ່ມີ
ຄ່າໃຊ້ຈ່າຍ ຈຶ່ງເຮັດໃຫ້ລາຍຮັບຂອງລັດຖະບານລາວ ລົດລົງນັ້ນເອງ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ກໍຄາດວ່າ ເສດຖະກິດລາວ ຈະຂະ
ຫຍາຍຕົວເພີ່ມຂຶ້ນ 7 ເປີເຊັນ ໃນປີ 2018 ເມື່ອທຽບໃສ່ປີ 2017 ຫາກແຕ່ລັດຖະບານ
ລາວ ຍັງຈະຕ້ອງປະເຊີນກັບການຂາດດຸນທາງດ້ານເງິນທຶນໝຸນວຽນເຖິງ 20 ເປີເຊັນ
ຂອງ GDP ໂດຍເພີ່ມຂຶ້ນຈາກ 19 ເປີເຊັນ ຂອງ GDP ໃນປີ 2017 ທີ່ຜ່ານມາ.

XS
SM
MD
LG