ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຍັງສືບຕໍ່ການຄວບຄຸມການເດີນທາງ ຂອງຊາວຕ່າງຊາດເຂົ້າມາໃນລາວຢ່າງເຂັ້ມງວດ


ພວກນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງເຂົ້າມາທ່ຽວຊົມລາວ ກໍຕ້ອງໄດ້ກວດຫາພະຍາດ ໂຄວິດ-19 ແລະຈະຕ້ອງປະຕິບັດຕາມລະບຽບການຕ່າງໆຢ່າງເຂັ້ມງວດ.
ພວກນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງເຂົ້າມາທ່ຽວຊົມລາວ ກໍຕ້ອງໄດ້ກວດຫາພະຍາດ ໂຄວິດ-19 ແລະຈະຕ້ອງປະຕິບັດຕາມລະບຽບການຕ່າງໆຢ່າງເຂັ້ມງວດ.

ລັດຖະບານລາວ ຍັງສືບຕໍ່ການຄວບຄຸມການເດີນທາງຂອງຊາວຕ່າງຊາດເຂົ້າມາໃນລາວຢ່າງເຂັ້ມງວດ ເພື່ອສະກັດກັ້ນໂຄວິດ-19 ບໍ່ໃຫ້ເຂົ້າມາລະບາດໃນລາວອີກ ຫລັງຈາກທີ່ຄວບຄຸມໄດ້ແລ້ວ ເປັນເວລາກວ່າ 2 ເດືອນ.


ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫລງວ່າ ຄະນະສະເພາະກິດເພື່ອການປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນລາວ ໄດ້ຜ່ອນຜັນໃຫ້ຊາວຕ່າງຊາດສາມາດເດີນທາງເຂົ້າມາລາວໄດ້ແລ້ວໃນປັດຈຸບັນ ໂດຍໄດ້ຈັດຕັ້ງປະຕິບັດຄຽງຄູ່ກັນໄປກັບການເປີດດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານ ເພື່ອຮັບການເດີນທາງເຂົ້າມາລາວໂດຍບັນດານັກການທູດ ຮວມເຖິງພະນັກງານຂອງບໍລິສັດຕ່າງຊາດ ແລະບັນດາອົງການສາກົນຕ່າງໆ ທີ່ຈຳເປັນຕໍ່ກິດຈະການຕ່າງໆໃນລາວນັ້ນ ຈຶ່ງຈະອອກວີຊ້າ ເພື່ອອະນຸຍາດໃຫ້ເດີນທາງເຂົ້າມາລາວໄດ້ເປັນແຕ່ກໍລະນີໆໄປ ແຕ່ວ່າເພື່ອເປັນການສະກັດກັ້ນໄວຣັສ ໂຄວິດ-19 ບໍ່ໃຫ້ເຂົ້າມາລະບາດໃນລາວອີກ ຫລັງຈາກທີ່ຄະນະສະເພາະກິດສາມາດຄວບຄຸມບໍ່ໃຫ້ມີຜູ້ຕິດ ໂຄວິດ-19 ລາຍໃໝ່ເປັນເວລາກວ່າ 2 ເດືອນແລ້ວນັ້ນ ຈຶ່ງໄດ້ກຳນົດມາດຕະການໃຫ້ຊາວຕ່າງຊາດທີ່ເດີນທາງເຂົ້າມາລາວທຸກຄົນ ຈະຕ້ອງປະຕິບັດຢ່າງຄົບຖ້ວນ ດັ່ງທີ່ ທ່ານບຸນກອງ ໄດ້ຢືນຢັນວ່າ:

“ຈຳນວນທີ່ຈະເຂົ້າມາໃນ ສປປ ລາວ ຈະຕ້ອງປະຕິບັດລະບຽບການ ອັນທີ 1 ເຈົ້າຕ້ອງມີໃບຢັ້ງຢືນສຸຂະພາບ ຈາກປະເທດທີ່ເຈົ້າອອກມາ ອັນທີ 2 ຕ້ອງໄດ້ກວດໂຄວິດສາກ່ອນ ຈັ່ງເຂົ້າມາໄດ້ ອັນທີ 3 ເຈົ້າຕ້ອງບອກວ່າ ເຈົ້າຕ້ອງພັກຢູ່ໂຮງແຮມໃດ ບ່ອນໃດ ແຕ່ວ່າ ພວກເຮົາຈະຕ້ອງມີສູນກັກກັນທຸກແຂວງ ໂດຍສະເພາະແມ່ນແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ທຸກຄົນທີ່ເຂົ້າມາດຽວນີ້ ຕ້ອງກັກກັນໄວ້ສາກ່ອນໃຫ້ຢູ່ໂຮງແຮມຫລືບ່ອນທີ່ພວກເຮົາກຳນົດໃຫ້ ແລ້ວກວດໂຄວິດ.”

ບັນດາຜູ້ເດີນທາງທັງຄົນລາວແລະຕ່າງຊາດ ຕ້ອງໄດ້ລົງທະບຽນ ແລະກວດຫາພະຍາດໂຄວິດ-19 ເວລາເດີນທາງເຂົ້າມາໃນລາວ ຢູ່ທີ່ດ່ານກວດຄົນເຂົ້າເມືອງ.
ບັນດາຜູ້ເດີນທາງທັງຄົນລາວແລະຕ່າງຊາດ ຕ້ອງໄດ້ລົງທະບຽນ ແລະກວດຫາພະຍາດໂຄວິດ-19 ເວລາເດີນທາງເຂົ້າມາໃນລາວ ຢູ່ທີ່ດ່ານກວດຄົນເຂົ້າເມືອງ.

ທັງນີ້ ຖ້າຫາກກວດພົບວ່າ ຊາວຕ່າງຊາດຄົນໃດມີອາການເປັນໄຂ້ ກໍຈະສົ່ງຕົວໄປຍັງສະຖານທີ່ກັກກັນເພື່ອກວດອາການຢ່າງລະອຽດໃນທັນທີ ສ່ວນຜູ້ທີ່ບໍ່ມີອາການໄຂ້ກໍຍັງຈະຕ້ອງກັກບໍລິເວນຕົນເອງຢູ່ແຕ່ໃນທີ່ພັກເພື່ອເຝົ້າລະວັງອາການເປັນເວລາ 14 ວັນ ໂດຍນາຍຈ້າງຈະຕ້ອງຮັບຜິດຊອບລູກຈ້າງຂອງຕົນ ແລະຍັງຈະຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ສາທາລະນະສຸກ ທີ່ໄປກວດກາເບິ່ງອາການຂອງລູກຈາກທີ່ຖືກກັກບໍລິເວນດັ່ງກ່າວ ໂດຍທີ່ນາຍຈ້າງເປັນຝ່າຍທີ່ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ດັ່ງທີ່ ທ່ານລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ຜູ້ປະກອບການທຸລະກິດຕ່າງໆ ທີ່ມີກຳາມະການຈາກປະເທດທີ່ມີການລະບາດ ເມື່ອກັບເຂົ້າມາລາວແລ້ວ ຈະຕ້ອງໄດ້ຜ່ານມາດຕະການວັດແທກອຸນຫະພູມ ຖ້າວ່າບໍ່ພົບ ພາກສ່ວນດັ່ງກ່າວນີ້ ຕ້ອງໄດ້ກັກກັນ 14 ວັນອາດຈະຢູ່ໃນຫໍພັກທີ່ຖືກຈັດສັນໃຫ້ຈາກບໍລິສັດ ແລ້ວໃຫ້ບໍລິສັດສະໜອງເຄື່ອງແທກອິນຟາເຣັດພົກພາຫັ້ນ ສະບູ ແກ້ວລ້າງມື ຜ້າປິດປາກປິດດັງນີ້ ໃຫ້ແກ່ຄົນງານ ແລ້ວພະແນກສາທາລະນະສຸກຂອງພວກເຮົາຈະສົ່ງທີມແພດໄປອົບຮົມໃຫ້ ແລ້ວກະໄປຕິດຕາມກວດກາຈົນກວ່າໄລຍະ 14 ວັນນີ້ ຜ່ານພົ້ນໄປ.”

ໂດຍໃນປັດຈຸບັນນີ້ ມີີແຮງງານຕ່າງຊາດ 29,825 ຄົນທີ່ໄດ້ຮັບອະນຸຍາດແລະຊຳລະຄ່າທຳນຽມໃນລາວຢ່າງຖືກຕ້ອງຕາມກົດໝາຍ ຫາກແຕ່ສະຫະພັນກຳມະບານລາວ ລາຍງານວ່າ ມີແຮງງານຕ່າງຊາດ 34,928 ຄົນ ທີ່ຍັງບໍ່ໍຊຳລະຄ່າທຳນຽມໃນການອອກບັດອະນຸຍາດທຳງານຢ່າງຖືກຕ້ອງ ຊຶ່ງສ່ວນໃຫຍ່ກໍແມ່ນແຮງງານທີ່ມາຈາກຈີນແລະຫວຽດນາມ ທີ່ມີການລະບາດຂອງເຊື້ອໂລກ ໂຄວິດ-19 ດ້ວຍນັ້ນ ຈຶ່ງນັບເປັນປັດໄຈສ່ຽງທີ່ໂຄວິດ-19 ອາດຈະເລັດຣອດເຂົ້າມາລະບາດໃນລາວໄດ້ ໃນໄລຍະຕໍ່ໄປ.

ນອກຈາກນີ້ ຄະນະສະເພາະກິດ ກໍຍັງໄດ້ຮ່ວມມືກັບບັນດາບໍລິສັດເອກະຊົນລາວແລະຕ່າງຊາດທີ່ລົງທຶນໃນເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະສະເພາະທັງ 12 ເຂດໃນ 6 ແຂວງແລະນະຄອນວຽງຈັນ ເພື່ອດຳເນີນການກວດສຸຂະພາບຂອງແຮງງານທຸກຄົນທີ່ມີຢູ່ທັງໝົດ 55,771 ຄົນ ໃນນີ້ເປັນແຮງງານຕ່າງຊາດ 43,175 ຄົນແລະແຮງງານລາວ 12,596 ຄົນໂດຍຈະດຳເນີນການໃຫ້ເສັດພາໃນເດືອນກໍລະກົດ 2020.

ທັງນີ້ ຄະນະສະເພາະກິດ ມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນພາກສ່ວນທີ່ຮັບຜິດຊອບກວດກາການເດີນທາງຂອງແຮງງານແລະປະຊາຊົນລາວຢ່າງເຂັ້ມງວດ ໂດຍອະນຸຍາດໃຫ້ມີການເດີນທາງພາຍໃນປະເທດເທົ່ານັ້ນ ສ່ວນແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດ ກໍຈະຖືກສົ່ງຕົວໄປກັກບໍລິເວນຢູ່ສະຖານກັກກັນເປັນເວລາ 14 ວັນໂດຍບໍ່ມີການຍົກເວັ້ນ.

XS
SM
MD
LG