ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜີ້ສາທາລະນະຂອງລັດຖະບານລາວ ຈະເພີ່ມຂຶ້ນເກີນກວ່າ 100 ເປີເຊັນ ຂອງ GDP ໃນທ້າຍປີ 2023


ຄັງເງິນຕາຕ່າງປະເທດຂອງລາວ ປີ 2020
ຄັງເງິນຕາຕ່າງປະເທດຂອງລາວ ປີ 2020

ໜີ້ສາທາລະນະຂອງລັດຖະບານລາວຈະເພີ່ມຂຶ້ນເກີນກວ່າ 100 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ ຫຼື GDP ໃນທ້າຍປີ 2023 ຊຶ່ງເຮັດໃຫ້ລັດຖະບານລາວຕ້ອງແກ້ບັນຫາດ້ວຍການຂໍເລື່ອນການຊໍາລະໜີ້. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ຊ່ຽວຊານທາງການເງິນຂອງທະນາຄານພັດທະນາແຫ່ງເອເຊຍ (ADB) ໄດ້ປະເມີນສະ ພາບການໃນດ້ານໜີ້ສາທາລະນະຂອງລັດຖະບານລາວໃນປັດຈຸບັນເຖິງທ້າຍປີ 2023 ນີ້ວ່າຈະສືບຕໍ່ເພີ່ມຂື້ນຈາກອັດຕາສະເລ່ຍ 96 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນປີ 2022 ເປັນເກີນກວ່າ 100 ເປີເຊັນ ຂອງ GDP ໃນທ້າຍປີ 2023 ນີ້ ຖ້າຫາກວ່າການເກັບລາຍຮັບຂອງລັດຖະບານລາວຍັງ ຈັດຕັ້ງປະຕິບັດໄດ້ບໍ່ເຖິງ 19 ເປີເຊັນ ຂອງ GDP ຊຶ່ງຈະເຮັດໃຫ້ລັດຖະບານລາວມີລາຍ ຮັບທີ່ບໍ່ພຽງພໍກັບລາຍຈ່າຍຕົວຈິງທີ່ເພີ່ມຂຶ້ນຈາກການປັບເພີ່ມເງິນອຸດໜູນອີກ 150,000 ກີບ ຕໍ່ເດືອນໃຫ້ແກ່ພະນັກງານລັດໃນທົ່ວປະເທດ ເພື່ອໃຫ້ສອດຄ່ອງກັບສະພາວະຄ່າຄອງ ຊີບຕົວຈິງທີ່ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວເພີ່ມຂື້ນໃນລະດັບທີ່ເກີນກວ່າ 180 ເປີເຊັນ ອັດຕາເງິນເຟີ້ສູງກວ່າ 40 ເປີເຊັນ ແລະ ເງິນກີບໄດ້ອ່ອນຄ່າລົງຫຼາຍກວ່າ 65 ເປີເຊັນ ໃນເດືອນມິຖຸນາ 2023 ທຽບໃສ່ເດືອນມິຖຸນາ 2022 ທີ່ຜ່ານມາ.

ໂດຍໃນຊ່ວງ 5 ເດືອນຕົ້ນປີ 2023 ລັດຖະບານລາວເກັບລາຍຮັບໄດ້ໃນມູນຄ່າລວມ 15,155 ກວ່າຕື້ກີບ ຄິດເປັນ 39 ເປີເຊັນ ຂອງແຜນການປີ 2023 ທີ່ລັດຖະບານລາວ ໄດ້ວາງເປົ້າໝາຍຈະຈັດເກັບລາຍຮັບໃຫ້ໄດ້ບໍ່ຕໍ່າກວ່າ 38,448 ຕື້ກີບ ຄິດເປັນ16.42 ເປີເຊັນ ຂອງມູນຄ່າ GDP ໃນປີ 2023 ເພາະສະນັ້ນ ຖ້າຫາກວ່າການເກັບລາຍຮັບໃນປີ 2023 ນີ້ຍັງບໍ່ດີຂຶ້ນກວ່າປີຜ່ານມາ ກໍ່ຄືບໍ່ເຖິງ 19 ເປີເຊັນ ຂອງ GDP ນັ້ນ ຍ່ອມຈະເຮັດ ໃຫ້ລັດຖະບານລາວຕ້ອງກູ້ຍືມເງິນທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນອີກຢ່າງຫຼີກລ່ຽງ ບໍ່ໄດ້ ຊຶ່ງບັນຫາທີ່ຈະຕາມມາກໍ່ຄືມີຄວາມເປັນໄປໄດ້ສູງທີ່ໜີ້ສາທາລະນະຂອງລັດຖະບານ ລາວ ຈະເພີ່ມຂຶ້ນສູ່ລະດັບເກີນກວ່າ 100 ເປີເຊັນ ຂອງ GDP ໃນທ້າຍປີ 2023 ເພາະໜີ້ສາທາລະນະຂອງລັດຖະບານລາວ ໄດ້ເພີ່ມຂຶ້ນເປັນ 96.6 ເປີເຊັນ ຂອງ GDP ແລະ ໃນນີ້ເປັນໜີ້ຕ່າງປະເທດ 84.2 ເປິເຊັນ ຂອງ GDP ນັບແຕ່ທ້າຍປີ 2022 ເປັນຕົ້ນມາແລ້ວ ດັ່ງທີ່ ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຖະແຫຼງຍອມຮັບວ່າ:

ມັນມີຫຼາຍປັດໃຈ ທັງພາຍໃນ ແລະ ພາຍນອກ ກະທົບໃສ່ ໂດຍສະເພາະແມ່ນອັດຕາເງິນເຟິ້ ແລະ ການອ່ອນຄ່າຂອງເງິນ ກີບ ທີ່ເປັນປັດໃຈຫຼັກ ເຮັດໃຫ້ອັດຕາສ່ວນໜີ້ສິນເພີ່ມສູງຂຶ້ນ ຢ່າງໄວວາ ຮອດທ້າຍປີ 2022 ອັດຕາສ່ວນໜີ້ສິນຕ່າງປະເທດ ແມ່ນ 84.2 ເປີເຊັນ ຂອງ GDP ແລະ ອັດຕາສ່ວນໜີ້ສາທາ ລະນະ ແມ່ນສູງເຖິງ 96.6 ເປີເຊັນ ຂອງ GDP”

ທັງນີ້ໂດຍລັດຖະບານລາວປະເຊີນກັບການມີໜີ້ສາທາລະນະເພີ່ມຂຶ້ນຢ່າງກ້າວກະໂດດ ນັບແຕ່ປີ 2010 ເປັນຕົ້ນມາ ໂດຍເຫັນໄດ້ຈາກການທີ່ລັດຖະບານລາວມີພັນທະຕ້ອງ ຊໍາລະໜີ້ຕ່າງປະເທດພຽງແຕ່ 160 ລ້ານໂດລາ ໃນປີ 2010 ເພີ່ມຂື້ນເປັນ 1,400 ລ້ານໂດລາໃນປີ 2022 ແລະ ເກີນກວ່າ 1,700 ລ້ານໂດລາໃນປີ 2023 ຊຶ່ງເຮັດ ໃຫ້ລັດຖະບານລາວ ຈະຕ້ອງຄວບຄຸມລາຍຈ່າຍຢ່າງມີປະສິດທິພາບ ດ້ວຍການຈຳກັດ ການລົງທຶນຂອງລັດຖະບານໃນໂຄງການທີ່ບໍ່ຈຳເປັນນັ້ນ ແຕ່ເນື່ອງຈາກການຈັດເກັບລາຍ ຮັບໄດ້ຕໍ່ກວ່າແຜນການທີ່ວາງໄວ້ ຊຶ່ງເຮັດໃຫ້ລັດຖະບານລາວບໍ່ສາມາດທີ່ຈະຊຳລະໜີ້ໄດ້ ຢ່າງຄົບຖ້ວນ ຈຶ່ງຈະຕ້ອງເຈລະຈາເພື່ອຂໍເລື່ອນການຊໍາລະໜີ້ບາງສ່ວນອອກໄປ ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫຼງຍອມຮັບວ່າ:

ລັດຖະບານຈະໄດ້ສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດດ້ວຍການເຈລະຈາດັດແກ້ໂຄງສ້າງໜີ້ ແລະ ເລື່ອນໄລຍະເວລາຊໍາລະໜີ້ໄປຕື່ມ ພ້ອມກັນນັ້ນ ກໍ່ໄດ້ເຈລະຈາກັບບັນດາບໍລິສັດ ພາຍໃນຈຳນວນນຶ່ງທີ່ກູ້ຍືມເງິນຈາກທະນາຄານລັດຖະບານ ໃນເມື່ອກ່ອນ ໂດຍໄດ້ດັດ ແກ້ໄລຍະເວລາເລີ້ມການຊໍາລະສະສາງແຕ່ຕົ້ນປີ 2028 ມາໃຫ້ເລີ້ມຊໍາລະສະສາງປີ 2023 ເປັນຕົ້ນໄປ ຊຶ່ງສາມາດໄດ້ເງິນຈາກບໍລິສັດດັ່ງກ່າວມາແກ້ໄຂໜີ້ສິນປະມານ 40 ກວ່າລ້ານໂດລາ

ໂດຍນັບເຖິງທ້າຍປີ 2022 ລັດຖະບານລາວມີໜີ້ສິນລວມຫຼາຍກວ່າ 185,698 ຕື້ກີບ ໃນນີ້ແບ່ງເປັນໜີ້ຕ່າງປະເທດ 161,861 ຕື້ກີບ ແລະ ໜີ້ໃນປະເທດ 23,897 ຕື້ກີບ.

XS
SM
MD
LG