ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ເລື່ອນເປົ້າໝາຍການຢຸດບັນຫາຢາເສບຕິດໃນປະເທດ ໃຫ້ໄດ້ຢ່າງສິ້ນເຊີງ ຈາກປີ 2023 ໄປເປັນໃນປີ 2025


ໃບຢັ້ງຢືນ ຄອບຄົວປອດຢາເສບຕິດ
ໃບຢັ້ງຢືນ ຄອບຄົວປອດຢາເສບຕິດ

ລັດຖະບານລາວ ເລື່ອນເປົ້າໝາຍການຢຸດບັນຫາຢາເສບຕິດໃນປະເທດ ໃຫ້ໄດ້ຢ່າງສິ້ນເຊີງ ຈາກປີ 2023 ໄປເປັນໃນປີ 2025 ເພາະການປະຕິບັດທີ່ຜ່ານມາຍັງບໍ່ສາມາດມ້າງຂະບວນການຄ້າຢາລາຍໃຫຍ່ໄດ້ເລີຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫຼງວ່າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງ ໃນປີ 2023 ນີ້ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ຈຶ່ງເຮັດໃຫ້ຕ້ອງເລື່ອນເປົ້າໝາຍອອກໄປເປັນ ພາຍໃນປີ 2025 ໂດຍເຖິງແມ່ນວ່າທາງການລາວຈະສາມາດຈັບນັກຄ້າຢາ ແລະຍຶດຢາເສບຕິດໄດ້ເພີ້ມຂຶ້ນນັບມື້ກໍຕາມ ແຕ່ວ່າກໍ່ຍັງປາກົດມີການຜະລິດ ແລະ ລັກລອບຄ້າຢາເສບຕິດເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງສະແດງໃຫ້ເຫັນວ່າການຄ້າຢາເສບຕິດນັ້ນ ເປັນຂະບວນການຂະໜາດໃຫຍ່ ທີ່ມີເຄືອຂ່າຍຢ່າງກວ້າງຂວາງ ຈຶ່ງເປັນການຍາກທີ່ຈະປາບປາມ ໃຫ້ໝົດໄປໄດ້ຢ່າງແທ້ຈິງ ດັ່ງທີ່ ພົນເອກ ວິໄລ ໄດ້ຖະແຫຼງຢືນຢັນວ່າ:

ໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ຕົວເລກຄະດີທີ່ແກ້ໄຂໄດ້ທັງໝົດມີ 10,843 ເລື້ອງ ແລະ ຈັບຜູ້ຕ້ອງຫາໄດ້ 15,966 ຄົນ ຄົນຕ່າງປະເທດ 324 ຄົນ ຍຶດຢາບ້າຊະນິດເມັດ ແລະ ຊະນິດຝຸ່ນນໍ້າໜັກທັງໝົດ 32 ໂຕນ ກັບ 111 ກິໂລ ຍຶດສານເຄມີຕົ້ນປະເພດຕ່າງໆ 260 ໂຕນ ນອກນັ້ນຍັງຍຶດ-ອາຍັດ-ຮິບຊັບສິນປະເພດພາຫະນະ ດິນເຮືອນ ດິນສວນ ແລະ ເຮືອນພັກຕ່າງໆ ໄດ້ຈຳນວນຫຼາຍ

ທັງນີ້ ໂດຍສານເຄມີຕົ້ນ ທີ່ທາງການລາວຍຶດໄດ້ນັ້ນ ໃຊ້ເປັນສ່ວນປະສົມໃນການຜະລິດຢາເສບຕິດໄດ້ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນສານເຄມີໂຊດຽມໄຊຍາໄນ ແລະ ໄຮໂດຣຄລໍຣິກ ຫຼືກົດເກືອນັ້ນ ໄດ້ລັກລອບຂົນສົ່ງຈາກໄທມາລາວ ແລະ ສົ່ງໄປພະມ້າເພີ້ມຂຶ້ນ ສະ ເພາະເດືອນພະຈິກ 2023 ມີລາຍງານວ່າຕຳຫຼວດແຂວງຫຼວງນໍ້າທາ ສາມາດສະກັດຈັບ ແລະ ຍຶດສານເຄມີດັ່ງກ່າວໄດ້ຫຼາຍກວ່າ 93 ໂຕນ ໃນຂະນະທີ່ ກຳລັງລັກລອບຂົນສົ່ງຂ້າມນໍ້າຂອງຈາກລາວ ໄປພະມ້າ ທັງນີ້ ໂຊດຽມໄຊຍາໄນ 1 ໂຕນ ສາມາດຜະລິດຢາບ້າໄດ້ 22 ລ້ານເມັດ ສ່ວນໄຮໂດຣຄລໍຣິກ 1 ໂຕນ ຈະເປັນສ່ວນປະສົມໃນການຜະລິດຢາໄອຊ໌ ໄດ້ເກີນກວ່າ 2.6 ໂຕນ ຫຼື ເປັນສ່ວນປະສົມໃນການຜະລິດຢາບ້າໄດ້ກວ່າ 132 ລ້ານເມັດ ສ່ວນສາເຫດທີ່ເຮັດໃຫ້ແກັ່ງຄ້າຢາເສບຕິດ ສາມາດດຳເນີນການໄດ້ດັ່ງກ່າວ ເພາະວ່າມີເຄືອຂ່າຍ ແລະ ມີການຈັດຕັ້ງເປັນແກັ້ງຂະໜາດໃຫຍ່ ໃນຂະນະທີ່ຕຳຫຼວດປາບປາມຢາເສບຕິດຂອງລາວມີຂໍ້ຈຳກັດ ທັງທາງດ້ານບຸກຄະລາກອນ ແລະ ງົບປະມານນັ້ນ ຈຶ່ງເຮັດໃຫ້ບໍ່ສາມາດຕິດຕາມການເຄື່ອນໄຫວຂອງແກັ່ງຄ້າຢາເສບຕິດໄດ້ຢ່າງເທົ່າທັນ ທັງຍັງມີປະກົດການຍໍ້ທໍ້ເກີດຂຶ້ນຢູ່ໃນການຈັດຕັ້ງປະຕິບັດຂອງຝ່າຍປາບປາມຢາເສບຕິດໃນລາວດ້ວຍນັ້ນ ຈຶ່ງເຮັດໃຫ້ການປາບປາມບໍ່ມີປະສິດທິພາບ ດັ່ງທີ່ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ໃຫ້ການຢືນຢັນວ່າ:

ດຽວນີ້ຕໍາຫຼວດຢູ່ເຂດຕາມບ້ານນອກ ລົງໄປເກັບເງິນນໍາປະຊາຊົນ ເກັບເງິນເລື້ອງປອດສູບ ຢາບ້າ ມາເກັບເງິນຄ່າປອດຄະດີຂາຍຢາບ້າ ຄົນທີ່ເສບເຂົາໃຫ້ຈ່າຍປີລະ ສາມແສນຕໍ່ ນຶ່ງຫຼັງຄາເນາະ ພ້ອມດ້ວຍການແຈກໃບປອດຄະດີສຳລັບເຮືອນໃດທີ່ບໍ່ເສບຢາບ້າ ຕ້ອງໄດ້ເສຍ 70,000 ຕໍ່ປີ ຕໍ່ນຶ່ງຫຼັງຄາເຮືອນ”

ສ່ວນເຈົ້າໜ້າທີ່ໃນກະຊວງປ້ອງກັນຄວາມສະຫງົບ ຢືນຢັນວ່າລາວຈະຕ້ອງໄດ້ຮັບການຊ່ວຍ ເຫຼືອຈາກຕ່າງປະເທດເພີ້ມຂຶ້ນ ເພາະວ່າຕຳຫຼວດປາບປາມຢາເສບຕິດຂອງລາວ ຍັງຂາດ ແຄນເຄື່ອງມື ແລະອຸປະກອນສື່ສານທີ່ທັນສະໄໝ ທັງຈະຕ້ອງໄດ້ຮັບການຝຶກອົບຮົມໃນດ້ານປະຕິບັດການສະໄໝໃໝ່ ເພື່ອໃຫ້ເທົ່າທັນກັບການເຄື່ອນໄຫວຂອງແກັ່ງຄ້າຢາເສບຕິດຂ້າມຊາດອີກດ້ວຍ.

ທັງນີ້ ໂດຍທາງການຕໍາຫຼວດຈີນ-ພະມ້າ-ລາວ-ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອໃນແນວແມ່ນໍ້າຂອງ ລະຫວ່າງ 4 ປະເທດມາແລ້ວ 135 ຄັ້ງນັບຈາກເດືອນທັນວາ 2011 ເຖິງ ເດືອນພະຈິກ 2023 ໂດຍໃນແຕ່ລະຄັ້ງຈະໃຊ້ເວລາ 4-5 ວັນ ໃນການລາດຕະເວນໃນເຂດ ນໍ້າຂອງ ລະຫວ່າງ 4 ປະເທດ ທີ່ມີໄລຍະທາງຍາວ 620 ກິໂລແມັດ ໂດຍສະເພາະໃນປີ 2023 ນີ້ ກໍ່ເຮັດໃຫ້ທາງການຕໍາຫຼວດໄທສາມາດຈັບກຸມນັກຄ້າຢາເສບຕິດໄດ້ຫຼາຍກວ່າ ນຶ່ງແສນຄົນ ແລະ ຍຶດຊັບຜູ້ຕ້ອງຫາໄດ້ຫຼາຍກວ່າ ຊາວພັນລ້ານບາດ ໃນຂະນະທີ່ຕຳຫຼວດລາວສາມາດຈັບນັກຄ້າຢາເສບຕິດໄດ້ 15,966 ຄົນ ຍຶດຢາບ້າ ແລະ ຢາໄອຊ໌ຫຼາຍກວ່າ 32 ໂຕນ ກັບສານເຄມີທີ່ໃຊ້ໃນການຜະລິດຢາເສບຕິດອີກຫຼາຍກວ່າ 260 ໂຕນ ສ່ວນທາງການພະມ້າກໍ່ໄດ້ເຜົາທຳລາຍຢາບ້າ ຢາໄອຊ໌ ຝິ່ນ ແລະ ສານເຄີມີຕັ້ງຕົ້ນທີ່ຍຶດໄດ້ຈາກແກັ່ງຄ້າຢາເສບຕິດຂ້າມຊາດຫຼາຍກວ່າ 450 ໂຕນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG