ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລັດຖະບານ ລາວ ຈະສົ່ງເສີມ ນັກລົງທຶນ ຕ່າງປະເທດ ເພື່ອ ກໍ່ສ້າງ ເຂື່ອນໃຫ້ໄດ້ 19 ແຫ່ງພາຍໃນປີ 2020


ພິທີເປີດໂຮງໄຟຟ້າ ຫົງສາ
ພິທີເປີດໂຮງໄຟຟ້າ ຫົງສາ

ລັດຖະບານ ລາວ ວາງແຜນໃຫ້ການສົ່ງເສີມກຸ່ມທຸລະກິດຈາກຕ່າງ ປະ ເທດໃຫ້ເຂົ້າມາລົງ ທຶນສ້າງເຂື່ອນໃນ ລາວ ໃຫ້ໄດ້ 19 ໂຄງ ການຊຶ່ງຈະເຮັດໃຫ້ສາມາດຜະລິດໄຟຟ້າໄດ້ເພີ່ມ ຂຶ້ນອີກ 30,000 Gwh ໃນປີ 2020.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງວ່າ ລັດຖະບານ ລາວ ໄດ້ວາງເປົ້າໝາຍໃນການພັດທະນາດ້ານພະລັງງານນັບແຕ່ປີ 2016-2020 ໄວ້ວ່າຈະຊຸກຍູ້ ແລະ ສົ່ງເສີມໃຫ້ກຸ່ມບໍລິສັດຕ່າງຊາດເຂົ້າມາລົງທຶນສ້າງເຂື່ອນໃນ ລາວ ໃຫ້ໄດ້ 19 ໂຄງການ ເພື່ອເຮັດໃຫ້ຄວາມອາດສາມາດໃນການຜະລິດພະລັງງານໄຟ ຟ້າຂອງ ລາວ ເພີ່ມຂຶ້ນອິກ ເຖິງ 30,000 ລ້ານກິໂລວັດ/ໂມງ ໃນປີ 2020.

ໂດຍໃນປະຈຸບັນ ປະເທດ ລາວ ມີແຫຼ່ງຜະລິດໄຟຟ້າດ້ວຍພະລັງງານນຳ້ 37 ແຫ່ງ ແລະ ໂຮງ ຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖານ ລິກໄນທ໌ 1 ແຫ່ງ ມີກຳລັງຕິດຕັ້ງ ລວມ 6,264.8 ເມກະວັດ ທີ່ສາມາດຜະລິດພະລັງງານໄຟຟ້າໄດ້ 33,315 ລ້ານກິໂລວັດ/ໂມງຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າທຽບໃສ່ປີ 1975 ແລະ ຖ້າຫາກວ່າສາມາດບັນລຸເປົ້າໝາຍ ດັ່ງກ່າວ ໄດ້ແທ້ ກໍຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 57 ແຫ່ງ ມີກຳລັງຕິດ ຕັ້ງລວມ 9,764.8 ເມກະວັດທີ່ຜະລິດໄຟຟ້າໄດ້ເຖິງ 63,315 ລ້ານກິໂລວັດ/ໂມງຕໍ່ປີ.

ທ່ານ ຄຳມະນີ ຢືນຢັນດ້ວຍວ່າ ພະລັງງານໄຟຟ້າທີ່ຜະລິດໄດ້ໃນປະຈຸບັນແບ່ງເປັນ 79.6 ເປີເຊັນ ທີ່ສົ່ງອອກໄປຕ່າງປະເທດ ແລະ 20.4 ເປີເຊັນສຳລັບຕອບສະໜຶງການຊົມໃຊ້ພາຍ ໃນປະເທດ ໂດຍລະບົບຕາໜ່າງສາຍສົ່ງກະແສໄຟຟ້າໄດ້ໄປເຖິງປະຊາຊົນໃນ ລາວ ແລ້ວ 1,010,100 ຄົວເຮືອນຄິດເປັນ 90 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນ ລາວ ຈຶ່ງຍັງ ເຫຼືອອີກ 122,800 ກວ່າຄົວເຮືອນທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປ ໃຫ້ເຖິງທັງໝົດພາຍໃນປີ 2020 ຕໍ່ໄປ.

ບັນດາເຈົ້າໜ້າທີ່ເຂົ້າຮ່ວມພິທີ ປ່ອຍນຳ້ໄຫຼຜ່ານອຸໂມງໃຕ້ດິນ ເຂື່ອນໄຟຟ້ານຳ້ງຽບ.
ບັນດາເຈົ້າໜ້າທີ່ເຂົ້າຮ່ວມພິທີ ປ່ອຍນຳ້ໄຫຼຜ່ານອຸໂມງໃຕ້ດິນ ເຂື່ອນໄຟຟ້ານຳ້ງຽບ.

ໂດຍປະຈຸບັນ ລັດຖະບານ ລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າ ໃຈ (MOU) ຮ່ວມກັບເອ ກະຊົນ ລາວ ແລະ ຕ່າງຊາດ ກ່ຽວກັບ ການພັດທະນາແຫຼ່ງພະລັງງານໄຟຟ້າໄປແລ້ວເຖິງ 357 ໂຄງການ ມີກຳລັງຕິດຕັ້ງລວມເຖິງ 26,147 ເມກະວັດ ຄິດເປັນກຳລັງຜະ ລິດກະແສ ໄຟຟ້າລວມເຖິງ 115,118 ລ້ານກິໂລວັດ/ໂມງ ແລະ ຈາກການລົງນາມໃນ MOU ດັ່ງກ່າວນີ້ ລັດຖະບານ ລາວ ກໍໄດ້ ວາງເປົ້າໝາຍໄວ້ວ່າຈົນເຖິງທ້າຍປີ 2019 ຈະມີເຂື່ອນທີ່ສ້າງສຳ ເລັດເພີ່ມຂຶ້ນອີກ 45 ໂຄງງານ ຊຶ່ງຈະເຮັດໃຫ້ ລາວ ມີເຂື່ອນເຖິງ 80 ໂຄງການ ມີກຳລັງຕິດຕັ້ງ ລວມ 10,000 ເມກະວັດ ຊຶ່ງຜະລິດ ພະລັງງານໄຟຟ້າໄດ້ເກືອບ 50,000 ລ້ານກິໂລວັດ/ໂມງ ໃນປີ 2019 ຈຶ່ງຖືເປັນບາດກ້າວສຳຄັນຂອງການພັດທະນາ ລາວ ໃຫ້ ເປັນຜູ້ສົ່ງອອກພະລັງ ງານໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງ ເອເຊຍ ໃນໄລຍະຕໍ່ໄປ.

ທາງດ້ານທ່ານ ດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນການພະລັງງານ ກະ ຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າ ລັດຖະມົນຕີພະລັງງານຈາກ ລາວ, ໄທ, ມາເລເຊຍ ແລະ ສິ່ງກະໂປ ມີກຳນົດທີ່ຈະຮ່ວມລົງນາມໃນ MOU ວ່າດ້ວຍການເຊື່ອມຕໍ່ລະບົບສາຍສົ່ງ ກະແສໄຟຟ້າ ລະຫວ່າງກັນໃນໝໍ່ໆນີ້ ຊຶ່ງກ່ອນໜ້ານີ້ ທາງການຂອງທັງ 4 ປະເທດກໍໄດ້ຈັດ ທຳຂໍ້ຕົກລົງຮ່ວມກັນສຳເລັດແລ້ວ ໂດຍປະກອບມີເນື້ອໃນສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານ ເທັກນິກ, ດ້ານພາສີອາກອນ, ດ້ານລະບຽບກົດໝາຍ ແລະ ດ້ານການບໍລິຫານທີ່ຈະຖືເປັນ ຫຼັກຖານປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະຖືເປັນຕົ້ນແບບຂອງການປະຕິບັດແຜນການຮ່ວມ ມືດ້ານພະລັງງານຂອງ ອາຊຽນ ຫຼື ASEAN Power Grid ອີກດ້ວຍ.

ທັງໜີໂດຍຈາກການສຶກສາໃນໄລຍະທີ່ຜ່ານມາພົບວ່າ ການກໍ່ສ້າງເຂື່ອນໃນ ລາວ ຢ່າງເຕັມ ກຳລັງນັ້ນຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າທີ່ໄດ້ລວມກັນລະຫວ່າງ 28,000 ເຖິງ 30,000 ເມກະວັດ ທັງກໍຍັງຂະສົ່ງຜົນດີຕໍ່ການພັດທະນາ ເພື່ອລົງລ້າງບັນຫາຄວາມຍາກ ຈົນຂອງປະຊາຊົນ ລາວ ບັນດາເຜົ່າທີ່ຢູ່ເຂດຊົນນະບົດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຊີ້ແຈງວ່າ.

“ເວລາເຮົາພັດທະນາໄຟຟ້ານຳ້ຕົກມັນຊ່ວຍໃນການພັດທະນາເຂດຊົນນະບົດ ເພາະວ່າ ໂຄງການໄຟຟ້ານຳ້ຕົກນີ້ສິໄປຕັ້ງຢູ່ແຖບຊົນນະບົດຫ່າງໄກຊອກຫຼີກ ສະນັ້ນ ຄັນມີໂຄງ ການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າ ເຮົາບໍ່ໄດ້ແຕ່ ໄຟຟ້າ ເຮົາສິໄດ້ອື່ນໆໄປນຳ ເຊັ່ນວ່າຖະນົນຫົນຫາງ ຮັກສາແຫຼ່ງນຳ້ໄວ້ໃຊ້ໃນລະດູແລ້ງ, ສາມາດເພາະລ້ຽງປາໄດ້ ເປັນແຫຼ່ງອາຫານ ຫຼືວ່າ ເປັນເຂດທ່ອງທ່ຽວ.”

ທັງນີ້ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການຈະຜະລິດພະລັງງານໄຟຟ້າໃຫ້ ເພີ່ມຂຶ້ນຈາກ 6,264.8 ເມກະວັດ ໃນປະຈຸບັນເປັນບໍ່ນ້ອຍກວ່າ 12,500 ເມກະວັດພາຍໃນປີ 2020 ຕໍ່ໄປ.

XS
SM
MD
LG