ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ວາງແຜນວ່າຈະ ຈຳກັດ ການຂາດດຸນ ການຄ້າ ຕ່າງປະເທດ ບໍ່ໃຫ້ເກີນ 2,000 ລ້ານ


ລົດບັນທຸກຂົນສົ່ງສິນຄ້ານຳເຂົ້າສູ່ ລາວ.
ລົດບັນທຸກຂົນສົ່ງສິນຄ້ານຳເຂົ້າສູ່ ລາວ.

ລັດຖະບານ ລາວ ວາງແຜນການຈະຈຳກັດການຂາດດຸນການຄ້າ ຕ່າງປະເທດ ໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 2,000 ລ້ານໃນຕະຫຼອດ ໄລຍະແຜນການປະຈຳປີ 2015-2016 ນີ້.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຖະແຫຼງວ່າລັດ ຖະບານ ລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດໃນຕະຫຼອດໄລຍະແຜນການປີ 2015- 2016 ໄວ້ໃນມູນຄ່າລວມເກີນກວ່າ 9,000 ລ້ານໂດລາ ສະຫະລັດ ໂດຍໃນນີ້ຈະເປັນການ ສົ່ງສິນຄ້າອອກຂອງ ລາວ ໃນມູນຄ່າ 3,000 ກວ່າລ້ານໂດລ ແລະ ນຳເຂົ້າສິນຄ້າຈາກຕ່າງ ປະເທດຫຼາຍກວ່າ 5,000 ລ້ານໂດລາ ຊຶ່ງຖ້າຫາກການດຳເນີນແຜນການເປັນໄປຕາມເປົ້າ ໝາຍທີ່ວາງໄວ້ກໍຈະເຮັດໃຫ້ ທາງການ ລາວ ສາມາດຄວບຄຸມການຂາດດຸນການຄ້າຕ່າງ ປະເທດໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 2,000 ລ້ານໂດລາໃນຕະຫຼອດແຜນການປີ 2015-2016 ດັ່ງກ່າວ.

ທາງດ້ານກະຊວງການຄ້າຂອງ ໄທ ກໍໄດ້ລາຍງານວ່າການຄ້າລະຫວ່າງ ໄທ ກັບ ລາວ ມີມູນ ຄ່າລວມເກີນກວ່າ 5,770 ລ້ານໂດລາໃນຕະຫຼອດປີ 2015 ຊຶ່ງໃນນີ້ເປັນການສົ່ງສິນຄ້າ ໄທ ໄປຍັງ ລາວ ໃນມູນຄ່າລວມຫຼາຍກວ່າ 4,460 ລ້ານໂດຍເພີ່ມຂຶ້ນເຖິງ 10.6 ເປີເຊັນ ເມື່ອທຽບ ກັບປີ 2014 ແລະ ໄທ ໄດ້ນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າລວມ 1,310 ລ້ານໂດລາ ໂດຍ ຫຼຸດລົງເກີນກວ່າ 7 ເປີເຊັນ ເມື່ອທຽບກັບປີ 2014 ທີ່ຜ່ານມາ ຊຶ່ງເຮັດໃຫ້ ໄທ ໄດ້ປຽບດຸນການ ຄ້າຕໍ່ ລາວ ຫຼາຍກວ່າ 3,150 ລ້ານໂດລາ.

ຍິ່ງໄປກວ່ານັ້ນ ທາງການ ໄທ ກໍຍັງຄາດໝາຍດ້ວຍວ່າຈະໄດ້ປຽບດຸນການຄ້າຕໍ່ ລາວ ເພີ່ມຂຶ້ນ ເປັນ 5,000 ລ້ານໂດລາໃນປີ 2017 ຊຶ່ງກໍເປັນຜົນຈາກການຕົກລົງ ລະຫວ່າງ ກະຊວງການ ຄ້າຂອງ ໄທ ກັບກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ທີ່ຈະເພີ່ມມູນຄ່າການຄ້າ ລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາໃນປີ 2017 ດັ່ງກ່າວ ໂດຍໃນນີ້ກໍຄາດໝາຍວ່າຈະ ເປັນການສົ່ງສິນຄ້າ ໄທ ໄປ ລາວ ໃນມູນຄ່າລວມເຖິງ 6,500 ລ້ານໂດລາ ໃນຂະນະທີ່ ໄທ ກໍຈະນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າລວມພຽງ 1,500 ລ້ານເທົ່ານັ້ນ.

ຜັກຂາຍໃນຕະຫຼາດທ້ອງຖິ່ນໃນ ລາວກ
ຜັກຂາຍໃນຕະຫຼາດທ້ອງຖິ່ນໃນ ລາວກ

ທາງດ້ານທ່ານ ທະນະໂຊດ ໂຊດບຸນສັກ ຮອງປະທານຫໍການຄ້າ ຈັງຫວັດ ມຸກດາຫານ ກໍເຊື່ອໝັ້ນວ່າມີຄວາມເປັນໄປໄດ້ສູງທີ່ມູນ ຄ່າການຄ້າ ລະຫວ່າງ ໄທ ກັບ ລາວ ຈະເພີ່ມຂຶ້ນໄດ້ຕາມການຕົກ ລົງດັ່ງກ່າວດັ່ງທີ່ທ່ານໄດ້ອະທິບາຍເຖິງສະພາວະການຄ້າລະ ຫວ່າງແຂວງ ສະຫວັນນະເຂດ ກັບຈັງຫວັດມຸກດາຫານວ່າ.

"ເມື່ອກ່ອນເຮົາບໍ່ມີສະພານ ມູນຄ່າການຄ້າຊາຍແດນເຮົາມີແຕ່ 2 ໝື່ນກວ່າລ້ານ ແຕ່ພໍເຮົາມີສະພານມູນຄ່າການຄ້າຊາຍແດນ ເຮົາເຕີບໂຕເຖິງແສນລ້ານບາດ ສະແດງວ່າຈິກຊໍທີ່ສຳຄັນທີ່ ສຸດກໍຄືອົງປະກອບຂອງໂຄງສ້າງພື້ນຖານຕ່າງໆ ຢ່າງເຊັ່ນ ສະ ໜາມບິນ ຫຼື ສະຖານີລົດໄຟ ກໍມີແຜນການຢູ່ແລ້ວ ສິ່ງທີ່ເຮົາມີ ຄວາມຈຳເປັນຈະຕ້ອງສ້າງແທ້ໆ ກໍຄືເລື່ອງຂອງສະຖານີຂົນສົ່ງສິນຄ້າຂະໜາດໃຫຍ່ແລ້ວ ກໍແລ້ວເລື່ອງຂອງສະຖານີຂົນສົ່ງຜູ້ໂດຍສານນານາຊາດແຫ່ງທີ 2."

ການຕົກລົງທີ່ຈະເພີ່ມມູນຄ່າການຄ້າໃຫ້ເຖິງ 8,000 ລ້ານໂດລາ ພາຍໃນປີ 2017 ໄດ້ມີຂຶ້ນ ໃນໂອກາດການປະຊຸມແຜນຄວາມຮ່ວມມືລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ລາວ ກັບກະຊວງການຄ້າຂອງ ໄທ ຄັ້ງທີ 6 ຢູ່ທີ່ ບາງກອກ ຖືເປັນມູນຄ່າການຄ້າທີ່ ເພີ່ມຂຶ້ນເຖິງ 150 ເປີເຊັນ ຈາກປີ 2014 ທີ່ ລາວ ແລະ ໄທ ມີມູນຄ່າການຄ້າລະຫວ່າງກັນ ຫຼາຍກວ່າ 5,443 ລ້ານໂດລາ ຊຶ່ງແບ່ງເປັນການນຳເຂົ້າສິນຄ້າ ໄທ ໂດຍ ລາວ ໃນມູນຄ່າ 4,032.55 ລ້ານໂດລາ ແລະ ລາວ ສົ່ງສິນຄ້າໄປ ໄທ ໃນມູນຄ່າ 1,410.56 ລ້ານໂດລາ ຊຶ່ງເຮັດໃຫ້ ລາວ ເປັນຝ່າຍເສຍປຽບດຸນການຄ້າຕໍ່ ໄທ ໃນມູນຄ່າລວມເຖິງ 2,621.99 ລ້ານໂດລາ.

ກ່ອນໜ້ານີ້ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າການຄ້າຕ່າງປະເທດຂອງ ລາວ ໃນຊ່ວງເດືອນ ຕຸລາ 2014 ເຖິງເດືອນມິຖຸນາ 2015 ຊຶ່ງເປັນໄລຍະ 9 ເດືອນຂອງແຜນການປີ 2014-2015 ມີມູນຄ່າລວມ 6,171.63 ລ້ານໂດລາ ຫາກແຕ່ ລາວ ກໍຍັງເປັນຝ່າຍຂາດດຸນ ການຄ້າຢູ່ເລື້ອຍມາ ເນື່ອງຈາກວ່າ ລາວ ໄດ້ສົ່ງອອກສິນຄ້າໃນມູນຄ່າ 2,401.91 ລ້ານໂດລາ ແລະ ນຳເຂົ້າສິນຄ້າໃນມູນ ຄ່າ 3, 769.72 ລ້ານ ຊຶ່ງເຮັດໃຫ້ ລາວ ຂາດດຸນການຄ້າໃນມູນ ຄ່າລວມເຖິງ 1,367.81 ລ້ານໂດລາ ແລະ ປະເທດທີ່ໄດ້ປຽບດຸນການຄ້າຕໍ່ ລາວ ຫຼາຍທີ່ສຸດ ກໍຄືປະເທດ ໄທ.

XS
SM
MD
LG