ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວມີແຜນສັກຢາວັກຊີນກັນໂຄວິດ-19 ໃຫ້ປະຊາຊົນ ໃຫ້ໄດ້ເຖິງ 50 ເປີເຊັນ ຂອງປະຊາຊົນທັງໝົດ ໃນປີນີ້


ການຊ່ວຍເຫລືອຢາວັກຊີນກັນໂຄວິດ-19 ຂອງຈີນຕໍ່ລາວໃນທ້າຍເດືອນມີນາ, 2021
ການຊ່ວຍເຫລືອຢາວັກຊີນກັນໂຄວິດ-19 ຂອງຈີນຕໍ່ລາວໃນທ້າຍເດືອນມີນາ, 2021

ລັດຖະບານລາວປ່ຽນແຜນການຈະສັກຢາວັກຊີນກັນໂຄວິດ-19 ໃຫ້ປະຊາຊົນ ເພີ່ມຂຶ້ນຈາກ 22 ເປີເຊັນ ເຖິງ 50 ເປີເຊັນ ຂອງປະຊາຊົນທັງໝົດໃນປີ 2021 ເພື່ອສະກັດກັ້ນການລະບາດຢ່າງໄວວາ ໃນປັດຈຸບັນ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບຖະແຫລງວ່າທາງການລາວໄດ້ປັບປ່ຽນເປົ້າໝາຍຂອງການສັກຢາວັກຊີນກັນພະຍາດໂຄວິດ-19 ໃຫ້ປະຊາຊົນລາວຈາກທີ່ວາງໄວ້ 22 ເປີເຊັນ ເພີ້ມຂຶ້ນເປັນ 50 ເປີເຊັນ ຂອງປະຊາກອນທັງໝົດໃນປີ 2021 ນີ້. ໂດຍມີສາເຫດມາຈາກ ການລະບາດຢ່າງໄວວາຂອງພະຍາດໂຄວິດ-19 ໃນທົ່ວປະເທດໃນເວລານີ້. ສະນັ້ນ ເພື່ອສະກັດກັ້ນແລະ ປ້ອງກັນບໍ່ໃຫ້ປະຊາຊົນລາວ ຕ້ອງຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າທີ່ເປັນຢູ່ໃນເວລານີ້ ຈຶ່ງຕ້ອງເລັ່ງການສັກຢາວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນລາວເພີ້ມຂຶ້ນໃຫ້ໄດ້ຢ່າງມີປະສິດທິຜົນ ດັ່ງທີ່ທ່ານ ພອນປະເສີດໄດ້ໃຫ້ການຢືນຢັນວ່າ:

ການສັກຢາກັນພະຍາດ ໂຄວິດ-19 ໃນການສ້າງພູມຕ້ານທານໃຫ້ແກ່ປະຊາຊົນນີ້ ແມ່ນມີຄວາມຈໍາ ເປັນທີ່ຈະຕ້ອງເພີ້ມທະວີເຮັດແນວໃດໃຫ້ຄົນຢູ່ໃນສັງຄົມນີ້ ໄດ້ມີພູມຕ້ານທານມຫ້ມັນຫລາຍຂື້ນ. ສະນັ້ນ, ຈຶ່ງວ່າກົມອະນາໄມໄດ້ມີການຜັນຂະຫຍາຍໜ່ວຍເຄື່ອນທີ່ ລົງຫາບັນດາໂຮງຈັກໂຮງງານ, ບັນດາກະຊວງ, ກົມກອງທີ່ມີຄົນເປັນຈຳນວນຫລາຍຫັ້ນ. ສະນັ້ນແລ້ວ ການຈັດຕັ້ງປະຕິບັດດັ່ງກ່າວນີ້, ໝວດ ເຮົາຍັງສືບຕໍ່ຜັນຂະຫຍາຍໄປເລື້ອຍໆ ຈົນກວ່າວ່າ ການສັກຢານີ້ ໝວດເຮົາກວາມໃຫ້ມັນໄດ້ຮອດ 50ເປີເຊັນ. ເມື່ອກ່ອນໝວດເຮົາຄາດວ່າຈະມີພຽງແຕ່ 22 ເປີເຊັນ ໃນປີ 2021."

ທັງນີ້ ການຕິດເຊື້ອໄວຣັສ ໂຄວິດ-19 ໃນລາວ ໄດ້ເພີ່ມຂຶ້ນຢ່າງໄວວາ ນັບຕັ້ງແຕ່ວັນທີ 11 ເມສາ 2021 ເປັນຕົ້ນມາ ໂດຍຈຳນວນຜູ້ຕິດໄວຣັສ ໂຄວິດ-19 ເພີ່ມຂຶ້ນຈາກ 49 ຄົນເປັນ 1,205 ໃນວັນທີ 7 ພຶດສະພາ, 2021, ຫຼື ຫຼາຍກ່ວາ 1,150 ຄົນ ໃນໄລຍະ 17 ວັນທີ່ຜ່ານມາ, ຊຶ່ງພາຍໃຕ້ສະພາບການດັ່ງ ກ່າວນີ້ການລະບາດຂອງພະຍາດ ໂຄວິດ-19 ທີ່ແຜ່ລາມເຂົ້າໄປໃນລະດັບຊຸມຊົນຂອງລາວ, ອັນຈະເຮັດໃຫ້ເຊື້ອໄວຣັສ ໂຄວິດ-19 ສາມາດທີ່ຈະຕິດຕໍ່ພາຍໃນຄົວເຮືອນໄດ້ຢ່າງໄວວາດ້ວຍນັ້ນ ຈຶ່ງນັບເປັນ ສະພາບການທີ່ ໜ້າເປັນຫ່ວງຫຼາຍ. ໂດຍສະເພາະໃນເຂດນະຄອນຫຼວງວຽງຈັນທີ່ມີຈຳນວນຜູ້ຕິດເຊື້ອ ໂຄວິດ-19 ຫລາຍທີ່ສຸດໃນລາວ, ດັ່ງທີ່ທ່ານນາງໄບພອນ ນັນທະພອນຫົວໜ້າພະແນກສາທາລະນະສຸກ ເຂດນະຄອນຫລວງວຽງຈັນໄດ້ໃຫ້ການຢືນຢັນວ່າ:

“ສະຖານະການໃນປັດຈຸບັນນີ້ຢູ່ນະຄອນຫລວງວຽງຈັນ ການແຜ່ລະບາດຂອງພະະຍາດ ໂຄວິດ-19 ນັ້ນ ເຫັນວ່າ ແຕ່ລະມື້ຫັ້ນມີການເພີ່ມຂຶ້ນ. ປັດຈຸບັນນີ້ ເປັນການແຜ່ລະບາດຢູ່ໃນຂັ້ນຊຸມຊົນແລ້ວ ເພາະວ່າພວກເຮົາພົບເຫັນກໍລະນີຕິດເຊື້ອໃໝ່ຂອງພະຍາດ ໂຄວິດ-19 ຫັ້ນແມ່ນຢູ່ໃນຊຸມຊົນເນາະ ກໍຖືວ່າມັນເປັນການລະບາດຢູ່ໃນຂັ້ນເຂດຊຸມຊົນແລ້ວ. ປັດຈຸບັນນີ້ ນະຄອນຫລວງວຽງຈັນພວກເຮົາ ກໍໄດ້ຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ການເພີ່ມທະວີມາດຕະການໃນການສະກັດກັ້ນ, ຄວບຄຸມ ແລະຕຽມຄວາມພ້ອມຮອບດ້ານ ເພື່ອຕ້ານກັບການລະບາດທີ່ຮ້າຍແຮງຂຶ້ນຂອງພະຍາດ ໂຄວິດ-19 "

ແຕ່ຢ່າງໃດກໍຕາມ ລັດຖະບານສາມາດຕອບສະໜອງດ້ານງົບປະມານສຳລັບການຈັດຊື້ຢາວັກຊີນກັນໄວຣັສ ໂຄວິດ-19 ໄດ້ພຽງ 20 ເປີເຊັນຂອງຄວາມຕ້ອງການທັງໝົດ ສະນັ້ນ ຈຶ່ງຈະຕ້ອງເພິ່ງພາການຊ່ວຍ ເຫຼືອຈາກຕ່າງປະເທດເປັນດ້ານຫຼັກນັ້ນເອງ ໂດຍທີ່ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍ ເຫຼືອລາວ ດ້ານຢາວັກຊີນກັນໄວຣັສ ໂຄວິດ-19 ແລ້ວ 4 ຄັ້ງມີຈຳນວນລວມກັນເຖິງ 1,402,000 ໂດສ.ສ່ວນອົງການອະນາໄມໂລກ ຫລື WHO ກໍໄດ້ໃຫ້ການຊ່ວຍເຫຼືອ132,000 ໂດສ ແລະ 2,000 ໂດສທີ່ເປັນການຊ່ວຍເຫຼືອຈາກລັດຖະບານ ຣັດເຊຍ ແລະຄາດວ່າ WHO ຈະໃຫ້ການຊ່ວຍເຫລືອເພີ້ມອີກ 480,000 ໂດສໃນປີ 2021 ນີ້ ຈຶ່ງຍັງເຫລືອຢາວັກຊີນກັນໄວຣັສ ໂຄວິດ-19 ອີກ 5,184,000 ໂດສ 19 ທີ່ລັດຖະະບານລາວຈະຕ້ອງຈັດຫາໃຫ້ໄດ້ ເພື່ອຈະໄດ້ສັກຢາວັກຊີນໃຫ້ກັບປະຊາຊົນລາວໄດ້ຕາມ ເປົ້າໝາຍ 50 ເປີເຊັນ ຂອງປະຊາກອນດັ່ງກ່າວ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງເປົ້າໝາຍຈະສັກຢາວັກຊີນກັນໄວຣັສ ໂຄວິດ-19 ໃຫ້ປະຊາຊົນ ລາວໄດ້ 70 ເປີເຊັນຂອງປະຊາກອນທັງໝົດ ໃນປີ 2023 ໂດຍເລີ້ມຈາກການສັກຢາວັກຊີນກັນໄວຣັສ ໂຄວິດ-19 ໃຫ້ກັບພະນັກງານລັດ ທີ່ປະຕິບັດໜ້າທີ່ ແລະປະຊາຊົນລາວທີ່ປະກອບອາຊີບ ທີ່ມີຄວາມສ່ຽງສູງທີ່ຈະໄດ້ຮັບໄວຣັສ ໂຄວິດ-19 ເປັນກຸ່ມທໍາອິດ ເຊັ່ນແພດ, ພະຍາບານ, ຕໍາຫລວດ-ທະຫານ, ພະນັກງານທີ່ພົວພັນກັບຕ່າງປະເທດ. ພະນັກງານໃນກິດຈະການສາທາລະນະ, ການຂົນສົ່ງ ແລະນັກທຸລະກິດການຄ້າຕ່າງໆ ເປັນຕົ້ນ.

XS
SM
MD
LG