ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Disregard-ລາວມີແຜນຈະລະດົມ ການລົງທຶນຕ່າງປະເທດ ໃຫ້ໄດ້ໃນຫລາຍກວ່າ 15,300 ລ້ານໂດລາ


ລັດຖະບານລາວວາງແຜນການ ທີ່ຈະລະດົມການລົງທຶນຈາກຕ່າງປະເທດໃນລາວໃຫ້ໄດ້ໃນມູນຄ່າລວມເກິນກວ່າ 15,300 ລ້ານໂດລາ ໃນໄລຍະຈາກປີ 2012 ໄປຈົນເຖິງປີ 2015.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຖະແຫຼງວ່າ ການດໍາເນິນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຊ່ວງປີ 2012-2015 ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຕ້ອງລະດົມການລົງທຶນຂອງພາກເອກະຊົນຈາກຕ່າງປະເທດໃຫ້ເຂົ້າມາໃນລາວໃຫ້ໄດ້ ມູນຄ່າລວມບໍ່ໜ້ອຍກວ່າ127,000 ຕື້ກີບ ຫຼື 15,300 ລ້ານໂດລາ ຈຶ່ງຈະເຮັດໃຫ້ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ໃນແຜນການໄດ້ຢ່າງແທ້ຈິງ ກໍຄືການແກ້ໄຂບັນຫາຄວາມທຸກຈົນ ຂອງປະຊາຊົນລາວໃຫ້ໄດ້ໂດຍພື້ນຖານ, ອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 1 ປີ​ໃຫ້ຢູ່ໃນອັດຕາ 45 ຄົນ​ຕໍ່ 1,000 ຄົນ, ການຂະຫຍາຍໂອກາດດ້ານການສຶກສາ ດ້ວຍການເຮັດໃຫ້ເດັກນ້ອຍໄດ້ຮຽນຈົບຊັ້ນປະຖົມໃຫ້ໄດ້ເຖິງ 95% ຂອງຈໍານວນເດັກນ້ອຍໃນໄວຮຽນທັງໝົດ ການສົ່ງເສີມຄວາມສະເໝີພາບລະຫວ່າງເພດຍິງກັບເພດຊາຍການບໍລິການດ້ານສາທາລະນະສຸກແກ່ປະຊາຊົນຢ່າງທົ່ວເຖິງໃນທົ່ວປະເທດ, ການຮັກສາສະພາບແວດລ້ອມ ແລະການນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງຍືນຍົງ ແລະ ການເສີມສ້າງການຮ່ວມມືກັບນາໆຊາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາລາວ ໃນທຸກໆດ້ານເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ກໍຍອມຮັບວ່າບັນຫາໃນເວລານີ້ ກໍຄືລັດຖະບານລາວຍັງມີຄວາມສາມາດ ໃນດ້ານງົບປະມານໃນລະດັບທີ່ຕໍ່າຫຼາຍຈຶງຄາດໝາຍວ່າລັດຖະບານ ລາວກໍຈະສາມາດປະກອບສ່ວນເຂົ້າ ໃນການລົງທຶນໄດ້ບໍ່ເກິນ 10% ຂອງເປົ້າໝາຍການລະດົມເງິນລົງທຶນທັງໝົດດັ່ງກ່າວເທົ່ານັ້ນ ສ່ວນທີ່ເຫຼືອ ກໍຈະເປັນການຂໍຄວາມຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດໃຫ້ໄດ້ລະຫວ່າງ 26%-28% ລວມເຖິງກູ້ຢືມຈາກທະນາຄານພາຍໃນປະເທດໃຫ້ໄດ້ໃນລະຫວ່າງ 10%-12% ຊຶ່ງກໍໝາຍຄວາມວ່າຈະຕ້ອງລະດົມທຶນໂດຍກົງຂອງຕ່າງປະເທດໃຫ້ໄດ້ລະຫວ່າງ 50%-60% ຂອງຄວາມຕ້ອງການທັງໝົດນັ້ນເອງ.

ສໍາລັບແຜນການໃນດ້ານງົບປະມານລາຍຮັບປະຈໍາປີ 2011-2012 ທີ່ເລີ່ມລົງມືປະຕິບັດນັບຈາກເດືອນຕຸລາ 2011 ເປັນຕົ້ນມາ ແລະ ກໍຈະດໍາເນີນການປະຕິບັດຕໍ່ໄປຈົນເຖິງເດືອນກັນຍາ 2012 ນີ້ລັດຖະບານລາວກໍໄດ້ວາງເປົ້າໝາຍໄວ້ວ່າຈະສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 15,726 ຕື້ກີບຫຼື22% ຂອງຄາດໝາຍມູນຄ່າຜະລິດຕະພັນລວມພາຍໃນ(GDP) ແລະ ໃນນີ້ຈະເປັນລາຍຮັບໃນປະເທດໃນມູນຄ່າ11,516 ຕື້ກີບ ຫຼືເພີ່ມຂຶ້ນ 20% ເມື່ອທຽບກັບແຜນການປະຈໍາປີ 2010-2011 ທີ່ຜ່ານມາ ໃນຂະນະທີ່ລາຍຮັບສ່ວນໃຫຍ່ ຂອງລັດຖະບານລາວນັ້ນກໍຍັງຄົງມາຈາກພາສີອາກອນ ແລະຄ່າທໍານຽມຕ່າງໆທີ່ຈັດເກັບລາຍຮັບນັ້ນ ຈະບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ນອກຈາກຈະໄດ້ຮັບການປະສານສົມທົບ ຈາກທຸກພາກສ່ວນຂອງລັດຖະບານຢ່າງເປັນເອກະພາບກັນເທົ່ານັ້ນ ດັ່ງທີ່ ທ່ານ ສົມດີ ໄດ້ຖະແຫຼງຢືນຢັນວ່າ:

ການສະເໜີແຜນລາຍຮັບສົກປີ 2011-2012 ຄັ້ງນີ້ແມ່ນມີລັກສະນະບຸກບືນ ແລະ ມີຄວາມສ່ຽງສູງສົມຄວນທີ່ຈະບໍ່ບັນລຸຕາມແຜນການກໍານົດໄວ້ ສະນັ້ນ ບັນດາຂະແໜງການ ແລະ ທ້ອງຖິ່ນຈະໄດ້ພ້ອມກັນສູ້ຊົນປະຕິບັດຄາດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ

ນອກຈາກນີ້ ການທີ່ລັດຖະບານລາວໄດ້ວາງແຜນການໄວ້ວ່າ ຈະນໍາໃຊ້ງົບປະມານລາຍຈ່າຍສໍາລັບແຜນການປະຈໍາປີ 2011-2012 ໃນມູນຄ່າລວມເຖິງ 17,831 ຕື້ກີບ ຫຼືເພີ່ມຂຶ້ນເກີນກວ່າ17% ເມື່ອທຽບກັບແຜນການປີ 2010-2011 ນັ້ນກໍຍັງຈະເຮັດໃຫ້ລັດຖະບານລາວຕ້ອງປະເຊີນກັບບັນຫາຂາດດຸນໃນດ້ານງົບປະມານຫຼາຍຕື່ມຂຶ້ນອີກດ້ວຍ.

XS
SM
MD
LG