ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ສູນເສຍງົບປະມານຫຼາຍກວ່າ 5,282 ຕື້ກີບ ເພາະການທຸຈະລິດໃນ 247 ໂຄງການພັດທະນາ ຂະໜາດໃຫຍ່


ເງິນກີບລາວ
ເງິນກີບລາວ

ລັດຖະບານ ລາວ ສູນເສຍງົບປະມານຫຼາຍກວ່າ 5,282 ຕື້ກີບເພາະການທຸຈະລິດໃນ 247 ໂຄງ ການພັດທະນາຂະໜາດໃຫຍ່ທີ່ຈັດຕັ້ງປະຕິບັດໂດຍບັນດາພະນັກງານລັດໃນທົ່ວປະເທດໃນຊ່ວງປີ 2019-2021.

ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຖະແຫຼງຢືນຢັນວ່າການທຸຈະລິດໃນວົງການພັກ-ລັດຍັງເປັນບັນຫາສຳຄັນທີ່ຈະຕ້ອງດຳເນີນມາດຕະການປ້ອງກັນ ແລະ ປາບປາມຢ່າງຈິງຈັງໂດຍສະເພາະແມ່ນການທຸຈະລິດໃນໂຄງການພັດທະນາຂອງລັດຖະບານ ຖືເປັນພາກສ່ວນທີ່ເກີດການເສຍຫາຍຫຼາຍທີ່ສຸດໂດຍການກວດກາ 247 ໂຄງການເປົ້າໝາຍໃນຊ່ວງປີ 2019-2021 ພົບວ່າການທຸຈະລິດໄດ້ເຮັດໃຫ້ລັດຖະບານ ລາວ ເສຍຫາຍທາງດ້ານງົບປະມານໄປຫຼາຍກວ່າ 5,282 ຕື້ກີບ ແລະ ເພື່ອປ້ອງກັນບໍ່ໃຫ້ເກີດການເສຍຫາຍເພີ່ມຂຶ້ນອີກ ຈຶ່ງຈະຕ້ອງເລັ່ງດຳ ເນີນການກວດກາທຸກໂຄງການໃຫ້ໄດ້ໄວທີ່ສຸດ ແຕ່ດ້ວຍການທີ່ບໍ່ໄດ້ຮັບການຮ່ວມມືຈາກພາກ ສ່ວນທີ່ກ່ຽວຂ້ອງຢ່າງແທ້ຈິງ ຈຶ່ງເຮັດໃຫ້ກວດກາໄດ້ພຽງ 10 ໂຄງການ ແລະ ເກັບກູ້ງົບປະມານຄືນມາໄດ້ພຽງສ່ວນນ້ອຍດັ່ງທີ່ທ່ານ ຄຳພັນ ໃຫ້ການຢືນຢັນວ່າ

“ດຳເນີນການສືບສວນສອບສວນ 10 ເປົ້າໝາຍມູນຄ່າການເສຍຫາຍທັງໝົດ 643 ຕື້ 803 ລ້ານກີບ, 384 ລ້ານ 414,840 ບາດ, 23 ລ້ານ 204,038 ໂດລາ, ເກັບກູ້ໄດ້ 67 ຕື້ 568 ລ້ານ 95,715 ກີບ, 4 ລ້ານ 541,780 ບາດ.”

ທ່ານ ຄຳພັນ ຢືນຢັນວ່າການທຸຈະລິດໃນວົງການພັກ-ລັດເປັນບັນຫາທີ່ສຳຄັນທີ່ຈະຕ້ອງດຳເນີນການປ້ອງກັນ ແລະ ປາບປາມຢ່າງຈິງຈັງ ເພາະການກວດກາ 4,129 ໂຄງການໃນຊ່ວງປີ 2016-2020 ພົບວ່າການທຸຈະລິດໂດຍພະນັກງານລັດເຮັດໃຫ້ລັດຖະບານຕ້ອງສູນເສຍງົບປະມານໄປ 5,689 ກວ່າຕື້ກີບ ຊຶ່ງສອດຄ່ອງກັນກັບສະມາຊິກສະພາແຫ່ງຊາດລາວ ທີ່ໄດ້ໃຫ້ທັດສະນະວ່າການຈັດເກັບລາຍຮັບຂອງລັດຖະບານໄດ້ຕໍ່າກວ່າແຜນການທີ່ວາງໄວ້ຍ້ອນຄວາມບໍ່ໂປ່ງໃສ ແລະ ການທຸຈະລິດຂອງບັນດາພະນັກງານລັດທີ່ຮັບຜິດຊອບໃນການຈັດເກັບພາສີອາກອນນັ້ນ ດັ່ງທີ່ສະມາຊິກສະພາແຫ່ງຊາດ ລາວ ໄດ້ໃຫ້ການຢືນຢັນວ່າ

“ເງິນຮົ່ວໄຫຼໄປນຳບຸກຄົນບໍ່ແມ່ນເລື່ອງທຳມະດາ ເຮົາແກ້ບໍ່ໄດ້ເປັນພະຍາດຊຳເຮື້ອມາເຖິງປັດຈຸບັນນີ້ ອັນນີ້ຫາງສຽງຂອງສັງຄົມເຂົາວ່າການກວດສອບກວດກາໄທເຮົານີ້ກວດແລ້ວບໍ່ແກ້ ພະນັກງານໄທເຮົານີ້ນະ ຈຳນວນນຶ່ງໄດ້ຄຸມເຂດເສດຖະກິດ ຮັ່ງຜິດປົກກະຕິແທ້ ແຕ່ບໍ່ກວດກາ ອັນນີ້ຂ້າພະ ເຈົ້າຈັ່ງບອກວ່າ ເດັ່ນກວ່າໝູ່ອັນຄວາມຫຍຸ້ງຍາກແມ່ນບັນຫາພະນັກງານໄທເຮົາບໍ່ໂປ່ງໃສ ບໍ່ຈິງໃຈຕໍ່ປະເທດຊາດ ເຮັດອັນໃດຢາກກິນນຳອັນນັ້ນ.”

ທາງດ້ານທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຍອມຮັບວ່າການເສຍຫາຍດ້ານລາຍຮັບຂອງລັດຖະບານ ລາວ ຫຼາຍທີ່ສຸດນັ້ນເປັນຍ້ອນການທຸຈະລິດໂດຍບັນດາພະນັກງານພາສີທີ່ມີການຈັດຕັ້ງ ແລະ ແບ່ງໜ້າທີ່ຮັບຜິດຊອບຢ່າງເປັນຂະບວນການກໍຄື ພະນັກງານພາສີໄດ້ພະຍາຍາມປົກປິດການທຸຈະລິດຂອງພວກຕົນ ດ້ວຍການມອບໝາຍໜ້າທີ່ຈັດເກັບພາສີໃຫ້ກັບພະນັກງານສັນຍາຈ້າງ ເພື່ອວ່າຈະເຮັດໃຫ້ພວກຕົນລອດພົ້ນຈາກຄວາມຜິດດ້ວຍການໂຍນຄວາມຜິດໃຫ້ພະນັກງງານສັນຍາຈ້າງນັ້ນເອງ.

ທ່ານ ບຸນໂຈມ ຍອມຮັບດ້ວຍວ່າການຈັດເກັບລາຍຮັບໃນປີ 2021 ຈະບໍ່ໄດ້ຕາມເປົ້າໝາຍເພາະຖືກກະທົບຈາກການລະບາດພະຍາດ COVID-19 ຈຶ່ງຄາດວ່າການຈັດເກັບລາຍຮັບຂອງລັດຖະ ບານໃນປີ 2021 ນີ້ຈະປະຕິບັດໄດ້ໃນມູນຄ່າບໍ່ເກີນ 23,683 ຕື້ກີບ ຄິດເປັນ 86 ເປີເຊັນຂອງແຜນ ການປີ ແລະ ຈະຕ້ອງຄວບຄຸມລາຍຈ່າຍໃຫ້ບໍ່ເກີນ 33,713 ຕື້ກີບອີກດ້ວຍ ຈຶ່ງຈະສາມາດຄວບຄຸມການຂາດດຸນງົບປະມານໃຫ້ຢູ່ທີ່ອັດຕາສະເລ່ຍ 2.2 ເປີເຊັນຂອງຍອດຜະລິດຕະພັນໃນຕະຫຼອດແຜນການປີ 2021 ນີ້.

ສ່ວນອົງການເພື່ອຄວາມໂປ່ງໃສສາກົນກໍລາຍງານວ່າ ລັດຖະບານ ລາວ ມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 29 ຄະແນນຈາກ 100 ຄະແນນເຕັມໃນປີ 2020 ເທົ່າກັບໃນປີ 2019 ໝາຍຄວາມວ່າມີນັກລົງທຶນຊາວຕ່າງຊາດໃນ ລາວ ພຽງ 29 ຄົນຈາກ 100 ຄົນທີ່ມີຄວາມຄິດເຫັນວ່າການບໍລິຫານງານຂອງລັດຖະບານ ລາວ ບໍ່ມີການທຸຈະລິດ ຂະນະທີ່ຊາວຕ່າງຊາດ 71 ຄົນຈາກ 100 ຄົນນັ້ນມີຄວາມຄິດເຫັນວ່າມີການທຸຈະລິດເກີດຂຶ້ນຢ່າງກວ້າງຂວາງໃນວົງການພັກ-ລັດຖະ ບານ ລາວ.

XS
SM
MD
LG