ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ອອກນະໂຍບາຍໃໝ່ວ່າ ຈະຄິດໄລ່ຄາໄຟຟ້າຢາງໃດ ຫຼັງຈາກໂຄວິດ-19


ບໍລິສັດໄຟຟ້າລາວ
ບໍລິສັດໄຟຟ້າລາວ

ເນື່ອງຈາກມີການສະແດງຄວາມເຫັນຂ້ອງໃຈອອກມາຢ່າງກວ້າງຂວາງທັງຜ່ານສື່ສັງຄົມ
ອອນລາຍ ແລະຜ່ານທາງອື່ນ ຂອງປະຊາຊົນລາວຜູ້ທີ່ໄດ້ຮັບຄວາມເດືອດຮ້ອນ ຍ້ອນ
ການເພີ້ມຂຶ້ນຂອງຄ່າໄຟຟ້າ ຊຶ່ງພໍດີຕົກຖືກໄລຍະທີ່ມີການລະບາດອັນຮ້າຍແຮງຂອງ
ພະຍາດໂຄວິດ-19 ທັງຢູ່ໃນແລະນອກປະເທດນັ້ນ ລັດຖະບານຈຶ່ງໄດ້ອອກມາຖະແຫລງ
ການໃນວັນພະຫັດຜ່ານມານີ້ວ່າ ໄດ້ຕົກລົງໃຫ້ກະຊວງພະລັງງານ ແລະບໍ່ແຮ່ ແລະລັດວິ
ສະຫະກິດໄຟຟ້າລາວທົບທວນອັດຕາລາຄາ ທີ່ຫາກໍ່ອອກມາ ສອງເດືອນກ່ອນນີ້ຄືນໃໝ່
ຊຶ່ງກິ່ງສະຫວັນ ຈະນຳເອົາລາຍລະອຽດ ກ່ຽວກັບເລື້ອງນີ້ ຈາກນັກຂ່າວວີໂອເອຂອງພວກ
ເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອມໍ່ໆ ມານີ້ ໂດຍອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບເລກທີ 31/ນຍ ລົງ
ວັນທີ 2 ເມສາ 2020 ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ຄົ້ນຄວ້ານະໂຍບາຍ ກ່ຽວກັບ
ການປັບຫຼຸດຄ່າກະແສໄຟຟ້າ ຊຶ່ງໃນນັ້ນ ມີການຫຼຸດຄ່າທຳນຽມ ການໃຊ້ໄຟຟ້າລົງ 15 ເປີ
ເຊັນພິເສດໃນໄລຍະ3 ເດືອນຄືແຕ່ເດືອນພຶດສະພາ ຫາເດືອນມິຖຸນາ ເພື່ອຊ່ວຍຫລຸດ
ຜ່ອນການໃຊ້ຈ່າຍ ໃນຊີວິດປະຈຳວັນ ຂອງປະຊາຊົນລາວທີ່ຢູ່ໃນຂະແໜງການແພດ
ເພື່ອບັນເທົາຜົນກະທົບຈາກການລະບາດຂອງໄວຣັສ Covid-19 ໃນທົ່ວປະເທດ.

ເຊີນຊົມ ວີດີໂອ
please wait

No media source currently available

0:00 0:01:07 0:00

ລາຄາໄຟຟ້າທີ່ອອກມາໃນເດືອນເມສາຜ່ານມານີ້ ກຳນົດວ່າ ຜູ້ໃຊ້ໄຟຟ້າ ແຕ່ 0 ຫາ 150
ກິໂລວັດໂມງ ຕໍ່ເດືອນແມ່ນໃຫ້ຄິດໄລ່ 50 ເປີເຊັນຂອງລາຄາໃນແຕ່ລະປີ. ສ່ວນຜູ້ທີ່ໃຊ້
ໄຟຟາ້ໃນປະລິມານແຕ່ 151 ກິໂລວັດໂມງ ຕໍ່ເດືອນຂຶ້ນໄປ ແມ່ນຄິດໄລ່ 100 ເປີເຊັນຂອງ
ລາຄາໃນແຕ່ລະປີ. ແຕ່ວ່າບັນຫາດັ່ງກ່າວ ກໍຍັງເປັນບັນຫາ ທີ່ຄົນລາວນໍາມາສົນທະນາ
ແລະສະແດງຄວາມ”ຂັດຂ້ອງພາຍໃນອອກມາຢ່າງກວ້າງຂວາງ ທັງຢູ່ໃນສັງຄົມອອນລາຍ
ແລະຢູ່ບ່ອນອື່ນໆ. ສະນັ້ນ ໃວັນທີ 18 ມິຖຸນາ ຜ່ານມານີ້ ທາງຄະນະລັດຖະບານລາວໄດ້
ອອກມາແຫລງຢູ່ໃນສໍານັກງານນາຍົກລັດຖະມົນຕີ ກ່ຽວກັບເລື້ອງຄ່າໄຟຟ້າ ທີ່ເຮັດໃຫ້
ເປັນຂ່າວນອງນັນ ຢູ່ໃນທົ່ວປະເທດນັ້ນ ພາຍຫລັງທີ່ໄດ້ມີການຕົກລົງກັນ ຢູ່ກອງປະຊຸມ
ຂອງຄະນະລັດຖະບານ ທີ່ເປີດຂຶ້ນນຶ່ງມື້ກ່ອນໜ້ານັ້ນ.

ໃນນາມທີ່ເປັນໂຄສົກຂອງລັດຖະບານ ແລະລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະ
ມົນຕີ ທ່ານ ຈະເລີນ ເຢຍປາວເຮີ ໄດ້ຖະແຫລງຍອມຮັບ ວ່າ ທາງ ລັດຖະບານມີຄວາມເຂົ້າ
ໃຈຕໍ່ຄໍາຄິດເຫັນຂອງປະຊາຊົນສ່ວນໃຫຍ່ໃນບັນຫານີ້ ສະນັ້ນຈຶ່ງຕົກລົງມອບໃຫ້ກະຊວງ
ພະລັງງານ ແລະລັດວິສາກະກິດໄຟຟ້າລາວ ຄົ້ນຄວ້າ ແລະພິຈາລະນາອັດຕາຄ່າໄຟຟ້າ
ຄືນໃໝ່ສໍາລັບພວກທີ່ ໃຊ້ໄຟຟ້າໃນ ປະລິມານປານກາງ ຊຶ່ງກໍຄືຢູ່ໃນລະດັບ 151 ກິໂລ
ວັດໂມງຕໍ່ເດືອນ ຫາ 461 ກິໂລວັດໂມງຕໍ່ເດືອນ ໂດຍໃຫ້ມີອັດຕາ ຢູ່ໃນລະດັບທີ່ແຕກຕ່າງ
ກັນ. ສໍາລັບພວກທີ່ໃຊ້ກະແສໄຟຟ້າຢູ່ໃນລະດັບຕໍ່າ ແລະສູງກວ່ານັ້ນ ກໍຄືສູງກວ່າ 461 ກິ
ໂລວັດໂມງຕໍ່ເດືອນຂຶ້ນໄປນັ້ນແມ່ນໄດ້ຮັບການຫລຸດລາຄາຢູ່ໃນຕົວຂອງມັນແລ້ວ ຈຶ່ງຈະ
ບໍ່ມີການປ່ຽນແປງຫຍັງ ຊຶ່ງທ່ານຈະເລີນ ມີຄໍາແນະນໍາຊີ້ແຈງດັ່ງນີ້:

ລິງໂດຍກົງ

ເຖິງແມ່ນວ່າຈະມີຖະແຫລງການນີ້ຂອງລັດຖະບານອອກມາທີ່ປາກົດວ່າ ລັດຖະ ບານໄດ້
ຮັບຮູ້ເຖິງ ຄວາມກັງວົນໃຈ ຂອງປະຊາຊົນໃນລະດັບໃດນຶ່ງກໍຕາມ ແຕ່ ຫລາຍໆ ຄົນກໍຍັງ
ບໍ່ມີຄວາມໝັ້ນໃຈວ່າ ລັດຖະບານຈະຊ່ວຍຫລຸດຜ່ອນຄວາມ ລໍາບາກຂອງຍ້ອນຄ່າໄຟຟ້າ
ທີ່ແພງຂຶ້ນນີ້ແທ້ ດັ່ງກໍລະນີຂອງປະຊາຊົນຜູ້ນຶ່ງໃນເຂດເມືອງສີໂຄດຕະບອງ, ນະຄອນ
ຫຼວງວຽງຈັນທີ່ໄດ້ເສຍຄ່າໄຟຟ້າທີ່ແພງ ຂຶ້ນເປັນພິເສດ ໃນຫລາຍເດືອນຜ່ານມານີ້ ກໍຄື
ຫລັງຈາກເລີ້ມມີການລະບາດ ຂອງໂຄວິດ-19 ຊຶ່ງຜູ້ກ່ຽວບອກວ່າ:

"ແພງ ແພງຄືກັນ, ແພງ ເທົ້າຕົວພຸ້ນລະ ຢູ່ເຮືອນຂ້ອຍຢູ່ມາເກືອບສິບກວ່າປີແລ້ວນະ ມັນ
ບໍ່ເກີນສອງ ແສນກີບ ແສນເກົ້າສອງແສນ, ມາຊ່ວງນີ້ ສີ່ແສນ ສີ່ແສນປາຍ ສີ່ແສນຊາວ ສີ່
ແສນສາມສິບນີ້ລະ
. ຈັງວ່ານີ້ລະ ຈັ່ງວ່າເຂົາເວົ້າຊື່ໆກະບໍ່ຈັກແຫລະ ມັນບໍ່ແນ່ນອນດອກ
ເຂົາເວົ້າຊື່ໆ ຈັ່ງວ່າຢູ່ບ້ານນອກຖຽງກັນເອົາແທ້ເອົາວ່າ, ອື ແພງ ແພງ ແພງໝົດສູ່ຄົນຫັ້ນ
ລະ ຂອງໄຟໃຊ້ໜ້ອຍກະເສຍຫລາຍບໍ່ແມ່ນແນວ ຈັ່ງວ່ານີ້ລະ ເຂົາຍັງເຈລະຈາກັນຢູ່ຕິ ວ່າ

ຊິໄປຮູບໃດ ເຂົາເວົ້າຊື່ໆກະມີ.

ສະຫລຸບແລ້ວການປັບອັດຕາຄ່າໄຟຟ້າຂຶ້ນເມື່ອມໍ່ໆ ມານີ້ ຊຶ່ງພໍດີຕົກຖືກໄລຍະທີ່ມີການ
ລະບາດອັນຮ້າຍແຮງຂອງພະຍາດໂຄວິດ-19 ທັງຢູ່ໃນ ແລະນອກປະ ເທດນັ້ນ ຍັງເປັນ
ສືບຕໍ່ເປັນບັນຫາເຮັດໃຫ້ປະຊາຊົນສ່ວນໃຫຍ່ ທີ່ໄດ້ຮັບຜົນກະ ທົບຢ່າງໜັກ ຈາກພະຍາດ
ດັ່ງກ່າວນີ້ຢູ່ແລ້ວນັ້ນ ຍິ່ງໄດ້ຮັບຄວາມເດືອດຮ້ອນ ເພີ້ມຂຶ້ນ ແລະກະແສສັງຄົມທີ່ສະແດງ
ຄວາມກັງວົນໃຈອອກມາຢ່າງກວ້າງຂວາງ ນັ້ນ ຍັງສືບຕໍ່ມີຢູ່ເລື້ອຍມາຢູ່ ຈົນເປັນເຫດໃຫ້ລັດຖະບານ ຕ້ອງໄດ້ອອກມາຖະແຫລງ ແລະຊີ້ແຈງເຖິງແຜນການແກ້ໄຂບັນຫານີ້ຂອງ
ລັດຖະບານໃນແບບໃດ ແບບນຶ່ງ ໃນວັນພະຫັດຜ່ານມານີ້.

XS
SM
MD
LG