ລັດຖະບານລາວຈະກວດສອບການນຳໃຊ້ ແລະຄອບຄອງລົດປະຈຳຕຳແໜ່ງຂອງ
ພະນັກງານຂັ້ນສູງທຸກຄົນໃນທົ່ວປະເທດ ໂດຍຈະຍຶດຄືນທັນທີ ຫາກກວດພົບວ່າ ມີ
ການປະຕິບັດຜິດລະບຽບກົດໝາຍ.
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ
ຖະແຫຼງຢືນຢັນວ່າ ເພື່ອເປັນການຈັດຕັ້ງປະຕິບັດຕາມແຜນການລົດລາຍຈ່າຍ ແລະ
ນຳໃຊ້ງົບປະມານພາກລັດທີ່ມີປະສິດທິພາບສູງໃນໄລຍະຕໍ່ໄປນີ້ ລັດຖະບານລາວ
ໄດ້ມອບໝາຍໃຫ້ກະຊວງການເງິນດຳເນີນມາດຕະການກວດສອບການນຳໃຊ້ ແລະ
ຄອບຄອງລົດປະຈຳຕຳແໜ່ງຂອງພະນັກງານຂັ້ນສູງທຸກຄົນໃນທົ່ວປະເທດ ກໍຄືຕັ້ງແຕ່
ລະດັບລັດຖະມົນຕີລົງມາ ຊຶ່ງກໍລວມເຖິງບັນດາຫົວໜ້າກົມ ເຈົ້າແຂວງ ຮອງເຈົ້າແຂວງ
ແລະຫົວໜ້າພະແນກ ຫຼືສຳນັກງານຕ່າງໆ ທີ່ມີລົດປະຈຳຕຳແໜ່ງນັ້ນ.
ທັງນີ້ໂດຍນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ຕັ້ງຄະນະສະເພາະກິດຂຶ້ນມາຮັບຜິດຊອບ
ໂດຍກົງ ຫາກແຕ່ວ່າການປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະວ່າເປັນການ
ກວດສອບໃນຂອບເຂດທົ່ວປະເທດ ຊຶ່ງຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ
ຢ່າງແທ້ຈິງ ໂດຍສະເພາະການທີ່ຈະຕ້ອງຮູ້ໃຫ້ໄດ້ວ່າ ພະນັກງານຂັ້ນສູງແຕ່ລະຄົນນັ້ນ
ມີລົດປະຈຳຕຳແໜ່ງຈຳນວນຈັກຄັນ ແລະໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມລະບຽບ
ກົດໝາຍຫຼືບໍ່ ສະນັ້ນ ສຳລັບໃນໄລຍະສະເພາະໜ້ານີ້ ຈຶ່ງຈະສາມາດດຳເນີນການກວດ
ສອບໄດ້ ໃນລະດັບລັດຖະມົນຕີ ກັບຮອງລັດຖະມົນຕີເທົ່ານັ້ນ ດັ່ງທີ່ ທ່ານສົມດີ ຖະແຫຼງ
ຍອມຮັບວ່າ
“ທ່ານນາຍົກລັດຖະມົນຕີໄດ້ມີການຕົກລົງໃຫ້ມີຄະນະໄປເກັບກຳຂໍ້ມູນໃຫ້ມັນຊັດເຈນ
ລັດຖະມົນຕີ ຮອງລັດຖະມົນຕີ ມີລົດຈັກຄັນ ມັນຖືກຕ້ອງຕາມລະບຽບຫັ້ນບໍ່ ຄັນບໍ່ຖືກ
ຕ້ອງ ລະເອົາມາສົ່ງ ຫຼືວ່າ ຖ້າວ່າເພິ່ນຢາກໄດ້ເນາະ ເພິ່ນຢາກໄດ້ວ່າ ລົດຄັນນີ້ໃຊ້ມາ
ດົນ ກໍອາດຈະຕີລາຄາໃຫ້ເພິ່ນຊື້ເອົາ ກະພະຍາຍາມເວົ້າກັນແນວນັ້ນແຫລະ ອັນນີ້
ສຳລັບຂັ້ນລັດຖະມົນຕີ ຮອງລັດຖະມົນຕີ ແລະມັນກະຍັງອີກ ຮອດຂັ້ນແຂວງພຸ້ນ ກະ
ຍັງຍາກ ມັນກວ່າງຫຼາຍ ສ່ວນວ່າພະນັກງານຂັ້ນກົມ ຂັ້ນວິຊາການລົງມາໃນທົ່ວປະ
ເທດ ອັນນີ້ກໍຍັງເປັນບັນຫາທີ່ຕ້ອງໄດ້ຄົ້ນຄວ້າຢ່າງລະອຽດຕື່ມ”
ທັງນີ້ ຍ້ອນລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະປະຢັດການໃຊ້ຈ່າຍງົບປະມານດ້ານ
ການບໍລິຫານໃຫ້ໄດ້ 20 ເປີເຊັນ ໃນປີ 2019 ທຽບໃສ່ປີ 2018 ດ້ວຍການລົບລ້າງການ
ໃຊ້ຈ່າຍຟຸມເຟືອຍໃນໜ່ວຍງານລັດໃນທົ່ວປະເທດໃຫ້ໄດ້ຢ່າງແທ້ຈິງ ເປັນຕົ້ນແມ່ນ
ການຈັດງານລ້ຽງ ການຈັດຊື້ເຄື່ອງໃຊ້ໃນຫ້ອງການ ໄຟຟ້າ ນ້ຳປະປາ ປີ້ຍົນ ແລະການ
ໃຊ້ນ້ຳມັນເຊື້ອໄຟສຳລັບລົດປະຈຳຕຳແໜ່ງຕ່າງໆດ້ວຍນັ້ນ.
ທາງດ້ານຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວ ບອກວ່າ ລັດຖະ
ບານລາວ ຍັງຈະຕ້ອງປະເຊີນກັບການເປັນໜີ້ເພີ້ມຂຶ້ນອີກ ໂດຍມີສາເຫດມາຈາກການ
ກູ້ຢືມເງິນທັງພາຍໃນ ແລະຕ່າງປະເທດ ເພື່ອນຳມາໃຊ້ໃນການດຸ່ນດ່ຽງດ້ານລາຍຈ່າຍ
ທີ່ສູງກວ່າລາຍຮັບໃນແຕ່ລະປີ ໂດຍປີ 2018 ໜີ້ສິນຂອງລັດຖະບານລາວ ມີມູນຄ່າ
ລວມຫຼາຍກວ່າ 12,104 ລ້ານໂດລາສະຫະລັດ ຄິດເປັນ 65.3 ເປີເຊັນ ຂອງຍອດຜະ
ລິດຕະພັນລວມພາຍໃນ (GDP) ທັງຄາດວ່າ ຈະເພີ້ມຂຶ້ນເປັນ 13,491 ລ້ານໂດລາ
ສະຫະລັດ ຫຼື 68 ເປີເຊັນຂອງ GDP ໃນປີ 2019 ອີກດ້ວຍ.
ສ່ວນທ່ານສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ
(ADB) ປະຈຳລາວ ຖະແຫຼງວ່າ ລັດຖະບານລາວ ຂາດກດຸນງົບປະມານໃນປີ 2018
ທີ່ອັດຕາສະເລ່ຍເຖິງ 4.9 ເປີເຊັນ ຂອງ GDP ທັງຍັງຄາດວ່າ ຈະເພີ້ມຂຶ້ນອີກໃນປີ
2019 ຖ້າຫາກການຈັດເກັບລາຍຮັບ ແລະຄຸມລາຍຈ່າຍບໍ່ໄດ້ຕາມແຜນການທີ່ວາງໄວ້
ຢ່າງແທ້ຈິງ ໂດຍປີ 2019 ລັດຖະບານລາວ ໄດ້ວາງແຜນຈະຈັດເກັບລາຍຮັບໃຫ້ໄດ້
26,300 ກວ່າຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງ GDP ແລະຈະຄວບຄຸມລາຍຈ່າຍ
ໃຫ້ຢູ່ໃນມູນຄ່າ 33,390 ຕື້ກີບ ເພື່ອເຮັດໃຫ້ການຂາດດຸນງົບປະມານ ບໍ່ເກີນ 4.28
ເປີເຊັນ ຂອງ GDP ແຕ່ກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ.
ທາງດ້ານກະຊວງພາຍໃນ ກໍກວດພົບວ່າ ໃນຈຳນວນພະນັກງານລັດ 35,000 ກວ່າຄົນ
ນັ້ນ ມີຢູ່ເຖິງ 2,800 ກວ່າຄົນທີ່ມີຊື່ ນາມສະກຸນ ແລະວັນ ເດືອນ ປີເກີດຊ້ຳກັນ ແຕ່ມີຕຳ
ແໜ່ງຢູ່ຄົນລະບ່ອນ ແລະຮັບເງິນເດືອນໃນທັງ 2 ຕຳແໜ່ງ ຈຶ່ງເຮັດໃຫ້ລັດຖະບານສູນ
ເສຍງົບປະມານໄປບໍ່ໜ້ອຍໃນແຕ່ລະເດືອນ ຊຶ່ງປັດຈຸບັນ ລັດຖະບານລາວມີພະນັກງານ 284,870 ກວ່າຄົນທົ່ວປະເທດ ທີ່ ລວມທະຫານ ແລະຕຳຫລວດດ້ວຍ.