ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຫວັງວ່າ ການຮ່ວມມືກັບ ສຫລ ຈະເພີ້ມຂຶ້ນ ພາຍໃຕ້ລັດຖະບານ ທ. ໄບເດັນ ທີ່ມີແນວໂນ້ມ ຮັດແໜ້ນສາຍພົວພັນກັບ ອາຊຽນ


ລິງໂດຍກົງ

ສໍາພາດພະນະທ່ານ ຄໍາພັນ: ບົດບາດ ສຫລ ໃນເອເຊຍຕາເວັນອອກສຽງໃຕ້ ແລະ ການພົວພັນ 2 ຝ່າຍ ປີ 2020

ຂະນະທີ່ລັດຖະບານລາວ ແລະສະຫະລັດພາຍໃຕ້ລັດຖະບານຂອງປະທານາທິບໍດີດໍໂນລ ທຣໍາ ປະສົບກັບຂໍ້ຫຍຸ້ງຍາກທີ່ເກີດມາຈາກການເພີ້ມຂໍ້ຈໍາກັດທາງດ້ານວີຊາເຂົ້າສະຫະລັດ ສໍາລັບປະຊາຊົນລາວ ແຕ່ພາຍໃຕ້ຄະນະລັດຖະບານທ່ານໂຈ ໄບເດັນ ທີ່ເລີ້ມສະແດງ ໃຫ້ເຫັນແນວໂນ້ມວ່າ ມີນະໂຍບາຍການຕ່າງປະເທດ ທີ່ຈະແນໃສ່ເຮັດໃຫ້ການພົວພັນຂອງສະຫະລັດກັບຂົງເຂດເອເຊຍຕາເວັນອອກສຽງໃຕ້ມີຄວາມເລິກເຊິ່ງຂຶ້ນນັ້ນ ລາວກໍມີຄວາມມຸ້ງຫວັງວ່າ ການພົວພັນແລະຮ່ວມມືກັນແບບສອງຝ່າຍຈະເພີ້ມທະວີຂຶ້ນກວ່າເກົ່າ ຊຶ່ງບົວສະຫວັນ ຈະນໍາເອົາ ລາຍລະອຽດກ່ຽວກັບເລື້ອງນີ້ ຈາກການສໍາ ພາດພິເສດກັບ ທ່ານເອກອັກຄະລັດຖະທູດ ລາວ ປະຈໍາສະຫະລັດ ແລະກາ ນາດາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ພາຍໃຕ້ຄະນະລັດຖະບານຊຸດໃໝ່ຂອງສະຫະລັດ ທີ່ນໍາພາໂດຍປະທານາທິບໍດີທີ່ຖືກເລືອກໃໝ່ ກໍຄືທ່ານໂຈ ໄບເດັນ ທີ່ມາຈາກພັກເດໂມແຄຣັດນີ້ ແມ່ນເລີ້ມສະແດງໃຫ້ເຫັນແນວໂນ້ມວ່າ ຈະມີນະໂຍບາຍການຕ່າງປະເທດ ທີ່ແນໃສ່ເຮັດໃຫ້ການພົວພັນຂອງສະຫະລັດກັບຂົງເຂດເອເຊຍຕາເວັນອອກສຽງໃຕ້ ມີຄວາມເລິກເຊິ່ງຂຶ້ນ, ອີງຕາມການວິເຄາະຂອງນັກຊ່ຽວຊານຫລາຍທ່ານ ເຊັ່ນສາດສະດາຈານ ເດວິດ ແຊມໂບ ດ້ານການສຶກສາກ່ຽວກັບຂົງເຂດເອເຊຍທີ່ເປັນຫົວໜ້າໂຄງການນະໂຍບາຍກ່ຽວກັບຈີນ ໃນມະຫາວິທະຍາໄລ ຈອຣ໌ຈ ວໍຊິງຕັນ. ຕໍ່ສະພາບການນີ້ ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ແລະການາດາ ກໍໃຫ້ຄໍາເຫັນກ່ຽວກັບບົດບາດຂອງສະຫະລັດຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ວ່າ:

ສໍາລັບການພົວພັນສອງຝ່າຍນັ້ນ ທ່ານຄໍາພັນ ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງສາຍພົວພັນທາງການທູດລະຫວ່າງລາວກັບສະຫະລັດທີ່ສ້າງຕັ້ງຂຶ້ນມາໄດ້ 65 ປີແລ້ວນັ້ນວ່າ:

ຂະນະທີ່ການພົວພັນລະຫວ່າງລາວ ແລະ ສະຫະລັດພາຍໃຕ້ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣໍາ ໄດ້ຮັບຜົນກະທົບໃນລະດັບໃດນຶ່ງ ຈາກການເພີ້ມຂໍ້ຈໍາກັດຂຶ້ນຫລາຍຄັ້ງ ດ້ານວີຊາເຂົ້າສະຫະລັດ ສໍາລັບປະຊາຊົນລາວທົ່ວໄປ ພາຍຫລັງ ທີ່ສະຫະລັດໄດ້ຈັດເອົາລາວເຂົ້າຢູ່ໃນບັນຊີລາຍຊື່ຂອງບັນດາປະເທດທີ່ບໍ່ຮັບເອົາຄົນທີ່ຖືກສັ່ງໃຫ້ເນລະເທດນັ້ນ ກັບຄືນໄປໃນຕົ້ນປີ 2018 ເປັນຕົ້ນມາ ຊຶ່ງໄດ້ເຮັດ ໃຫ້ລັດຖະບານລາວ ຕ້ອງໄດ້ຈັດຕັ້ງປະຕິບັດການຮັບເອົາບຸກຄົນຢູ່ໃນບັນຊີດັ່ງກ່າວກັບໄປຈໍານວນນຶ່ງ ຊຶ່ງທ່ານຄໍາພັນໄດ້ອະທິບາຍເຖິງຂັ້ນຕອນທີ່ ກ່ຽວຂ້ອງ ກັບການ ແກ້ໄຂບັນຫານີ້ຢ່າງລະອຽດສູ່ຟັງດັ່ງນີ້:

ທ່ານໄດ້ສະແດງຄວາມຫວັງໄປໃນແງ່ດີວ່າ ສໍາລັບລັດຖະບານສະຫະລັດຊຸດໃໝ່ ນີ້ຈະມີການຮ່ວມມືກັນເພີ້ມຂຶ້ນ ແລະລັດຖະບານລາວແມ່ນພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບ ລັດຖະບານສະຫະລັດໃນທຸກໆດ້ານ ໂດຍອີງໃສ່ຂໍ້ຜູກພັນໃນຖະແຫລງການຄູ່ຮ່ວມມືແບບກວມລວມທີ່ສອງປະເທດໄດ້ເຊັນນໍາກັນໃນໄລຍະທີ່ ອະດີດປະທານາທິບໍດີ ບາຣັກໂອບາມາໄປຢ້ຽມຢາມລາວຢ່າງເປັນປະຫວັດການໃນປີ 2016 ນັ້ນ. ສ່ວນການຮ່ວມມືສອງຝ່າຍດ້ານມະນຸດສະທໍາໃນຫລາຍທົດສະວັດຜ່ານມາ ນີ້ແມ່ນມີຄວາມກ້າວໜ້າຢ່າງຫຼວງຫລາຍ ຊຶ່ງພວກເຮົາຈະນໍາມາສະເໜີທ່ານໃນວັນພຸດຕໍ່ໄປ.

ສະຫລຸບແລ້ວ ລັດຖະບານລາວແມ່ນຮັບຮູ້ເຖິງບົດບາດຄວາມສໍາຄັນຂອງສະຫະ ລັດ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ເຖິງແມ່ນວ່າ ໃນໄລຍະມໍ່ໆມານີ້ ລັດຖະບານ ຂອງສອງປະເທດ ຈະພົບຄວາມຫຍຸ້ງຍາກ ໃນການແກ້ໄຂບັນຫາ ການຮັບເອົາຄົນທີ່ລໍຖ້າເນລະເທດ ຈາກສະຫະລັດກັບຄືນໄປລາວກໍຕາມ ແຕ່ວ່າ ພາຍໃຕ້ລັດຖະບານຂອງ ທ່ານ ໂຈໄບເດັນ, ປະທານາທິບໍດີ ທີ່ຖືກເລືອກໃໝ່ນີ້ ທາງຝ່າຍລາວ ທີ່ກໍມີຄວາມມຸ້ງຫວັງວ່າ ຈະມີການຮ່ວມມືກັນໃນທຸກໆດ້ານເພີ້ມ ຂຶ້ນໂດຍອີງໃສ່ຂໍ້ຜູກພັນໃນຖະແຫລງການຄູ່ຮ່ວມມືແບບກວມລວມທີ່ສອງປະເທດໄດ້ເຊັນນໍາກັນໃນປີ 2016 ນັ້ນ.

XS
SM
MD
LG