ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຍັງສືບຕໍ່ມາດຕະການປິດດ່ານຊາຍແດນ ຕະຫຼອດເດືອນສິງຫາ ເພື່ອປ້ອງກັນບໍ່ໃຫ້ Covid-19 ກັບຄືນມາ ລະບາດອີກ


ດ່ານຂ້າມຊາຍແດນສາກົນລະຫວ່າງລາວ-ໄທ ຂົວມິດຕະພາບ ແຫ່ງທຳອິດ ໃນນະຄອນວຽງຈັນ ເປີດໃຫ້ລົດຂົນສົ່ງສິນຄ້າຜ່ານໄດ້ ເທົ່ານັ້ນ.
ດ່ານຂ້າມຊາຍແດນສາກົນລະຫວ່າງລາວ-ໄທ ຂົວມິດຕະພາບ ແຫ່ງທຳອິດ ໃນນະຄອນວຽງຈັນ ເປີດໃຫ້ລົດຂົນສົ່ງສິນຄ້າຜ່ານໄດ້ ເທົ່ານັ້ນ.

ທາງການລາວ ຍັງສືບຕໍ່ມາດຕະການປິດດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານ ໃນຕະຫຼອດເດືອນສິງຫາ 2020 ເພາະວ່າ ເຊື້ອໄວຣັສ Covid-19 ຈະກັບຄືນມາເກີດການລະບາດໃນລາວອີກເທື່ອໃໝ່.

ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫລງຢືນຢັນວ່າ ມາດຕະການປິດດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານຍັງຈະສືບຕໍ່ໄປຈົນເຖິງວັນທີ 31 ສິງຫາ 2020 ໝາຍຄວາມວ່າ ຈະບໍ່ມີການອະນຸຍາດໃຫ້ປະຊາຊົນລາວ ແລະຊາວຕ່າງຊາດໂດຍທົ່ວໄປ ເດີນທາງເຂົ້າ-ອອກລາວຢ່າງເດັດຂາດ ທັງນີ້ເພື່ອເປັນການສະກັດກັ້ນບໍ່ໃຫ້ພະຍາດໄວຣັສ Covid-19 ກັບຄືນມາເກີດການລະບາດໃນລາວອີກເທື່ອໃໝ່ ຈຶ່ງຍັງຈະຕ້ອງສືບຕໍ່ມາດຕະການໂຈະການອອກ Visa ໃຫ້ແກ່ຊາວຕ່າງຊາດທີ່ຕ້ອງການຈະເຂົ້າມາລາວ ຮວມເຖິງການໂຈະທຸກຖ້ຽວບິນທີ່ເຊົ່າເໝົາລຳຈາກຕ່າງປະເທດທີ່ຈະເຂົ້າມາລາວ ທັງສືບຕໍ່ການປິດສະຖານບັນເທີງຕ່າງໆອີກດ້ວຍ ດັ່ງທີ່ ທ່ານບຸນກອງ ໄດ້ໃຫ້ການຢືນຢັນວ່າ:

“ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ ສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖິ່ນ ສ່ວນດ່ານສາກົນສືບຕໍ່ປິດ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ສຳລັບການຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ ສືບຕໍ່ໂຈະການອອກວີຊ້າທ່ອງທ່ຽວແລະຢ້ຽມຢາມ ສຳລັບບຸກຄົນທີ່ເດີນທາງມາຈາກ ຫຼືຜ່ານປະເທດທີ່ຍັງມີການລະບາດຂອງ Covid-19 ໃຫ້ຢຸດຊົ່ວຄາວການອະນຸຍາດຍົນເຊົ່າເໝົາລຳ.”

ໂດຍຄະນະສະເພາະກິດເພື່ອການປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໄວຣັສ Covid-19 ຍັງສືບຕໍ່ມາດຕະການກັກບໍລິເວນເປັນເວລາ 14 ວັນ ສຳລັບຄົນລາວແລະຊາວຕ່າງຊາດທຸກຄົນທີ່ເດີນທາງມາໃນລາວ ທັງກໍຍັງບໍ່ມີກຳນົດທີ່ແນ່ນອນດ້ວຍວ່າ ຈະສາມາດຢຸດການດຳເນີນມາດຕະການດັ່ງກ່າວໄດ້ເມື່ອໃດ ເພາະວ່າ ພະຍາດໄວຣັສ Covid-19 ຍັງມີການລະບາດຢູ່ໃນຫລາຍໆປະເທດທົ່ວໂລກ ຈຶ່ງເຮັດໃຫ້ທາງການລາວ ຍັງຄົງມາດຕະການເຂັ້ມງວດໃນການຄວບຄຸມ ແລະກວດສຸກຂະພາບທຸກຄົນທີ່ເດີນທາງມາລາວ ແຕ່ໃນສ່ວນຂອງມາດຕະການໂຈະການອອກວີຊ້າໃຫ້ຊາວຕ່າງຊາດນັ້ນ ໄດ້ມີກາານຍົກເວັ້ນໃຫ້ແກ່ບັນດານັກການທູດ ພະນັກງານບໍລິສັດຕ່າງຊາດ ແລະອົງການສາກົນທີ່ທມີຄວາມຈຳເປັນເທົ່ານັ້ນ ໂດຍຜ່ານມາໄດ້ກວດພົບຜູ້ຕິດໄວຣັສ Covid-19 ຈໍານວນ 20 ຄົນຈາກການສຸມກວດສຸ້ມກວດສຸກຂະພາບຄົນລາວ ແລະຊາວຕ່າງຊາດທີ່ເດີນທາງມາລາວຈຳນວນທັງໝົດເກືອບ 30,000 ຄົນ ນັບແຕ່ເດືອນມັງກອນ 2020 ເປັນຕົ້ນມາ.

ດ່ານສາກົນລາວ-ຈີນ ບໍ່ເຕ່ນ ກໍເປັນດ່ານສາກົນແຫ່ງນຶ່ງທີ່ທາງການລາວ ອອກມາດຕະການປິດດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານຍັງຈະສືບຕໍ່ໄປຈົນເຖິງວັນທີ 31 ສິງຫາ 2020.
ດ່ານສາກົນລາວ-ຈີນ ບໍ່ເຕ່ນ ກໍເປັນດ່ານສາກົນແຫ່ງນຶ່ງທີ່ທາງການລາວ ອອກມາດຕະການປິດດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານຍັງຈະສືບຕໍ່ໄປຈົນເຖິງວັນທີ 31 ສິງຫາ 2020.

ນອກຈາກນີີ້ ມາດຕະການນຶ່ງທີ່ທາງການລາວ ໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນໄລຍະຜ່ານມາ ກໍຄືການກວດສຸກຂະພາບແຮງງານຕ່າງຊາດທຸກຄົນທີ່ເດີນທາງມາຈາກປະເທດທີ່ຍັງມີການແຜ່ລະບາດຂອງໄວຣັສ Covid-19 ໂດຍຖ້າຫາກກວດພົບວ່າ ມີອາການເປັນໄຂ້ ກໍຈະສົງຕົວໄປຍັງສະຖານທີ່ກັກກັນເພື່ອກວດອາການຢ່າງລະອຽດໃນທັນທີ ສ່ວນຜູ້ທີ່ບໍ່ມີອາການໄຂ້ນັ້ນ ກໍຈະຕ້ອງກັກບໍລິເວນຕົນເອງຢູ່ແຕ່ໃນທີ່ພັກເພື່ອເຝົ້າລະວັງອາການເປັນເວລາ 14 ວັນ ໂດຍນາຍຈ້າງຈະຕ້ອງຮັບຜິດຊອບລູກຈ້າງຂອງຕົນ ແລະຈະຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ສາທາລະນະສຸກ ທີ່ໄປກວດອາການຂອງລູກຈ້າງທີ່ຖືກກັກບໍລິເວນອີກດ້ວຍ.

ທັງນີ້ ຄະນະສະເພາະກິດ ມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນພາກສ່ວນທີ່ຮັບຜິດຊອບກວດກາການເດີນທາງຂອງແຮງງານ ແລະປະຊາຊົນລາວຢ່າງເຂັ້ມງວດ ໂດຍອະນຸຍາດໃຫ້ມີການເດີນທາງພາຍໃນປະເທດເທົ່ານັ້ນ ສ່ວນແຮງງານລາວ ທີ່ເດີນທາງກັບມາຈາກຕ່າງປະເທດ ກໍຈະຖືກສົ່ງຕົວໄປກັກບໍລິເວນຢູ່ສູນຮອງຮັບໃນແຕ່ລະແຂວງເປັນເວລາ 14 ວັນ ໂດຍບໍ່ມີການຍົກເວັ້ນ ຊຶ່ງນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມາ ກໍປາກົດວ່າ ມີແຮງງານລາວ ທີ່ເດີນທາງກັບມາຈາກໄທຫຼາຍກວ່າ 3 ແສນຄົນ.

ສ່ວນທ່ານສີສະຫວາດ ສຸດທະນິລະໄຊ ຮອງຮົວໜ້າກົມຄວບຄຸມພະຍາດຕິດຕໍ່ໃນສັງກັດກະຊວງສາທາລະນະສຸກນັ້ນ ຖະແຫລງວ່າ ບັນຫາທີ່ໜ້າເປັນຫ່ວງໃນເວລານີ້ ຄືການທີ່ມີປະຊາຊົນລາວຈະນວນຫຼາຍ ບໍ່ເຂົ້ມງວດປະຕິບັດມາດຕະການປ້ອງກັນການລະບາດຂອງໄວຣັສ Covid-19 ເພາະວ່າ ການກວດບໍ່ພົບຜູ້ຕິດເຊື້ອລາຍໃໝ່ໃນລາວ ນັບຈາກວັນທີ 13 ເມສາ 2020 ເປັນຕົ້ນມາ ເຮັດໃຫ້ປະຊົນລາວຈຳນວນບໍ່ນ້ອຍໄດ້ພາກັນໃຈວ່າ ບໍ່ມີເຊື້ອໄວຣັສ Covid-19 ຢູ່ພາຍໃນລາວອີກແລ້ວ ຫາກມີພຽງຜູ້ຕິດເຊື້ອລາຍໃໝ່ທີ່ເດີນທາງມາຈາກຕ່າງປະເທດເທົ່ານັ້ນ ຈຶ່ງເຮັດໃຫ້ປະຊາຊົນລາວຈຳນວນບໍ່ນ້ອຍພາກັນລົດລະດັບຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການລະບາດຂອງໄວຣັສ Covid-19 ໂດຍສະເພາະຢູ່ຕາມຮ້ານກິນດື່ມ ແລະສະຖານບັນເທີງຕ່າງໆນັ້ນ ຖືເປັນສະຖານທີ່ທີ່ມີຄວາມສ່ຽງຫຼືມີຄວາມເປັນໄປໄດ້ທີ່ໄວຣັສ Covid-19 ຈະກັບຄືນມາເກີດການລະບາດໃນລາວອີກເທື່ອໃໝ່.

XS
SM
MD
LG