ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ​ຖະ​ບານ​ລາວ ​ຈັດ​ເກັບ​ລາຍ​ຮັບ ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ ປີ 2019 ​ຈຶ່ງ​ຕ້ອງ​ຮ້ອງ​ຂໍ ​ການຊ່ອຍ​ເຫຼືອ ​ຈາກ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ


ພິ​ທີ​ເຊັນ​ສັນ​ຍາ​ກູ້​ຢືມ​ເງິນ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ຂອງ​ລັດ​ຖະ​ບານ​ລາວ
ພິ​ທີ​ເຊັນ​ສັນ​ຍາ​ກູ້​ຢືມ​ເງິນ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ຂອງ​ລັດ​ຖະ​ບານ​ລາວ

ລັດ​ຖະ​ບານ​ລາວ ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ປີ 2019 ເຮັດ​ໃຫ້​ຈະ​ຕ້ອງ​ຮ້ອງ​ຂໍ​ການ​ຊ່ອຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ ຫາກ​ແຕ່​ນາ​ນາ​ຊາດ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ​ລາວ ພຽງ 77 ເປີ​ເຊັນ​ ໃນ​ 9 ເດືອນ​ທີ່​ຜ່າ​ນ​ມາ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ໃນ​ກະ​ຊວງ​ການ​ເງິນ ເປີດ​ເຜີຍ​ວ່າ ລັດ​ຖະ​ບານ​ລາວ ຈະ​ບໍ່​ສ​າ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ແຜນ​ການ​ງົບ​ປະ​ມານ​ລາຍ​ຮັບ-ລາຍ​ຈ່າຍ ໃນ​ປີ 2019 ນີ້ ຢ່າງ​ແນ່ນອນ ເນື່ອງ​ຈາກວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຊ່ວງ 9 ເດືອນ​ຜ່ານ​ມາ ລັດ​ຖະ​ບານ​ລາວ ຈັດ​ເກັບ​ລາຍ​ຮັບ​ໄດ້​ພຽງ 17,261.75 ຕື້​ກີບ ຄິດ​ເປັນ 65.6 ເປີ​ເຊັນ​ຂອງ​ແຜນ​ການ​ປີ ແລະ​ໃນ​ຂະ​ນະ​ດຽວ​ກັນ ກໍ​ປະ​ຕິ​ບັດ​ລາຍ​ຈ່າຍ​ໄດ້​ພຽງ 18,558.17 ຕື້​ກີບ ຄິດ​ເປັນ 55.6 ເປີ​ເຊັນ ຂອງ​ແຜນ​ການ​ຕະຫຼອດ​ປີ 2019 ນີ້.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ໃນ​ກະ​ຊວງ​ການ​ເງິນ ໃຫ້​ການ​ຢືນ​ຢັນ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ລາວ ໃນ​ຊ່ວງ 9 ເດືອນ​ດັ່ງ​ກ່າວ ມີ​ພຽງ​ແຕ່​ກາ​ປະ​ຕິ​ບັດ​ໃນ​ດ້ານ​ເງິນ​ເດືອນ ແລະ​ເງິນ​ອຸດ​ໜຸນ​ຕ່າງໆ ສຳ​ລັບ​ພະ​ນັກ​ງານ​ເທົ່າ​ນັ້ນ ທີ່​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ສ່ວນ​ໃນ​ດ້ານ​ອື່ນໆ​ລ້ວນ​ແລ້ວ​ແຕ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ພາກ​ລັດ ເຂົ້າ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ເພື່ອ​ຍົກ​ລະ​ດັບ​ຄຸ​ນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າໃຫ້​ດີ​ຂຶ້ນ ກໍ​ປາ​ກົດ​ວ່າ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ພຽງ 47.7 ເປີ​ເຊັນ ຂອງ​ແຜນ​ການ​ປີ​ເທົ່າ​ນັ້ນ.

​ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ກ່າວ​ຖະ​ແຫລງ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ
​ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ກ່າວ​ຖະ​ແຫລງ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່ານນີ້ ຍັງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ຂໍ​ການ​ຊ່ອຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ອີກ​ດ້ວຍ ທັງ​ນີ້ ໃນ​ຊ່ວງ 9 ເ​ດືອນ​ທີ່​ຜ່ານ​ມາ ລັດ​ຖະ​ບານ​ລາວ ໄດ້​ຮັບ​ການ​ຊ່ອຍ​ເຫຼືອ ແລະ​ກູ້​ຢືມ​ຈາກ​ຕ່າງ​ປະ​ເທດ ໃນ​ມູນ​ຄ່າ​ເກີນກວ່າ 5,452 ຕື້​ກີບ ຄິດ​ເປັນ 77 ເປີ​ເຊັນ ຂອງ​ແຜນ​ການ​ປີ ຈຶ່ງ​ຍັງ​ເຫຼືອ​ອີກ 1,628 ກວ່າ​ຕື້​ກີບ ທີ່​ຈະ​ຕ້ອງ​ຂໍ​ການ​ຊ່ອຍ​ເຫຼືອ ແຕ່​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ທີ່​ຈະ​ໄດ້​ຕາມ​ຄວາມ​ຕ້ອງ​ການ ເພາະ​ຕ່າງ​ຊາດ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ​ລ້າ ແກ່​ລາວ​ພຽງ 821.44 ຕື້​ກີບ​ເທົ່າ​ນັ້ນ ໃນ​ຊ່ວງ 9 ເດືອນ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ດຽວ​ກັນ ລັດ​ຖະ​ບານ​ລາວ ກໍ​ມີ​ທາງ​ເລືອກ​ເຫຼືອບໍ່ຫຼາຍ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ເພີ້ມ​ຂຶ້ນ ດັ່ງ​ທີ່​ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ໄດ້​ຖະ​ແຫລງຍອມ​ຮັບ​ວ່າ:

“ໃນ​ສອງ​ເດືອນ​ທີ່​ຍັງ​ເຫຼືອ​ທ້າຍ​ປີ 2019 ນີ້ ທາງ​ດ້ານ​ລາຍ​ຮັບ​ນີ້ ແມ່ນ​ຈະ​ສຸມ​ໃສ່​ເກັບ​ລາຍ​ຮັບ​ທຸ​ລະ​ກິດ​ຂຸດ​ຄົ້ນ​ບໍ່​ແຮ່ ໄຟ​ຟ້າ​ນ້ຳ​ຕົກ ໂຄງ​ການ​ສາຍ​ສົ່ງ​ໄຟ​ຟ້າ ໂຄງ​ການ​ສ້າງ​ທາງ​ລົດ​ໄຟ​ ພ້ອມ​ກັນ​ນັ້ນ ກໍ​ຈະ​ໄດ້​ສືບ​ຕໍ່​ໂຄງ​ການ​ຫັນ​ເປັນ​ທັນ​ສະ​ໄໝ ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ມັນ​ໄວ ແລະ​ມີ​ຄວາມ​ຮັດ​ກຸມ​ຂຶ້ນ​ຂຶ້ນກວ່າ​ເກົ່າ ຄຸ້​ມຄອງ​ການ​ເກັບ​ພັນ​ທະ​ພາ​ສີ​ອາ​ກອນ ຈາກ​ການ​ນຳ​ເຂົ້າ​ສິນ​ຄ້າ​ເປັນ​ຕົ້ນ​ແມ່ນ ວັດ​ຖຸ​ອຸ​ປະ​ກອນ ພາ​ຫະ​ນະ ກົນ​ຈັກ ນ້ຳ​ມັນ​ເຊື້ອ​ໄຟ ແລະ​ອື່ນໆ​ໃຫ້​ມັນ​ເຂັ້ມ​ງວດ.”

ສ່ວນ​ນັກ​ເສດ​ຖະ​ສາດ ໃນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ຫຼື ADB ຄາດ​ວ່າ ລັດ​ຖະ​ບານ​ລາວ ຈະ​ຂາດ​ດຸນ​ທາງ​ດ້ານ​ງົບ​ປະ​ມານ​ເກີນກວ່າ ແຜນ​ການ​ວາງ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 4.9 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ ຫຼື GDP ໃນ​ປີ 2019 ນີ້ ໂດຍ​ພິ​ຈາ​ລະ​ນາ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ລາຍ​ຮັບ ແລະ​ລາຍ​ຈ່າຍ​ໃນ​ໄລ​ຍະ 9 ເດືອນ​ທີ່​ຜ່ານ​ມາ ກໍ​ເຊື່​ອ​ວ່າ ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ງົບ​ປະ​ມານ​ໃນ​ອັດ​ຕາ​ສະ​ເລ່ຍ​ທີ່​ສູງກວ່າ 7 ເປີ​ເຊັນ ຂອງ GDP ແລ້ວ ເພາະ​ການ​ຈັດ​ເກັບ​ລາຍ​ຮັບ​ບໍ່​ໄດ້​ຕາມ​ແຜນ​ການ ສ່ວນ​ດ້ານ​ລາຍ​ຈ່າຍ​ພາກ​ລັດ ກໍ​ຍັງ​ສູງກວ່າ​ແຜນ​ການ ເນື່ອງ​ຈາກວ່າ ລັດ​ຖະ​ບານ​ລາວ ຕ້ອງ​ນ້ຳ​ໃຊ້​ງົບ​ປະ​ມານ​ເພື່ອ​ຟື້ນ​ຟູ​ສະ​ພາບ​ການ​ຕ່າງໆ​ ຫລັງ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທັງ​ໃນ​ປີ 2018 ແລະ​ປີ 2019 ນັ້ນ​ເອງ.

​ໃນ​ຊ່ວງ 9 ເດືອນ​ຜ່ານ​ມາ ລັດ​ຖະ​ບານ​ລາວ ຈັດ​ເກັບ​ລາຍ​ຮັບ​ໄດ້​ພຽງ 17,261.75 ຕື້​ກີບ ຄິດ​ເປັນ 65.6 ເປີ​ເຊັນ​ຂອງ​ແຜນ​ການ​ປີ ແລະ​ໃນ​ຂະ​ນະ​ດຽວ​ກັນ ກໍ​ປະ​ຕິ​ບັດ​ລາຍ​ຈ່າຍ​ໄດ້​ພຽງ 18,558.17 ຕື້​ກີບ ຄິດ​ເປັນ 55.6 ເປີ​ເຊັນ ຂອງ​ແຜນ​ການ​ຕະຫຼອດ​ປີ 2019 ນີ້.
​ໃນ​ຊ່ວງ 9 ເດືອນ​ຜ່ານ​ມາ ລັດ​ຖະ​ບານ​ລາວ ຈັດ​ເກັບ​ລາຍ​ຮັບ​ໄດ້​ພຽງ 17,261.75 ຕື້​ກີບ ຄິດ​ເປັນ 65.6 ເປີ​ເຊັນ​ຂອງ​ແຜນ​ການ​ປີ ແລະ​ໃນ​ຂະ​ນະ​ດຽວ​ກັນ ກໍ​ປະ​ຕິ​ບັດ​ລາຍ​ຈ່າຍ​ໄດ້​ພຽງ 18,558.17 ຕື້​ກີບ ຄິດ​ເປັນ 55.6 ເປີ​ເຊັນ ຂອງ​ແຜນ​ການ​ຕະຫຼອດ​ປີ 2019 ນີ້.

ນັກ​ເສດ​ຖະ​ສາດ​ຂອງ ADB ໃຫ້​ການ​ຢືນ​ຢັນ​ດ້ວຍ​ວ່າ ລັດ​ຖະ​ບານ​ລາວ ຈະ​ປະ​ເຊີນ​ບັນ​ຫາ​ຂາດ​ດຸນ​ທາງ​ດ້ານ​ງົບ​ປະ​ມານ​ເພີ້ມ​ຂຶ້ນ​ອີກ ເພາະ​ຄາດ​ວ່າ ລາຍ​ຮັບ​ຂອງ​ລັດ​ຖະ​ບານ​ລາວ ໃນ​ຕະຫຼອດ​ແຜນ​ການ​ປີ 2019 ຈະ​ບໍ່​ເກີນ 19,440 ຕື້​ກີບ ຫາກ​ແຕ່​ກໍ​ມີ​ລາຍ​ຈ່າຍ​ທີ່​ຕັ້ງ​ໄວ້​ເກີນກວ່າ 33,300 ຕື້​ກີບ ຊຶ່ງ​ຖ້າ​ຫາກບໍ່​ມີ​ການ​ປັດ​ລົດ​ລົງ ກໍ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ຕ້ອງ​ເພິ່ນ​ພາ​ການ​ຊ່ອຍ​ເຫຼືອ ແລະ​ກູ້​ຢືມ​ຈາກ​ຕ່າງ​ປະ​ເທດ ເກີນກວ່າ 13,860 ຕື້​ກີບ ຊຶ່ງ​ເປັນ​ໄປ​ໄດ້​ຍາກ ເພາະ​ລັດ​ຖະ​ບານ​ລາວ ມີ​ພາ​ລະ​ໜີ້​ສິນ​ຕ່າງ​ປະ​ເທດ​ໃນ​ອັດ​ຕາ​ທີ່​ສູງ​ແລ້ວນັ້ນ​ເອງ.

ທາ​ງາ​ດ້ານ​ຊ່ຽວ​ຊານ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ ໃຫ້​ການ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ລາວ ຈະ​ປະ​ເຊີນ​ກັບ​ການ​ເປັນ​ໜີ້​ເງິນ​ກູ້​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ຈາກ 12,104 ລ້ານ​ໂດ​ລາ ຫຼືກວ່າ 65 ເປີ​ເຊັນ​ ຂອງ GDP ໃນ​ປີ 2018 ເປັນ 13,491 ລ້ານ​ໂດ​ລາ ຫຼື ເທົ່າ​ກັບ 68 ເປີ​ເຊັນ ຂອງ GDP ໃນ​ປີ 2019 ທັງ​ຍັງ​ຈະ​ຂາດ​ດຸນ​ງົບ​ປະ​ມານ​ເຖິງ 9.5 ເປີ​ເຊັນ ຂອງ GDP ໃນ​ປີ 2019 ອີກ​ດ້ວຍ ຖ້າ​ຫາກ​ການ​ຈັດ​ເກັບ​ລາຍ​ຮັບ ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ຄື​ໃນ​ໄລ​ຍະ 9 ເດືອນ​ທີ່​ຜ່ານ​ມາ.

XS
SM
MD
LG