ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຄາດຫວັງ ຈະໄດ້ຮັບ ການຊ່ອຍເຫຼືອ ຈາກກອງທຶນ ເພື່ອການພັດທະນາ ຂອງຈີນ


ທາງການລາວກັບຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລື ການຮ່ວມມືໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ ຮ່ວມກັນ ຄັ້ງທຳອິດ ເມື່ອເດືອນກຸມພາ 2018 ທີ່ນະຄອນວຽງຈັນ
ທາງການລາວກັບຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລື ການຮ່ວມມືໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ ຮ່ວມກັນ ຄັ້ງທຳອິດ ເມື່ອເດືອນກຸມພາ 2018 ທີ່ນະຄອນວຽງຈັນ

ລັດຖະບານລາວ ຄາດຫວັງທີ່ຈະໄດ້ຮັບການຊ່ອຍເຫຼືອຈາກຈີນຫຼາຍຂຶ້ນ ໂດຍສະເພາະ
ແມ່ນການຊ່ອຍເຫຼືອ ຈາກກອງທຶນເພື່ອການພັດທະນາພາຍໃຕ້ແຜນການ ນຶ່ງແລວ-
ນຶ່ງເສັ້ນທາງ ຂອງປະທານປະເທດຈີນນັ້ນ.

ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກລັດຖະບານລາວ ຖະແຫລງວ່າ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງກ່ານໃຫ້ໜ່ວຍງານທີ່ກ່ຽວຂ້ອງ ໃນ
ແຜນການນຶ່ງແລວ-ນຶ່ງເສັ້ນທາງ ຫຼື Belt & Road Initiative ທີ່ເປັນການລິເລີ້ມຂອງ
ທ່ານສີ ຈິ້ນຜິງ ປະທານປະເທດຈີນນັ້ນ ຈະຕ້ອງປະສານການຮ່ວມມືກັນ ຢ່າງແຂງແຮງ
ໃນຕະຫຼອດປີ 2019 ນີ້ ພາຍໃຕ້ເປົ້າໝາຍເພື່ອການຍາດແຍ່ງເອົາການຊ່ອຍເຫຼືອ ຈາກ
ກອງທຶນເພື່ອການພັດທະນານຶ່ງແລວ-ນຶ່ງເສັ້ນທາງ ໃຫ້ໄດ້ຫຼາຍຂຶ້ນ ດັ່ງທີ່ ທ່ານຈະເລີນ ໄດ້ຢືນຢັນວ່າ:

“ນະໂຍບາຍນຶ່ງແລວ-ນຶ່ງເສັ້ນທາງ ແມ່ນມີຄວາມໝາຍສຳຄັນຕໍ່ການພັດທະນາ
ປະເທດຊາດຂອງພວກເຮົາ ໃນສະເພາະໜ້າ ແລະຍາວນານ ຍ້ອນແນວນັ້ນ ບັນດາ ຂະແໜງການທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ ຄົ້ນຄວ້າກາລະໂອກາດຄວາມເປັນ
ໄປໄດ້ ທ່າແຮງ ເປັນຕົ້ນແມ່ນທາງດ້ານທຶນຮອນທີີ່ມີ ຊຶ່ງທ່ານປະທານປະເທດ ສີ
ຈິ້ນຜິງ ກໍໄດ້ປະກາດ 9 ລາຍການ ຊຶ່ງພົວພັນເຖິງທຶນຮອນຕ່າງໆ ທີ່ຕິດພັນກັບຂໍ້ລິ
ເລີ້ມ ນຶ່ງແລວທາງ-ນຶ່ງເສັ້ນທາງ ຍ້ອນແນວນັ້ນ ພວກເຮົາຕ້ອງໄດ້ຄົ້ນຄວ້າລາຍ
ລະອຽດ ເພື່ອຈະຍາດແຍ່ງໄດ້ອັນໃດແດ່ ໃນການຊ່ອຍເຫຼືອດັ່ງກ່າວ.

ທາາງດ້ານທ່ານຫວັງ ເຫວິນທຽນ ເອກອັກຄະລັດຖະທູດປະຈຳລາວ ຖະແຫລງຢືນຢັນ
ວ່າ ລັດຖະບານຈີນ ໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວ ໃນມູນຄ່າ 4,000 ລ້ານ
ຢວນໃນໂອກາດທີ່ ທ່ານສີ ຈິ້ນຜິງ ປະທານປະເທດຈີນ ເດີນທາງຢ້ຽມຢາມ ສປປ ລາວ
ຢ່າງເປັນທາງການ ໃນທ້າຍປີ 2017 ແລະໃນປັດຈຸບັນນີ້ ທາງການຈີນ ກໍໄດ້ປະສານ
ງານຢ່າງໃກ້ຊິດ ກັບພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ເພື່ອຈັດຕັ້ງປະຕິບັດ
ພາກຕົວຈິງ ໃນຕະຫຼອດປີ 2018 ແລະຍັງຄົງສືບຕໍ່ການຮ່ວມມືຈົນເຖິງປັດຈຸບັນ.

ໂດຍການຊ່ອຍເຫຼືອດັ່ງກ່າວນີ້ ແນໃສ່ການພັດທະນາ ເພື່ອຍົກລະດັບຄຸນນະພາບຊີວິດ
ການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນ ດ້ວຍການພັດທະນາ ໃນຂົງເຂດ
ການສຶກສາ ສາທາລະນະສຸກ ເທັກໂນໂລຈີ ກະສິກຳ ການຄ້າ ແລະການກໍ່ສ້າງຊັບພະ-
ຍາກອນມະນຸດ ທີ່ປະກອບມີ 8 ໂຄງການໃຫຍ່ດ້ວຍກັນ ເຊັ່ນໂຄງການ 100 ບ້ານ
ຕ້ອງມີນ້ຳປະປາ 100 ບ້ານ ຕ້ອງມີໄຟຟ້າ 100 ບ້ານ ຕ້ອງມີສຸກສາລາ 100 ບ້ານ
ຕ້ອງມີດິຈິດໂຕລ ໂຄງການສຶກສາທາງໄກ ໂຄງການຝຶກອົບຮັມບຸກຄະລາກອນ
ສະເພາະດ້ານ ເພື່ອການປົກປັກຮັກສາສິ່ງແວດລ້ອມທຳມະຊາດ ໂຄງການຍົກ
ລະດັບຄຸນນະພາບການຮຽນ-ການສອນຂອງຄູໍໍຊົນນະບົດ ແລະໂຄງການສ້າງ
ເວທີໃນ ອິນເຕີເນັດ ເພື່ອຊ່ອຍຊາວກະສິກອນ ໃນຊົນນະບົດທັງໃນດ້ານການຜະ
ລິດ-ການຕະຫຼາດ ແລະການສົ່ງສິນຄ້າ ເປັນຕົ້ນ.

ພິທີ ປະກາດຜົນສຳເລັດໃນການເຈາະອຸໂມງ ໂດຍບໍລິສັດຈີນ ຂອງໂຄງການທາງລົດໄຟ ລາວ-ຈີນ ທີ່ບໍ່ເຕັນ ແຂວງຫຼວງນ້ຳທາ
ພິທີ ປະກາດຜົນສຳເລັດໃນການເຈາະອຸໂມງ ໂດຍບໍລິສັດຈີນ ຂອງໂຄງການທາງລົດໄຟ ລາວ-ຈີນ ທີ່ບໍ່ເຕັນ ແຂວງຫຼວງນ້ຳທາ

ທ່ານຫວັງ ເຫວິນທຽນ ຢືນຢັນວ່າ ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາ
ຕ່າງໆໃນລາວ ດ້ວຍການຊ່ອຍເຫຼືອດ້ານງົບປະມານ ແລະເທັກນິກ ຈາກຈີນດັ່ງກ່າວ
ຖືເປັນການຢັ້ງຢືນໃຫ້ເຫັນເຖິງການເປັນຮຸ້ນສ່ວນຍຸດທະສາດ ການພົວພັນຮ່ວມມື
ຮອບດ້ານ ລະຫວ່າງ ລາວ-ຈີນ ໄດ້ຢ່າງຊັດເຈນ ໂດຍລັດຖະບານຈີນ ຍັງຈະສືບຕໍ່
ໃຫ້ການຊ່ອຍເຫຼືອລັດຖະບານລາວ ກໍຄືປະຊາຊົນລາວບັນດາເຜົ່າ ຕະຫຼອດໄປ
ອີກດ້ວຍ ເພາະຖືເປັນພາກສ່ວນສຳຄັນໃນການຮ່ວມມື ລະຫວ່າງ ລາວ-ຈີນ ໃນ
ແຜນການນຶ່ງແລວ-ນຶ່ງເສັ້ນທາງ ນັ້ນເອງ.

ທັງນີ້ ໂດຍທາງການລາວກັບຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລືການຮ່ວມມື
ໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ ຮ່ວມກັນ ຄັ້ງທຳອິດ ເມື່ອເດືອນກຸມພາ 2018
ທີ່ນະຄອນວຽງຈັນ ໂດຍມີຜູ້ຕາງໜ້າທັງສອງຝ່າຍເຂົ້າຮ່ວມ 600 ກວ່າຄົນ ເພື່ອຜັນ
ຂະຫຍາຍການຮ່ວມມືຢ່າງເປັນຮູບປະທຳ ທັງນີ້ ທ່ານສະເຫຼີມໄຊ ກົມມະສິດ ລັດຖະ-
ມົນຕີ ວ່າການຕ່າງປະເທດ ຢືນຢັນວ່າ ແຜນການນຶ່ງແລວ-ນຶ່ງເສັ້ນທາງ ຈະຊ່ອຍໃຫ້
ລາວ ພັດທະນາໄປເປັນສູນກາງ ການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງ ໃນລຸ່ມແມ່
ນ້ຳຂອງ ແລະອາຊຽນ ໃນອະນາຄົດ ໂດຍສະເພາະແມ່ນການກໍ່ສ້າງທາງລົດໄຟ
ລາວ-ຈີນ ທີ່ກຳລັງກໍ່ສ້າງຢູ່ໃນປັດຈຸບັນນີ້ ຖືເປັນສິ່ງທີີ່ຮັບປະກັນວ່າ ລາວ ໄດ້ເຂົ້າເປັນ
ສ່ວນນຶ່ງ ໃນນຶ່ງແລວ-ນຶ່ງເສັ້ນທາງຂອງຈີນ ຢ່າງເຕັມຕົວແລ້ວ.

ສ່ວນທ່ານວໍຣະສັກ ມະຫັດທະໂນບົນ ອາຈານຄະນະລັດຖະສາດ ຈຸລາລົງກອນ
ມະຫາວິທະຍາໄລໃນໄທ ໃຫ້ທັດສະນະວ່າ ການເປັນຮຸ້ນສ່ວນຍຸດທະສາດ ລະຫວ່າງ
ຈີນກັບລາວ ກໍຄື ສ່ວນປະກອບນຶ່ງໃນແຜນການນຶ່ງແລວ-ນຶ່ງເສັ້ນທາງຂອງຈີນ ຊຶ່ງ
ເຫັນໄດ້ຈາກຂໍ້ຕົກລົງວ່າດ້ວຍການສ້າງແລວເສດຖະກິດ ລາວ-ຈີນ ທີ່ເນັ້ນການພັດ
ທະນາ ເທັກໂນໂລຈີ ວິທະຍາຍາດ ກະສິກຳ ຊັບພະກອນມະນຸດ ອຸດສາຫະກຳ ແລະ
ການຄ້າ ພະລັງງານ ແລະພື້ນຖານໂຄງລ່າງຕ່າງໆ ທີ່ຈີນ ເປັນຝ່າຍລົງທຶນ ແລະໃຫ້
ການຊ່ອຍເຫຼືອແກ່ລາວ ເປັນຫລັກ.

XS
SM
MD
LG