ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວສ້າງອາຊີບເສີມ ໃນລະຫວ່າງຄວາມຫຍຸ້ງຍາກ ຂອງໂຣກລະບາດ COVID-19


ແມ່ຍິງຄົນນຶ່ງຊື້ຊີ້ນຢູ່ຕະຫຼາດແຫ່ງນຶ່ງໃນປະເທດ ລາວ.
ແມ່ຍິງຄົນນຶ່ງຊື້ຊີ້ນຢູ່ຕະຫຼາດແຫ່ງນຶ່ງໃນປະເທດ ລາວ.

COVID-19 ຍັງສືບຕໍ່ ສົ່ງຜົນກະທົບ ທາງເສດຖະກິດຕໍ່ຫຼາຍປະເທດ ເຖິງແມ່ນໂຣກລະບາດດັ່ງກ່າວໄດ້ດຳເນີນມາປີກວ່າແລ້ວກໍຕາມ. ເສດຖະກິດໃນຫຼາຍປະເທດໄດ້ເປີດຄືນ ແລະ ການຄ້າຂາຍຕ່າງໆ ແມ່ນເກືອບວ່າຈະກັບຄືນສູ່ປົກກະຕິແລ້ວ. ແຕ່ວ່າຫຼາຍປະເທດໂດຍສະເພາະແມ່ນປະເທດທີ່ທຸກຍາກນັ້ນ, ປະຊາຊົນແມ່ນຍັງດີ້ນຮົນທີ່ຈະທຳມາຫາກິນ.

ປະຊາຊົນໃນປະເທດ ລາວ ກໍເຊັ່ນດຽວກັນ. ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ, ການທຳມາຫາກິນຂອງປະຊາຊົນແມ່ນຝືດເຄືອງ. ຫຼາຍຄົນແມ່ນໄດ້ສ້າງ ອາຊີບໃໝ່, ອາຊີບເສີມ. ຈາກການເປັນພະນັກງານນັ່ງເຮັດວຽກຢູ່ຫ້ອງການ, ກໍໄດ້ກາຍມາເປັນພໍ່ຄ້າຢ່າງບໍ່ຄາດຝັນ.

ການທີ່ປະຊາຊົນ ລາວ ເຮັດວຽກເສີມນີ້ກໍແມ່ນເນື່ອງມາຈາກເງິນເດືອນບໍ່ພໍກິນ, ບໍ່ມີໂຄງການທີ່ສ້າງລາຍໄດ້ພິເສດໃຫ້ເຮັດໃນຊ່ວງໂຣກລະບາດນີ້. ພະນັກງານລັດຖະກອນລາວ ທ່ານນຶ່ງໄດ້ຂາຍອາຫານ ຫຼັງຈາກເລີກວຽກເພື່ອຫາລາຍໄດ້ເສີມ. ເຊິ່ງລາວໄດ້ກ່າວຕໍ່ເຮົາວ່າ “ຊ່ວງນີ້ ລາຍໄດ້ແມ່ນຂາດເຂີນ. ຂ້າພະເຈົ້າຕ້ອງໄດ້ຂາຍອາຫານເພື່ອຫາເງິນເພີ່ມມາລ້ຽງຄອບຄົວເຊັ່ນປີ້ງປາ. ສຳລັບການຂາຍນັ້ນແມ່ນປະກາດຂາຍທາງ Facebook. ຂາຍເປັນໂຕ ຫຼື ຂາຍເປັນກິໂລ, ໂລນຶ່ງກະປະມານ 45 ພັນກີບ. ກໍມີໝູ່ມີຄູ່ຄົນຮູ້ຈັກມາຊື້ຊ່ວຍຢູ່.”

ການລະບາດຂອງ COVID-19 ຢູ່ປະເທດລາວ ແມ່ນຍັງຮຸນແຮງຢູ່ຄືເກົ່າ. ເຂດທີ່ຖືກກະທົບໜັກທີ່ສຸດຕອນນີ້ກໍແມ່ນແຂວງຢູ່ພາກໃຕ້. ໃນວັນພຸດວານນີ້ກໍກວດ ພົບຜູ້ຕິດເຊື້ອໃໝ່ 154 ກໍລະນີ. ລວມຜູ້ຕິດເຊື້ອທັງໝົດໃນປະເທດລາວແມ່ນ 18,059 ກໍລະນີ.

XS
SM
MD
LG