ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ກໍາລັງ ພິຈາລະນາ ທີ່ຈະເຂົ້າ ແຊກແຊງ ລາຄານ້ຳມັນທີ່ແພງ


ລູກຄ້າຄົນນຶ່ງ ກຳລັງຕື່ມນ້ຳມັນລົດຈັກ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ
ລູກຄ້າຄົນນຶ່ງ ກຳລັງຕື່ມນ້ຳມັນລົດຈັກ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ

ລັດຖະບານລາວ ມີເງິນບໍ່ພໍ ສຳລັບການແຊກແຊງລາຄານ້ຳມັນ ທີ່ປັບຕົວສູງຂຶ້ນ ຈຶ່ງ ດຳເນີນການໄດ້ພຽງປັບລົດ ການຈັດເກັບຄ່າທຳນຽມນ້ຳມັນ ເຂົ້າຄັງແຮ່ລົງ ເຫຼືອ 50
ຫາ 100 ກີບຕໍ່ລິດ ເທົ່ານັ້ນ.

ທ່ານສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຢືນຢັນວ່າ ລັດຖະບານ
ລາວ ອາດຈະພິຈາລະນາ ຕັດສິນໃຈແຊກແຊງລາຄານ້ຳມັນ ດ້ວຍການນຳໃຊ້ເງິນທຶນ
ຈາກຄັງແຮ່ ທີ່ຈັດເກັບຈາກຄ່າທຳນຽມນ້ຳມັນ ຄ່າທຳນຽມທາງ ແລະ ຄ່າກວດຄຸນນະ
ພາບນ້ຳມັນ ໃນໄລຍະທີ່ຜ່ານມາ ຖ້າຫາກວ່າ ລາຄານ້ຳມັນໃນຕະຫລາດໂລກ ຍັງປັບ
ຕົວສູງຂຶ້ນເກີນກວ່າ 80 ໂດລາຕໍ່ບາຣເຣລ ທັງນີ້ ກໍເນື່ອງຈາກວ່າ ລາຄານ້ຳມັນທີ່ປັບ
ຕົວສູງຂຶ້ນຢ່າງຕໍ່ເນື່ອງ ໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດ ຄວາມເປັນຢູ່ຂອງປະຊາຊົນ
ລາວ ຢ່າງກວ້າງຂວາງ ໂດຍສະເພາະແມ່ນຄ່າຄອງຊີບ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ
ໃນປັດຈຸບັນ.

ລາຄານ້ຳມັນ ຂອງແຕ່ລະປະເພດ ຢູ່ໃນນະຄອນຫຼວງ ວຽງຈັນ ປະຈຳ ວັນທີ 14 ມິຖຸນາ 2018
ລາຄານ້ຳມັນ ຂອງແຕ່ລະປະເພດ ຢູ່ໃນນະຄອນຫຼວງ ວຽງຈັນ ປະຈຳ ວັນທີ 14 ມິຖຸນາ 2018

ທັງນີ້ ໂດຍການປັບຂຶ້ນລາຄານ້ຳມັນ ໃນຄັ້ງວັນທີ 28 ພຶດສະພາ 2018 ໄດ້ມີການປັບ
ເພີ້ມລາຄານ້ຳມັນຂຶ້ນ ໃນອັດຕາສະເລ່ຍ 400 ກີບຕໍ່ລິດ ໂດຍເຮັດໃຫ້ລາຄາຂາຍປີກ
ນ້ຳມັນ ໃນເຂດນະຄອນວຽງຈັນ ເພີ້ມຂຶ້ນເປັນ 10,510 ກີບຕໍ່ລິດ ສຳລັບນ້ຳມັນແອັດຊັງ
ຊະນິດພິເສດ ສ່ວນນ້ຳມັນແອັດຊັງທຳມະດາ ກໍປັບຂຶ້ນເປັນ 9,370 ກີບ ແລະນ້ຳມັນ
ກາຊ້ວນ 8,400 ກີບຕໍ່ລິດ ສ່ວນແຂວງຜົ້ງສາລີ ນັ້ນ ຖືເປັນເຂດທີ່ນ້ຳມັນລາຄາແພງ
ທີ່ສຸດໃນລາວ ກໍຄື ລາຄາຂາຍປີກນ້ຳມັນແອັດຊັງຊະນິດພິເສດ ຢູ່ທີ່ລະດັບ 11,270 ກີບ
ນ້ຳມັນແອັດຊັງທຳມະດາ 10,130 ກີບ ແລະນ້ຳມັນກາຊ້ວນ 9,160 ກີບຕໍ່ລິດ.

ທາງດ້ານ ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ
ແລະການຄ້າ ຢືນຢັນວ່າ ການປັບຂຶ້ນລາຄານ້ຳມັນ ເປັນໄປຕາມກົນໄກລາຄາ ຂອງ
ນ້ຳມັນໃນຕະຫລາດໂລກ ແລະລັດຖະບານ ກໍໄດ້ຫລຸດຜ່ອນຜົນກະທົບ ດ້ວຍການລົດ
ອັດຕາການເກັບເງິນເຂົ້າຄັງແຮ່ນ້ຳມັນລົງ ຈາກ 550 ກີບ ເປັນ 50 ຫາ 100 ກີບຕໍ່ລິດ
ຊຶ່ງຖືເປັນອັດຕາທີ່ຕ່ຳສຸດ ນັບແຕ່ປີ 2014 ເປັນຕົ້ນມາ ດັ່ງທີ່ທ່ານນາງຢືນຢັນວ່າ:

“ມາຮອດທ້າຍປີ 2014 ລາຄາໄດ້ມີທ່າອຽງຫລຸດລົງ ພວກເຮົາກະແມ່ນປ່ຽນຕາມ
ຕົວຈິງ ຄືດຽວນີ້ ພວກເຮົາເຮັດນີ້ແຫລະ ນອກຈາກນັ້ນ ອັດຕາແລກປ່ຽນກໍປ່ຽນຕາມ
ອັດຕາແລກປ່ຽນຂອງທະນາຄານ ການຄ້າຕ່າງປະເທດ ແລະພວກເຮົາກໍໄດ້ເລີ້ມ
ເກັບຄັງແຮ່ ນອກຈາກນັ້ນ ພວກເຮົາກະໄດ້ເພີ້ມກອງທຶນທາງ ຈາກ 420 ເປັນ 520
ມາຮອດປີ 2016 ລັດຖະບານ ກະໄດ້ມີການອະນຸມັດໃຫ້ເກັບເລື້ອງການກວດກາ
ຄຸນນະພາບ ຫລັງຈາກນັ້ນ ກໍໄດ້ເພີ້ມຄັງແຮ່ ຖືວ່າ ມູນຄ່າສູງສຸດທີ່ເກັບຫັ້ນ ແມ່ນ
550 ແລ້ວ ມາຮອດປັດຈຸບັນນີ້ ແມ່ນໄດ້ລົງມາຮອດ 50 ກີບຕໍ່ລິດ ສຳລັບແອັດຊັງ
ທຳມະດາ ກັບກາຊ້ວນ ສ່ວນແອັດຊັງພິເສດຫັ້ນ ຍັງຮັກສາໄວ້ 100 ກີບຕໍ່ລິດ.”

ສ່ວນທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງ
ການເງິນ ກໍຍອມຮັບວ່າ ມາດຕະການແຊກແຊງລາຄານ້ຳມັນ ຂອງລັດຖະບານ ມີ
ໂອກາດທີ່ຈະເກີດຂຶ້ນໄດ້ນ້ອຍທີ່ສຸດ ເນື່ອງຈາກວ່າ ເງິນໃນຄັງແຮ່ນ້ຳມັນມີບໍ່ຫຼາຍ ຈຶ່ງ
ບໍ່ສາມາດທີ່ຈະເຂົ້າໄປແຊກແຊງລາຄານ້ຳມັນ ໃນທິດທີ່ກົງກັນຂ້າມ ກັບລາຄານ້ຳມັນ
ໃນຕະຫຼາດໂລກ ໄດ້ເລີຍນັ້ນເອງ.

ໂຮງກັ່ນນ້ຳມັນແຫ່ງທຳອິດໃນລາວ ຈະກໍ່ສ້າງແລ້ວສຳເລັດ ໃນທ້າຍປີ 2018 ໂດຍບໍລິສັດ ອຸດສາຫະກຳ ຕົງຢຽນ- ຢູນນານ ຈາກຈີນ ໃນມູນຄ່າ 180 ລ້ານໂດລາ.
ໂຮງກັ່ນນ້ຳມັນແຫ່ງທຳອິດໃນລາວ ຈະກໍ່ສ້າງແລ້ວສຳເລັດ ໃນທ້າຍປີ 2018 ໂດຍບໍລິສັດ ອຸດສາຫະກຳ ຕົງຢຽນ- ຢູນນານ ຈາກຈີນ ໃນມູນຄ່າ 180 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ທາງການລາວ ກໍຄາດຫວັງວ່າ ສະພາບການຈະດີຂຶ້ນ ເມື່ອການ
ກໍ່ສ້າງໂຮງກັ່ນນ້ຳມັນແຫ່ງທຳອິດໃນລາວ ຈະແລ້ວສຳເລັດໃນທ້າຍປີ 2018 ໂດຍ
ຈະສາມາດກັ່ນນ້ຳມັນໄດ້ເຖິງ 950 ລ້ານລິດຕໍ່ປີ ທີ່ລົງທຶນໂດຍບໍລິສັດອຸດສາຫະກຳ
ຕົງຢຽນ-ຢູນນານ ຈາກຈີນ ໃນມູນຄ່າ 180 ລ້ານໂດລາ.

ສ່ວນທ່ານ ຢາຊູຊີ ເນກີຊີ (Yasushi Negishi) ຜູ້ອຳນວຍການ ທະນາຄານພັດທະນາ
ເອເຊຍ (ADB) ປະຈຳ ສປປ ລາວ ຢືນຢັນວ່າ ການຊົມໃຊ້ນ້ຳມັນທີ່ເພີ້ມຂຶ້ນ ໄດ້ເຮັດໃຫ້
ລາວ ຕ້ອງປະເຊີນກັບການຂາດດຸນບັນຊີການຊຳລະເງິນ ເພີ້ມຂຶ້ນທຸກປີ ໂດຍຄາດວ່າ
ລາວ ຈະຂາດດຸນບັນຊີການຊຳລະເງິນເຖິງ 14.9 ເປີເຊັນ ຂອງຍອດຜະລິດຕະພັນລວມ
ພາຍໃນ ທັງໝົດໃນປີ 2018 ແລະຄາດວ່າ ລາວ ຈະນຳເຂົ້ານ້ຳມັນໃນປະລິມານລວມ
ເຖິງ 1,750 ລ້ານລິດ ເພີ້ມຂຶ້ນເກີນກວ່າ 12 ເປີເຊັນ ທຽບໃສ່ປີ 2017 ຫາກແຕ່ກໍຄາດ
ວ່າ ລາວ ຈະນຳເຂົ້ານ້ຳມັນບໍ່ເກີນ 1,000 ລ້ານລິດໃນປີ 2019 ເພາະໂຮງກັ່ນແຫ່ງ
ທຳອິດໃນລາວ ຈະຜະລິດນ້ຳມັນໄດ້ເຖິງ 950 ລ້ານລິດນັ້ນເອງ.

XS
SM
MD
LG