ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ ປັບລົດຄ່າທຳນຽມ ການໃຊ້ໄຟຟ້າລົງ 15 ເປີເຊັນ ເພື່ອຊ່ວຍຫລຸດຜ່ອນການໃຊ້ຈ່າຍ ໃນຊີວິດປະຈຳວັນ ຂອງປະຊາຊົນ


ພະນັກງານບໍລິສັດໄຟຟ້າລາວ ກຳລັງຕິດຕັ້ງມີເຕີ້ໃຫ້ແກ່ລູກຄ້າຄົນລາວຜູ້ນຶ່ງ
ພະນັກງານບໍລິສັດໄຟຟ້າລາວ ກຳລັງຕິດຕັ້ງມີເຕີ້ໃຫ້ແກ່ລູກຄ້າຄົນລາວຜູ້ນຶ່ງ

ລັດຖະບານລາວ ປັບລົດຄ່າທຳນຽມການໃຊ້ໄຟຟ້າລົງ 15 ເປີເຊັນເພື່ອຊ່ວຍຫລຸດຜ່ອນການໃຊ້ຈ່າຍໃນຊີວິດປະຈຳວັນຂອງປະຊາຊົນລາວ ທີ່ຖືກກະທົບຈາກການລະບາດຂອງໄວຣັສ Covid-19 ໃນທົ່ວປະເທດ.

ທ່ານວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ຖະແຫລງວ່າ ຄະນະລັດຖະບານລາວ ໄດ້ມີມະຕິຕົກລົງໃຫ້ມີການປັບລົດຄ່າທຳນຽມການໃຊ້ໄຟຟ້າລົງ 15 ເປີເຊັນ ຈາກອັດຕາຄ່າໄຟຟ້າໃນປັດຈຸບັນ ໂດຍໃຫ້ມີຜົນບັງຄັບໃຊ້ເປັນເວລາ 3 ເດືອນຕິດຕໍ່ກັນ ຄືເດືອນພຶດສະພາ ມິຖຸນາ ແລະກໍລະກົດ ເພື່ອເປັນການຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍໃນຊີວິດປະຈຳວັນຂອງປະຊາຊົນລາວ ທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ໃນທົ່ວປະເທດ ໂດຍສະເພາະແມ່ນພະນັກງານແພດ-ໝໍແລະການສາທາລະນະສຸກ ທີ່ປະຕິບັດໜ້າທີ່ໃນການສະກັດກັ້ນການລະບາດຂອງພະຍາດໄວຣັສ Covid-19 ນັ້ນ ຈະໄດ້ຮັບການປັບລົດຄ່າທຳນຽມການໃຊ້ໄຟຟ້າລົງເຖິງ 15 ເປີເຊັນ ສ່ວນຄົວເຮືອນຂອງປະຊາຊົນລາວນັ້ນ ຈະໄດ້ຮັບການປັບລົດລາຄາເປັນອັນຕາ ດັ່ງທີ່ ທ່ານວຽງສະຫວັດ ໄດ້ຢືນຢັນວ່າ:

“ໃນການຈັດຕັ້ງປະຕິບັດລະອຽດ ບໍລິສັດໄຟຟ້າລາວ ກະໄດ້ມີການຫລຸດລາຄາຄ່າໄຟລົງ 2 ລາຄາ ເປັນຕົ້ນ ແມ່ນຂັ້ນທີ 1 ແລະຂັ້ນທີ 2 ນັ້ນ ລາຄານຶ່ງ ຂັ້ນທີ 3, ທີ 4, ທີ 5, ທີ 6 ລາຄານຶ່ງ ນອກຈາກນັ້ນ ໄຟຟ້າລາວ ກະໄດ້ເຮັດນະໂຍບາຍພິເສດໃຫ້ແກ່ພະນັກງານແພດ-ໝໍ ຊຶ່ງເຮັດໜ້າທີ່ປະຈັນບານປະເຊີນໜ້າກັບ Covid-19 ໝາຍຄວາມວ່າ ຈະຫລຸດໃຫ້ຄົວເຮືອນນຳໃຊ້ໄຟຟ້າ 15 ເປີເຊັນ.”

ໂດຍການປັບລົດຄ່າໄຟຟ້າດັ່ງກ່າວ ກໍໄດ້ເປັນຜົນເຮັດໃຫ້ມີການປ່ຽນແປງການຈັດເກັບຄ່າໄຟຟ້າສຳລັບທີ່ຢູ່ອາໄສຈາກ 6 ອັດຕາ ຕາມປະລິມານຂອງການໃຊ້ພະລັງງານໄຟຟ້າທີ່ມີລາຄາຕັ້ງແຕ່ 355 ກີບເຖິງ 1,019 ກີບຕໍ່ກິໂລວັດ/ໂມງນັ້ນ ກໍໄດ້ປັບໃຫ້ເປັນ 2 ອັດຕາເທົ່ານັ້ນ ຄື 355 ກີບຕໍ່ກິໂລວັດ/ໂມງກັບ 710 ກີບຕໍ່ກິໂລວັດ/ໂມງ ສຳລັບຄົວເຮືອນທີ່ໃຊ້ໄຟຟ້າບນໍ່ເກີນ 150 ກິໂລວັດ/ໂມງ ແລະຄອບຄົວທີ່ໃຊ້ໄຟຟ້າຕັ້ງແຕ່ 151 ກິໂລວັດ/ໂມງຂຶ້ນໄປໃນແຕ່ລະເດືອນ ສ່ວນຄອບຄົວຂອງແພດ-ໝໍ ແລະພະນັກງານສາທາລະນະສຸກ ຊຶ່ງປະຕິບັດໜ້າທີ່ໃນການສະກັດກັ້ນການລະບາດຂອງໄວຣັສ Covid-19 ນັ້ນ ກໍຈະໄດ້ຮັບການປັບລົດຄ່າໄຟລົງອີກ 15 ເປີເຊັນ ຂອງການຊົມໃຊ້ໄຟຟ້າໃນ 2 ອັດຕາດັ່ງກ່າວ ຊຶ່ງຖ້າຫາກບໍ່ມີຫຍັງປ່ຽນແປງໃນໄລຍະຕໍ່ໄປນີ້ ການຄິດໄລ່ໄຟຟ້າກໍຈະກັບຄືນສູ່ອັດຕາປົກກະຕິໃນເດືອນສິງຫາປີນີ້.

ທາງດ້ານ ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກລັດຖະບານລາວ ຖະແຫລງວ່າ ລັດຖະບານລາວ ບໍ່ໄດ້ມີມະຕິໃຫ້ປັບລົດພາສີມູນຄ່າເພີ້ມໃນອັດຕາ 10 ເປີເຊັນ ທີ່ຈັດເກັບຈາກການຊົມໃຊ້ໄຟຟ້າແຕ່ຢ່າງໃດ ໂດຍເຖິງແມ່ນວ່າ ປະຊາຊົນລາວ ຈະຖືກກະທົບຈາກການລະບາດຂອງໄວຣັສ Covid-19 ກໍຕາມ ແຕ່ວ່າ ລັດຖະບານລາວ ກໍບໍ່ສາມາດທີ່ຈະສັ່ງການດັ່ງກ່າວໄດ້ ເພາະຈະກະທົບຕໍ່ລາຍຮັບຂອງລັດຖະບານຢ່າງຫລວງຫລາຍນັ້ນເອງ.

ສ່ວນ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ກໍຢືນຢັນວ່າ ລັດຖະບານລາວ ໄດ້ພິຈາລະນາປັບລົດລາຄາການຊົມໃຊ້ພະລັງງານໄຟຟ້າໃນຄົວເຮືອນ ແລະການຜະລິດສິນຄ້າ ຮວາມເຖິງບໍລິການຕ່າງໆ ເມື່ອບໍ່ນານມານີ້ ເພື່ອຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນ ແລະຊ່ວຍລົດຕົ້ນທຶນການຜະລິດສິນຄ້າ ແລະບໍລິການຕ່າງໆທັງໃນພາກກະສິກກຳ ພາກອຸດສາຫະກຳ ແລະພາກບໍລິການ ທັງນີ້ ໂດຍມີການຫລຸດລາຄາລົງ 50 ເປີເຊັນ ໃຫ້ຜູ້ທີ່ມີລາຍໄດ້ຕ່ຳທີ່ຊົມໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດ/ໂມງຕໍ່ເດືອນ ຊຶ່ງຈະເລີ້ມຈາກເດືອນສິງຫາ 2020-2025 ແລະຈະມີການປັບລາຄາຂຶ້ນໃນອັດຕາສະເລ່ຍ 1 ເປີເຊັນ ໃນແຕ່ລະປີ.

ໂດຍຄ່າໄຟຟ້າສຳລັບທີ່ຢູ່ອາໄສກໍຄື 355 ກີບຕໍ່ກິໂລວັດ/ໂມງ ແຕ່ວ່າຄົວເຮືອນທີ່ໃຊ້ໄຟຟ້າເກີນກວ່າ 150 ກິໂລວັດ/ໂມງນັ້ນ ຈະຄິດຄ່າໄຟຟ້າໃນອັດຕາ 710 ກີບຕໍ່ກິໂລວັດ/ໂມງ ສ່ວນທຸລະກິດບັນເທີງ ຈະມີອັດຕາຄ່າໄຟຟ້າສູງທີ່ສຸດ ກໍຄື 1,385 ຫາ 1,532 ກີບຕໍ່ກິໂລວັດ/ໂມງ ແລະໂຮງງານອຸດສາຫະກຳ ຈະຄິດຄ່າໄຟຟ້າໃນອັດຕາສະເລ່ຍ 600 ຫາ 761 ກີບຕໍ່ກິໂລວັດ/ໂມງ ສ່ວນຫົວໜ່ວຍການຜະລິດກະສິກຳນັ້ນ ຈະຄິດຄ່າໄຟຟ້າໃນອັດຕາຕ່ຳສຸດຄື 448 ຫາ 600 ກີບຕໍ່ກິໂລວັດ/ໂມງ.

XS
SM
MD
LG