ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ສະ​ໜັບ​ສະ​ໜຸນ ການ​ເດີນ​ທາງ ໄປ​ທັດ​ສະ​ນະ​ສຶກ​ສາ ຂອງ​ເຈົ້າ​ໜ້າ​ທີ່ ອະ​ວຸ​ໂສ ​ລາວ ຢູ່ ຮາ​ໂນ່ຍ


ຄະນະຜູ້ແທນລາວ ນຳໂດຍພະນະທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມກັບເຈົ້າ​ໜ້າ​ທີ່​ອະວຸໂສ ຈຳນວນໜຶ່ງ ຈາກກະຊວງສາທາລະນະສຸກ ແລະ ກະຊວງ ພາຍໃນ ໄດ້ຮ່ວມເດີນທາງໄປທັດສະນະສຶກສາ ທີ່ ສະຖາບັນໂພຊະນາການແຫ່ງຊາດ ປະເທດຫວຽດນາມ.
ຄະນະຜູ້ແທນລາວ ນຳໂດຍພະນະທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມກັບເຈົ້າ​ໜ້າ​ທີ່​ອະວຸໂສ ຈຳນວນໜຶ່ງ ຈາກກະຊວງສາທາລະນະສຸກ ແລະ ກະຊວງ ພາຍໃນ ໄດ້ຮ່ວມເດີນທາງໄປທັດສະນະສຶກສາ ທີ່ ສະຖາບັນໂພຊະນາການແຫ່ງຊາດ ປະເທດຫວຽດນາມ.

ພວກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ຂອງລັດຖະບານ ສປປ ລາວ ໄດ້ເດີນທາງໄປທັດສະນະສຶກສາ
ທີ່ສະຖາບັນໂພຊະນາການແຫ່ງຊາດປະເທດຫວຽດນາມ ທີ່​ນະ​ຄອນຫຼວງ​ຮາ​ໂນ່ຍ ເຊິ່ງ
ເປັນສະຖາບັນ ທີ່ນຳໜ້າທາງດ້ານວຽກງານໂພຊະນາການ ໃນພາກພື້ນ. ການທັດສະນະ
ສຶກສາຄັ້ງນີ້ ແມ່ນເພື່ອຖອດຖອນບົດຮຽນ ໃນການກະກຽມເປີດນໍາໃຊ້ ສະຖາບັນໂພຊະ
ນາການ ແຫ່ງຊາດ ຂອງ ສປປ ລາວ. ການ ເດີນ​ທາງ​ໄປທັດສະນະສຶກ​ສາຄັ້ງ​ນີ້ ເຊິ່ງ​ມີ​ຂຶ້ນ
​ໃນ​ລະ​ຫວ່າງ ວັນ​ທີ 18 ຫາ 22 ກຸມ​ພານີ້ ແມ່ນໄດ້ຮັບການສະໜັບສະໜຸນ ໂດຍ
ລັດຖະບານ ສະຫະລັດ.

ຄະນະດັ່ງກ່າວນຳໂດຍພະນະທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາ
ທາລະນະສຸກ ພ້ອມກັບເຈົ້າ​ໜ້າ​ທີ່​ອະວຸໂສ ຈຳນວນໜຶ່ງ ຈາກກະຊວງສາທາລະນະສຸກ
ແລະກະຊວງພາຍໃນ ໄດ້ຮ່ວມເດີນທາງໄປໃນຄັ້ງນີ້. ໃນລະ​ຫວ່າງການເດີນທາງນັ້ນ,
ຄະນະດັ່ງກ່າວໄດ້ເຂົ້າຢ້ຽມຢາມບັນດາພະແນກ ກົມ ແລະສູນຕ່າງໆ ຂອງສະຖານບັນ
ໂພຊະນາການແຫ່ງຊາດຫວຽດນາມ ຫຼາຍກ່ວາ 15 ແຫ່ງ ເຊິ່ງພວກທ່ານໄດ້​ເຂົ້າ​ຮ່ວມ
ສັງເກດການ ໃນ​ການ​ປະ​ຕິ​ບັດ​ງານ ແລະຈັດຕັ້ງປະຕິບັດ ຂອງສະຖາບັນດັ່ງກ່າວ.
ການທັດສະນະສຶກສາໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ພວກເຈົ້າ​ໜ້າ​ທີ່​ລາວ ໄດ້ແລກປ່ຽນ
ປະສົບ​ພະການ ແລະຖອດຖອນ ບົດຮຽນນຳຊ່ຽວຊານຫວຽດນາມ ເຊິ່ງທັງໝົດນີ້
ຈະມີຜົນປະໂຫຍດໃນການເປີດ ໃຊ້ສະຖາບັນໂພຊະນາການແຫ່ງຊາດ ສປປ ລາວ.

ສະຖາບັນໂພຊະນາການແຫ່ງຊາດລາວໄດ້ຮັບການສະໜັບສະໜຸນຈາກລັດຖະບານ
ອາ​ເມ​ຣິ​ກັນ ໂດຍຜ່ານອົງການພັດທະນາສາກົນ ສະຫະລັດ ຫລື USAID ແລະກະຊວງ
ປ້ອງກັນປະເທດສະ​ຫະ​ລັດ. ສະຖາບັນດັ່ງກ່າວຈະເປັນສ່ວນໜຶ່ງ ທີມີຄວາມສຳຄັນ ໃນ
ການພັດທະນາ ແລະຈັດຕັ້ງປະຕິບັດວຽກງານໂພຊະນາການ ໃນຂອບເຂດທົ່ວປະເທດ.
ສະຖາບັນດັ່ງກ່າວ ປະກອບມີແພດນຳໜ້າ ຊ່ຽວຊານໂພຊະນາການ ແລະ ນັກວິໄຈທີ່
ສຶກສາ ແລະຄົ້ນຄ້ວາຫາວິທີໃໝ່ໆ ເພື່ອຊ່ວຍປ້ອງກັນ ແລະປິ່ນປົວພະຍາດ ການຂາດ
ແຄນສານອາຫານ ແລະຊ່ວຍສົ່ງເສີມສຸຂະພາບ ແລະຊີວິດການເປັນຢູ່ ທີ່ດີກ່ວາໃຫ້ແກ່
ປະຊາຊົນລາວບັນດາເຜົ່າ.

ສະຖາບັນໂພຊະນາການແຫ່ງຊາດລາວຖືກສ້າງຂຶ້ນເພື່ອຊ່ວຍຫຼຸດຜ່ອນພະຍາດຂາດ
ສານອາຫານ ໃນພວກເດັກນ້ອຍລາວ ເຊິ່ງ 1 ສ່ວນ 3 ຂອງເດັກນ້ອຍລາວ ແມ່ນມີຄວາມ
ເຕ້ຍກ່ອນເກນອາຍຸ ເຊິ່ງເປັນເຫດມາຈາກ ການຂາດສານອາຫານທີ່ຕ້ອງການ ໃນການ
ຈະເລີນເຕີບໂຕທີ່ສົມບູນ.

ທ່ານ ດຣ. ອາເລັກຊານເດຣຍ ຮູເອຕາ ຫົວໜ້າອົງການ USAID ປະຈຳລາວ ກ່າວວ່າ
“ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການສຶກສາ ແລະວິໄຈ ກ່ຽວກັບວຽກງານໂພຊະ
ນາການ ລວມທັງການບໍລິການສຸຂະພາບ ແບບເຊື່ອມ ສານສະຖາບັນນີ້ ຈະຊ່ວຍ
ໃຫ້ ສປປ ລາວ ແກ້​ໄຂບັນ​ຫາ​ຮາກ​ເຫງົ້າຫຼັກ ທີ່ເຮັດໃຫ້ເກີດບັນ ຫາການຂາດສານ
ອາຫານ ເຊັ່ນການໃຫ້ນົມແມ່ຊ້າ ແລະຄວາມຫຼາກຫຼາຍຂອງອາຫານ ທີ່ມີຄວາມ
ຈຳກັດເປັນຕົ້ນ. ສະຖານບັນດັ່ງກ່າວ ຈະມີຄວາມສຳຄັນ ໃນການສົ່ງເສີມສຸຂະພາບ
ແລະຊີວິດການເປັນຢູ່ທີ່ດີໂດຍລວມ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ."

ອົງການ USAID ໄດ້ໃຫ້ທຶນການສະໜັບສະໜຸນ ໃນການສ້າງຕັ້ງສະຖາບັນ ໂພຊະນາ
ການ ແຫ່ງຊາດຂອງລາວເຊິ່ງເປັນໜຶ່ງໃນບູລິມະສິດ ຂອງລັດຖະບານ ສະຫະລັດ ໃນ
ການຊ່ວຍເຫຼືອ ສປປ ລາວ ເພື່ອພັດທະນາຂະແໜງໂພຊະນາ ການໃຫ້ມີຄວາມຍືນຍົງ.
ນອກຈາກນີ້ ອົງການ USAID ຍັງໄດ້ຮ່ວມມືກັບລັດ ຖະບານ ສປປ ລາວ ເພື່ອສ້າງ
ຄວາມເຂັ້ມແຂງ ໃຫ້ແກ່ສະຖານະ ທາງໂພຊະນາການຂອງແມ່ຍິງ ແລະເດັກນ້ອຍ
ຂະຫຍາຍການເຂົ້າເຖິງນໍ້າສະອາດ ສຸຂາ ພິບານ ແລະສຸຂະອະນາໄມ.

ນອກຈາກວຽກງານໂພຊະນາການແລ້ວ ການຊ່ວຍເຫຼືອໃນຂະແໜງສຸຂະພາບ ຂອງ
ອົງການ USAID ຍັງລວມມີ ການປ້ອງກັນ ແລະປາບປາມພະຍາດຕິດຕໍ່ທາງເພດສຳພັນ
ພະຍາດຕິດຕໍ່ຕ່າງໆ ແລະສ້າງຄວາມເຂັ້ມແຂງ ໃຫ້ແກ່ຄົນເສຍອົງຄະໃນລາວ.

XS
SM
MD
LG