ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ໄດ້ປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາຍ້ອນການລະບາດຂອງ Covid-19


ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວ ຢ້ຽມຊົມສຳນັກງານຂອງເຂດເສດຖະກິດພິເສດດົງໂພສີ.
ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວ ຢ້ຽມຊົມສຳນັກງານຂອງເຂດເສດຖະກິດພິເສດດົງໂພສີ.

ລັດຖະບານລາວ ລົດການລົງທຶນພາກລັດລົງ 50 ເປີເຊັນ ເພາະວ່າການລະບາດຂອງໄວຣັສ Covid-19 ເຮັດໃຫ້ມີງົບປະມານບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງຍັງຄົງເກັບໄວ້ສະເພາະໂຄງການທີ່ສຳຄັນເທົ່ານັ້ນ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020 ເພາະວ່າ ການລະບາດຂອງເຊື້ອໄວຣັສ Covid-19 ເຮັດໃຫ້ການຈັດເກັບລາຍຮັບຈາກພາສີອາກອນຕ່າງໆບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ຈຶ່ງມີງົບປະມານບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ແລະຕ້ອງມີການໂຈະໂຄງການ ເພື່ອເລື່ອນການຈັດຕັ້ງປະຕິບັດອອກໄປໃນປີ 2021 ໂດຍໃຫ້ຍັງຄົງເກັບໄວ້ສະເພາະໂຄງການສຳຄັນຫຼືໂຄງການທີ່ຮ່ວມມືກັບຕ່າງປະເທດເທົ່ານັ້ນ ດັ່ງທີ່ທ່ານສົມດີ ໄດ້ໃຫ້ການຢືນຢັນວ່າ:

“ສໍາລັບລາຍຈ່າຍລົງທຶນ 50 ເປີເຊັນນີ້ ພວກເຮົາກໍບໍ່ໄດ້ຫລຸດລວດຈົນໝົດດອກ ໂຕໃດທີ່ມັນຈຳເປັນ ພວກເຮົາກໍບໍ່ໄດ້ຫລຸດ ເປັນຕົ້ນແມ່ນເລື້ອງເງິນຊົດເຊີຍທາງລົດໄຟ ເງິນຟື້ນຟູໄພພິບັດ ເງິນສົມທົບໂຄງການລົງທຶນຂອງຕ່າງປະເທດ ເງິນທຶນສົມທົບພາຍໃນນີ້ ພວກເຮົາບໍ່ໄດ້ຫລຸດ ແຕ່ວ່າໂຄງການປົກກະຕິນີ້ ກະອາດຈະໄດ້ມີການແກ້ໄຂວຽກງານທີ່ຈຳເປັນຈຳນວນນຶ່ງ ກະອາດຈະໄດ້ພິຈາລະນາ ຄົ້ນຄວ້າໃຫ້ຫລຸດ ໃຫ້ເລື່ອນໄປຈ່າຍປີໜ້າ.”

ໂດຍການຈັດເກັບລາຍຮັບຂອງລັດຖະບານລາວໃນ 6 ເດືອນຕົ້ນປີ 2020 ປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສ Covid-19 ທັງກໍຍັງເຮັດໃຫ້ສາມາດຄາດໝາຍໄດ້ວ່າ ການຈັດເກັບລາຍຮັບຂອງລັດຖະບານໃນຕະຫຼອດປີ 2020 ນີ້ ຈະປະຕິບັດໄດ້ຕ່ຳກວ່າແຜນການທີ່ວາງໄວ້ ຄິດເປັນມູນຄ່າລວມເຖິງ 6,322 ຕື້ກີບ ໂດຍສະເພາະກໍແມ່ນລາຍຮັບຈາກສ່ວຍສາອາກອນນັ້ນຖືເປັນພາກສ່ວນທີ່ຖືກກະທົບຫລາຍທີ່ສຸດ ດັ່ງທີ່ທ່ານສົມດີ ໃຫ້ການຢືນຢັນວ່າ:

“ກ່ຽວກັບລາຍຮັບ ຄາດວ່າ ຈະສາມາດບັນລຸແຜນໄດ້ໃນປີນີ້ ປະມານ 6,322 ຕື້ກີບ ສະເພາະຢູ່ໃນຂະແໜງສ່ວຍສາອາກອນ ພວກເຮົາຈະບໍ່ໄດ້ຕາມແຜນປະມານ 3,930 ຕື້ກີບ ຈາກແຜນເດີມທີ່ໄດ້ຂຶ້ນໄວ້ 13,950 ຕື້ກີບ ຍ້ອນວ່າກົດໝາຍອາກອນໃໝ່ມັນມີການຜ່ອນຜັນຫລາຍບັນຫາ ຫລຸດອັດຕາອາກອນຈຳນວນນຶ່ງ ອາກອນຊົມໃຊ້ ອາກອນລາຍໄດ້ ແລະອື່ນໆ ອັນນີ້ເປັນມູນຄ່າປະມານ 800 ຕື້ກີບ ອັນທີ 2 ມັນບໍ່ໄດ້ຍ້ອນການປະຕິບັດນະໂຍບາຍໃນໄລຍະ Covid ນີ້ ປະມານ 425 ຕື້ກີບ.”

ນອກຈາກນີ້ ການລະບາດຂອງເຊື້ອໄວຣັສ Covid-19 ກໍຍັງເຮັດໃຫ້ເສດຖະກິດລາວເກີດການເສຍຫາຍຄິດເປັນມູນຄ່າຫລາຍກວ່າ 7,000 ຕື້ກີບ ເພາະການປະກາດຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີວ່າດ້ວຍມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ Covid-19 ທີ່ໃຊ້ບັງຄັບນັບແຕ່ວັນທີ 1 ເມສາ ເປັນຕົ້ນມາ ໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວ ສ່ວນການປິດດ່ານຊາຍແດນໃນທົ່ວປະເທດ ກໍຍັງໄດ້ສົ່ງຜົນກະທົບຕໍ່ການຄ້າ ແລະການຂົນສົ່ງສິນຄ້າລະຫວ່າງລາວກັບຕ່າງປະເທດດ້ວຍ ພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ລັດຖະບານລາວຕ້ອງປັບລົດຄາດໝາຍການເຕີບໂຕທາງເສດຖະກິດຈາກລະດັບ 6.5 ເປີເຊັນ ລົງມາເປັນລະຫວ່າງ 3.3-3.6 ເປີເຊັນ ໃນປີ 2020 ຊຶ່ງຖ້າຫາກວ່າ ເສດຖະກິດລາວຂະຫຍາຍຕົວ 3.6 ເປີເຊັນ ກໍຈະເຮັດໃຫ້ຜະລິດຕະພັນລວມພາຍໃນມີມູນຄ່າ 175,720 ຕື້ກີບ.

ສ່ວນກອງທຶນການເງິນສາກົນ ຫຼື IMF ກໍໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກົດໃນລາວ ຈາກລະດັບ 6.2 ເປີເຊັນ ລົງເປັນ 0.7 ເປີເຊັນ ໃນປີ 2020 ທັງເປັນຄາດໝາຍທີ່ຕ່ຳກວ່າທະນາຄານພັດທະນາເອເຊຍ ຫຼື ADB ທີ່ປັບລົດຄາດໝາຍການຂະຫຍາຍຕົວທາງເສດຖະກິດລາວ ຈາກ 6.2 ເປີເຊັນ ລົງມາເປັນ 3.5 ເປີເຊັນ ເພາະຖືກກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ດັ່ງກ່າວ ທັງນີ້ ພາກບໍລະການແລະທ່ອງທ່ຽວຈະຖືກກະທົບໜັກທີ່ສຸດ ຊຶ່ງຄາດວ່າ ຈະຂະຫຍາຍຕົວພຽງແຕ່ 1.3 ເປີເຊັນເທົ່ານັ້ນ ສ່ວນພາກກະສິກຳ ແລະອຸດສາຫະກຳຈະຂະຫຍາຍຕົວພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນ ຕາມລຳດັບ ນອກຈາກນີ້ ADB ກໍຍັງໄດ້ຄາດການວ່າ ລັດຖະບານລາວ ຈະປະເຊີນກັບການຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງຍອດຜະລິດຕະພັນລວມໃນປີ 2020 ອັນຈະເຮັດໃຫ້ມີທຶນສຳຮອງເງິນຕາຕ່າງປະເທດບໍ່ເຖິງ 1,000 ລ້ານໂດລາ ຫຼືທຽບໄດ້ກັບການນຳເຂົ້າສິນຄ້າຈາກຕ່າງປະເທດພຽງບໍ່ເຖິງ 2 ເດືອນເທົ່ານັ້ນ.

XS
SM
MD
LG