ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລັດຖະບານລາວ ຈະປະກາດ ປີ 2018 ເປັນປີທ່ອງທ່ຽວລາວ


ນັນດາຜູ້ຕາງໜ້າ 4 ປະເທດອາຊຽນ ຮ່ວມປະຊຸມທ່ອງທ່ຽວ ທີ່ນະຄອນ ເນປີຕໍ ປະເທດມຽນມາ.
ນັນດາຜູ້ຕາງໜ້າ 4 ປະເທດອາຊຽນ ຮ່ວມປະຊຸມທ່ອງທ່ຽວ ທີ່ນະຄອນ ເນປີຕໍ ປະເທດມຽນມາ.

ລັດຖະບານລາວຈະປະກາດໃຫ້ປີ 2018 ເປັນປີທ່ອງທ່ຽວລາວ ໂດຍມີເປົ້າໝາຍທີ່ຈະ
ດືງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 5 ລ້ານຄົນ ແລະເພີ່ມຂຶ້ນເປັນ 6
ລ້ານຄົນໃຫ້ໄດ້ກາຍໃນປີ 2020.

ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີວ່າການ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນາ​ທຳ
​ແລະ​ທ່ອງ​ທ່ຽວ​ຖະ​ແຫລ​ງຢືນຢັນ​ວ່າ ຄະນະ​ລັດ​ຖະບານ​ລາວ​ໄດ້​ມີ​ມະ​ຕິ​ຕົກ​ລົງ ​ແລະ​
ເຫັນ​ດີ​ທີ່​ຈະ​ປະກາດ​ໃຫ້​ປີ 2018 ​ເປັນ​ປີ​ທ່ອງ​ທ່ຽວ​ລາວ​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ຄະ
ນະ​ນີ້ ​ໂດຍ​ໄດ້​ມອບ​ໝາຍ​ໃຫ້​ກະ​ຊ່ວງ​ຖະ​ແຫລ​ງຂ່າວ ວັດທະນາ​ທຳ ​ແລະ​ທ່ອງ​ທ່ຽວ​ຮັບ
ຜິດຊອບ​ການ​ ຕຽ​ມຄວາມ​ພ້ອມ​ໃນ​ທຸກໆ​ດ້ານ ຮວມທັງ​ການ​ປະສານ​ງານ​ກັບ​ທຸກໆ
ພາກສ່ວນ​ໃນ​ທົ່ວ​ປະ​ເທດ ດັ່ງ​ທີ່​ທ່ານ​ບໍ່​ແສງ​ຄຳ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ປີ 2018 ນີ້ ພວກ​ເຮົາ​ໄດ້​ສະ​ເໜີ​ນໍາລັດຖະບານ ​ແລະ​ກໍ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ
ຈະ​ປະກາດ​ເປັນ​ປີ​ທ່ອງ​ທ່ຽວ​ລາວ ສະ​ນັ້ນ​ໃນ​ປີ 2018 ກໍ​ຈະ​ມີ​ຫລາຍ​ກິດຈະການ​
ພ້ອມ​ກັນສະ​ເຫລີ​ມສະຫລອງ​ປີ​ທ່ອງ​ທ່ຽວ​ນີ້​ໃນ​ທົ່ວ​ປະ​ເທດ ​ແລະ​ພວກ​ເຮົາ​ກໍ​ຈະໄດ້
​ພ້ອມ​ກັນ​ກັບບັນດາ​ພະ​ແນ​ກການ​ທີ່​ກ່ຽວຂ້ອງ ກັບ​ທຸກ​ທ້ອງ​ຖິ່ນ ທຸກ​ແຂວງ​ເພື່ອ​ຈະ
​ຊຸກ​ຍູ້ ຄຸ້ມ​ຄອງ​ດູ​ແລ ທັງ​ກວດກາ ທັງ​ເບິ່ງຕິດຕາມນຳ​ກັນ​ເພື່ອ​ເຮັດ​ໃຫ້ບັນດາ​ກິດຈະ
ກຳການ​ເຄື່ອນ​ໄຫວຕ່າງ​ໆເຫລົ່າ​ນີ້​ໄດ້​ຮັບ​ຜົນ​ດີ ​ແລະ​ຢູ່​ໃນ​ຂອບຂອງ​ບັນດາ​ຍຸຕິ​ກຳ​
ທີ່​ໄດ້​ວາງ​ໄວ້.”

ທ່ານ​ບໍ່​ແສງ​ຄຳ ບອກ​ວ່າ​ເປົ້າ​ໝາຍ​ສຳຄັນ​ຂອງ​ການ​ປະກາດ​ປີ​ການທ່ອງ ທ່ຽວ​ລາວ​ໃນ
ປີ 2018 ​ແລະ​ຈະ​ຕໍ່​ເນື່ອງ​ໄປ​ຈົນເຖິງ​ປີ 2020 ດ້ວຍ​ນັ້ນ​ກໍ​ຄື​ການ​ດຶງດູດ​ເອົາ​ຊາວຕ່າງ​
ຊາດ​ໃຫ້​ເດີນທາງ​ເຂົ້າ​ມາ​ທ່ອງທ່ຽວ​ໃນ​ລາວ ​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ
​ແມ່ນ​ປີ 2020 ຊຶ່ງ​ເປັນ​ປີ​ສິ້ນສຸດ​ຂອງ​ການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດ​ທະນາ​ເສດຖະ
ກິດ ​ແລະ​ສັງຄົມ​ແຫ່ງ​ຊາດ​ໄລຍະ 5 ປີ ຄັ້ງ​ທີ 8 ນັ້ນ​ ກໍໄດ້​ມີ​ການວາງ​ເປົ້າ​ໝາຍ​ທີ່ດືງດູດ​
ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ໃຫ້​ໄດ້​ເຖິງ 6 ລ້ານ​ຄົນ ຊຶ່ງ​ຈະ​ເຮັດ​ໃຫ້ພາກການ​ທ່ອງ​
ທ່ຽວ ​ແລະ​ບໍລິການ​ມີ​ລາຍ​ຮັບ​ຮວມ​ເຖິງ 953 ລ້ານ​ໂດ​ລາ​ສະຫະລັດ ໃນ​ປີ 2020 ດັ່ງ
ກ່າວ.

​ທາງ​ການ​ລາວ​ໄດ້​ວາງແຜ​ນການ​ພັດທະນາ​ໄວ້ໃນ 3 ໜ້າ​ວຽກ​ດ້ວຍ​ກັນ ກໍ​ຄື​ການ
​ຄຸ້​ມຄ​ອງການທ່ອງທ່ຽວ ການ​ໂຄສະນາ​ການທ່ອງທ່ຽວ ການ​ພັດ​ທະນາ​ແຫ​ລ່ງທ່ອງ
​ທ່ຽວແລະ​ສະຖານທີ່​ບໍລິການ​ຕ່າງໆ​ທີ່​ສະດວກ​ສະບາຍ ​ແລະ​ຮັບປະກັນ​ຄວາມ​ປອດ​
ໄພ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ​ໄດ້​ຢ່າງ​ຄັກ​ແນ່ ຮວມທັງ​ມີ​ບ່ອນ​ພັກ​ເຊົາ​ສຳ​ລັບ​ນັກ​ທ່ອງ
​ທ່ຽວ​ຊາວຕ່າງ​ຊາດ ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນ​ດ້ວຍ.

ທັ້ງນີ້​ໂດຍ​ການ​ທຸລະ​ກິດ​ບໍລິການ ​ແລະ​ທ່່ອງ​ທ່ຽວ​ໃນ​ລາວ​ມີ​ໂຮງ​ແຮມ ​ແລະ​ບ້ານ​ພັກ​ທັງ
​ໝົດ 1,926 ​ແຫ່ງ​ທີ່​ມີ​ຈຳນວນ​ຫ້ອງ​ພັກ​ຮວມ 32,960 ຫ້ອງໃນປີ 2011 ​ແລະເພີ່ມ​ຂຶ້ນ​
ເປັນ 2,426 ​ແຫ່ງ​ມີ​ຈຳນວນ​ຫ້ອງ​ພັກ​ຮວມ 44,600 ກວ່າ​ຫ້ອງ​ໃນ​ປີ 2015 ​ແລະ​ເ​ພີ່​ມ
ຂຶ້ນ​ເປັນ 2,540 ກວ່າ​ແຫ່ງ​ມີ​ຈຳນວນ​ຫ້ອງ​ພັກ​ກວ່າ 50,000 ຫ້ອງ​ໃນ​ປີ 2016 ທັງ​ຍັງ
​ຄາດ​ວ່າ​ຈຳນວນ​ຫ້ອງ​ພັກ​ຈະ​ເພີ່ມ​ຂຶ້ນ​ເປັນ 60,000 ຫ້ອງ​ໃນ​ປີ 2020 ອີກ​ດ້ວຍ.

ໂດຍ​ການ​ມີ​ຈຳນວນຫ້ອງ​ພັກ​ເພີ່ມ​ຂຶ້ນ​ດັ່ງກ່າວ​ນີ້ ຍັງ​ເຮັດ​ໃຫ້ການ​ທຸລະ​ກິດ​ບໍລິການ ​
ແລະ​ການທ່ອງທ່ຽວ​ໃນ​ລາວ​ສາ​ມາດ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ​ໄດ້​ເພີ່ມ​ຂຶ້ນ​
ທຸກ​ປີ​ອີກ​ດ້ວຍ​ກໍ​ຄືຈາກ 2.7 ລ້ານ​ກວ່າ​ຄົນ​ໃນ​ປີ 2011 ​ເປັນ 4.1 ລ້ານ​ກວ່າຄົນ​ໃນ​ປີ
2014 ​ແລະ​ຫລາຍ​ກວ່າ 4.3 ລ້ານ​ຄົນ​ໃນ​ປີ 2015 ທັງ​ຍັງ​ເຮັດ​ໃຫ້ການ​ທຸລະ​ກິດ​ການ
​ບໍລິການ​ຂອງ​ລາວ ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ 400 ລ້ານໂດ​ລາໃນ​ປີ 2011 ​ແລະ 560
ລ້ານໃນ​ປີ 2014 ​ເປັນ​ຫລາຍ​ກວ່າ 670 ລ້ານສະຫະລັດ​ໃນ​ປີ 2016 ສ່ວນ​ໃນ​ປີ 2017
ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າ​ມາ​ໃນ​ລາວ 4.5 ລ້ານ​ຄົນ ​ແລະ
ເພີ່​ມຂຶ້ນ​ເປັນ 5 ລ້ານ​ຄົນ​ໃນ​ປີ 2018 ຕາມ​ລຳດັບ.

ພ້ອມ​ກັນ​ນີ້ ຈຳນວນ​ນັກ​ທ່ອງທ່ຽວ​ຊາວ​ຕ່າງ​ຊາດ ​ແລະ​ລາຍ​ຮັບ​ດັ່ງກ່າວ ຍັງ​ຖື​ເປັນສະ
ພາວະທີ່​ເພີ່ມ​ຂຶ້ນ​ຈາກ​ປີີ 2012 ​ໃນ​ອັດຕາສະ​ເຫລ່ຍ​ເຖິງ 60% ຕາມ​ລຳດັບ​ຊຶ່ງ​ເປັນ​ຜົນ
​ຈາກ​ການ​ພັດທະນາ​ໃນ​ຫລາຍ​ດ້ານ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​
ເຊັ່ນ ຮ້ານ​ອາ​ຫານ ​ການບິນ​ການ​ຂົນ​ສົ່ງ ​ແລະ​ການ​ບໍລິການ​ນຳ​ທ່ຽວ ດັ່ງ​ຈະ​ເຫັນ​ໄດ້​ຈາກ
​ການ​ທີ່ລາ​ວມີ​ບໍລິ​ສັດ​ທ່ອງ​ທ່ຽວ​ຫລາຍ​ກວ່າ 340 ບ່ອນ​ໃນ​ປັດຈຸບັນ.

ນອກ​ນັ້ນ​ລັດຖະບານ​ລາວ​ຍັງ​ໄດ້​ໃຫ້​ຄວາມ​ສຳຄັນເປັນ​ພິ​ເສດ ​ໃນ​ການ​ເສີມ​ສ້າງ​ຄວາ​ມ
ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ກັບປະ​ເທດ​ເພື່ອນ​ບ້ານ ​ໂດຍ​ຫລ້າ​ສຸດ ລັດຖະມົນຕີ​ດ້ານ
​ການທ່ອງທ່ຽວ​ຂອງ​ມຽນມາ ລາວ ​ໄທ ກຳປູ​ເຈຍ ​ແລະ​ຫວຽດນາມ ກໍ​ໄດ້​ຕົກລົງ​ກັນ​ຢູ່​ທີ່​
ນະຄອນ​ເນ​ປີ​ດໍຂອງ​ມຽນມາ ​ເພື່ອ​ເສີມ​ຂະຫຍາຍ​ການ​ຮ່ວມ​ມືໃນ​ດ້ານ​ທ່ອງ​ທ່ຽວ​ຢ່າງ
ຮອບດ້ານ ດ້ວຍການພັດທະນາ 5 ປະ​ເທດ​ໃຫ້​ເປັນ​ເປົ້າ​ໝາຍ​ດຽວ​ກັນ ​ເພື່ອ​ຮອງ​ຮັບ​
ນັກ​ທ່ອງ​ທ່ຽວ​ທັງ​ໃນ​ອາ​ຊຽນ ​ແລະ​ຈາກ​ພູມີພາ​ກອື່ນ​ໃນ​ທົ່ວ​ໂລກ​ໃຫ້​ໄວ​ທີ່​ສຸດ.

XS
SM
MD
LG